Showing posts with label attitude. Show all posts
Showing posts with label attitude. Show all posts

Sunday, August 19, 2018

ທັດສະນະຄະຕິນັ້ນສໍາຄັນແນວໃດ? (How important the attitude is?)


ມື້ນີ້ນັ່ງຊອກຂໍ້ມູນກ່ຽວກັບການຮັກສາສຸຂະພາບ ແລະ ພະຍາດທາງເດີນອາຫານ, ໄປພົບຄຳເຫັນຂອງທ່ານຫມໍຄົນຫນຶ່ງ ຊື່ Dr. William Salt ປະຈຳຢູ່ Columbus ລັດ Ohio ກ່ຽວກັບ ຜົນຂອງການມີທັດສະນະຄະຕິທີ່ດີ ຕໍ່ ສຸຂະພາບຂອງຄົນເຮົາ. ຫນ້າສົນໃຈດີ!
ລາວບອກວ່າ “ທັດສະນະຄະຕິ ແລະ ຄວາມເຊື່ອຂອງຄົນ ສົ່ງຜົນກະທົບໂດຍກົງ ຕໍ່ວິທີການຕອບໂຕ້ຂອງພວກເຮົາຕໍ່ກັບທຸກຢ່າງທີ່ເຂົ້າມາໃນຊີວິດ ທັງໃນຍາມຫຍຸ້ງຍາກ ແລະ ໃນຍາມມີຄວາມສຸກ”. ທັດສະນະຄະຕິ ມັກສົ່ງຜົນໃຫ້ເກີດ ຄວາມເຊື່ອ, ມັນນໍາໄປສູ່ ການຕັດສິນໃຈ ແລະ ການກະທໍາ. ໂດຍທົ່ວໄປແລ້ວ, ຄວາມເຊື່ອມີທັງດ້ານລົບ ແລະ ດ້ານບວກ ຕົວຢ່າງ: ຂ້ອຍເຊື່ອວ່າຊີວິດຂ້ອຍມີກໍາ, ຂ້ອຍເຊື່ອວ່າຄອບຄົວ ແລະ ຫມູ່ເພື່ອນປະຖິ້ມຂ້ອຍ, ຂ້ອຍເຊື່ອວ່າມື້ຫນຶ່ງຂ້ອຍຈະປະສົບຜົນສໍາເລັດ, ຂ້ອຍເຊື່ອວ່າຂ້ອຍເປັນຄົນຫນ້າຮັກ ແລະ ອື່ນໆ. Dr. Salt ກ່າວຕໍ່ໄປວ່າ “ການມີທັດສະນະຄະຕິທີ່ດີ ຫລື ທັດສະນະດ້ານບວກນັ້ນ ຈະເຮັດໃຫ້ຄົນເຮົາສາມາດສຸມໃສ່ ສິ່ງທີ່ດີໆທີ່ເກີດຂຶ້ນໃນຊີວິດປະຈຳວັນ ແລະ ຊື່ນຊົມກັບຄວາມສຸກທີ່ປະປົນຢູ່ເຊິ່ງເຮົາອາດເບິ່ງຂ້າມໄປ (ຖ້າເມົາແຕ່ໄປສຸມໃສ່ຄວາມຫຍຸ້ງຍາກທີ່ມັນເກີດຂຶ້ນໃນຊີວິດ)”.

