Saturday, March 2, 2019

ຄໍາຖາມກ່ຽວກັບການດື່ມເຫລົ້າໃນສັງຄົມລາວ



ມື້ນີ້ມີຫົວຂໍ້ທີ່ມັກ ມາລົມກັນ ກ່ຽວກັບ ໂພສຢູ່ເຟສບຸກກ່ຽວກັບ ການດື່ມເຫລົ້າຂອງຄົນລາວ ທີ່ຖືວ່າສູງສຸດໃນບັນດາປະເທດອາຊຽນ 10.4 ລິດ ຕໍ່ປີ ຂໍ້ມູນປີ 2016 ບອກຢູ່ດ້ານລຸ່ມຂອງໂພສວ່າ ແມ່ນຂອງທະນາຄານໂລກ. ສ່ວນໂຕຂ້ອຍເອງ ແມ່ນເຂົ້າໃຈວ່າ ຈຸດປະສົງໃນການເຮັດໂພສນີ້ ແມ່ນເພື່ອໃຫ້ຄົນລາວຫລຸດການດື່ມເຫລົ້າລົງ, ເຊິ່ງເປັນການດີ. (ຂໍສະຫງວນໂພສ ເພື່ອຮັກສາຄວາມເປັນສ່ວນຕົວ)

ໂຕເອງກະເລີຍມາຄິດໄລ່ເບິ່ງວ່າ 10.4 ລິດຕໍ່ປີ ນິມັນເທົ່າໃດ, ໄລ່ງ່າຍໆເນາະ: ເບຍລາວ 1 ປ໋ອງ ແມ່ນ 330 ml ຫລື 0.33 ລິດ, ເຊິ່ງຫມາຍຄວາມວ່າ ໂດຍສະເລ່ຍແລ້ວ ຄົນລາວດື່ມເບຍ 31.5 ປ໋ອງ ຕໍ່ປີ ຫລື 2.6 ປ໋ອງ ຕໍ່ເດືອນ ຫລື 0.65 ປ໋ອງ ຕໍ່ອາທິດ. ເຊິ່ງໂດຍສ່ວນໂຕແລ້ວ ດື່ມກາຍນີ້. ກະເລີຍມີຄໍາຖາມວ່າ, ໂອ້ ... ແມ່ນເຮົາດື່ມຫລາຍໂພດເບາະ ແລະ ອັນໃດເປັນຜົນກະທົບຂອງມັນ ຫລື ນີ້ ເປັນພຽງຕົວເລກສະເລ່ຍ ຄືກັບ ຈີດີພີຕໍ່ຫົວຄົນທີ່ມີການແຈກຢາຍບໍ່ສະຫມໍ່າສະເຫມີກັນ ຜູ້ດື່ມຫລາຍ ອາດດື່ມຫລາຍແທ້ໆ ແລະ ຜູ້ບໍ່ດື່ມ ອາດຈະບໍ່ດື່ມເລີຍ, ມີຫຍັງເພີ່ມເຕີມທີ່ເຮົາຕ້ອງຮູ້ອີກຕື່ມບໍ່ ເພື່ອໃຫ້ເຂົ້າໃຈເລິກເຊິ່ງກວ່າເກົ່າ.

ກ່ອນອື່ນມາເບິ່ງຂໍ້ມູນຂອງ ອົງການອະນາໄມໂລກ (ຮູບຢູ່ເທິງ), ເຫັນວ່າ ປະເທດສະວິດເຊີແລນ ຫລື ປະເທດພັດທະນາແລ້ວອື່ນໆ ທີ່ດື່ມເຫລົ້າປະມານ 10.4 ລິດ ຫລື ຫລາຍກວ່າ ກໍ່ມີຄືກັນກັບເຮົາ.

ມີບົດຄົ້ນຄວ້າຫນຶ່ງ ຫົວຂໍ້: Alcohol consumption ຄົ້ນຄວ້າໂດຍນັກວິໄຈຊື່ດັງ ໃຊ້ຂໍ້ມູນມາຈາກຫລາຍແຫລ່ງ ໄປອ່ານຕໍ່ເອົາໃນເວບໄຊທນີ້ https://ourworldindata.org/alcohol-consumption, ວິໄຈໄດ້ຫລາກຫລາຍແງ່ມຸມ ເຊິ່ງພໍສະຫລຸບບາງຕົວຊີ້ວັດຂອງບາງປະເທດດັ່ງນີ້.
ປະເທດ
ປະລິມານດື່ມເຫລົ້າ (liter/p/y)
ຈີດີພີຕໍ່ຫົວຄົນ
(PPP/p/y)
ຄົນບໍ່ເຄີຍດື່ມເຫລົ້າ (% of 15+)
ຄົນຕິດເຫລົ້າ
(% of population)

ຄົນຕາຍຍ້ອນເຫລົ້າ
(p/100,000)
ລາວ
7.5
5,434
31.3
0.83
1.66
ຫວຽດນາມ
8.7
5,667
49.3
1.56
0.94
ໄທ
8.3
15,236
59.5
0.83
2.49
ລັດເຊຍ
14.5
24,124
13
4.74
17.28
ຍີ່ປຸ່ນ
7.5
37,818
12
0.56
0.28

ເຮົາມີຂໍ້ສັງເກດ ແລະ ຄຳຖາມຢູ່ຈຳນວນຫນຶ່ງ:
1.       ຂໍ້ມູນ ຄືບໍ່ຄືກັນ? ໃນປີ 2015 ເຮົາດື່ມພຽງ 7.5 ລິດ ຕໍ່ປີ ໂດຍສະເລ່ຍ, ແລ້ວ 10.4 ໃນປີ 2016 ແມ່ນຫຍັງ? ຄືເພີ່ມໄວແທ້ ມີຫຍັງບໍ່ກ່ຽວກັບໂຕເລກສະຖິຕິນີ້? 
     ອີກຢ່າງ, ຖ້າອັດຕາຄົນບໍ່ເຄີຍດື່ມເຫລົ້າແມ່ນ 31%ຂອງຜູ້ໃຫຍ່ທັງຫມົດ, ກໍ່ອາດມີຄວາມເປັນໄປໄດ້ວ່າ ໂຕເລກປະລິມານບໍລິໂພກເຫລົ້າສະເລ່ຍນັ້ນ ໄລ່ມາຈາກການເອົາ ປະລິມານບໍລິໂພກເຫລົ້າ ມາຫານສະເລ່ຍໃຫ້ຜູ້ໃຫຍ່ທັງຫມົດ ເຊິ່ງລວມເຖິງ ຄົນທີ່ບໍ່ເຄີຍກິນເຫລົ້ານໍາ. ສະນັ້ນ ໂຕເລກຕໍ່ຫົວຄົນທີ່ແທ້ຈິງອາດຈະສູງກວ່ານີ້ຫລາຍ.
2.       ປະເທດຮັ່ງມີ ຄືຍີ່ປຸ່ນ ກະມີລະດັບການດື່ມເຫລົ້າສະເລ່ຍເທົ່າໆກັບ ລາວເຮົາ, ອັດຕາຂອງຄົນເຄີຍດື່ມເຫລົ້າກະຫລາຍກວ່າເຮົາ (ມີພຽງ 12% ທີ່ບໍ່ເຄີຍດື່ມ), ແຕ່ເປັນຫຍັງ ອັດຕາການຕິດເຫລົ້າ ແລະ ຕາຍຍ້ອນເຫລົ້າຈັ່ງຕໍ່າກວ່າເຮົາ. ມັນກ່ຽວກັບພືດຕິກຳການດື່ມ ຫລື ຄຸນນະພາບຂອງເຄື່ອງດື່ມບໍ່?
3.       ໃນລັກສະນະດຽວກັນ ປະເທດທີ່ມີຄົນດື່ມເຫລົ້າໃນປະລິມານຫລາຍ ແລະ ມີຄົນຈໍານວນຫນ້ອຍທີ່ບໍ່ເຄີຍດື່ມເຫລົ້າ ເຊັ່ນ ລັດເຊຍ ແລະ ຍີ່ປຸ່ນ, ເປັນຫຍັງ ຈື່ງມີອັດຕາຕິດເຫລົ້າ ແລະ ຕາຍຍ້ອນເຫລົ້າຕ່າງກັນ?
4.       ໄທ ມີອັດຕາຄົນບໍ່ເຄີຍດື່ມເຫລົ້າ ຫລາຍກວ່າ ປະເທດເຮົາ ແລະ ມີອັດຕາການຕິດເຫລົ້າເທົ່າກັນ, ເປັນຫຍັງອັດຕາການຕາຍຍ້ອນເຫລົ້າຄືສູງກວ່າເຮົາ?

ມອບໃຫ້ຜູ້ມັກໄປຄົ້ນຄວ້າຕໍ່, ໃນເວລາດຽວກັນ ເຮົາກະຊິຊອມເບິ່ງສະພາບການບໍລິໂພກຂອງໂຕເອງຕໍ່ໄປ :p

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Wednesday, February 27, 2019

ເຄີຍຊ່ວຍຄົນແປກຫນ້າບໍ່? ພຶດຕິກຳເອື້ອຕໍ່ສັງຄົມ (Prosocial Behaviors)




ກັບມາຂຽນບົດຄວາມອີກຄັ້ງຫລັງຈາກຫ່າງຫາຍໄປດົນ, ມື້ນີ້ຈະມາຊວນຄິດເລື່ອງ ພຶດຕິກຳເອື້ອສັງຄົມ ຫລື ພຶດຕິກຳເສີມສ້າງສັງຄົມ ທີ່ຮູ້ກັນໃນພາສາອັງກິດວ່າ Prosocial Behaviors. ເລືອກຫົວຂໍ້ນີ້ມາລົມຍ້ອນຜູ້ຂຽນບັງເອີນໄປອ່ານເຫັນບົດລາຍງານສະບັບຫນຶ່ງທີ່ ຫ້ອງການເລຂາທິການອາຊຽນ ເຮັດຮ່ວມກັບ ອົງການ UNFPA ມີຊື່ວ່າ First ASEAN Youth Development Index. ບົດລາຍງານນີ້ ເຜີຍໃຫ້ຮູ້ວ່າ ດັດສະນີການມີສ່ວນຮ່ວມເພື່ອເສີມສ້າງສັງຄົມ (Participation and Engagement) ຂອງໄວຫນຸ່ມລາວແມ່ນມີລັກສະນະຫລຸດລົງເລື້ອຍໆແຕ່ປີ 2011 ຈົນຮອດປີ 2015. ດັດສະນີນີ້ສ້າງຂຶ້ນໂດຍການຖາມ ໄວຫນຸ່ມລາວ ອາຍຸ 15-29 ປີ ດ້ວຍ 2 ຄໍາຖາມ ຄື: ເຄີຍຊ່ວຍຄົນແປກຫນ້າບໍ່? ແລະ ເຄີຍເຮັດວຽກອາສາສະຫມັກບໍ່?
ຜົນການສຶກສານີ້ບໍ່ພຽງແຕ່ເປັນການຊີ້ບອກເຖິງຄຸນນະພາບຂອງຊັບພະຍາກອນມະນຸດໃນປະເທດ ແຕ່ຍັງສະແດງເຖິງແນວໂນ້ມຂອງສັງຄົມ ຕໍ່ກັບການຢູ່ຮ່ວມກັນຢ່າງມີຄວາມສຸກ, ຄຸນນະທຳ ແລະ ຈະລິຍະທໍາ ທີ່ສອດຄ່ອງກັບແນວທາງການພັດທະນາປະເທດໄປສູ່ສັງຄົມນິຍົມນໍາອີກ.

