Tuesday, July 18, 2017

ເສດຖະກິດນອກລະບົບ (Informal Economy)


ສືບເນື່ອງມາຈາກຫົວຂໍ້ກ່ອນກ່ຽວກັບ ເອັສເອັມອີ ຢູ່ບ້ານເຮົາ ທີ່ເຫັນວ່າ ມີຫົວຫນ່ວຍເສດຖະກິດຈຳນວນຫລາຍຍັງບໍ່ໄດ້ຂຶ້ນທະບຽນວິສາຫະກິດ ແລະ ເຄື່ອນໄຫວໂດຍບໍ່ໄດ້ຮັບການຄຸ້ມຄອງທາງກົດຫມາຍ, ສະນັ້ນ​ ໃນຫົວຂໍ້ນີ້ເຮົາຈະມາລົງເລິກວ່າ ເສດຖະກິດນອກລະບົບ ແມ່ນຫຍັງ, ມີຂະຫນາດ ແລະ ສຳຄັນແນວໃດ, ມີຂໍ້ສະດວກຫຍຸ້ງຍາກຫຍັງແດ່ໃນການຄຸ້ມຄອງ ແລະ ມີວິທີການປັບປຸງແກ້ໄຂແນວໃດ.

ນິຍາມຂອງເສດຖະກິດນອກລະບົບ
ເສດຖະກິດນອກລະບົບ ຫລື Informal Economy ມີຄວາມຫມາຍທີ່ກວ້າງ ແລະ ໄດ້ຮັບການນິຍາມໃນຫລາຍແງ່ມຸມ.
- ໃນແງ່ຂອງກົດຫມາຍ, ເສດຖະກິດນອກລະບົບ ແມ່ນທຸກກິດຈະກຳເສດຖະກິດທີ່ບໍ່ຢູ່ພາຍໃຕ້ລະບົບ ຫລືການຄຸ້ມຄອງທີ່ເປັນທາງການ ເຊິ່ງອາດເປັນຫົວຫນ່ວຍທີ່ຜະລິດສິນຄ້າ ແລະ ການບໍລິການທີ່ຖືກກົດຫມາຍ (ເຊັ່ນ: ແມ່ຄ້າຫາບເຄື່ອງຂາຍ, ລໍ້ຫມາກສົ້ມແຄມທາງ ແລະ ການຜະລິດເພື່ອໃຊ້ໃນຄົວເຮືອນ) ຫລື ຜິດກົດຫມາຍ (ເຊັ່ນ: ຢາເສບຕິດ, ຂອງເຖື່ອນ, ການບໍລິການທາງເພດ ແລະ ການພະນັນ). ນັກວິຊາການໃສ່ຊື່ເສດຖະກິດພາກສ່ວນນີ້ແຕກຕ່າງກັນໄປຕາມກອບການຄົ້ນຄວ້າຂອງຕົນ ເຊັ່ນ: ເສດຖະກິດເງົາ (Shadow economy), ເສດຖະກິດທີ່ເຊື່ອງຊ້ອນ (Hidden economy), ຫລື ເສດຖະກິດໃຕ້ດິນ (Underground economy).

- ໃນແງ່ຂອງການຈ້າງງານ, ເສດຖະກິດນອກລະບົບ ຖືກພິຈາລະນາໃນເລື່ອງຄວາມນອກລະບົບ (Informality) ຂອງວິທີການຈ້າງງານ ໂດຍບໍ່ຈຳແນກວ່າຫົວຫນ່ວຍເສດຖະກິດນັ້ນຈະຢູ່ໃນລະບົບທີ່ເປັນທາງການ ຫລື ບໍ່ເປັນທາງການ ແລະ ຮ້ອງມັນວ່າ ການຈ້າງງານນອກລະບົບ (Informal employment). ການຈ້າງງານນອກລະບົບ ແມ່ນວຽກງານທີ່ຖືກດຳເນີນການນອກໂຄງສ້າງທີ່ເປັນທາງການ ເຊິ່ງບໍ່ຢູ່ພາຍໃຕ້ລະບົບອາກອນ, ກົດລະບຽບຂອງບ່ອນເຮັດວຽກ ແລະ ແຜນງານການປົກປ້ອງທາງສັງຄົມ. ການຈ້າງງານທີ່ບໍ່ເປັນທາງການ ສາມາດແບ່ງອອກເປັນປະເພດຕົ້ນຕໍ ຄື:  
           1. ນາຍຈ້າງ ຫລື ເຈົ້າຂອງໂຮງງານທີ່ບໍ່ເປັນທາງການ
           2. ຜູ່ປະກອບອາຊີບອິດສະຫລະ
           3. ລຸກຈ້າງທີ່ບໍ່ເປັນທາງການ (ຂອງຫົວຫນ່ວຍທີ່ເປັນທາງການ ຫລື ບໍ່ເປັນທາງການ)
           4. ລຸກຈ້າງເຮັດວຽກຮັບເຫມົາ ຫລື ເຮັດວຽກກິນເບ້ຍມື້ຂອງເສດຖະກິດຄົວເຮືອນ
           5. ລຸກຈ້າງທີ່ບໍ່ມີນາຍຈ້າງແນ່ນອນ (ຕົວຢ່າງ ຟຣີແລນ)
           6. ຜູ່ທີ່ເຮັດວຽກໃຫ້ຄອບຄົວໂດຍບໍ່ໄດ້ຮັບຄ່າຈ້າງ

