ກັບມາຂຽນບົດຄວາມອີກຄັ້ງຫລັງຈາກຫ່າງຫາຍໄປດົນ,
ມື້ນີ້ຈະມາຊວນຄິດເລື່ອງ ພຶດຕິກຳເອື້ອສັງຄົມ ຫລື ພຶດຕິກຳເສີມສ້າງສັງຄົມ
ທີ່ຮູ້ກັນໃນພາສາອັງກິດວ່າ Prosocial Behaviors. ເລືອກຫົວຂໍ້ນີ້ມາລົມຍ້ອນຜູ້ຂຽນບັງເອີນໄປອ່ານເຫັນບົດລາຍງານສະບັບຫນຶ່ງທີ່
ຫ້ອງການເລຂາທິການອາຊຽນ ເຮັດຮ່ວມກັບ ອົງການ UNFPA ມີຊື່ວ່າ First
ASEAN Youth Development Index. ບົດລາຍງານນີ້
ເຜີຍໃຫ້ຮູ້ວ່າ ດັດສະນີການມີສ່ວນຮ່ວມເພື່ອເສີມສ້າງສັງຄົມ (Participation
and Engagement) ຂອງໄວຫນຸ່ມລາວແມ່ນມີລັກສະນະຫລຸດລົງເລື້ອຍໆແຕ່ປີ
2011 ຈົນຮອດປີ 2015. ດັດສະນີນີ້ສ້າງຂຶ້ນໂດຍການຖາມ ໄວຫນຸ່ມລາວ ອາຍຸ 15-29 ປີ ດ້ວຍ 2
ຄໍາຖາມ ຄື: ເຄີຍຊ່ວຍຄົນແປກຫນ້າບໍ່? ແລະ ເຄີຍເຮັດວຽກອາສາສະຫມັກບໍ່?
ຜົນການສຶກສານີ້ບໍ່ພຽງແຕ່ເປັນການຊີ້ບອກເຖິງຄຸນນະພາບຂອງຊັບພະຍາກອນມະນຸດໃນປະເທດ
ແຕ່ຍັງສະແດງເຖິງແນວໂນ້ມຂອງສັງຄົມ ຕໍ່ກັບການຢູ່ຮ່ວມກັນຢ່າງມີຄວາມສຸກ, ຄຸນນະທຳ ແລະ
ຈະລິຍະທໍາ ທີ່ສອດຄ່ອງກັບແນວທາງການພັດທະນາປະເທດໄປສູ່ສັງຄົມນິຍົມນໍາອີກ.
ເປັນຫຍັງຄົນຈຶ່ງໃຫ້ການຊ່ວຍເຫລືອກັນ?
ໂດຍພື້ນຖານແລ້ວ
ຄົນເຮົາຊ່ວຍເຫລືອກັນ ຍ້ອນ 3 ສາເຫດຕົ້ນຕໍ ຄື:
1.
ຊ່ວຍເຫລືອຕາມຄ່ານິຍົມ
ແລະ ບັນທັດຖານຂອງສັງຄົມ, ເຊິ່ງເກີດມາຈາກຄວາມເຊື່ອວ່າ ທຸກຄົນໃນສັງຄົມມີຫນ້າທີ່ຊ່ວຍຜູ້ທີ່ຫຍຸ້ງຍາກ
ແລະ ຕ້ອງການໆຊ່ວຍເຫລືອ, ຖືເປັນພື້ນຖານຂອງການຢູ່ຮ່ວມກັນ.
2.
ຊ່ວຍເຫລືອເພື່ອເປັນການຕອບແທນ,
ບາງຄົນໃຫ້ການຊ່ວຍເຫລືອຄົນອື່ນເພື່ອຫວັງຈະໄດ້ຮັບການຕອບແທນໃນວັນຂ້າງຫນ້າ ຫລື
ໃຫ້ການຊ່ວຍເຫລືອກັບເພື່ອເປັນການຕອບແທນບຸນຄຸນ ຫລື ຮ້ອງວ່າ (reciprocity)
3.
ຊ່ວຍເຫລືອເພື່ອສ້າງຄວາມສະເຫມີພາບໃຫ້ເກີດຂຶ້ນໃນສັງຄົມ,
ເມື່ອເຫັນວ່າມີຜູ້ດ້ອຍໂອກາດກວ່າເຮົາກຳລັງຕ້ອງການໆຊ່ວຍເຫລືອ
ກຸ່ມຄົນຫນຶ່ງກໍ່ໃຫ້ການຊ່ວຍເຫລືອເພື່ອໃຫ້ຜູ້ໄດ້ຮັບຄວາມເດືອດຮ້ອນນັ້ນມີຄວາມເປັນຢູ່ດີຂຶ້ນ
ແລະ ເກີດຄວາມເທົ່າທຽມກັນ ຍ້ອນເຊື່ອວ່າຜູ້ເດືອດຮ້ອນກໍ່ມີສິດ ແລະ
ສັກສີຂອງຄວາມເປັນມະນຸດ ເທົ່າທຽມກັບຕົນ
ສອງທິດສະດີຫລັກທີ່ພະຍາຍາມອະທິບາຍ ພຶດຕິກຳຊ່ວຍເຫລືອຄົນອື່ນ:
1.