ເປັນຫຍັງຄົນຈຶ່ງໃຫ້ການຊ່ວຍເຫລືອກັນ?
ໂດຍພື້ນຖານແລ້ວ ຄົນເຮົາຊ່ວຍເຫລືອກັນ ຍ້ອນ 3 ສາເຫດຕົ້ນຕໍ ຄື:
1.       ຊ່ວຍເຫລືອຕາມຄ່ານິຍົມ ແລະ ບັນທັດຖານຂອງສັງຄົມ, ເຊິ່ງເກີດມາຈາກຄວາມເຊື່ອວ່າ ທຸກຄົນໃນສັງຄົມມີຫນ້າທີ່ຊ່ວຍຜູ້ທີ່ຫຍຸ້ງຍາກ ແລະ ຕ້ອງການໆຊ່ວຍເຫລືອ, ຖືເປັນພື້ນຖານຂອງການຢູ່ຮ່ວມກັນ.
2.       ຊ່ວຍເຫລືອເພື່ອເປັນການຕອບແທນ, ບາງຄົນໃຫ້ການຊ່ວຍເຫລືອຄົນອື່ນເພື່ອຫວັງຈະໄດ້ຮັບການຕອບແທນໃນວັນຂ້າງຫນ້າ ຫລື ໃຫ້ການຊ່ວຍເຫລືອກັບເພື່ອເປັນການຕອບແທນບຸນຄຸນ ຫລື ຮ້ອງວ່າ (reciprocity)
3.       ຊ່ວຍເຫລືອເພື່ອສ້າງຄວາມສະເຫມີພາບໃຫ້ເກີດຂຶ້ນໃນສັງຄົມ, ເມື່ອເຫັນວ່າມີຜູ້ດ້ອຍໂອກາດກວ່າເຮົາກຳລັງຕ້ອງການໆຊ່ວຍເຫລືອ ກຸ່ມຄົນຫນຶ່ງກໍ່ໃຫ້ການຊ່ວຍເຫລືອເພື່ອໃຫ້ຜູ້ໄດ້ຮັບຄວາມເດືອດຮ້ອນນັ້ນມີຄວາມເປັນຢູ່ດີຂຶ້ນ ແລະ ເກີດຄວາມເທົ່າທຽມກັນ ຍ້ອນເຊື່ອວ່າຜູ້ເດືອດຮ້ອນກໍ່ມີສິດ ແລະ ສັກສີຂອງຄວາມເປັນມະນຸດ ເທົ່າທຽມກັບຕົນ

ສອງທິດສະດີຫລັກທີ່ພະຍາຍາມອະທິບາຍ ພຶດຕິກຳຊ່ວຍເຫລືອຄົນອື່ນ:
1.       Pure Altruism (ການເຫັນແກ່ປະໂຫຍດຄົນອື່ນຢ່າງບໍລິສຸດໃຈ): ທິດສະດີນີ້ກ່າວວ່າ ຄົນເຮົາມີພຶດຕິກຳເອື້ອສັງຄົມ ຫລື ປະກອບສ່ວນຊ່ວຍສາທາລະນະ ຍ້ອນພວກເຂົາພໍໃຈທີ່ຈະເຫັນຄົນອື່ນມີຄວາມຢູ່ດີກິນດີ.
2.       Impure Altruism (ການເຫັນແກ່ປະໂຫຍດຄົນອື່ນພຽງບາງສ່ວນ): ຂັດແຍ່ງກັບທິດສະດີຂ້າງເທິງ ບ່ອນທີ່ວ່າ ບໍ່ພຽງແຕ່ຄົນເຮົາຈະສົນໃຈກ່ຽວກັບອັດຖະປະໂຫຍດຂອງຜູ້ຮັບການຊ່ວຍເຫລືອ, ແຕ່ຍັງສົນໃຈຜົນປະໂຫຍດທີ່ຕົນຈະໄດ້ຮັບຈາກພຶດຕິກຳດັ່ງກ່າວນຳອີກ (ຫວັງຜົນຕອບແທນນຳ  ເຊັ່ນ ຫນ້າຕາ ແລະ ການຍ້ອງຍໍ)
ບໍ່ວ່າຈະໄຈ້ແຍກແບບໃຈ ເຮົາກໍ່ສາມາດເຫັນໄດ້ແຈ້ງຂຶ້ນໃນໂຕວ່າ ການຊ່ວຍເຫລືອທີ່ພວກເຮົາກໍາລັງເຮັດຢູ່ກັບແຕ່ລະກຸ່ມຄົນ ມີຄວາມແຕກຕ່າງກັນໄປ ແລະ ມັນກໍ່ເປັນຜົນມາຈາກສາເຫດທີ່ແຕກຕ່າງກັນ.

ພຶດຕິກຳເອື້ອຕໍ່ສັງຄົມແມ່ນຫຍັງ?
ພຶດຕິກໍາເອື້ອສັງຄົມ ຫມາຍເຖິງ ການກະທຳຂອງບຸກຄົນ ຫລື ກຸ່ມຄົນທີ່ເປັນປະໂຫຍດ ກັບຜູ້ອື່ນ ຫລື ກຸ່ມຄົນອື່ນ ດ້ວຍຄວາມຕັ້ງໃຈ ຫລື ສະຫມັກໃຈ, ໂດຍບໍ່ຫວັງຜົນປະໂຫຍດ ຫລື ລາງວັນຕອບແທນຫຍັງຕາມພາຍຫລັງ. ການກະທຳດັ່ງກ່າວອາດເຮັດໃຫ້ບຸກຄົນດັ່ງກ່າວຈະຕ້ອງ ເສຍສະຫລະເວລາ ຊັບສິນ ກໍາລັງກາຍ ກໍາລັງຄວາມຄິດ ກໍາລັງໃຈ ຫລື ບາງຄັ້ງອາດຈະເປັນການສ່ຽງຕໍ່ຊີວິດ. ຜົນຂອງພຶດຕິກຳ ຫລື ການຊ່ວຍເຫລືອແບບນີ້ ຈະເປັນການສ້າງຜົນກະທົບທາງບວກແກ່ຄົນອື່ນ ຫລື ຕໍ່ສັງຄົມ.
ຮູບແບບຂອງການພຶດຕິກຳເອື້ອສັງຄົມ ປະກອບມີ 4 ດ້ານຄື:
-       ການຊ່ວຍເຫລືອ: ຊ່ວຍບັນເທົາ ຫລື ຜ່ອນຄາຍຄວາມຕ້ອງການ ທັງດ້ານເວລາ ແລະ ຄວາມພະຍາຍາມ
-       ການແບ່ງປັນ: ການໃຫ້ ຫລື ໃຫ້ຢືມຂອງທີ່ເປັນວັດຖຸ
-       ການປອບໂຍນ: ການບັນເທົາ ຫລື ຜ່ອນຄາຍຄວາມທຸກ ທັງດ້ານເວລາ ແລະ ການເອົາໃຈໃສ່
-       ການຮູ້ສຶກຮ່ວມ: ການເວົ້າ ຫລື ກະທໍາທີ່ບົ່ງບອກເຖິງຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈ

ຈະກະຕຸ້ນໃຫ້ເກີດພຶດຕິກຳເອື້ອຕໍ່ສັງຄົມໄດ້ແນວໃດ?
ມີຫລາຍວິທີໃນການສ້າງພຶດຕິກຳ ແລະ ຜ່ານຫລາກຫລາຍເຄື່ອງມື, ເຮົາຈະຍົກມາລົມພຽງບາງວິທີການ ທີ່ບອກວ່າ ພຶດຕິກຳນີ້ສ້າງໄດ້. ເຊັ່ນ:

1.       ຜ່ານການເຂົ້າຮ່ວມຫລັກສູດອົບຮົມສ້າງພຶດຕິກຳເອື້ອສັງຄົມ: ການວິໄຈຂອງນັກສຶກສາປະລິນຍາເອກຈາກປະເທດໄທ ໃນຫົວຂໍ້ THE RESULTS OF PROSOCIAL BEHAVIOR DEVELOPMENT OF SUPPORTING PERSONAL IN ONE PRIVATE UNIVERSITY IN BANGKOK PROVINCE ໂດຍໃຊ້ການທົດລອງ Randomized Control - Group Pretest - Posttest Design ຜ່ານການຈັດອົບຮົມ ຫລື ກິດຈະກຳ 10 ຄັ້ງ ຄັ້ງລະ 50 ນາທີ ພົບວ່າ ກຸ່ມທີ່ໄດ້ຮັບການອົບຮົມ ແມ່ນມີພຶດຕິກຳເອື້ອຕໍ່ສັງຄົມເພີ່ມຂຶ້ນ.

2.       ການສ້າງຄວາມສາມາດທາງປັນຍາໃນການເຂົ້າໃຈຄົນອື່ນຕັ້ງແຕ່ຍັງນ້ອຍ: ນີ້ເປັນທິດສະດີຂອງນັກຈິດຕະວິທະຍາທີ່ນໍາໂດຍ Jean Piaget, ໂດຍກ່າວວ່າ ພຶດຕິກຳເອື້ອສັງຄົມຂອງຄົນແມ່ນເກີດຂຶ້ນໄດ້ ເຂົາຕ້ອງມີຄວາມເຂົ້າໃຈທັດສະນະຜູ້ອື່ນກ່ອນແຕ່ຕອນຍັງນ້ອຍ ເພາະວ່າຄວາມສາມາດດັ່ງກ່າວເຮັດໃຫ້ເດັກຮັບຮູ້ຄວາມຄິດໃນແງ່ມຸມຂອງຄົນອື່ນ ແລະ ຮູ້ສາເຫດທີ່ເຮັດໃຫ້ຄົນອື່ນທຸກ ຫລື ສຸກ ເຮັດໃຫ້ເດັກເກີດພຶດຕິກຳເອື້ອສັງຄົມ. ຄວາມສາມາດນີ້ ສາມາດເກີດຂຶ້ນໃນຊ່ວງທີ່ເດັກນ້ອຍຫລຸດການຍຶດເອົາໂຕເອງເປັນສູນກາງ ຄືໄລຍະ 7 ປີຂຶ້ນໄປ. ການຝຶກຝົນສາມາດເຮັດໄດ້ ຜ່ານການອົບຮົມຂອງຄອບຄົວ, ການພົວພັນກັບຫມູ່ເພື່ອນໃນໂຮງຮຽນ ແລະ ການສວມບົດບາດເປັນຄົນອື່ນ.

ການຄົ້ນຄວ້າແບບນີ້ ນຳໃຊ້ການທົດລອງເປັນສ່ວນໃຫຍ່ ສະນັ້ນ ມັນກໍ່ຫນ້າສົນໃຈຫລາຍ ຖ້າຈະມີການສຶກສາເລື່ອງນີ້ໃນສັງຄົມເຮົາ ບໍ່ວ່າຈະເປັນ ການປຽບທຽບໃນສັງຄົມ ຕົວເມືອງ ແລະ ຊົນນະບົດ, ແຕ່ລະລຸ້ນຄົນ, ລະຫວ່າງເພດ, ແລະ ຊັ້ນຄົນ. ຖ້າມີໃຜເຄີຍອ່ານບົດຄົ້ນຄວ້າປະເພດນີ້ຢູ່ເມືອງລາວ ຊ່ວຍແບ່ງປັນດ້ວຍ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Monday, October 29, 2018

ເມື່ອມັນບໍ່ເປັນດັ່ງທີ່ເຮົາຄິດ: ຄຳຖາມກ່ຽວກັບການພັດທະນາຊົນນະບົດ ep. 1


ເປັນເວລາເກືອບສອງປີ ທີ່ບໍ່ໄດ້ລົງເຮັດວຽກສຳຫລວດໃນຊົນນະບົດ, ປີນີ້ກຽມວຽກເກືອບເຄິ່ງປີ ຈຶ່ງໄດ້ມີໂອກາດລົງໄປສຳຜັດຊີວິດຄົນຊົນນະບົດອີກເທື່ອຫນຶ່ງ. ອາດຍ້ອນອາຍຸທີ່ສູງຂຶ້ນ ຫລື ຍ້ອນຄວາມສົນໃຈທີ່ມີຫລາຍຂຶ້ນກັບຄວາມທ້າທາຍໃນວຽກນີ້ ກະເລີຍມາເຈິະຕໍ ສອງສາມອັນ ທີ່ຍັງເປັນຄຳຖາມໃຈໃນ ເລີຍບໍ່ຢາກເກັບໄວ້ຄົນດຽວ. ທໍາອິດ ແມ່ນ ເລື່ອງນໍ້າດື່ມ.

ວ່າກັນວ່າ ປະຊາຊົນໃນຊົນນະບົດຂາດແຫລ່ງນໍ້າສະອາດສໍາລັບດື່ມ, ຈຶ່ງເປັນທີ່ມາຂອງຫລາຍໂຄງການພັດທະນາທີ່ຈັດສັນທຶນຮອນເພື່ອມາສ້າງແຫລ່ງນໍ້າສະອາດໃຫ້ແກ່ປະຊາຊົນ. ເຫັນຫລາຍທີ່ສຸດແມ່ນ ນໍ້າລິນ ແລະ ນໍ້າບາດານ. ຕົນເອງອ່ານເອກະສານມາຫລາຍບ່ອນກະເຫັນວ່າ ການເຂົ້າເຖິງແຫລ່ງນໍ້າທີ່ໄດ້ຮັບການປົກປ້ອງ (improved drinking water) ເປັນການເຂົ້າເຖິງແຫລ່ງນໍ້າສະອາດ ແລະ ປະຊາຊົນຫນ້າຈະດີໃຈ ແລະ ນໍາໃຊ້ມັນເພື່ອດື່ມກິນ. ແຕ່ການລົງວຽກຄັ້ງນີ້ ມາເຈິະບ້ານຫນຶ່ງ ທີ່ມີທັງບໍ່ນໍ້າທໍາມະຊາດ ແລະ ນໍ້າບາດານ, ໄດ້ລົມກັບເຂົາເຈົ້າເລື່ອງການນໍ້າໃຊ້ນໍ້າຈາກສອງແຫລ່ງ ຈຶ່ງພົບວ່າ ເຖິງຈະມີນໍ້າບາດານ (ຈາກການຊ່ວຍເຫລືອແລ້ວ) ເຂົາເຈົ້າກະຍັງສືບຕໍ່ດື່ມນໍ້າທີ່ມາຈາກບໍ່ທຳມະຊາດຢູ່. ຖາມວ່າ ອ້າວ ຊັ້ນນໍ້າບາດານມີປະໂຫຍດຫຍັງ? ເຂົາວ່າ ຊ່ວຍເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍບໍ່ຕ້ອງໄປຕັກນໍ້າໄກ ແຕ່ນໍ້າຈາກແຫລ່ງນີ້ສ່ວນຫລາຍເອົາໄວ້ໃຊ້ລ້າງຖ້ວຍບ່ວງ ແລະ ອາບ, ຖາມວ່າເປັນຫຍັງຈຶ່ງບໍ່ກິນນໍ້າບາດານ? ປະຊາຊົນບອກວ່າ ນໍ້າບາດານບໍ່ແຊບ ມັນຈືດ ບໍ່ມີລົດຊາດ ແລະ ຖາມຕໍ່ໄປອີກວ່າ ເວລາກິນນໍ້າບາດານ ເຮັດແນວໃດ? ເຂົາບອກວ່າ ຕົ້ມກິນ ແຕ່ມັນມັກມີຫີນປູນ, ຖາມຕໍ່ໄປວ່າ ບາດກິນນໍ້າບໍ່ທຳມະຊາດເດ້? ຂະເຈົ້າບອກວ່າ ກະກິນດິບຫັ້ນລະ ບໍ່ໄດ້ຕົ້ມ. ສົງໃສແຮງ ເລີຍໄປລອງກິນເບິ່ງ, ຖ້າຫລັບຕາກິນ ນໍ້າທີ່ຂະເຈົ້າບອກວ່າແຊບ ຈະຄ້າຍຄືກັບເຮົາກິນນໍ້າແຮ່ບັນຈຸຂວດ (ອີແວນ ຫລື ມິເນເລ່) ປະມານນັ້ນ ແລະ ຍິ່ງເອົາໄປແຊ່ຕູ້ເຢັນ ເວລາເມື່ອຍໆ ມາກິນແຮງແຊບ. ຕ່າງແຕ່ ບໍ່ຮູ້ວ່ານໍ້າດັ່ງກ່າວ ປົນເປື້ອນຫຍັງ ມີແມ່ພະຍາດຫລືບໍ່. ອະໂກ້ຍ!!!!! ສົມພໍລະ.