ຂະຫນາດຂອງເສດຖະກິດນອກລະບົບ
ວິທີການຂະຫນາດຂອງເສດຖະກິດນອກລະບົບ ຍັງບໍ່ທັນມີລະບົບຕາຍຕົວ ເນື່ອງຈາກວ່າໃນທົ່ວໂລກ ມີອັດຕາ ແລະ ໂຄງສ້າງຂອງເສດຖະກິດນອກລະບົບບໍ່ຄືກັນ ດັ່ງນັ້ນ ການວັດແທກຂະຫນາດຂອງເສດຖະກິດດັ່ງກ່າວຈຶ່ງເກີດຂຶ້ນບົນພື້ນຖານຂອງຂໍ້ສົມມຸດຖານຫລາຍຢ່າງເພື່ອໃຫ້ສາມາດຄິດໄລ່ ແລະ ປຽບທຽບໄດ້. ໂດຍລວມແລ້ວເຫັນວ່າ ເສດຖະກິດນອກລະບົບຈະມີຂະຫນາດໃຫຍ່ ເມື່ອ:
-            ການຄວບຄຸມຂອງລະບົບຕະຫລາດ (Market coverage)ມີຂະຫນາດນ້ອຍ
-            ມີຕົ້ນທຶນສູງໃນການເຮັດທຸລະກໍາ (Transaction cost) ເຊັ່ນ ຕົ້ນທຶນໃນການຈົດທະບຽນບໍລິສັດ ຫລື ການເຮັດສັນຍາເພື່ອຮັບເຫມົາວຽກ
-            ຮູບແບບໃນການຜະລິດ (Mode of production) ທີ່ເອື້ອຍອໍານວຍໃຫ້ຄົນເຮັດວຽກນອກລະບົບ ເຊັ່ນ ອິນເຕີເນັດຄວາມໄວສູງສາມາດສົ່ງວຽກຢ່າງສະດວກສະບາຍ ແລະ ການເຂົ້າຫາແຫລ່ງທຶນ ຫລື ວັດຖຸດິບໄດ້ງ່າຍບໍ່ຕ້ອງເຂົ້າຫາທາງການ
-            ການຄົງຕົວຂອງການເມືອງສອງລະບົບ (Dual politics) ໂດຍສະເພາະແມ່ນການເມືອງນອກລະບົບ ທີ່ພົວພັນເຖິງຂະຫນາດຂອງການສໍ້ລາດບັງຫລັງ ເຊິ່ງເປັນຕົວສະຫນັບສະຫນູນໃຫ້ເສດຖະກິດນອກລະບົບຄົງຢູ່
-            ການແຈກຢາຍຂອງທຶນຕັ້ງຕົ້ນ (Initial distribution of wealth) ທີ່ແຕກໂຕນເກີນໄປ ກໍ່ເຮັດໃຫ້ສັງຄົມນັ້ນ ມີເສດຖະກິດນອກລະບົບຂະຫນາດໃຫຍ່ໄດ້ເຊັ່ນກັນ
-            ການດຳເນີນເສດຖະກິດໃນລະບົບຈຳເປັນຕ້ອງມີການບັງຄັບໃຊ້ສັນຍາ ແລະ ການເສຍອາກອນ ເພື່ອໃຫ້ນຳມາເຊິ່ງຜົນຕອບແທນໃນຮູບຕ່າງໆ, ແຕ່ຫາກຂາດຄວາມໄວ້ເນື້ອເຊື່ອໃຈ (Trust) ວ່າຈະໄດ້ຮັບຜົນຕອບແທນນັ້ນແລ້ວ ປະຊາຊົນຈະຫັນມາລົງທຶນຊ່ວຍເຫລືອຄົນໃກ້ໂຕທີ່ຕົນໄວ້ໃຈ ເພື່ອຈະເຫັນຜົນຕອບແທນແນ່ນອນກວ່າ ແລະ ອອກມາຢູ່ນອກລະບົບ.