ທັດສະນະຄະຕິສົ່ງຜົນຕໍ່ຊີວິດເຮົາໃນດ້ານໃດແດ່?
ທຸກຄົນມັກໄດ້ຍິນເລື້ອຍໆ ປະໂຫຍກທີ່ວ່າ Attitude is everything, ທີ່ຈິງມັນກໍ່ແມ່ນແນວນັ້ນ. ນັກຂຽນຊື່ Jamara ເວົ້າໄວ້ຢ່າງຫນ້າສົນໃຈ ໃນບລັອກຂອງລາວ ພາຍໃຕ້ ຫົວຂໍ້ 7Reasons Why “Your Attitude Really Is Everything” ວ່າ: “ທັດສະນະຄະຕິ
  1. ເປັນເຄື່ອງມືໃນການສ້າງ ຫລື ທໍາລາຍສາຍສໍາພັນ, ເພາະວ່າການສື່ສານແມ່ນກຸນແຈດອກສໍາຄັນໃນການສ້າງສາຍສໍາພັນ ແລະ ການມີທັດສະນະທີ່ເປັນລົບ ຈະເປັນການປິດປະຕູການສື່ສານໄປໃນໂຕ;
  2. ເປັນໄປຕາມກົດແຫ່ງການດຶງດູດ, ຖ້າເຮົາສົ່ງທັດສະນະຄະຕິທີ່ດີອອກໄປ ເຮົາກໍ່ຈະໄດ້ຮັບທັດສະນະທີດີກັບຄືນມາ ເຊິ່ງແນ່ນອນວ່າ ທຸກຄົນບໍ່ຢາກຢູ່ໃກ້ກັບຄົນທີ່ມີທັດສະນະຄະຕິເປັນລົບ;
  3. ເຄື່ອງມືກໍາຫນົດຄວາມຫມັ້ນຄົງໃນຕໍາແຫນ່ງ ແລະ ຫນ້າທີ່ການງານ, ດັ່ງຄໍາເວົ້າທີ່ວ່າ ຄວາມສະຫລາດຫລັກແຫລມ ອາດນໍາພາເຮົາມາຮອດຈຸດນີ້ ແຕ່ຫລັງຈາກນັ້ນ ທັດສະນະຄະຕິ ແລະ ການວາງໂຕ ຈະເປັນໂຕກຳນົດອະນາຄົດຂອງເຮົາ;
  4. ເປັນໂຕກໍານົດພຶດຕິກໍາ, ທັດສະນະຄະຕິ ສົ່ງຜົນຕໍ່ການກະທໍາຂອງເຮົາ ແລະ ກາຍເປັນສິ່ງທີ່ຄົນອື່ນໃຊ້ຕີລາຄາເຮົາ ແລະ ກໍານົດພຶດຕິກຳຂອງເຂົາເຈົ້າ ທີ່ມີຕໍ່ເຮົາ;
  5. ສາມາດສ້າງ ຫລື ທໍາລາຍພາບພົດທາງສັງຄົມ ແລະ ຫນ້າທີ່ການງານຂອງເຮົາ, ທັດສະນະຄະຕິຂອງຄົນ ສະແດງອອກ ຜ່ານ ພາສາກາຍ, ການສື່ສານ ແລະ ການໂຕ້ຕອບຂອງພວກເຮົາ;
  6. ຊ່ວຍອະທິບາຍຄວາມສໍາເລັດໃນອະນາຄົດຂອງເຮົາ, ເພາະຖ້າເຮົາມີທັດສະນະຄະຕິດ້ານບວກ ຄວາມສໍາເລັດໃນອະນາຄົດຂອງເຮົາອາດຫມາຍເຖິງການມີຄົນອື່ນຢູ່ຮ່ວມນໍາ ແລະ ຖ້າຫາກເປັນດ້ານລົບ ມັນອາດສື່ຄວາມຫມາຍວ່າ ເຮົາເຫັນແກ່ໂຕ;
  7. ມີຄວາມຫມາຍໃນແງ່ຄວາມໂປ່ງໃສ, ເພາະຄົນທີ່ຂາດຄວາມໂປ່ງໃສໃນທັດສະນະຄະຕິ ມັກຈະຖືກເບິ່ງວ່າ ຄາດເດົາໄດ້ຍາກ ແລະ ອາໄສບໍ່ໄດ້. ສະນັ້ນ, ທັດສະນະຄະຕິທີ່ດີ ຈຶ່ງເປັນການເຮັດທຸກຢ່າງໃຫ້ຈະແຈ້ງ ແລະ ເປັນການສື່ສານທີ່ປາສະຈາກອຸບາຍ-ຫລອກລວງ” 