ຕໍ່ມາຫລາຍບ້ານ ກະຖາມແນວເກົ່າ ກະໄດ້ຄໍາຕອບແບບເກົ່າ. ຮຶ! ຊິເຮັດແນວໃດບາດນິ? ລະຊິໄປຊອກນໍ້າດື່ມທີ່ທັງແຊບ ແລະ ສະອາດມາໃຫ້ປະຊາຊົນໄດ້ແນວໃດ ຫລື ວ່າຊິປ່ຽນຄວາມຄິດຂະເຈົ້າໄດ້ແນວໃດ?

ເຖິງປະເທດເຮົາຈະປະສົບໄພນໍ້າຖ້ວມເລື້ອຍໆ ແຕ່ປະຊາຊົນໃນຫລາຍເຂດ ພັດຂາດນໍ້າໃນການຊົມໃຊ້ ແລະ ທຳການຜະລິດກະສິກຳ. ຫລາຍບ່ອນຕ້ອງເສຍຄ່ານໍ້າໃນມູນຄ່າທີ່ແພງກວ່າຄ່າໄຟຟ້າ. ທຸລະກິດຜະລິດນໍ້າດື່ມ ກາຍເປັນທຸລະກິດທີ່ມີລາຍໄດ້ດີ ໃນຊົນນະບົດ ລາຄານໍ້າດື່ມ ຕຸກ 20 ລິດ ເກືອບເທົ່າກັບລາຄາເຂົ້າ 1 ກິໂລ. ນີ້ ຖືເປັນສິ່ງທ້າທາຍອັນຫນຶ່ງ ທີ່ເຮົາຈະຕ້ອງໄດ້ປະເຊີນຫນ້າ ແລະ ແກ້ໄຂນໍາກັນ ໂດຍສະເພາະການບັນລຸຄາດຫມາຍ SDG ທີ 6.1 ຄື ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ ແພງຢ່າງທົ່ວເຖິງ ແລະ ເທົ່າທຽມກັນ. 

ນອກຈາກການສະຫນອງນໍ້າໃຫ້ໄດ້ຕະຫລອດປີ ຈະເປັນເລື່ອງຍາກແລ້ວ ການຜະລິດນໍ້າໃຫ້ຖືກກັບຄວາມມັກຂອງປະຊາຊົນກໍ່ເປັນໂຈດຫນຶ່ງ ທີ່ຕ້ອງໄດ້ຄິດ, ແລະ ບໍ່ຄວນສົມມຸດເອງວ່າ ຂະເຈົ້າຈະຍິນດີ ແລະ ມັກໃນສິ່ງທີ່ຈັດຫາມາໃຫ້ ເພາະທຸກຄົນມີລົດນິຍົມ ແລະ ການບໍລິໂພກທີ່ແຕກຕ່າງກັນ.


ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Sunday, August 19, 2018

ທັດສະນະຄະຕິນັ້ນສໍາຄັນແນວໃດ? (How important the attitude is?)


ມື້ນີ້ນັ່ງຊອກຂໍ້ມູນກ່ຽວກັບການຮັກສາສຸຂະພາບ ແລະ ພະຍາດທາງເດີນອາຫານ, ໄປພົບຄຳເຫັນຂອງທ່ານຫມໍຄົນຫນຶ່ງ ຊື່ Dr. William Salt ປະຈຳຢູ່ Columbus ລັດ Ohio ກ່ຽວກັບ ຜົນຂອງການມີທັດສະນະຄະຕິທີ່ດີ ຕໍ່ ສຸຂະພາບຂອງຄົນເຮົາ. ຫນ້າສົນໃຈດີ!
ລາວບອກວ່າ ທັດສະນະຄະຕິ ແລະ ຄວາມເຊື່ອຂອງຄົນ ສົ່ງຜົນກະທົບໂດຍກົງ ຕໍ່ວິທີການຕອບໂຕ້ຂອງພວກເຮົາຕໍ່ກັບທຸກຢ່າງທີ່ເຂົ້າມາໃນຊີວິດ ທັງໃນຍາມຫຍຸ້ງຍາກ ແລະ ໃນຍາມມີຄວາມສຸກ. ທັດສະນະຄະຕິ ມັກສົ່ງຜົນໃຫ້ເກີດ ຄວາມເຊື່ອ, ມັນນໍາໄປສູ່ ການຕັດສິນໃຈ ແລະ ການກະທໍາ. ໂດຍທົ່ວໄປແລ້ວ, ຄວາມເຊື່ອມີທັງດ້ານລົບ ແລະ ດ້ານບວກ ຕົວຢ່າງ: ຂ້ອຍເຊື່ອວ່າຊີວິດຂ້ອຍມີກໍາ, ຂ້ອຍເຊື່ອວ່າຄອບຄົວ ແລະ ຫມູ່ເພື່ອນປະຖິ້ມຂ້ອຍ, ຂ້ອຍເຊື່ອວ່າມື້ຫນຶ່ງຂ້ອຍຈະປະສົບຜົນສໍາເລັດ, ຂ້ອຍເຊື່ອວ່າຂ້ອຍເປັນຄົນຫນ້າຮັກ ແລະ ອື່ນໆ. Dr. Salt ກ່າວຕໍ່ໄປວ່າ ການມີທັດສະນະຄະຕິທີ່ດີ ຫລື ທັດສະນະດ້ານບວກນັ້ນ ຈະເຮັດໃຫ້ຄົນເຮົາສາມາດສຸມໃສ່ ສິ່ງທີ່ດີໆທີ່ເກີດຂຶ້ນໃນຊີວິດປະຈຳວັນ ແລະ ຊື່ນຊົມກັບຄວາມສຸກທີ່ປະປົນຢູ່ເຊິ່ງເຮົາອາດເບິ່ງຂ້າມໄປ (ຖ້າເມົາແຕ່ໄປສຸມໃສ່ຄວາມຫຍຸ້ງຍາກທີ່ມັນເກີດຂຶ້ນໃນຊີວິດ).

ທັດສະນະຄະຕິສົ່ງຜົນຕໍ່ຊີວິດເຮົາໃນດ້ານໃດແດ່?
ທຸກຄົນມັກໄດ້ຍິນເລື້ອຍໆ ປະໂຫຍກທີ່ວ່າ Attitude is everything, ທີ່ຈິງມັນກໍ່ແມ່ນແນວນັ້ນ. ນັກຂຽນຊື່ Jamara ເວົ້າໄວ້ຢ່າງຫນ້າສົນໃຈ ໃນບລັອກຂອງລາວ ພາຍໃຕ້ ຫົວຂໍ້ 7Reasons Why “Your Attitude Really Is Everything” ວ່າ: ທັດສະນະຄະຕິ
  1. ເປັນເຄື່ອງມືໃນການສ້າງ ຫລື ທໍາລາຍສາຍສໍາພັນ, ເພາະວ່າການສື່ສານແມ່ນກຸນແຈດອກສໍາຄັນໃນການສ້າງສາຍສໍາພັນ ແລະ ການມີທັດສະນະທີ່ເປັນລົບ ຈະເປັນການປິດປະຕູການສື່ສານໄປໃນໂຕ;
  2. ເປັນໄປຕາມກົດແຫ່ງການດຶງດູດ, ຖ້າເຮົາສົ່ງທັດສະນະຄະຕິທີ່ດີອອກໄປ ເຮົາກໍ່ຈະໄດ້ຮັບທັດສະນະທີດີກັບຄືນມາ ເຊິ່ງແນ່ນອນວ່າ ທຸກຄົນບໍ່ຢາກຢູ່ໃກ້ກັບຄົນທີ່ມີທັດສະນະຄະຕິເປັນລົບ;
  3. ເຄື່ອງມືກໍາຫນົດຄວາມຫມັ້ນຄົງໃນຕໍາແຫນ່ງ ແລະ ຫນ້າທີ່ການງານ, ດັ່ງຄໍາເວົ້າທີ່ວ່າ ຄວາມສະຫລາດຫລັກແຫລມ ອາດນໍາພາເຮົາມາຮອດຈຸດນີ້ ແຕ່ຫລັງຈາກນັ້ນ ທັດສະນະຄະຕິ ແລະ ການວາງໂຕ ຈະເປັນໂຕກຳນົດອະນາຄົດຂອງເຮົາ;
  4. ເປັນໂຕກໍານົດພຶດຕິກໍາ, ທັດສະນະຄະຕິ ສົ່ງຜົນຕໍ່ການກະທໍາຂອງເຮົາ ແລະ ກາຍເປັນສິ່ງທີ່ຄົນອື່ນໃຊ້ຕີລາຄາເຮົາ ແລະ ກໍານົດພຶດຕິກຳຂອງເຂົາເຈົ້າ ທີ່ມີຕໍ່ເຮົາ;
  5. ສາມາດສ້າງ ຫລື ທໍາລາຍພາບພົດທາງສັງຄົມ ແລະ ຫນ້າທີ່ການງານຂອງເຮົາ, ທັດສະນະຄະຕິຂອງຄົນ ສະແດງອອກ ຜ່ານ ພາສາກາຍ, ການສື່ສານ ແລະ ການໂຕ້ຕອບຂອງພວກເຮົາ;
  6. ຊ່ວຍອະທິບາຍຄວາມສໍາເລັດໃນອະນາຄົດຂອງເຮົາ, ເພາະຖ້າເຮົາມີທັດສະນະຄະຕິດ້ານບວກ ຄວາມສໍາເລັດໃນອະນາຄົດຂອງເຮົາອາດຫມາຍເຖິງການມີຄົນອື່ນຢູ່ຮ່ວມນໍາ ແລະ ຖ້າຫາກເປັນດ້ານລົບ ມັນອາດສື່ຄວາມຫມາຍວ່າ ເຮົາເຫັນແກ່ໂຕ;
  7. ມີຄວາມຫມາຍໃນແງ່ຄວາມໂປ່ງໃສ, ເພາະຄົນທີ່ຂາດຄວາມໂປ່ງໃສໃນທັດສະນະຄະຕິ ມັກຈະຖືກເບິ່ງວ່າ ຄາດເດົາໄດ້ຍາກ ແລະ ອາໄສບໍ່ໄດ້. ສະນັ້ນ, ທັດສະນະຄະຕິທີ່ດີ ຈຶ່ງເປັນການເຮັດທຸກຢ່າງໃຫ້ຈະແຈ້ງ ແລະ ເປັນການສື່ສານທີ່ປາສະຈາກອຸບາຍ-ຫລອກລວງ 

Hire for attitude, train for skills.
ຜູ້ຂຽນປື້ມ Hiring for Attitude ຊື່ Mark Murphy ເວົ້າເຖິງຜົນການຄົ້ນຄວ້າຂອງລາວກ່ຽວກັບຄົນທີ່ບໍ່ຜ່ານວຽກຕອນທົດລອງງານວ່າ ມີພຽງ 11% ທີ່ບໍ່ຜ່ານການທົດສອບຍ້ອນເຮັດວຽກບໍ່ໄດ້, ແຕ່ອີກ 89% ແມ່ນຍ້ອນບັນຫາດ້ານທັດສະນະຄະຕິ. ສະໂລເກນນີ້ ໄດ້ກາຍເປັນຄຳຂວັນ ຂອງຫລາຍບໍລິສັດຊັ້ນນຳ ແລະ ເວົ້າຕິດປາກກັນໃນບັນດາຜູ້ຊ່ຽວຊານດ້ານການບໍລິຫານຊັບພະຍາກອນມະນຸດ (ເຮົາຈະບໍ່ລົມເລື່ອງນີ້ຫລາຍເດີ້! ເພາະບໍ່ແມ່ນຊ່ຽວຊານ ຮະຮະ).
ສ່ວນຕົວແລ້ວ, ການມີທັດສະນະຄະຕິທີ່ດີ ເຖິງຈະບໍ່ແມ່ນຄຳຕອບຂອງທຸກຢ່າງ ແຕ່ກໍ່ເປັນອົງປະກອບທີ່ສຳຄັນ. ບໍ່ວ່າຈະເປັນຄົນທີ່ເຮັດວຽກປະຈຳ ຫລື ບໍ່ປະຈຳ ກໍ່ລ້ວນແລ້ວແຕ່ ຕ້ອງມີທັດສະນະຄະຕິທີດີ ເພາະ (ຄືເວົ້າມາຂ້າງຕົ້ນ) ທັດສະນະຄະຕິ ຍາມໃດກໍ່ສົ່ງຜົນກະທົບຕໍ່ການຕັດສິນໃຈ, ການກະທຳ, ການສື່ສານ ແລະ ທີ່ສຳຄັນ ມັນສະແດງອອກຢູ່ຄຸນນະພາບຂອງວຽກນໍາ.