ຢ່າງໃດກໍ່ຕາມ, ມີວິທີປະເມີນຂະຫນາດຂອງເສດຖະກິດນອກລະບົບຢູ່ 2 ກຸ່ມວິທີ ຄື: ວິທີທາງກົງ ແລະ ທາງອ້ອມ. ວິທີທາງກົງ ແມ່ນການສໍາຫລວດຕົວຈິງ ໂດຍຖືວ່າເສດຖະກິດນອກລະບົບກົດຫມາຍ ແມ່ນ ນອກລະບົບ ໂດຍຄິດເປັນສ່ວນຮ້ອຍຂອງ ຈີດີພີ ຫລື ເສດຖະກິດນອກລະບົບການຄຸ້ມຄອງແຮງງານຂອງລັດ ໂດຍຄິດເປັນ ສ່ວນຮ້ອຍຂອງຜຸ່ມີວຽກເຮັດງານທຳ. ສ່ວນວິທີທາງອ້ອມ ແມ່ນລວມມີ ການຄິດໄລ່ໂດຍນໍາໃຊ້ຂໍ້ມູນປະລິມານເງິນຕາ, ຂໍ້ມູນແຮງງານ, ໂຄງສ້າງຕະຫລາດ ແລະ ການຄິດໄລ່ຈາກແສງໄຟຍາມກາງຄືນທີ່ຖ່າຍຈາກອາວະກາດ. ການປະເມີນຂະຫນາດເສດຖະກິດຈາກແສງໄຟຍາມກາງຄືນ ຫລື Night time light ນັ້ນ ມີຄວາມຫນ້າສົນໃຈຫລາຍ ແລະ ເລີ້ມມີນັກວິຊາການນຳມາໃຊ້ປະເມີນແລ້ວໃນກໍລະນີຂອງປະເທດກຳປູເຈຍ ເຊິ່ງເຮົາຈະສົນທະນາໃນຫົວຂໍ້ຕໍ່ໄປ.

ໃນບົດສະເຫນີຂອງ ສະຖາບັນເກົາຫລີເພື່ອການເງິນພາກລັດ (No Wook Park, 2005) ໃນຫົວຂໍ້ ເສດຖະກິດໃຕ້ດິນ: ສາຍເຫດ ແລະ ຂະຫນາດ ໄດ້ໃຫ້ນິຍາມ ເສດຖະກິດໃຕ້ດິນ ລວມມີ ກິດຈະກໍາເສດຖະກິດທີ່ບໍ່ຢູ່ພາຍໃຕ້ລະບົບຕະຫລາດ, ກິດຈະກຳທີ່ບໍ່ຖືກກົດຫມາຍ ແລະ ກິດຈະທີ່ຖືກກົດຫມາຍ ແຕ່ເຊື່ອງຊ້ອນໄວ້ເພື່ອຫລີກລ່ຽງການເສຍອາກອນ ແລະ ຄ່າໃຊ້ຈ່າຍຕ່າງໆກ່ຽວກັບການປະກັນສັງຄົມ. ສິ່ງດັ່ງກາ່ວນອກຈາກຈະເປັນການສູນເສຍລາຍໄດ້ຂອງພາກລັດແລ້ວ, ຍັງເຮັດໃຫ້ຂໍ້ມູນກ່ຽວກັບກິດຈະກຳເສດຖະກິດທີ່ຈົດນັບ ບໍ່ສາມາດສ່ອງແສງສະພາບການຕົວຈິງຂອງເສດຖະກິດ ເຊິ່ງນຳໄປສູ່ຂໍ້ມູນທີ່ບໍ່ຖືກຕ້ອງສຳລັບຜູ້ວາງນະໂຍບາຍ. ຜູ່ສະເຫນີຍັງໄດ້ຮວບຮວມຂໍ້ມູນຈາກຫລາຍແຫລ່ງຂໍ້ມູນ ກ່ຽວກັບຂະຫນາດສະເລ່ຍຂອງເສດຖະກິດໃຕ້ດິນ ໂດຍຄິດເປັນ ສ່ວນຮ້ອຍຂອງ ຈີດີພີ ດັ່ງຕາຕະລາງລຸ່ມນີ້:

Average size of underground economy (% of official GDP)
1992/2000
2000/2001
2002/2003
Africa (Developing Cs)
33.9
37.4
41.2
Asia (Developing Cs)
20.9
23.4
26.3
Transition Cs
31.5
34.6
37.9
Highly developed OECD
13.2
15.7
16.8
Communist Cs
19.4
20.7
21.8
Cambodia
50.1
51.3
52.4
Indonesia
19.4
21.8
22.9
Thailand
52.6
53.4
54.1
Vietnam
15.6
16.9
17.9
China
13.1
14.4
15.6
Lao PDR
30.6
31.9
33.4
Source: No Wook Park, 2005, Korea Institute of Public Finance

ຕາມການຄາດຄະເນຂ້າງເທິງ ເຫັນວ່າ ເສດຖະກິດນອກລະບົບມີທ່າອ່ຽງດ້ານມູນຄ່າເພີ່ມຂຶ້ນ ເມື່ອທຽບໃສ່ ເສດຖະກິດມວນລວມຂອງປະເທດ, ແລະ ທີ່ສຳຄັນ ເສດຖະກິດດັ່ງກ່າວ ກໍ່ກວມເຖິງ 30 ສ່ວນຮ້ອຍ ຂອງ ຈີດີພີ ໃນລາວ. ຖ້າຫາກເບິ່ງໃນແງ່ຂອງການຈ້າງງານແລ້ວ ອາດມີກໍາລັງແຮງງານຈໍານວນບໍ່ຫນ້ອຍ ທີ່ພວມເຮັດວຽກໃນເສດຖະກິດນອກລະບົບ ແຕ່ຫນ້າເສຍດ້າຍທີ່ຍັງບໍ່ມີຂໍ້ມູນທີ່ແນ່ນອນກ່ຽວກັບ ສປປ ລາວ. ຈາກຂໍ້ມູນຂອງປະເທດອ້ອມຂ້າງພົບວ່າ ການຈ້າງງານນອກລະບົບ ກວມສັດສ່ວນໃຫຍ່ຂອງການຈ້າງງານທັງຫມົດ ແລະ ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງມີລັກສະນະແຕກຕ່າງກັນ ດັ່ງລຸ່ມນີ້:

ປະເທດ
ລັກສະນະຂອງການຈ້າງງານນອກລະບົບ
ອິນເດຍ
ການປະກອບອາຊີບອິດສະຫລະ ມີທ່າອ່ຽງນັບມື້ນັບສູງຂຶ້ນ
ສປ ຈີນ
50% ຂອງຜູ່ອອກແຮງງານໃນຕົວເມືອງເຮັດວຽກແບບບໍ່ມີສັນຍາ
ຊັບ-ຊາຮາຣາ ອັບຟຣິກາ
ການປະກອບອາຊີບອິດສະຫລະ ກວມສັດສ່ວນໃຫຍ່ຂອງການຈ້າງງານນອກລະບົບ
ລາຕິນ-ອາເມລິກາ
ການຈ້າງງານແບບຈ້າງລາຍວັນ ກວມ 50% ຂອງການຈ້າງງານນອກລະບົບ
ໄທ
62% ຂອງຜູ່ມີວຽກເຮັດງານທຳ ແມ່ນຢູ່ໃນເສດຖະກິດນອກລະບົບ

 Source: Henrik Huitfeldt et al., 2009, OECD Development Centre

ເສດຖະກິດນອກລະບົບມີຄວາມສຳຄັນ ແລະ ເປັນບັນຫາຢູ່ບ່ອນໃດ
ເຖິງແມ່ນວ່າຈະບໍ່ໄດ້ປະກອບພັນທະໃຫ້ພາກລັດກໍ່ຕາມ, ມູນຄ່າເພີ່ມໃນການຜະລິດສິນຄ້າ ແລະ ການບໍລິການໃນເສດຖະກິດນອກລະບົບ ແມ່ນປະກອບສ່ວນເຂົ້າໃນ ລວມຍອດຜະລິດຕະພັນມວນລວມ ແລະ ການສ້າງວຽກເຮັດງານທໍໃນປະເທດ ຢ່າງປະຕິເສດບໍ່ໄດ້.