“Hire for attitude, train for skills.”
ຜູ້ຂຽນປື້ມ Hiring for Attitude ຊື່ Mark Murphy ເວົ້າເຖິງຜົນການຄົ້ນຄວ້າຂອງລາວກ່ຽວກັບຄົນທີ່ບໍ່ຜ່ານວຽກຕອນທົດລອງງານວ່າ ມີພຽງ 11% ທີ່ບໍ່ຜ່ານການທົດສອບຍ້ອນເຮັດວຽກບໍ່ໄດ້, ແຕ່ອີກ 89% ແມ່ນຍ້ອນບັນຫາດ້ານທັດສະນະຄະຕິ. ສະໂລເກນນີ້ ໄດ້ກາຍເປັນຄຳຂວັນ ຂອງຫລາຍບໍລິສັດຊັ້ນນຳ ແລະ ເວົ້າຕິດປາກກັນໃນບັນດາຜູ້ຊ່ຽວຊານດ້ານການບໍລິຫານຊັບພະຍາກອນມະນຸດ (ເຮົາຈະບໍ່ລົມເລື່ອງນີ້ຫລາຍເດີ້! ເພາະບໍ່ແມ່ນຊ່ຽວຊານ ຮະຮະ).
ສ່ວນຕົວແລ້ວ, ການມີທັດສະນະຄະຕິທີ່ດີ ເຖິງຈະບໍ່ແມ່ນຄຳຕອບຂອງທຸກຢ່າງ ແຕ່ກໍ່ເປັນອົງປະກອບທີ່ສຳຄັນ. ບໍ່ວ່າຈະເປັນຄົນທີ່ເຮັດວຽກປະຈຳ ຫລື ບໍ່ປະຈຳ ກໍ່ລ້ວນແລ້ວແຕ່ ຕ້ອງມີທັດສະນະຄະຕິທີດີ ເພາະ (ຄືເວົ້າມາຂ້າງຕົ້ນ) ທັດສະນະຄະຕິ ຍາມໃດກໍ່ສົ່ງຜົນກະທົບຕໍ່ການຕັດສິນໃຈ, ການກະທຳ, ການສື່ສານ ແລະ ທີ່ສຳຄັນ ມັນສະແດງອອກຢູ່ຄຸນນະພາບຂອງວຽກນໍາ.


ທັດສະນະຄະຕິທີ່ດີເກີດມາຈາກຫຍັງ?
ໂດຍທົ່ວໄປ, ທັດສະນະຄະຕິ ຖືກແບ່ງອອກເປັນ 3 ປະເພດໃຫຍ່ ຄື: ທັດສະນະຄະຕິທາງບວກ, ທັດສະນະຄະຕິທາງລົບ ແລະ ທັດສະນະຄະຕິເປັນກາງ. ປະເພດຂອງທັດສະນະຄະຕິ ແມ່ນແຕກຕ່າງຈາກປະເພດຄົນ ແລະ ຄົນໆຫນຶ່ງ ກໍ່ອາດມີທັດສະນະຄະຕິແຕກຕ່າງຕໍ່ກັບບັນຫາທີ່ແຕກຕ່າງກັນ, ເຊັ່ນ: ຄົນທີ່ເບິ່ງໂລກໃນແງ່ດີ ອາດມີທ່າທີເສີຍໆຕໍ່ການຫລິ້ນເຟສບຸກ.
ທັດສະນະຄະຕິ ຂອງບຸກຄົນ ເກີດມາຈາກ 4 ແຫລ່ງຕົ້ນຕໍ ຄື:
  • 1.   ປະສົບການໃນອະດີດທີ່ຜ່ານມາ, ຖ້າມີປະສົບການດີໃນເລື່ອງໃດ ເຂົາກໍ່ຈະມີທ່າທີທີ່ດີໃນເລື່ອງນັ້ນ.
  • 2.     ຂໍ້ມູນຂ່າວສານຈາກຄົນອື່ນ, ນີ້ລວມເຖິງການສັ່ງສອນຂອງພໍ່ແມ່ຕໍ່ເດັກ ຫລື ການເສບຂ່າວຈາກສື່ອອນໄລນ ກໍ່ລ້ວນແຕ່ສ້າງໃຫ້ຄົນເກີດທັດສະນະຄະຕິທີ່ດີ ຫລື ບໍ່ດີ ໃນເລື່ອງຕ່າງໆໄດ້.
  • 3.     ຄົນທີ່ເປັນຕົວແບບ, ຄົນເຮົາອາດຮັບເອົາທັດສະນະຄະຕິ ມາຈາກ ພໍ່ແມ່ ອ້າຍນ້ອງ ຫລື ຄົນດັງໃນສັງຄົມ ທີ່ຕົນນັບຖື. 
  • 4. ສະຖາບັນ, ກຸ່ມຄົນ ຫລື ແວດລ້ອມອ້ອມຂ້າງ, ເປັນຕົ້ນແມ່ນ ຄອບຄົວ ກຸ່ມຫມູ່ເພື່ອນ ໂຮງຮຽນ ຫລື ຫ້ອງການ.
 ທັດສະນະຄະຕິປ່ຽນໄດ້ບໍ່?
“The longer I live, the more I realize the impact of attitude on life. Attitude is more important than the past, than education, money, circumstances, failures and successes and much more than what other people think, say or do.”........ “I am convinced that life is 10 percent what happens to me and 90 percent how I react to it.”  