Pure Altruism (ການເຫັນແກ່ປະໂຫຍດຄົນອື່ນຢ່າງບໍລິສຸດໃຈ): ທິດສະດີນີ້ກ່າວວ່າ
ຄົນເຮົາມີພຶດຕິກຳເອື້ອສັງຄົມ ຫລື ປະກອບສ່ວນຊ່ວຍສາທາລະນະ
ຍ້ອນພວກເຂົາພໍໃຈທີ່ຈະເຫັນຄົນອື່ນມີຄວາມຢູ່ດີກິນດີ.
2.
Impure Altruism (ການເຫັນແກ່ປະໂຫຍດຄົນອື່ນພຽງບາງສ່ວນ):
ຂັດແຍ່ງກັບທິດສະດີຂ້າງເທິງ ບ່ອນທີ່ວ່າ
ບໍ່ພຽງແຕ່ຄົນເຮົາຈະສົນໃຈກ່ຽວກັບອັດຖະປະໂຫຍດຂອງຜູ້ຮັບການຊ່ວຍເຫລືອ,
ແຕ່ຍັງສົນໃຈຜົນປະໂຫຍດທີ່ຕົນຈະໄດ້ຮັບຈາກພຶດຕິກຳດັ່ງກ່າວນຳອີກ (ຫວັງຜົນຕອບແທນນຳ ເຊັ່ນ ຫນ້າຕາ ແລະ ການຍ້ອງຍໍ)
ບໍ່ວ່າຈະໄຈ້ແຍກແບບໃຈ
ເຮົາກໍ່ສາມາດເຫັນໄດ້ແຈ້ງຂຶ້ນໃນໂຕວ່າ ການຊ່ວຍເຫລືອທີ່ພວກເຮົາກໍາລັງເຮັດຢູ່ກັບແຕ່ລະກຸ່ມຄົນ
ມີຄວາມແຕກຕ່າງກັນໄປ ແລະ ມັນກໍ່ເປັນຜົນມາຈາກສາເຫດທີ່ແຕກຕ່າງກັນ.
ພຶດຕິກຳເອື້ອຕໍ່ສັງຄົມແມ່ນຫຍັງ?
ພຶດຕິກໍາເອື້ອສັງຄົມ
ຫມາຍເຖິງ ການກະທຳຂອງບຸກຄົນ ຫລື ກຸ່ມຄົນທີ່ເປັນປະໂຫຍດ ກັບຜູ້ອື່ນ ຫລື ກຸ່ມຄົນອື່ນ
ດ້ວຍຄວາມຕັ້ງໃຈ ຫລື ສະຫມັກໃຈ, ໂດຍບໍ່ຫວັງຜົນປະໂຫຍດ ຫລື ລາງວັນຕອບແທນຫຍັງຕາມພາຍຫລັງ.
ການກະທຳດັ່ງກ່າວອາດເຮັດໃຫ້ບຸກຄົນດັ່ງກ່າວຈະຕ້ອງ ເສຍສະຫລະເວລາ ຊັບສິນ ກໍາລັງກາຍ
ກໍາລັງຄວາມຄິດ ກໍາລັງໃຈ ຫລື ບາງຄັ້ງອາດຈະເປັນການສ່ຽງຕໍ່ຊີວິດ. ຜົນຂອງພຶດຕິກຳ ຫລື ການຊ່ວຍເຫລືອແບບນີ້
ຈະເປັນການສ້າງຜົນກະທົບທາງບວກແກ່ຄົນອື່ນ ຫລື ຕໍ່ສັງຄົມ.
ຮູບແບບຂອງການພຶດຕິກຳເອື້ອສັງຄົມ
ປະກອບມີ 4 ດ້ານຄື:
-
ການຊ່ວຍເຫລືອ: ຊ່ວຍບັນເທົາ ຫລື ຜ່ອນຄາຍຄວາມຕ້ອງການ ທັງດ້ານເວລາ ແລະ
ຄວາມພະຍາຍາມ
-
ການແບ່ງປັນ: ການໃຫ້
ຫລື ໃຫ້ຢືມຂອງທີ່ເປັນວັດຖຸ
-
ການປອບໂຍນ:
ການບັນເທົາ ຫລື ຜ່ອນຄາຍຄວາມທຸກ ທັງດ້ານເວລາ ແລະ ການເອົາໃຈໃສ່
-
ການຮູ້ສຶກຮ່ວມ:
ການເວົ້າ ຫລື ກະທໍາທີ່ບົ່ງບອກເຖິງຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈ
ຈະກະຕຸ້ນໃຫ້ເກີດພຶດຕິກຳເອື້ອຕໍ່ສັງຄົມໄດ້ແນວໃດ?