ແຕ່ຂໍ້ມູນຂ່າວສານກ່ຽວກັບ ລັກສະນະ ແລະ ຂະຫນາດຂອງ ເສດຖະກິດນອກລະບົບ ແມ່ນມີຫນ້ອຍ ແລະ ຄາດຄະເນຍາກ ຂໍ້ມູນດັ່ງກ່າວແມ່ນສິ່ງທີ່ ຜູ່ວາງນະໂຍບາຍຈະຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈມັນຢ່າງຈະແຈ້ງ ຈຶ່ງຈະວາງນະໂຍບາຍເສດຖະກິດໄດ້ຖືກຕ້ອງ.

ສຳຄັນທີ່ສຸດ, ການຄົ້ນຄວ້າພົບວ່າ: ໃນເສດຖະກິດນອກລະບົບ, (1) ສ່ວນຫລາຍແມ່ນຄົນທຸກຍາກ ເຮັດວຽກມີຜະລິດຕະພາບຕໍ່າ ແລະ ຖືກຕັດຂາດຈາກການບໍລິການທາງສັງຄົມຕ່າງໆ, (2) ບາງສ່ວນເປັນຜຸ້ປະກອບການຂະຫນາດນ້ອຍທີ່ບໍ່ທຸກຍາກ, ມີທ່າແຮງໃນການສ້າງນະວັດຕະກໍາ ແລະ ເຕີບໂຕ, ແລະ (3) ມີສ່ວນຫນ້ອຍເທົ່ານັ້ນທີ່ເລືອກມາຢູ່ນອກລະບົບ ເພື່ອຫລີກຫລ່ຽງການເສຍອາກອນ ບໍ່ຢາກປະຕິບັດລະບຽບ ຫລື ຫນີຈາກການປະກອບສ່ວນໃນແຜນງານປະກັນສັງຄົມ ແລະ ການບໍລິການສາທາລະນະອື່ນໆ (Perry et al. 2007, Maloney 2004, Julting et al. 2008).

ຈະແກ້ຂໍ້ຄົງຄ້າງໃນເສດຖະກິດນອກລະບົບໄດ້ແນວໃດ
ຕາມວິທີບູຮານແລ້ວ, ຈະມີການສົ່ງເສີມໃຫ້ຫັນເອົາບັນດາກິດຈະກຳເສດຖະກິດທີ່ຢູ່ນອກລະບົບນັ້ນ ເຂົ້າສູ່ລະບົບທີ່ເປັນທາງການ ໂດຍມີການຈົດທະບຽນ ແລະ ຈັດແຈງໃຫ້ເສຍພັນທະ-ອາກອນ. ແຕ່ມາຮອດປະຈຸບັນ, ໄດ້ມີການຄົ້ນຄວ້າສຶກສາອຸປະສັກຂອງການຫັນເປັນທາງການ (Formalization), ຮັບຮູ້ ແລະ ເຂົ້າໃຈຂໍ້ຈຳກັດຂອງຂະບວນການຫັນເປັນທາງການ ແລະ ມີການກຳນົດມາດຕະການສະເພາະທີ່ເນັ້ນໃສ່ບັນດາຜູ່ອອກແຮງງານ ແລະ ຜູ່ປະກອບການໃນເສດຖະກິດນອກລະບົບ.

ໃນລະດັບສາກົນ ຄະນະກຳມະການຂອງອົງການສະຫະປະຊາຊາດສຳລັບການພັດທະນາສັງຄົມ ໄດ້ຮັບຮອງເອົາປະຊາມະຕິອັນຫນຶ່ງທີ່ສຸມໃສ່ການສົ່ງເສີມ ວຽກທີ່ມີຄຸນຄ່າ (Decent Work) ເພື່ອແກ້ໄຂສິ່ງທ້າທາຍຂອງການຫັນເສດຖະກິດນອກລະບົບໃຫ້ເປັນທາງການ. ມະຕິຂອງອົງການແຮງງານສາກົນໃນປີ 2002 ກ່ຽວກັບວຽກທີ່ມີຄຸນຄ່າ ມີເນື້ອໃນວ່າ: ການສົ່ງເສີມວຽກທີ່ມີຄຸນຄ່າສຳລັບຜູ່ອອກແຮງງານທຸກຄົນ, ທັງຍິງ ແລະ ຊາຍ, ໂດຍບໍ່ຈຳແນກວ່າເຂົາເຮັດວຽກຢູ່ໃສນັ້ນ ຮຽກຮ້ອງຕ້ອງການຍຸດທະສາດທີ່ມີລັກສະນະກວ້າງຂວາງ ຄື ການເຮັດໃຫ້ເປັນຈິງບັນດາກົດເກນພື້ນຖານ ແລະ ສິດທິຂອງຜູ່ອອກແຮງງານໃນບ່ອນເຮັດວຽກ, ການສ້າງການຈ້າງງານ ແລະ ໂອກາດຫາລາຍໄດ້ທີ່ຫລາຍຂຶ້ນ ແລະ ດີກວ່າເກົ່າ, ການຂະຫຍາຍການປົກປ້ອງທາງສັງຄົມ ແລະ ການສົ່ງເສີມການເຈລະຈາທາງສັງຄົມ (ການເຈລະຈາສາມຝ່າຍ).