ທັດສະນະຄະຕິທີ່ດີເກີດມາຈາກຫຍັງ?
ໂດຍທົ່ວໄປ, ທັດສະນະຄະຕິ ຖືກແບ່ງອອກເປັນ 3 ປະເພດໃຫຍ່ ຄື: ທັດສະນະຄະຕິທາງບວກ, ທັດສະນະຄະຕິທາງລົບ ແລະ ທັດສະນະຄະຕິເປັນກາງ. ປະເພດຂອງທັດສະນະຄະຕິ ແມ່ນແຕກຕ່າງຈາກປະເພດຄົນ ແລະ ຄົນໆຫນຶ່ງ ກໍ່ອາດມີທັດສະນະຄະຕິແຕກຕ່າງຕໍ່ກັບບັນຫາທີ່ແຕກຕ່າງກັນ, ເຊັ່ນ: ຄົນທີ່ເບິ່ງໂລກໃນແງ່ດີ ອາດມີທ່າທີເສີຍໆຕໍ່ການຫລິ້ນເຟສບຸກ.
ທັດສະນະຄະຕິ ຂອງບຸກຄົນ ເກີດມາຈາກ 4 ແຫລ່ງຕົ້ນຕໍ ຄື:
  • 1.   ປະສົບການໃນອະດີດທີ່ຜ່ານມາ, ຖ້າມີປະສົບການດີໃນເລື່ອງໃດ ເຂົາກໍ່ຈະມີທ່າທີທີ່ດີໃນເລື່ອງນັ້ນ.
  • 2.     ຂໍ້ມູນຂ່າວສານຈາກຄົນອື່ນ, ນີ້ລວມເຖິງການສັ່ງສອນຂອງພໍ່ແມ່ຕໍ່ເດັກ ຫລື ການເສບຂ່າວຈາກສື່ອອນໄລນ ກໍ່ລ້ວນແຕ່ສ້າງໃຫ້ຄົນເກີດທັດສະນະຄະຕິທີ່ດີ ຫລື ບໍ່ດີ ໃນເລື່ອງຕ່າງໆໄດ້.
  • 3.     ຄົນທີ່ເປັນຕົວແບບ, ຄົນເຮົາອາດຮັບເອົາທັດສະນະຄະຕິ ມາຈາກ ພໍ່ແມ່ ອ້າຍນ້ອງ ຫລື ຄົນດັງໃນສັງຄົມ ທີ່ຕົນນັບຖື. 
  • 4. ສະຖາບັນ, ກຸ່ມຄົນ ຫລື ແວດລ້ອມອ້ອມຂ້າງ, ເປັນຕົ້ນແມ່ນ ຄອບຄົວ ກຸ່ມຫມູ່ເພື່ອນ ໂຮງຮຽນ ຫລື ຫ້ອງການ.
 ທັດສະນະຄະຕິປ່ຽນໄດ້ບໍ່?
The longer I live, the more I realize the impact of attitude on life. Attitude is more important than the past, than education, money, circumstances, failures and successes and much more than what other people think, say or do......... I am convinced that life is 10 percent what happens to me and 90 percent how I react to it.  

Charles R. Swindoll ນັກຂຽນຊື່ດັງ ເຈົ້າຂອງປື້ມ The Grace Awakening, ໃຫ້ຄໍາເຫັນກ່ຽວກັບທັດສະນະຄະຕິວ່າ: ທັດສະນະຄະຕິມີຜົນກະທົບຕໍ່ຊີວິດຄົນເຮົາ, ມັນມີຄວາມສຳຄັນຍິ່ງກວ່າ ອະດີດ, ການສຶກສາ, ເງິນຄຳ, ສະຖານະການ, ຄວາມຫລົ້ມເຫລວ ແລະ ຄວາມສຳເລັດ, ແລະ ສຳຄັນຫລາຍກວ່າສິ່ງທີ່ເຮົາຄິດ, ເວົ້າ ຫລື ກະທຳ ເສຍອີກ. ຂ້ອຍເຊື່ອວ່າ 10% ໃນຊີວິດຂ້ອຍ ແມ່ນກຳນົດບໍ່ໄດ້ ເປັນສິ່ງທີ່ເກີດຂຶ້ນມາເອງ ແລະ ທີ່ເຫລືອອີກ 90% ແມ່ນເກີດຈາກການກະທໍາຂອງຂ້ອຍເອງ.

ສະນັ້ນ, ພວກເຮົາທຸກຄົນສາມາດກຳນົດ ຫລື ປ່ຽນແປງ ທັດສະນະຄະຕິຂອງເຮົາໄດ້! ຖ້າຫາກວ່າ:
  • 1.     ເຮົາຍິນຍອມ ແລະ ຕ້ອງການທີ່ຈະປ່ຽນແປງ, ເມື່ອເຂົ້າໃຈເຖິງຄວາມສຳຄັນຂອງການປ່ຽນແປງ ຈະເກີດຄວາມພະຍາຍາມ ແລະ ອົດທົນໃນການປ່ຽນແປງ. ຫລື
  • 2.     ເຮົາຖືກບັງຄັບໃຫ້ປ່ຽນແປງ 
ບໍ່ວ່າຈະຍ້ອນອິດທິພົນທາງສັງຄົມ ຫລື ເກີດຈາກຄວາມສະຫມັກໃຈກໍ່ຕາມ, ແຮງຜັກດັນໃຫ້ປ່ຽນແປງນີ້ ຈະແຮງ ຫລື ຄ່ອຍ ແມ່ນຂຶ້ນກັບໂທດ ຂອງການບໍ່ປ່ຽນແປງ. ການປ່ຽນແປງທັດສະນະຄະຕິດ້ວຍຕົນເອງ ໃນ​ 2 ຮູບການນີ້ ລ້ວນແລ້ວແຕ່ຕ້ອງການການຝຶກແອບ ຫມູ່ຂອງຂ້ອຍເວົ້່າເລື້ອຍໆວ່າ Practice makes perfect.

ນອກຈາກເຮົາຈະສາມາດປ່ຽນທັດສະນະຄະຕິໄດ້ເອງແລ້ວ, ຄົນບາງກຸ່ມກໍ່ຖືກຄົນອື່ນ ປ່ຽນທັດສະນະຄະຕິໃຫ້ (ເບິ່ງຄືນແຫລ່ງກຳເນີດຂອງມັນຂ້າງເທິງ) ເຊັ່ນ: ການໃຊ້ອໍານາດຊວນເຊື່ອຜ່ານການກະຈາຍຂໍ້ມູນຂ່າວສານ, ການໂຄສະນາໃຫ້ເອົາແບບຢ່າງຜູ້ທີ່ເປັນຕົວແບບ (Role Model) ຫລື ການປ່ຽນແວດລ້ອມທາງສະຖາບັນ ແລະ ອື່ນໆ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Tuesday, July 24, 2018

ເປັນຫຍັງວຽກພັດທະນາຊົນນະບົດຄືມາຍາກແທ້? Why rural development is hard to do?


ເດືອນນີ້ ຊິມາຊວນລົມເລື່ອງໃກ້ຕົວຂອງພວກເຮົາທີ່ສຸດ ແລະ ເປັນຫນຶ່ງໃນບູລິມະສິດໃນການພັດທະນາປະເທດເຮົາ. ຫລາຍຄົນອາດທຽບບັນຫາ ການພັດທະນາຊົນນະບົດ ເປັນວຽກ ກິນກັບເຂົ້າ ເພາະໄດ້ຍິນວຽກນີ້ ມາຕັ້ງແຕ່ເກີດ. ເຮົາເຂົ້າໃຈແນວໃດກັບວຽກງານນີ້? ເປັນຫຍັງມັນບໍ່ແລ້ວຈັກເທື່ອທັ້ງໆທີ່ເຮົາກະທຸ້ມເທທັງກຳລັງແຮງ, ກຳລັງຊັບ ແລະ ກຳລັງໃຈເຂົ້າໃສ່?
ມີບົດຄວາມຫນຶ່ງຂອງ Michael Holton ຕີພິມໃນວາລະສານຂອງ Center for Rural Affairs ກ່າວເຖິງ 10 ເຫດຜົນຕົ້ນຕໍໃນການໃນການພັດທະນາຊຸມຊົນຢູ່ຊົນນະບົດຂອງອາເມລິກາ ວ່າ ເປັນຫຍັງ ມັນຄືຍາກແທ້, ເຊິ່ງແຕ່ລະຂໍ້ທີ່ຍົກຂຶ້ນມານັ້ນ ຫນ້າສົນໃຈຫລາຍ (ແຕ່ບາງຂໍ້ກະເວົ້າຊໍ້າກັນ):

ຂໍ້ທີ 1. ຄົນບໍ່ເຂົ້າໃຈວ່າການພັດທະນາຊຸມຊົນແມ່ນຫຍັງແທ້, ພາກັນໄປຫລົງກັບໄອເດຍການພັດທະນາອັນອື່ນ ເຊັ່ນ ການພັດທະນາເສດຖະກິດ, ສ້າງໂຄງລ່າງ ແລະ ອື່ນໆ. ຄວາມຈິງແລ້ວ ມັນແມ່ນຂະບວນການເພື່ອປັບປຸງ ເງື່ອນໄຂການດຳລົງຊີວິດຂອງຊຸມຊົນແບບຄົບຊຸດ ທັງດ້ານ ສັງຄົມ, ເສດຖະກິດ ແລະ ວັດທະນະທຳ.
ຂໍ້ທີ 2. ມັນມີ ຄວາມແຕກຕ່າງລະຫວ່າງຕົວເມືອງ ແລະ ຊົນນະບົດ, ເຊິ່ງອົງກອນພັດທະນາສ່ວນຫລາຍ ຍັງຄິດວ່າ ອັນໃດທີ່ເຮັດຢູ່ໃນເມືອງແລ້ວສໍາເລັດ ມັນຈະໄດ້ຜົນຄືກັນເມື່ອໄປໃຊ້ໃນຊົນນະບົດ.
ຂໍ້ທີ 3, 4 ແລະ 5. ຄວາມຕ້ອງການຮັກສາເດີມຂອງຄົນພື້ນຖານ, ຄວາມຮູ້ສຶກບໍ່ມັກການປ່ຽນແປງ ແລະ ແນວຄິດປິດກັ້ນຕົນເອງຈາກພາຍນອກ. ສິ່ງເຫລົ່ານີ້ ບໍ່ກໍ່ໃຫ້ເກີດການຮ່ວມມືຈາກຊຸມຊົນ ແລະ ເຮັດໃຫ້ວຽກພັດທະນາເປັນໄປໄດ້ຍາກ ແລະ ໃຊ້ເວລາດົນ.
ຂໍ້ທີ 6. ຊັບພະຍາກອນ ແລະ ຄວາມອາດສາມາດບໍ່ພຽງພໍ, ເພາະການເຄື່ອນຍ້າຍທາງດ້ານປະຊາກອນ ແລະ ການປ່ຽນແປງທາງໂຄງສ້າງການຜະລິດອື່ນ ເຮັດໃຫ້ຊຸມຊົນມີຊັບພະຍາກອນບໍ່ພຽງພໍ ແລະ ບາງອັນກໍ່ຫາບໍ່ໄດ້ຈາກທ້ອງຖິ່ນ.
ຂໍ້ທີ 7. ຊຸມຊົນເອງບາງເທື່ອກໍ່ເຫັນແຕ່ເບື້ອງລົບຂອງຕົນເອງ, ສະນັ້ນ ການໂອ້ລົມກັບຊຸມຊົນ ແລະ ຊ່ວຍເຂົາເຈົ້າກຳນົດ ຈຸດແຂງ ແລະ ມີແນວຄິດບວກກ່ຽວກັບຊຸມຊົນກໍ່ສໍາຄັນຕໍ່ການພັດທະນາ.
ຂໍ້ທີ 8. ຂາດການມີສ່ວນຮ່ວມຂອງທຸກລຸ້ນຄົນ ທັງລຸ້ນຫນຸ່ມ ແລະ ອາວຸໂສ, ເຊິ່ງຜູ້ຂຽນແນະນຳໃຫ້ດຳເນີນທຸກຂະບວນການສື່ສານ ແລະ ດຳເນີນງານແບບເປີດກວ້າງ ແລະ ມີສ່ວນຮ່ວມ ເພື່ອລະດົມກຳລັງ.
ຂໍ້ທີ 9. ການມີຢູ່ ຫລື ລັກສະນະສະເພາະຂອງຊຸມຊົນມີການປ່ຽນແປງໄປແຕ່ລະໄລຍະທີ່ຮ້ອງວ່າປະຫວັດສາດ, ຂໍ້ນີ້ຄ້າຍຄືກັບທີ່ຜ່ານມາ ກ່ຽວກັບການບໍ່ຍອມຮັບການປ່ຽນແປງ ແລະ ຢາກຮັກສາເດີມ.
ຂໍ້ທີ 10. ຄວາມອາດສາມາດຂອງຜູ້ນໍາຊຸມຊົນຍັງຫນ້ອຍ, ຈຶ່ງເຮັດໃຫ້ບໍ່ສາມາດລະດົມປະຊາຊົນ ແລະ ແນວຄວາມຄິດຂອງສະມາຊິກຊຸມຊົນໄດ້ໂດຍປາສະຈາກການບັງຄັບ.