ມີຫລາຍວິທີໃນການສ້າງພຶດຕິກຳ ແລະ ຜ່ານຫລາກຫລາຍເຄື່ອງມື, ເຮົາຈະຍົກມາລົມພຽງບາງວິທີການ ທີ່ບອກວ່າ ພຶດຕິກຳນີ້ສ້າງໄດ້. ເຊັ່ນ:
ມີຫລາຍວິທີໃນການສ້າງພຶດຕິກຳ ແລະ ຜ່ານຫລາກຫລາຍເຄື່ອງມື, ເຮົາຈະຍົກມາລົມພຽງບາງວິທີການ ທີ່ບອກວ່າ ພຶດຕິກຳນີ້ສ້າງໄດ້. ເຊັ່ນ:
1.
ຜ່ານການເຂົ້າຮ່ວມຫລັກສູດອົບຮົມສ້າງພຶດຕິກຳເອື້ອສັງຄົມ: ການວິໄຈຂອງນັກສຶກສາປະລິນຍາເອກຈາກປະເທດໄທ
ໃນຫົວຂໍ້ THE
RESULTS OF PROSOCIAL BEHAVIOR DEVELOPMENT OF SUPPORTING PERSONAL IN ONE PRIVATE UNIVERSITY IN BANGKOK PROVINCE ໂດຍໃຊ້ການທົດລອງ Randomized
Control - Group Pretest - Posttest Design ຜ່ານການຈັດອົບຮົມ ຫລື ກິດຈະກຳ 10 ຄັ້ງ ຄັ້ງລະ
50 ນາທີ ພົບວ່າ ກຸ່ມທີ່ໄດ້ຮັບການອົບຮົມ ແມ່ນມີພຶດຕິກຳເອື້ອຕໍ່ສັງຄົມເພີ່ມຂຶ້ນ.
2. ການສ້າງຄວາມສາມາດທາງປັນຍາໃນການເຂົ້າໃຈຄົນອື່ນຕັ້ງແຕ່ຍັງນ້ອຍ:
ນີ້ເປັນທິດສະດີຂອງນັກຈິດຕະວິທະຍາທີ່ນໍາໂດຍ Jean Piaget, ໂດຍກ່າວວ່າ
ພຶດຕິກຳເອື້ອສັງຄົມຂອງຄົນແມ່ນເກີດຂຶ້ນໄດ້ ເຂົາຕ້ອງມີຄວາມເຂົ້າໃຈທັດສະນະຜູ້ອື່ນກ່ອນແຕ່ຕອນຍັງນ້ອຍ
ເພາະວ່າຄວາມສາມາດດັ່ງກ່າວເຮັດໃຫ້ເດັກຮັບຮູ້ຄວາມຄິດໃນແງ່ມຸມຂອງຄົນອື່ນ ແລະ
ຮູ້ສາເຫດທີ່ເຮັດໃຫ້ຄົນອື່ນທຸກ ຫລື ສຸກ ເຮັດໃຫ້ເດັກເກີດພຶດຕິກຳເອື້ອສັງຄົມ.
ຄວາມສາມາດນີ້ ສາມາດເກີດຂຶ້ນໃນຊ່ວງທີ່ເດັກນ້ອຍຫລຸດການຍຶດເອົາໂຕເອງເປັນສູນກາງ ຄືໄລຍະ
7 ປີຂຶ້ນໄປ. ການຝຶກຝົນສາມາດເຮັດໄດ້ ຜ່ານການອົບຮົມຂອງຄອບຄົວ,
ການພົວພັນກັບຫມູ່ເພື່ອນໃນໂຮງຮຽນ ແລະ ການສວມບົດບາດເປັນຄົນອື່ນ.
ການຄົ້ນຄວ້າແບບນີ້
ນຳໃຊ້ການທົດລອງເປັນສ່ວນໃຫຍ່ ສະນັ້ນ ມັນກໍ່ຫນ້າສົນໃຈຫລາຍ
ຖ້າຈະມີການສຶກສາເລື່ອງນີ້ໃນສັງຄົມເຮົາ ບໍ່ວ່າຈະເປັນ ການປຽບທຽບໃນສັງຄົມ ຕົວເມືອງ
ແລະ ຊົນນະບົດ, ແຕ່ລະລຸ້ນຄົນ, ລະຫວ່າງເພດ, ແລະ ຊັ້ນຄົນ. ຖ້າມີໃຜເຄີຍອ່ານບົດຄົ້ນຄວ້າປະເພດນີ້ຢູ່ເມືອງລາວ
ຊ່ວຍແບ່ງປັນດ້ວຍ.
No comments:
Post a Comment