Charles R. Swindoll ນັກຂຽນຊື່ດັງ ເຈົ້າຂອງປື້ມ The Grace Awakening, ໃຫ້ຄໍາເຫັນກ່ຽວກັບທັດສະນະຄະຕິວ່າ: “ທັດສະນະຄະຕິມີຜົນກະທົບຕໍ່ຊີວິດຄົນເຮົາ, ມັນມີຄວາມສຳຄັນຍິ່ງກວ່າ ອະດີດ, ການສຶກສາ, ເງິນຄຳ, ສະຖານະການ, ຄວາມຫລົ້ມເຫລວ ແລະ ຄວາມສຳເລັດ, ແລະ ສຳຄັນຫລາຍກວ່າສິ່ງທີ່ເຮົາຄິດ, ເວົ້າ ຫລື ກະທຳ ເສຍອີກ. ຂ້ອຍເຊື່ອວ່າ 10% ໃນຊີວິດຂ້ອຍ ແມ່ນກຳນົດບໍ່ໄດ້ ເປັນສິ່ງທີ່ເກີດຂຶ້ນມາເອງ ແລະ ທີ່ເຫລືອອີກ 90% ແມ່ນເກີດຈາກການກະທໍາຂອງຂ້ອຍເອງ”.

ສະນັ້ນ, ພວກເຮົາທຸກຄົນສາມາດກຳນົດ ຫລື ປ່ຽນແປງ ທັດສະນະຄະຕິຂອງເຮົາໄດ້! ຖ້າຫາກວ່າ:
  • 1.     ເຮົາຍິນຍອມ ແລະ ຕ້ອງການທີ່ຈະປ່ຽນແປງ, ເມື່ອເຂົ້າໃຈເຖິງຄວາມສຳຄັນຂອງການປ່ຽນແປງ ຈະເກີດຄວາມພະຍາຍາມ ແລະ ອົດທົນໃນການປ່ຽນແປງ. ຫລື
  • 2.     ເຮົາຖືກບັງຄັບໃຫ້ປ່ຽນແປງ 
ບໍ່ວ່າຈະຍ້ອນອິດທິພົນທາງສັງຄົມ ຫລື ເກີດຈາກຄວາມສະຫມັກໃຈກໍ່ຕາມ, ແຮງຜັກດັນໃຫ້ປ່ຽນແປງນີ້ ຈະແຮງ ຫລື ຄ່ອຍ ແມ່ນຂຶ້ນກັບໂທດ ຂອງການບໍ່ປ່ຽນແປງ. ການປ່ຽນແປງທັດສະນະຄະຕິດ້ວຍຕົນເອງ ໃນ​ 2 ຮູບການນີ້ ລ້ວນແລ້ວແຕ່ຕ້ອງການການຝຶກແອບ ຫມູ່ຂອງຂ້ອຍເວົ້່າເລື້ອຍໆວ່າ Practice makes perfect.

ນອກຈາກເຮົາຈະສາມາດປ່ຽນທັດສະນະຄະຕິໄດ້ເອງແລ້ວ, ຄົນບາງກຸ່ມກໍ່ຖືກຄົນອື່ນ ປ່ຽນທັດສະນະຄະຕິໃຫ້ (ເບິ່ງຄືນແຫລ່ງກຳເນີດຂອງມັນຂ້າງເທິງ) ເຊັ່ນ: ການໃຊ້ອໍານາດຊວນເຊື່ອຜ່ານການກະຈາຍຂໍ້ມູນຂ່າວສານ, ການໂຄສະນາໃຫ້ເອົາແບບຢ່າງຜູ້ທີ່ເປັນຕົວແບບ (Role Model) ຫລື ການປ່ຽນແວດລ້ອມທາງສະຖາບັນ ແລະ ອື່ນໆ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Tuesday, July 24, 2018

ເປັນຫຍັງວຽກພັດທະນາຊົນນະບົດຄືມາຍາກແທ້? Why rural development is hard to do?