ອັນທີ່ກ່າວມານັ້ນ ແມ່ນປະສົບການບາງສ່ວນຂອງການເຮັດວຽກກັບຊົນນະບົດໃນປະເທດທີ່ພັດທະນາໄປໄກແລ້ວຄືກັບປະເທດອາເມລິກາ ທີ່ມີພື້ນຖານການສຶກສາທີ່ສູງກວ່າ ແລະ ຄວາມກ້າສະແດງຄວາມຄິດເຫັນຂອງຕົນຫລາຍກວ່າຄົນໃນປະເທດທີ່ກໍາລັງພັດທະນາ. ມີປະໂຫຍກຫນຶ່ງໃນບົດຄວາມຂອງອາເມລິກາສະບັບນີ້ ທີ່ຫນ້າຄິດແມ່ນ Communities are made up of people first and structures second, ເຫັນແຈ້ງວ່າ ຖ້າເຮົາເຮັດວຽກກັບຄົນໃນຊຸມຊົນແລ້ວ ເລື່ອງໂຄງສ້າງອື່ນໆຈະຕາມມາທີຫລັງ.

ນອກຈາກບັນຫາພື້ນຖານທົ່ວໄປຂອງການພັດທະນາ (ເຊັ່ນ: ໂຄງສ້າງປະຊາກອນ, ທີ່ຕັ້ງພູມສັນຖານ, ການເມືອງ, ຂະບວນການໂລກາພິວັດ ແລະ ບັນຫາໂລກຮ້ອນແລ້ວ). ໃນຫລາຍປະເທດທີ່ກຳລັງພັດທະນາມີການໃຊ້ປະປົນກັນ ເກືອບແຍກບໍ່ອອກ ລະຫວ່າງ ການພັດທະນາຊົນນະບົດ, ການສົ່ງເສີມການຜະລິດກະສິກຳ ແລະ ການຫລຸດຜ່ອນຄວາມທຸກຍາກ. ການພັດທະນາຊົນນະບົດຂອງແຕ່ລະປະເທດກໍ່ມີຄວາມທ້າທາຍແຕກຕ່າງກັນ.

ສຳລັບບ້ານເຮົາ ທີ່ຖືກຮ້ອງວ່າເປັນ ບ່ອນປາບຊຽນ ແຫ່ງວົງການພັດທະນາຊົນນະບົດ (ໄດ້ຍິນຄໍາສັບນີ້ມາຈາກ ToToon Sittiphone Thapesuphanh ແຫ່ງ Karuna Sole Company Limited) ເພາະມີລັກສະນະຊັບຊ້ອນ, ສະເພາະຕົວ ແລະ ວີທີການທີ່ເຄີຍເຮັດໄດ້ຜົນໃນປະເທດອື່ນ ກໍ່ອາດບໍ່ໄດ້ຜົນໃນປະເທດເຮົາ. ຫລາຍຢ່າງທີ່ສັງເກດເຫັນ ເປັນຕົ້ນແມ່ນ: ບັນຫາຄວາມຊິນເຄີຍຂອງປະຊາຊົນຢູ່ບາງຊຸມຊົນທີ່ຮັບແຕ່ການຊ່ວຍເຫລືອລ້າ ຈຶ່ງຂາດແຮງຈູງໃຈ ແລະ ຄວາມກະຕືລືລົ້ນໃຫ້ການຮ່ວມມື ແລະ ເປັນເຈົ້າການໃນວຽກຕ່າງໆ, ຍິ່ງໄປກວ່ານັ້ນ ຮູ້ສຶກວ່າ ເຮົາຍັງຂາດການສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາຊົນນະບົດໃນໄລຍະທີ່ຜ່ານມາ ແລະ ທີ່ສຳຄັນ ແມ່ນຂາດບຸກຄະລາກອນຄົນລາວ ທີ່ເປັນຊ່ຽວຊານ ແລະ ສຸມໃສ່ຄິດຫາຕົ້ນຕໍຂອງບັນຫາການພັດທະນາຊົນນະບົດໃນບ້ານເຮົາວ່າມັນແມ່ນຫຍັງແທ້ໆ? ຄວນສຸມໃສ່ອັນໃດ? ແລະ ແມ່ນຫຍັງກັນແທ້ ທີ່ພາໃຫ້ພວກເຮົາບໍ່ມີຕົວແບບໃນການພັດທະນາຊົນນະບົດທີ່ໃຊ້ໄດ້ດີກັບປະເທດເຮົາ? 

ຫນຶ່ງໃນຈຸດປະສົງຂອງບລັອກນີ້ ທີ່ຂຽນເປັນພາສາລາວ ແມ່ນຢາກແລກປ່ຽນກັບຄົນລາວນໍາກັນ ສະນັ້ນ ມີຫຍັງກະຂຽນມາທັກທາຍ ແລະ ແລກປ່ຽນໃນເລື່ອງນີ້ໄດ້. ຂອບໃຈ! 

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Friday, June 15, 2018

Automation 1: ຫຸ່ນຍົນຍາດວຽກຄົນຢູ່ປະເທດເພື່ອນບ້ານ: ກ່ຽວຫຍັງກັບລາວ? (Automation in neighboring countries: why should we worry?)


ຢາກຂຽນບົດຄວາມນີ້ ຍ້ອນເຫັນປະເດັນທີ່ຍົກຂຶ້ນໃນປື້ມຂາຍດີຫົວຫນຶ່ງ ທີ່ ກ່າວເຖິງຫຸ່ນຍົນ ແລະ ບົດບາດຂອງມັນທີ່ນັບມື້ເພີ່ມຂຶ້ນໃນສັງຄົມມະນຸດເຮົາ ທັງໃນພາກກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການດໍາລົງຊີວິດປະຈໍາວັນ. ນອກນັ້ນ ກໍ່ມີຫລາຍເລື່ອງທີ່ຫນ້າສົນໃຈ. ແຕ່ມື້ນີ້ ຊິມາຊວນລົມເລື່ອງການນໍາໃຊ້ ຫຸ່ນຍົນ ເຂົ້າໃນຂະບວນການຜະລິດໃນໂຮງງານອຸດສາຫະກຳ ເພື່ອເພີ່ມປະສິດທິພາບ ແລະ ຫລຸດຕົ້ນທຶນການຜະລິດ, ເຮັດໃຫ້ໂຮງຈັກໂຮງງານຫລາຍບ່ອນ ປ່ຽນຈາກລະບົບການຜະລິດແບບການເຂັ້ມງານ (Labour-intensive) ເປັນເຂັ້ມທຶນ (Capital-intensive).

ຫຸ່ນຍົນ: ທີ່ມາ ແລະ ຂໍ້ໄດ້ປຽບຂອງມັນ
ຄໍາວ່າ ໂຣບ໊ອດ (Robot) ຖືກນໍາໃຊ້ຄັ້ງທຳອິດ ໂດຍນັກຂຽນ ຊື່ ຄາເຣລ ຊາເພັກ ໃນນິຍາຍເລື່ອງ Rossum’s Universal Robots ໃນປີ 1920, ໃນເລື່ອງນັ້ນ Robot ທີ່ແປວ່າ ມະນຸດທຽມ ໄດ້ມາຈາກການປະສົມສອງຄໍາສັບ Rabota (ວຽກພາກບັງຄັບ) ແລະ Robotnik (ຂ້າທາດຕິດຫນີ້ທີ່ດິນ). ແຕ່ເມື່ອເວົ້າເຖິງການຜະລິດຫຸ່ນຍົນຂຶ້ນມາໃຊ້ຕົວຈິງນັ້ນ, ຫລັກໆແມ່ນເກີດມາຄວາມຈຳເປັນຂອງປະເທດພັດທະນາແລ້ວ ເຊັ່ນ ຍີ່ປຸ່ນ ແລະ ຈີນ ທີ່ເລີ່ມຂາດແຄນແຮງງານ ເຊິ່ງເປັນທີ່ມາຂອງຕົ້ນທຶນການຜະລິດທີ່ສູງ ແລະ ຜູ້ຜະລິດຂາດຄວາມອາດສາມາດໃນການແຂ່ງຂັນ ຈຶ່ງຜະລິດຫຸ່ນຍົນຂຶ້ນມາໃຊ້ເອງ, ເຊິ່ງຕໍ່ມາກໍ່ເປັນການຜະລິດຫຸ່ນຍົນເພື່ອຂາຍໃຫ້ປະເທດອື່ນ. ປະຈຸບັນ ຜູ້ຜະລິດຫຸ່ນຍົນລາຍໃຫຍ່ໃນໂລກ ມີ 5 ປະເທດ ຄື: ຍີ່ປຸ່ນ, ຈີນ, ອາເມລິກາ, ເກົາຫລີໃຕ້ ແລະ ເຢຍລະມັນ. ຍີ່ປຸ່ນ, ອາເມລິກາ ແລະ ເຢຍລະມັນ ຈະເນັ້ນຜະລິດຫຸ່ນຍົນອຸດສາຫະກຳ ແລະ ການແພດຊັ້ນສູງ, ສ່ວນເກົາຫລີ ແລະ ຈີນ ແມ່ນເນັ້ນໃສ່ ຫຸ່ນຍົນຜູ້ບໍລິໂພກທີ່ລາຄາຖືກກວ່າ. ເມື່ອເບິ່ງໃນແງ່ຂອງສ່ວນແບ່ງຕະຫລາດ, ຍີ່ປຸ່ນມີຍອດຂາຍສູງສຸດ. ແຕ່ເມື່ອເບິ່ງການເຕີບໂຕແລ້ວ, ຍອດຂາຍຫຸ່ນຍົນຂອງຈີນ ເພີ່ມຂຶ້ນຫລາຍກວ່າຫມູ່ ຄື 25%ຕໍ່ປີ.
ເຕັກໂນໂລຊີທີ່ພັດທະນາຢ່າງໄວວາ ເຮັດໃຫ້ຕົ້ນທຶນການຜະລິດ ແລະ ລາຄາຫຸ່ນຍົນຖືກລົງຢ່າງໄວວາ. ເຮົາຂໍຍົກຕົວຢ່າງ ກໍລະນີຂອງບໍລິສັດ Foxconn, ບໍລິສັດໄຕ້ຫວັນທີ່ຜະລິດໂທລະສັບ ແລະ ອຸປະກອນອື່ນໆໃຫ້ Apple, Microsoft ແລະ Sumsung ແລະ ມີຄົນງານປະມານ 1 ລ້ານຄົນ. ຍ້ອນຄ່າຈ້າງງານທີ່ແພງຂຶ້ນ ແລະ ສະພາບທີ່ແຮງງານຕ້ອງເຮັດວຽກຫນັກ, ບໍລິສັດຈຶ່ງມີນະໂຍບາຍນໍາໃຊ້ຫຸ່ນຍົນມາເຮັດວຽກຄູ່ກັບຄົນງານ ໂດຍໃຊ້ຫຸ່ນຍົນມາເຮັດວຽກຊໍ້າຊາກ ເຊັ່ນ ທາສີ ເຊື່ອມແຜງວົງຈອນໄຟຟ້າ ແລະ ປະກອບຊິ້ນສ່ວນ. ຜ່ານມາ Foxconn ໄດ້ເພີ່ມຈໍານວນຫຸ່ນຍົນເຂົ້າໃນການຜະລິດຢ່າງໄວວາ ຈາກ 10,000 ໂຕ ໃນທ້າຍປີ 2011 ເປັນ 300,000 ໂຕ ໃນທ້າຍປີ 2012 ເຮັດໃຫ້ອັດຕາສ່ວນຫຸ່ນຍົນຕໍ່ແຮງງານຫລຸດລົງ ຈາກ 1 ຕໍ່ 120 ຄົນ ມາເປັນ 1 ຕໍ່ 4 ຄົນ. ປະຈຸບັນລາຄາຫຸ່ນຍົນຢູ່ທີ່ໂຕລະ 25,000 ໂດລາ, ແຕ່ບໍ່ດົນກໍ່ມີບໍລິສັດຜະລິດຫຸ່ນຍົນຂອງໄຕ້ຫວັນ ສະເຫນີຈະຂາຍຫຸ່ນສະເປ໊ກດຽວກັນໃນລາຄາພຽງໂຕລະ 10,000 ໂດລາ. ມາຮອດນີ້ ຜູ້ອ່ານຄົງຈະເດົາອອກ ວ່າທ່າອ່ຽງຂອງນັກລົງທຶນ ແລະ ຜູ້ປະກອບການ ໃນການນຳໃຊ້ຫຸ່ນຍົນເຂົ້າໃນຂະບວນການຜະລິດຈະເປັນແນວໃດໃນອະນາຄົດ.
ນອກຈາກນັ້ນ, ການເລືອກຈ້າງງານລະຫວ່າງມະນຸດ ກັບ ຫຸ່ນຍົນ ກໍ່ມີເຫດມີຜົນໃນທາງເສດຖະສາດນໍາອີກ. ການໃຊ້ຫຸ່ນຍົນ ຖືກນັບເຂົ້າໃນ ລາຍຈ່າຍທີ່ເປັນເງິນລົງທຶນ (Capital expenditure) ເຊັ່ນດຽວກັນກັບການຊື້ເຄື່ອງຈັກ ແລະ ອຸປະກອນ, ສ່ວນການຈ້າງແຮງງານ ແມ່ນ ລາຍຈ່າຍດໍາເນີນງານ (Operational expenditure) ເຊິ່ງມີ ເງິນເດືອນ ແລະ ສະຫວັດດິການຕ່າງໆຂອງລູກຈ້າງ. ເມື່ອຕົ້ນທຶນການຈ້າງງານນັບມື້ນັບແພງຂຶ້ນ ແຕ່ລາຄາຫຸ່ນຍົນພັດນັບມື້ຖືກລົງ ແລະ ມີຕົ້ນທຶນບໍາລຸງຮັກສາທີ່ຕໍ່າ, ກະບໍ່ແປກທີ່ນາຍຈ້າງເອງຈະຫັນມາສົນໃຈລົງທຶນຊື້ຫຸ່ນຍົນ ຫລາຍກວ່າການຈ້າງແຮງງານ ໂດຍສະເພາະແຮງງານບໍ່ມີສີມື.