ໃນເອກະສານຕີພິມຂອງ OECD ໃນຫົວຂໍ້ Informal is normal?ໄດ້ສະເຫນີວ່າ ເຮົາຈຳເປັນຕ້ອງມີ ຍຸດທະສາດ 3 ມິຕິ ທີ່ສາມາດດັດປັບໄປໃຊ້ຕາມເງື່ອນໄຂສະເພາະຂອງແຕ່ລະປະເທດ ຄື:
ມິຕິທີ 1: ບັນດານະໂຍບາຍທີ່ພະຍາຍາມປົດປ່ອຍຄົນທຸກຍາກອອກຈາກກິດຈະກຳເສດຖະກິດທີ່ມີຜະລິດຕະພາບຕໍ່າ, ເຮັດໃຫ້ເຂົາເຈົ້າສາມາດຍົກສູງຜະລິດຕະພາບ ແລະ ມີໂອກາດໃນທາງດ້ານເສດຖະກິດຢ່າງຍຸດຕິທໍາ ຜ່ານກິດຈະກຳຕ່າງໆ ເຊັ່ນ ການຝຶກອົບຮົມ, ການພັດທະນາສືມືແຮງງານ, ສິນເຊື່ອ, ການບໍລິການສົ່ງເສີມທຸລະກິດ, ການປັບປຸງເຕັກໂນໂລຊີ ແລະ ການເຂົ້າເຖິງຕະຫລາດ,
ມິຕິທີ 2:​ ລັດຖະບານຄວນສຸມໃສ່ສ້າງຕັ້ງໂຄງສ້າງເສດຖະກິດທາງການ ທີ່ອອກແບບເພື່ອຈູງໃຈໃຫ້ຜູ່ອອກແຮງງານ ແລະ ຜູ່ປະກອບການເຂົ້າມາຢູ່ໃນລະບົບຕະຫລາດ, ໂດຍມີນະໂຍບາຍສະເພາະ ລະຫວ່າງ ຕໍ່ກັບ ຜູ່ທີ່ຖືກຊຸກໃຫ້ອອກຈາກລະບົບ ແລະ ຜູ່ທີ່ຖືກຈ້າງງານແບບນອກລະບົບ (ໂດຍບໍ່ຕັ້ງໃຈ).
ມິຕິທີ 3: ມີຄວາມຈຳເປັນທີ່ຕ້ອງມີການຜັກດັນໃຫ້ເກີດມີການຈ້າງງານຫລາຍຂຶ້ນໃນເສດຖະກິດໃນລະບົບ ເຮັດໃຫ້ທຸລະກິດຂະຫນາດນ້ອຍປະຕິບັດຕາມເງື່ອນໄຂ ແລະ ເຮັດໃຫ້ທຸລະກິດຂະຫນາດໃຫຍ່ສ້າງໂອກາດທາງການຈ້າງງານຫລາຍຂຶ້ນ.

ເອກະສານອ່ານເພີ່ມເຕີມ
No Wook Park, 2005. Underground Economy: Causes and Size. Korea Institute of Public Finance
Henrik Huitfeldt et al, 2009. Informality and Informal Employment. OECD Development Centre
Duc Hong Vo and Thin Hug Ly, 2014. Measuring the Shadow Economy in the ASEAN Nations: The MIMIC Approach. International Journal of Economics and Finance.
Kiyoyasu TANAKA and Souknilanh KEOLA, 2015. Shedding Light on the Shadow Economy: A Nighttime Light Approach. Discussion paper. Institute of Developing Economies.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

No comments:

Post a Comment

Popular posts