ເດືອນນີ້ ຊິມາຊວນລົມເລື່ອງໃກ້ຕົວຂອງພວກເຮົາທີ່ສຸດ ແລະ ເປັນຫນຶ່ງໃນບູລິມະສິດໃນການພັດທະນາປະເທດເຮົາ. ຫລາຍຄົນອາດທຽບບັນຫາ ການພັດທະນາຊົນນະບົດ ເປັນວຽກ “ກິນກັບເຂົ້າ” ເພາະໄດ້ຍິນວຽກນີ້ ມາຕັ້ງແຕ່ເກີດ. ເຮົາເຂົ້າໃຈແນວໃດກັບວຽກງານນີ້? ເປັນຫຍັງມັນບໍ່ແລ້ວຈັກເທື່ອທັ້ງໆທີ່ເຮົາກະທຸ້ມເທທັງກຳລັງແຮງ, ກຳລັງຊັບ ແລະ ກຳລັງໃຈເຂົ້າໃສ່?
ມີບົດຄວາມຫນຶ່ງຂອງ Michael Holton ຕີພິມໃນວາລະສານຂອງ Center for Rural Affairs ກ່າວເຖິງ 10 ເຫດຜົນຕົ້ນຕໍໃນການໃນການພັດທະນາຊຸມຊົນຢູ່ຊົນນະບົດຂອງອາເມລິກາ ວ່າ ເປັນຫຍັງ ມັນຄືຍາກແທ້, ເຊິ່ງແຕ່ລະຂໍ້ທີ່ຍົກຂຶ້ນມານັ້ນ ຫນ້າສົນໃຈຫລາຍ (ແຕ່ບາງຂໍ້ກະເວົ້າຊໍ້າກັນ):

ຂໍ້ທີ 1. ຄົນບໍ່ເຂົ້າໃຈວ່າການພັດທະນາຊຸມຊົນແມ່ນຫຍັງແທ້, ພາກັນໄປຫລົງກັບໄອເດຍການພັດທະນາອັນອື່ນ ເຊັ່ນ ການພັດທະນາເສດຖະກິດ, ສ້າງໂຄງລ່າງ ແລະ ອື່ນໆ. ຄວາມຈິງແລ້ວ ມັນແມ່ນຂະບວນການເພື່ອປັບປຸງ ເງື່ອນໄຂການດຳລົງຊີວິດຂອງຊຸມຊົນແບບຄົບຊຸດ ທັງດ້ານ ສັງຄົມ, ເສດຖະກິດ ແລະ ວັດທະນະທຳ.
ຂໍ້ທີ 2. ມັນມີ ຄວາມແຕກຕ່າງລະຫວ່າງຕົວເມືອງ ແລະ ຊົນນະບົດ, ເຊິ່ງອົງກອນພັດທະນາສ່ວນຫລາຍ ຍັງຄິດວ່າ ອັນໃດທີ່ເຮັດຢູ່ໃນເມືອງແລ້ວສໍາເລັດ ມັນຈະໄດ້ຜົນຄືກັນເມື່ອໄປໃຊ້ໃນຊົນນະບົດ.
ຂໍ້ທີ 3, 4 ແລະ 5. ຄວາມຕ້ອງການຮັກສາເດີມຂອງຄົນພື້ນຖານ, ຄວາມຮູ້ສຶກບໍ່ມັກການປ່ຽນແປງ ແລະ ແນວຄິດປິດກັ້ນຕົນເອງຈາກພາຍນອກ. ສິ່ງເຫລົ່ານີ້ ບໍ່ກໍ່ໃຫ້ເກີດການຮ່ວມມືຈາກຊຸມຊົນ ແລະ ເຮັດໃຫ້ວຽກພັດທະນາເປັນໄປໄດ້ຍາກ ແລະ ໃຊ້ເວລາດົນ.
ຂໍ້ທີ 6. ຊັບພະຍາກອນ ແລະ ຄວາມອາດສາມາດບໍ່ພຽງພໍ, ເພາະການເຄື່ອນຍ້າຍທາງດ້ານປະຊາກອນ ແລະ ການປ່ຽນແປງທາງໂຄງສ້າງການຜະລິດອື່ນ ເຮັດໃຫ້ຊຸມຊົນມີຊັບພະຍາກອນບໍ່ພຽງພໍ ແລະ ບາງອັນກໍ່ຫາບໍ່ໄດ້ຈາກທ້ອງຖິ່ນ.
ຂໍ້ທີ 7. ຊຸມຊົນເອງບາງເທື່ອກໍ່ເຫັນແຕ່ເບື້ອງລົບຂອງຕົນເອງ, ສະນັ້ນ ການໂອ້ລົມກັບຊຸມຊົນ ແລະ ຊ່ວຍເຂົາເຈົ້າກຳນົດ ຈຸດແຂງ ແລະ ມີແນວຄິດບວກກ່ຽວກັບຊຸມຊົນກໍ່ສໍາຄັນຕໍ່ການພັດທະນາ.
ຂໍ້ທີ 8. ຂາດການມີສ່ວນຮ່ວມຂອງທຸກລຸ້ນຄົນ ທັງລຸ້ນຫນຸ່ມ ແລະ ອາວຸໂສ, ເຊິ່ງຜູ້ຂຽນແນະນຳໃຫ້ດຳເນີນທຸກຂະບວນການສື່ສານ ແລະ ດຳເນີນງານແບບເປີດກວ້າງ ແລະ ມີສ່ວນຮ່ວມ ເພື່ອລະດົມກຳລັງ.
ຂໍ້ທີ 9. ການມີຢູ່ ຫລື ລັກສະນະສະເພາະຂອງຊຸມຊົນມີການປ່ຽນແປງໄປແຕ່ລະໄລຍະທີ່ຮ້ອງວ່າປະຫວັດສາດ, ຂໍ້ນີ້ຄ້າຍຄືກັບທີ່ຜ່ານມາ ກ່ຽວກັບການບໍ່ຍອມຮັບການປ່ຽນແປງ ແລະ ຢາກຮັກສາເດີມ.
ຂໍ້ທີ 10. ຄວາມອາດສາມາດຂອງຜູ້ນໍາຊຸມຊົນຍັງຫນ້ອຍ, ຈຶ່ງເຮັດໃຫ້ບໍ່ສາມາດລະດົມປະຊາຊົນ ແລະ ແນວຄວາມຄິດຂອງສະມາຊິກຊຸມຊົນໄດ້ໂດຍປາສະຈາກການບັງຄັບ.