ການນໍາໃຊ້ຫຸ່ນຍົນແທນການຈ້າງງານຄົນໃນຂົງເຂດອາຊຽນ
2-3 ປີຜ່ານມານີ້ ໄດ້ມີການຍົກປະເດັນການໃຊ້ຫຸ່ນຍົນແທນແຮງງານຄົນຂຶ້ນມາສົນທະນາຫລາຍ ທັງໃນຫນ້າຫນັງສືພິມ ແລະ ບົດຄວາມວິຊາການ. ມັງກອນ 2018, ຫນັງສືພິມ The ASEAN Post ຕີພິມຫົວຂໍ້ What are the effects of automation on the ASEAN workforce? ເຊິ່ງ ອ້າງອີງເຖິງຂໍ້ມູນຂອງອົງການແຮງງານສາກົນ ວ່າ ລູກຈ້າງກິນເງິນເດືອນປະມານເຄິ່ງຫນຶ່ງ (137 ລ້ານຄົນ) ຢູ່ປະເທດ ກຳປູເຈຍ, ອິນໂດເນເຊຍ, ຫວຽດນາມ, ຟິລິບປິນ ແລະ ໄທ ຈະບໍ່ມີວຽກເຮັດໃນໄລຍະ 20 ປີຂ້າງຫນ້າ ຍ້ອນການເຂົ້າມາທົດແທນຂອງເຕັກໂນໂລຊີ ແລະ ຫຸ່ນຍົນ. ທະນາຄານໂລກເອງກໍ່ເປັນຫ່ວງວ່າ ປະເທດກຳລັງພັດທະນາພວມພົບສິ່ງທ້າທາຍຍ້ອນບອບບາງຕໍ່ກັບການຫັນເປັນຫຸ່ນຍົນ ເພາະປະເທດເຫລົ່ານີ້ ມີແຮງງານດິບ (ບໍ່ມີສີມື) ເປັນຈໍານວນຫລາຍ. ອົງການແຮງງານສາກົນໄດ້ຄິດໄລ່ສັດສ່ວນຂອງແຮງງານເບ້ຍມື້ (ກໍາມະກອນ) ທີ່ມີຄວາມສ່ຽງຖືກປ່ຽນແທນໂດຍເຄື່ອງຈັກໃນປະເທດໃກ້ຄຽງກັບລາວ ຄື: 70% ຂອງແຮງງານເບ້ຍມື້ໃນຫວຽດນາມ, 57% ໃນກຳປູເຈຍ, 56% ໃນອິນໂດເນເຊຍ, 49% ໃນຟິລິບປິນ ແລະ 44% ໃນປະເທດໄທ.
ເຖິງຈະມີຄຳເຫັນຈາກທະນາຄານພັດທະນາອາຊີ ວ່າ "ການພັດທະນາເຕັກໂນໂລຊີເຮັດໃຫ້ການຈ້າງງານເພີ່ມຂຶ້ນ ແລະ ພວກເຮົາອາດກັງວົນເກີນກວ່າເຫດ ເພາະວຽກທີ່ຖືກສ້າງຂຶ້ນໃນແຕ່ລະປີ ກໍ່ຫລາຍກວ່າວຽກທີ່ຖືກທໍາລາຍ ຫລື ປ່ຽນແທນໂດຍເຄື່ອງຈັກ". ແຕ່ໂດຍສ່ວນຕົວແລ້ວ ຜູ້ຂຽນຍັງຄົງກັງວົນຕໍ່ກັບຜົນກະທົບທີ່ຈະເກີດຂຶ້ນ ຕໍ່ແຮງງານດິບຂອງ ສປປ ລາວ ໃນສະພາບທີ່ການເຊື່ອມໂຍງທາງເສດຖະກິດ ແລະ ສັງຄົມຂອງບັນດາປະເທດອາຊຽນຍັງຄົງສືບຕໍ່ດຳເນີນໄປຢ່າງບໍ່ຢຸດຢັ້ງ.
ຖ້າຫາກການຄາດການຂອງອົງການແຮງງານສາກົນເປັນຈິງ ກ່ຽວກັບສັດສ່ວນແຮງງານໃນບັນດາປະເທດອາຊຽນ ທີ່ຈະສູນເສຍວຽກຂອງຕົນໃຫ້ກັບຫຸ່ນຍົນ, ການເຄື່ອນຍ້າຍຂອງແຮງງານພາຍໃນອາຊຽນທັງທີ່ເປັນທາງການ ແລະ ບໍ່ເປັນທາງການຍັງຄົງຈະດຳເນີນຕໍ່ໄປຢ່າງເສລີ, ສິມືແຮງງານລາວຍັງສືບຕໍ່ດ້ອຍພັດທະນາ, ແລະ ຜູ້ປະກອບການໃນບ້ານເຮົາກໍ່ມີຄວາມອາດສາມາດໃນການເຂົ້າເຖິງເຕັກໂນໂລຊີທັນສະໄຫມ ແລະ ຫຸ່ນຍົນປະກອບການຜະລິດທີ່ມີລາຄາຖືກກວ່າ, ເຮົາຈະເຫັນໄດ້ວ່າ ອາດມີສະພາບການຈໍານວນຫນຶ່ງ ເກີດຂຶ້ນໃນຕະຫລາດແຮງງານບ້ານເຮົາ ເຊັ່ນ:
1.       ຫລາຍຕໍາແຫນ່ງງານໃນລາວ ຈະຖືກປ່ຽນແທນດ້ວຍເຄື່ອງຈັກ (ບໍ່ຕ່າງຫຍັງຈາກປະເທດອື່ນ) ເພາະຄ່າຈ້າງງານເລີ່ມສູງຂຶ້ນ ແລະ ເຕັກໂນໂລຊີຖືກລົງ. ເຊິ່ງຈຸດນີ້ ເຮົາບໍ່ຕ້ອງສົງໃສວ່າ ລະຫວ່າງຮັກສາແຮງງານໄວ້ ກັບຫລຸດຕົ້ນທຶນລົງໂດຍການໃຊ້ເຄື່ອງຈັກ, ນັກລົງທຶນຊິເລືອກຫຍັງ. ພວກເຮົາຄືຊິໄດ້ເບິ່ງຄືນແລ້ວວ່າ ວຽກທີ່ພວກເຮົາພວມເຮັດໃນປະຈຸບັນນີ້ ຢູ່ໃນກຸ່ມສ່ຽງບໍ່?
2.       ການເຄື່ອນຍ້າຍກັບບ້ານຂອງແຮງງານລາວ (ໂດຍສະເພາະແຮງງານດິບ) ທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ເນື່ອງຈາກນະໂຍບາຍຫັນເປັນທັນສະໄຫມຂອງພວກເຂົາ. ຕົວຢ່າງ: ແຜນງານ Thailand 4.0 ຂອງປະເທດປະເທດໄທ ເຊິ່ງເປັນປະເທດທີ່ມີແຮງງານລາວໄປອອກແຮງງານຫລາຍທີ່ສຸດ. ແຕ່ພວກເຂົາກ່ຽວຫຍັງກັບພວກເຮົາ? ແຮງງານເຫລົ່ານີ້ ເປັນອ້າຍ ເອື້ອຍ ນ້ອງ ແລະ ພີ່ນ້ອງຮ່ວມຊາດ ທີ່ຍັງຂາດຄວາມສາມາດແຂ່ງຂັນໃນຕະຫລາດແຮງງານລາວ ຍ້ອນຂາດໂອກາດທາງການສຶກສາ-ອົບຮົມ.
3.       ການເຄື່ອນຍ້າຍເຂົ້າມາສະແຫວງຫາໂອກາດໃນການຈ້າງງານຂອງແຮງງານຕ່າງປະເທດ ໂດຍສະເພາະ ຈາກຫວຽດນາມ ແລະ ຟິລິບປິນ ເຊິ່ງແນ່ນອນວ່າ ເມື່ອທຽບກັບສີມືແຮງງານຂອງຄົນລາວເຮົາແລ້ວ ແຮງງານຈາກຕ່າງປະເທດກໍ່ມີຄວາມໄດ້ປຽບຫລາຍກວ່າ. 
4.     ໃນທາງກັບກັນ ເບິ່ງຄືວ່າ ຈະເປັນເລື່ອງທີ່ດີສຳລັບ ນາຍຈ້າງ ແລະ ນັກລົງທຶນໃນລາວ ເພາະສາມາດເລືອກໄດ້ທາງດ້ານແຮງງານ (ລາວ ຫລື ຕ່າງປະເທດ) ທັງປະລິມານ ແລະ ຄຸນນະພາບ. ຜູ້ໃຊ້ການບໍລິການກໍ່ສາມາດເລືອກໃຊ້ບໍລິການໄດ້ຕາມໃຈ ແລະ ຫລາກຫລາຍກວ່າເກົ່າ (ຕົວຢ່າງ ຕັດເລັບ ເສີມສວຍ ສ້ອມແປງ ແລະ ກໍ່ສ້າງ) ດ້ວຍລາຄາທີ່ຖືກລົງ ແລະ ຄຸນນະພາບດີກວ່າ.

ສະຫລຸບແລ້ວ ແຮງງານລາວທີ່ຍາມໃດກໍ່ຍັງພັດທະນາຊ້າ ແລະ ຫລ້າຫລັງ ກໍາລັງພົບເສິກສອງດ້ານ ທັງຈາກຫຸ່ນຍົນ-ເຄື່ອງຈັກກົນ ແລະ ຈາກແຮງງານຕ່າງປະເທດ. ແນ່ນອນ ການປັບປຸງສີມືແຮງງານໃຫ້ເທົ່າທຽມກັບແຮງງານປະເທດອື່ນ ຫລື ສາມາດໄລ່ທັນ ແລະ ເຮັດວຽກຄວບຄູ່ກັບເຄື່ອງຈັກກົນໄດ້ນັ້ນ ຕ້ອງໃຊ້ເວລາ ແລະ ການທຸ່ມເຫື່ອເທແຮງຢ່າງຫນັກຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຕົວຂອງພວກເຂົາເອງ. ຢ່າງຫນ້ອຍ ເຮົາກໍ່ຄວນເລີ່ມຄິດໄດ້ແລ້ວວ່າ ຈະຮັບມືກັບສະພາບເຫລົ່ານີ້ແນວໃດ? ເພາະການ update ຫລື ປ່ຽນແທນ ເຄື່ອງຈັກໃຊ້ເວລາພຽງ ສອງສາມຊົ່ວໂມງ ແຕ່ການຍົກລະດັບຄົນ ຫລື ແຮງງານ ໃຊ້ເວລາຫລາຍກວ່ານັ້ນ (ຫລາຍເທົ່າ).

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Wednesday, May 30, 2018

ເມື່ອເຮົາເລີ່ມເປັນຜູ້ໃຫຍ່ແມ່ກໍ່ນັບມື້ແກ່ຊະລາ (Grown up me and aging mom)


ພວກເຮົາຄົງບໍ່ປະຕິເສດວ່າ ແມ່ທີ່ໃຫ້ກຳເນີດ ແລະ ລ້ຽງດູເຮົາມາແຕ່ນ້ອຍຮອດໃຫຍ່ນັ້ນ ມີບຸນຄຸນຖ້ວມຫົວຊໍ່າໃດ ແລະ ໄດ້ຮັບການເທີດທູນບູຊາແນວໃດຈາກພວກເຮົາ ທັງກາຍ ວາຈາ ແລະ ໃຈ. ແຕ່ມື້ນີ້ ຊິມາຊວນລົມ ເລື່ອງເລັກໆນ້ອຍໆກ່ຽວກັບຜູ້ຍິງທີ່ເຮົາຮ້ອງວ່າ ແມ່.


ທາມໄລນຂອງພໍ່ແມ່ ແລະ ເຮົາ
ໂດຍທົ່ວໄປແລ້ວ ແມ່ຍິງລາວສະໄຫມກ່ອນສ້າງຄອບຄົວຕອນອາຍຸກ່ອນ 25 ປີ, ເມື່ອລູກໃຫຍ່ເປັນສາວອາຍຸ 25 ແມ່ກໍ່ໄດ້ 50 ປີ (ໄລ່ເອງເດີ້ ອາຍຸຂອງໃຜຂອງລາວເນາະ!). ສຳລັບເຮົາ, ເປັນລູກຄົນທີ່ສາມ ແລະ ແມ່ໃຫ້ກຳເນີດເຮົາຕອນເພິ່ນອາຍຸ 33 ປີ, ສະນັ້ນຕອນນີ້ເພິ່ນ ອາຍຸໄດ້ 70 ປີແລ້ວ. ດ້ວຍຄວາມເປັນໂສດ ແລະ ຫຍຸ້ງກັບວຽກ, ຂ້ອຍບໍ່ເຄີຍຈື່ວັນເກີດຂອງແມ່ໄດ້ເລີຍ ຈົນສາມປີໃຫ້ຫລັງໄດ້ແລ່ນຫນັງສືເດີນທາງໃຫ້ເພິ່ນ ຂຽນປະຫວັດເພິ່ນໃນປະຫວັດສະຫມັກວຽກ ຫລື ປະກັນຕ່າງໆ ຈຶ່ງມາພໍ້ວ່າ ອັນຢູ່ໃນບັດປະຈຳໂຕ ແລະ ສຳມະໂນຄົວນັ້ນ ບໍ່ແມ່ນວັນເກີດແທ້ຂອງເພິ່ນ ເພາະໃນສະໄຫມກ່ອນບໍ່ມີການບັນທຶກຄັກແນ່. ບາງຄັ້ງກໍ່ຄິດຢາກຮ້າຍໂຕເອງວ່າ ເຮົາຈື່ວັນເກີດຫມູ່ສະນິດ ແຟນ ແລະ ຄົນທີ່ເຮົາແອບມັກ, ມີຂອງຂວັນ ແລະ ໂທໄປອວຍພອນກັນກາງເດິກ ແຕ່ເປັນຫຍັງຈຶ່ງບໍ່ເຄີຍສົນໃຈວັນເກີດຂອງຜູ້ຍິງຄົນນີ້ ແລະ ກັບເປັນເພີ່ນເອງທີ່ຈື່ວັນເກີດຂອງເຮົາ ເພາະເຊື່ອແນ່ວ່າ ມັນເປັນມື້ຫນຶ່ງທີ່ເຈັບທີ່ສຸດໃນຊີວິດຂອງເພີ່ນ ເພື່ອໃຫ້ກຳເນີດເຮົາ.
ຫລາຍສິ່ງທີ່ມາພ້ອມກັບອາຍຸຂອງແມ່ ແມ່ນສຸຂະພາບຮ່າງກາຍທີ່ຊະລາພາບ ຫນ້າຕາກໍ່ຫ່ຽວຍານ ຫູຕາຟ່າຟາງ ຍ່າງໄປໃສມາໃສກະຊ້າ ມີນໍ້າຫນັກໂຕທີ່ເພີ່ມຂຶ້ນ ເຮັດໃຫ້ປວດແຂ່ງປວດຂາ ມີໂລກປະຈຳໂຕຈຳນວນຫນຶ່ງທີ່ຕ້ອງໄດ້ໄປຫາຫມໍເປັນປະຈໍາ ແລະ ມັກຈົ່ມ (ຮະຮະ). ສະນັ້ນ ເວລາຄົນໄວ 30-40 ໄປພໍ້ກັນ ຈຶ່ງມັກເລີ່ມໄດ້ຍິນເລື່ອງສຸຂະພາບຂອງພໍ່ແມ່ ແລະ ການປິ່ນປົວຮັກສາ ບາງຄົນກໍ່ສູນເສຍ (ເຮົາເສຍພໍ່ໄປຕອນທີ່ຕົນເອງອາຍຸໄດ້ພຽງ 26 ປີ). ຊີວິດກະແປກ ທີ່ເຮັດໃຫ້ຊ່ວງອາຍຸນີ້ເປັນຊ່ວງຂ້າມຜ່ານຂອງຊີວິດ ບາງຄົນທັງຕ້ອງ 1. ເບິ່ງຄອບຄົວໂຕເອງ (ຖ້າສ້າງຄອບຄົວ) ຫລື ຄົນຮັກ, 2. ວຸ້ນວາຍກັບວຽກງານ ແລະ 3. ຍັງຕ້ອງໄດ້ແບ່ງເວລາມາເບິ່ງແຍງພໍ່ແມ່. ແນ່ນອນ ການຈັດລຽງບຸລິມະສິດ ລະຫວ່າງສາມຢ່າງນີ້ ບໍ່ແມ່ນເລື່ອງງ່າຍ ແລະ ສ່ວນຫລາຍເລື່ອງການເບິ່ງພໍ່ແມ່ສຳຫລັບຫລາຍຄົນກາຍເປັນບູລິມະສິດສຸດທ້າຍ ດ້ວຍຫລາຍໆເຫດຜົນ. ສຳລັບພໍ່ແມ່ເດ້ ຄິດແນວໃດ? ເທົ່າທີ່ສຳຜັດໄດ້ ແມ່ນພວກເພິ່ນກະຕ້ອງດູແລໂຕເອງ ເອົາເວລາເທົ່າທີ່ລູກມີໃຫ້ ຊື່ນຊົມກັບຜົນສຳເລັດໃນວຽກງານຂອງລູກ ແລະ ເປັນສຸກເມື່ອໄດ້ເຫັນລູກມີຊີວິດຄອບຄົວທີ່ສົມບູນ. ຫລາຍຄັ້ງທີ່ພໍ່ແມ່ເຮົາບໍ່ສະບາຍ ແລະ ໄປຊື້ຢາມາກິນເອງ, ຫນ້ອຍຄັ້ງທີ່ຈະຂໍໃຫ້ພາໄປໂຮງຫມໍ ເພາະເຫັນວ່າລູກຄາວຽກ ບໍ່ມີເວລາ ຫລື ບໍ່ມີເງິນ.

ຖານະດ້ານການເງິນຂອງແມ່
ໃນປະເທດທີ່ຈະເລີນ ແລະ ມີລະບົບສະຫວັດດິການສັງຄົມທີ່ດີ ບ່ອນທີ່ຄົນຊະລາມີເງິນເດືອນກິນ ແລະ ມີເງິນບໍານານທີ່ຂ້ອນຂ້າງກຸ້ມກິນ, ເຮົາອາດຈະບໍ່ເປັນຫ່ວງເລື່ອງການເງິນຂອງພວກແມ່ໆພໍປານໃດ. ແຕ່ໃນສັງຄົມບ້ານເຮົາ ບ່ອນທີ່ແມ່ຍິງສ່ວນຫລາຍເປັນແມ່ເຮືອນ ລ້ຽງລູກເຮັດວຽກເຮືອນ ຫາເງິນຈາກອາຊີບບາງຢ່າງ ແລະ ໃຫ້ຜົວເປັນໂຕຫລັກໃນການຫາເງິນເຂົ້າຄອບຄົວ. ສິ່ງທີ່ຂ້ອຍເຫັນຕອນຍັງນ້ອຍແມ່ນ ແມ່ເຮັດວຽກຫນັກ ທັງວຽກເຮືອນ ຫາເງິນຊ່ວຍຜົວ ແລະ ຂາດສິດໃນການຕັດສິນໃຈ ເພາະຕ້ອງແລ້ວແຕ່ຜົວ, ຄວາມມ່ວນຊື່ນລື່ນເລີງເພື່ອນຝູງຫມູ່ຄູ່ຫວະ ບໍ່ຕ້ອງຖາມຫາ ເພາະຊີວິດຂອງລາວ 24 ຊົ່ວໂມງ ແມ່ນລູກກັບຜົວ. ແມ່ອາດຈະໄຄຂຶ້ນເມື່ອລູກໃຫຍ່ພໍຊ່ວຍວຽກເຮືອນໄດ້ ແຕ່ກະຍັງຕ້ອງຫາເງິນສົ່ງເສຍໃຫ້ລູກຮຽນຈົນຈົບ, ແມ່ຂ້ອຍຕ້ອງໄປເຮັດວຽກຢູ່ບ້ານເກີດ ເພື່ອສົ່ງໃຫ້ຂ້ອຍຮຽນຈົບປີສຸດທ້າຍຢູ່ ມຊ. ບາດຈົບແລ້ວຄິດວ່າຊິສະບາຍ ແມ່ບາງຄົນກໍ່ຕ້ອງດິ້ນລົນຕໍ່ເພື່ອໃຫ້ລູກມີວຽກເຮັດງານທຳທີ່ດີ ມີຄອບຄົວທີ່ດີ ແລະ ມີຄວາມສຸກ. ຖ້າລາວໂຊກດີ ມີວຽກເຮັດ ມີບໍານານກິນ ແລະ ຜົວກະຍັງຢູ່ນຳກັນຈົນແກ່ເຖົ້າ ກະດີໄປ, ແຕ່ໂຊກບໍ່ດີຄືແມ່ຂ້ອຍ ທີ່ຜົວຕາຍປະ (ຫລື ບາງກໍລະນີຢ່າຮ້າງ) ກໍ່ຕ້ອງໄດ້ໃຊ້ຊີວິດລໍາພັງ ຖ້າຫາກລູກສ້າງຄອບຄົວ ແລະ ຍ້າຍອອກໄປບ່ອນອື່ນ. ຖາມວ່າແມ່ທີ່ມີແບບແຜນຊີວິດແນວນີ້ ເອົາເງິນມາແຕ່ໃສໃຊ້ຈ່າຍໃນເມື່ອຕົນເອງແກ່ຊະລາ ແລະ ບໍ່ມີແຮງເຮັດວຽກຄືແຕ່ເກົ່າ, ແນ່ນອນລະ ແມ່ນຕ້ອງມາຈາກລູກຫລານ (ຖ້າບໍ່ມີມູນມັງສະຂະຫຍາ). ການມີເງິນຂອງແມ່ນັ້ນ ກະບໍ່ຈະແຈ້ງດອກ, ຖ້າເພີ່ນຢູ່ນຳເຮົາ ເຮົາເປັນຄົນອອກຄ່າໃຊ້ຈ່າຍໃນເຮືອນທຸກຢ່າງ ເພິ່ນອາດບໍ່ຕ້ອງກັງວົນຫຍັງ. ກະແມ່ນຢູ່ວ່າ ຜູ້ເຖົ້າຢູ່ຊົນນະບົດບ່ອນທີ່ບໍ່ຕ້ອງໄປໃສມາໃສ ຫລື ເຂົ້າສັງຄົມ, ເງິນເກືອບວ່າບໍ່ຈຳເປັນຕ້ອງໃຊ້. ແຕ່ຖ້າຢູ່ໃນເມືອງໃຜໆຈະໄປໃສກະຕ້ອງມີເງິນ, ເຮົາເອົາເງິນໃຫ້ແມ່ເລື້ອຍປານໃດ ເພື່ອໃຊ້ຈ່າຍສ່ວນຕົວ? ປົກກະຕິບໍ່? ເຮົາເອງກະຍັງບໍ່ແນ່ໃຈ. ຢ່າງໃດກໍ່ຕາມ, ແມ່ຂອງເຮົາອາດບໍ່ແມ່ນຄົນທີ່ໂຊກຮ້າຍທີ່ສຸດກະເປັນໄດ້. ເວລາໄປຕະຫລາດກັບແມ່ ຂ້ອຍມັກຊື້ເຄື່ອງນຳຜູ້ເຖົ້າ (ຜັກຊຸບເກັບມາແຕ່ນາ, ປິ້ງກ້ວຍ, ຕົ້ມສາລີ....) ແມ່ບອກວ່າ ຊື້ເຮັດຫຍັງ ຢູ່ເຮືອນເຮົາກະຍັງຢູ່, ຂ້ອຍບອກແມ່ວ່າ ເຮົາຢາກຊ່ວຍລາວ ເພື່ອໄວ້ຖ້າໂຊກຮ້າຍ ເຮົາຕາຍປະແມ່ ແລະ ແມ່ຕ້ອງມາຂາຍແບບນີ້ ເຮົາກະຢາກໃຫ້ມີຄົນມາຊື້ຊ່ອຍເຈົ້າ, ... ຫມາຍຄວາມແນວນັ້ນແທ້ໆ!
ຫລັງຈາກສັງເກດຫລາຍຄັ້ງ ຈຶ່ງເຂົ້າໃຈວ່າ ການຂາດອິດສະຫລະພາບທາງການເງິນ ເຮັດໃຫ້ແມ່ຍິງຈໍາກັດໂຕເອງຢູ່ໃນກອບໃດຫນຶ່ງ ແລະ ບໍ່ຮູ້ວ່າການສ້າງຄວາມສຸກໃຫ້ໂຕເອງ ດ້ວຍໂຕເອງແມ່ນແນວໃດ. ຈື່ໄດ້ຊ່ວງຕົ້ນໆ ທີ່ຂ້ອຍເລີ່ມແຍກເງິນຄ່າໃຊ້ຈ່າຍໃນເຮືອນກັບເງິນໃຫ້ແມ່ ແລະ ບອກວ່ານີ້ເປັນເງິນຂອງແມ່ ແລະ ແມ່ຈະເອົາໄປໃຊ້ຫຍັງກະໄດ້, ເພິ່ນຍັງບໍ່ຮູ້ຈະເຮັດແນວໃດກັບມັນ. ຫລັງໆມາເລີ່ມເກັ່ງຂຶ້ນ ເພິ່ນໄປຕະຫລາດເອງ ແລະ ຊື້ (ຊ້ອບປິ້ງ) ຂອງທີ່ຕົນເອງມັກ, ຖາມວ່າເປັນຫຍັງຈັ່ງຊື້ອັນນີ້ ລາວຕອບວ່າ ຂ້ອຍມັກເດ້, ຮະຮະຮະ ອັນນີ້ແຫລະ ທີ່ຢາກໄດ້ຍິນ. ເວລາເຮັດອາຫານ ເພິ່ນກະແບ່ງໄວ້ສອງພູດ ບອກວ່າ ອັນນີ້ໄປວັດເດີ້ ຫ້າມກິນ. ເວລາຕື່ນບໍ່ທັນໄປວັດມື້ວັນສິນ ກໍ່ມີອາການຫງຸດຫງິດໃສ່ລູກ ຮະຮະ ຄືກັບເດັກນ້ອຍໄປບໍ່ທັນງານປາຕີ້ຈັງໃດຈັ່ງຊັ້ນແຫລະ! ມີຫລາຍຢ່າງທີ່ປ່ຽນໄປ ແລະ ເຮົາກະຂ້ອນຂ້າງພໍໃຈກັບສິ່ງທີ່ເກີດຂຶ້ນ.

ແຕ່ລະມື້ແມ່ເຮັດຫຍັງ ແລະ ມີຄວາມສຸກບໍ່
ເປັນຜູ້ເຖົ້າເຝົ້າເຮືອນ, ໃຫ້ຕາຍແມະ! ທີ່ຈິງແລ້ວຂະເຈົ້າບໍ່ເຄີຍຢູ່ລ້າໆເລີຍ. ຜູ້ເຖົ້ານອນຫນ້ອຍ ຈຶ່ງຕື່ນແຕ່ເຊົ້າ ຫນຶ້ງເຂົ້າ ໄປວັດ ໃສ່ບາດ ຫ້າງເຂົ້າເຊົ້້າ ບາງເທື່ອກະກິນພ້ອມລູກກ່ອນຂະເຈົ້າຊິໄປການ. ຄິດເອົາ ຖ້າຂະເຈົ້າຢູ່ຄົນດຽວ ມັນຊິເຫງົາຂະຫນາດໃດ ຕື່ນມາແລ້ວບໍ່ເຫັນໃຜ? ເມື່ອລູກອອກບ້ານແລ້ວ ນາງກໍ່ເລີ່ມເຮັດວຽກເຮືອນ ເຮັດສວນທີ່ນາງມັກ ແລະ ຍ່າງໄປລົມຄົນຂ້າງບ້ານ. ສວຍໆແດ່ກະໂທຖາມວ່າຊິເຮັດຫຍັງກິນເປັນເຂົ້າແລງ. ຂໍ້ດີຂອງການມີໂທລະສັບກັບຄື ນາງໄດ້ໂທໄປຫາໃຜກະໄດ້ທີ່ຢາກລົມ (ແມ່ເຮົາຍັງບໍ່ຍອມໃຊ້ອິນເຕີເນັດຫລິ້ນເຟສບຸກ ແລະ ເພີ່ນກະຫລິ້ນໄພ່ບໍ່ເປັນ). ເຮົາບອກໄດ້ຢ່າງຫນຶ່ງ ວ່າ ຖ້າປ່ອຍໃຫ້ແມ່ຢູ່ຄົນດຽວ ເວລາກັບຮອດເຮືອນ ເຈົ້າຕ້ອງໄດ້ຖາມເບິ່ງນາງວ່າ ຕອນສວຍນີ້ ກິນເຂົ້າກັບຫຍັງ ເພາະຫລາຍຄັ້ງທີ່ ນາງບໍ່ກິນເຂົ້າສວຍເລີຍ (ດ້ວຍເຫດຜົນຫລາຍໆຢ່າງ).
ກັບຄຳສຸພາສິດທີ່ວ່າ ນັ່ງຢູ່ນອນກິນ ຂ້ອຍບໍ່ເຄີຍເຊື່ອວ່ານັ້ນແມ່ນຄວາມສຸກ, ຈຶ່ງບໍ່ເຄີຍຫ້າມບໍ່ໃຫ້ແມ່ເຮັດວຽກເຮືອນ ແຕ່ກະບອກວ່າ ຖ້າເມື່ອຍກະເຊົາ ດຽວລູກກັບມາລະຊິມາເຮັດເອງ. ມັນແມ່ນຄວາມຈິງ ເພາະຖ້າບໍ່ໃຫ້ເພີ່ນອອກກຳລັງກາຍເລີຍ ມັນບໍ່ດີຕໍ່ສຸຂະພາບ. ເວົ້່າແນວນີ້ ບໍ່ໍແມ່ນໃຫ້ແມ່ມາເຮັດວຽກເປັນຄົນໃຊ້ ແຕ່ການເຮັດວຽກເຮືອນຂອງເພິ່ນ ຫລື ເອົາລູກເອົາຫລານ ຄວນຢູ່ໃນປະລິມານທີ່ເຫມາະສົມ ແລະ ສະຫມັກໃຈ ທີ່ບໍ່ເປັນການທຳຮ້າຍສຸຂະພາບຂອງເພິ່ນ.
ຖາມວ່າເພິ່ນມີຄວາມສຸກບໍ່? ກະຕອບບໍ່ໄດ້ 100% ເຮົາຕ້ອງໄດ້ສັງເກດເອງ ແລະ ຜູ້ເຖົ້າ ສັງເກດບໍ່ຍາກ ເພາະຂະເຈົ້າຈະກັບໄປມີນິດໃສຄືເດັກນ້ອຍໃນບາງຄັ້ງ. ເຊິ່ງທຸກມື້ນີ້ ສິ່ງທີ່ເຮັດແມ່ນ ສັງເກດວ່າເຮັດຫຍັງແລ້ວມີຄວາມສຸກ ກະເຮັດແນວນັ້ນໃຫ້ເພິ່ນ. ແລະ ເຈົ້າຈະບໍ່ຮູ້ເລີຍວ່າຕ້ອງເຮັດຫຍັງ ຖ້າເຈົ້າບໍ່ໄດ້ຢູ່ໃກ້ແມ່, ບໍ່ໄດ້ລົມແມ່, ບໍ່ໄດ້ສັງເກດແມ່... ການຖາມເພິ່ນຕົງໆ ມັກຈະບໍ່ໄດ້ຄຳຕອບທີ່ແທ້ຈິງດ໊ອກ.

ໃນເວລາ 24 ຊົ່ວໂມງ 365 ວັນ ເຈົ້າໃຫ້ແມ່ເທົ່າໃດ
ນອກຈາກເງິນ, ການດູແລເອົາໃຈໃສ່ ແລະ ຄວາມເຂົ້າອົກເຂົ້າໃຈແລ້ວ, ສິ່ງຫນຶ່ງທີ່ເຮົາມອບໃຫ້ແມ່ໄດ້ ກະຄື ເວລາ. ເວລາ ອັນທີ່ພວກເຮົາຮ້ອງມັນວ່າ ເປັນເງິນ-ເປັນຄຳ, ເວລາທີ່ພວກເຮົາໃຊ້ໄປກັບສັງຄົມ ງານລ້ຽງງານສັງສັນ ຫນ້າທີ່ວຽກງານ ແລະ ຄອບຄົວຕົນເອງ ຫລື ຄົນຮັກ ຫລືຖ້າເມສເຊສຂອງໃຜບາງຄົນ, ເວລາທີ່ພວກເຮົາບອກວ່າ ໃຊ້ມັນຫາເງິນ ກະເພື່ອ ມາເບິ່ງແຍງຄອບຄົວຫັ້ນແຫລະ. ທີ່ຈິງມັນບໍ່ມີສູດສຳເລັດດອກວ່າຈະແບ່ງເວລາໃຫ້ເພິ່ນຍາມ ແບ່ງມາຈັກຊົ່ວໂມງ ໃຫ້ມາເຮັດຫຍັງ ແລະ ເພື່ອຫຍັງ. ແຕ່ຄວາມຈິງກະຄື ເພີ່ນຕ້ອງການມັນ ແລະ ເຮົາເອງກະຕ້ອງໄດ້ຕັດສິນໃຈໃນລາຍລະອຽດເຫລົ່ານີ້. ທີ່ຈິງແລ້ວ ການມີເວລາໃຫ້ ແລະ ຢູ່ກັບແມ່ຂອງເຮົານັ້ນ, ບໍ່ແມ່ນເພື່ອໃຜ ມັນແມ່ນເພື່ອຕົວເຮົາເອງ. ຄວາມຈິງອັນຫນຶ່ງທີ່ພວກເຮົາຕ້ອງຍອມຮັບໃຫ້ໄດ້ກະຄື ມື້ຫນຶ່ງ ແມ່ຈະຈາກເຮົາ ແລະ ໂລກນີ້ໄປ, ແລະ ຫລາຍຄົນກໍ່ເສຍໃຈທີ່ບໍ່ໄດ້ເຮັດຫຍັງໃຫ້ແມ່ຕອນທີ່ເພີ່ນຍັງມີຊີວິດຢູ່ ບໍ່ໄດ້ໃຊ້ເວລາຮ່ວມກັນ ແລະ ຄວາມເສຍໃຈນັ້ນກໍ່ຈະຕິດໂຕເຮົາໄປຕະຫລອດ (ຄືກັບຂ້ອຍທີ່ເສຍພໍ່ໄປໂດຍບໍ່ໄດ້ເບິ່ງແຍງ). ແມ່ເຄີຍຈົ່ມສະເຫມີວ່າ ຖ້າແມ່ຕາຍຢ່າໄປຮ້ອງໃຫ້ຫາແມ່ຢູ່ປ່າເຮ່ວເດີ້ (ສຽງໄທເມືອງຫລວງ), ເພາະມື້ນັ້ນ ເພິ່ນຈະບໍ່ກັບມາຫາເຮົາອີກແລ້ວ. ຂ້ອຍໃຊ້ເວລາທີ່ເຫລືອຢູ່ ເພື່ອຊອກຮູ້ກ່ຽວກັບແມ່ຂອງຕົນເອງ ສີທີ່ມັກ ອາຫານທີ່ຢາກກິນ ຂອງຫວານທີ່ຊື້ ໂມດເສື້ອທີ່ໃສ່ ລາຍການໂທລະທັດທີ່ຕິດຕາມ, ຫມູ່ທີ່ເພິ່ນມີ, ອື່ນໆກ່ຽວກັບແມ່ ແລະ ເຕີມເຕັມໃນສິ່ງທີ່ເພິ່ນຂາດ (ຖ້າເຮັດໄດ້).

ໂທດເດີ້ ບລ໊ອກເດືອນນີ້ບໍ່ແມ່ນວິຊາການແຕ່ແມ່ນເລື່ອງຂອງແມ່ <3

Popular posts