ອັນທີ່ກ່າວມານັ້ນ ແມ່ນປະສົບການບາງສ່ວນຂອງການເຮັດວຽກກັບຊົນນະບົດໃນປະເທດທີ່ພັດທະນາໄປໄກແລ້ວຄືກັບປະເທດອາເມລິກາ ທີ່ມີພື້ນຖານການສຶກສາທີ່ສູງກວ່າ ແລະ ຄວາມກ້າສະແດງຄວາມຄິດເຫັນຂອງຕົນຫລາຍກວ່າຄົນໃນປະເທດທີ່ກໍາລັງພັດທະນາ. ມີປະໂຫຍກຫນຶ່ງໃນບົດຄວາມຂອງອາເມລິກາສະບັບນີ້ ທີ່ຫນ້າຄິດແມ່ນ “Communities are made up of people first and structures second”, ເຫັນແຈ້ງວ່າ ຖ້າເຮົາເຮັດວຽກກັບຄົນໃນຊຸມຊົນແລ້ວ ເລື່ອງໂຄງສ້າງອື່ນໆຈະຕາມມາທີຫລັງ.

ນອກຈາກບັນຫາພື້ນຖານທົ່ວໄປຂອງການພັດທະນາ (ເຊັ່ນ: ໂຄງສ້າງປະຊາກອນ, ທີ່ຕັ້ງພູມສັນຖານ, ການເມືອງ, ຂະບວນການໂລກາພິວັດ ແລະ ບັນຫາໂລກຮ້ອນແລ້ວ). ໃນຫລາຍປະເທດທີ່ກຳລັງພັດທະນາມີການໃຊ້ປະປົນກັນ ເກືອບແຍກບໍ່ອອກ ລະຫວ່າງ ການພັດທະນາຊົນນະບົດ, ການສົ່ງເສີມການຜະລິດກະສິກຳ ແລະ ການຫລຸດຜ່ອນຄວາມທຸກຍາກ. ການພັດທະນາຊົນນະບົດຂອງແຕ່ລະປະເທດກໍ່ມີຄວາມທ້າທາຍແຕກຕ່າງກັນ.

ສຳລັບບ້ານເຮົາ ທີ່ຖືກຮ້ອງວ່າເປັນ “ບ່ອນປາບຊຽນ” ແຫ່ງວົງການພັດທະນາຊົນນະບົດ (ໄດ້ຍິນຄໍາສັບນີ້ມາຈາກ ToToon Sittiphone Thapesuphanh ແຫ່ງ Karuna Sole Company Limited) ເພາະມີລັກສະນະຊັບຊ້ອນ, ສະເພາະຕົວ ແລະ ວີທີການທີ່ເຄີຍເຮັດໄດ້ຜົນໃນປະເທດອື່ນ ກໍ່ອາດບໍ່ໄດ້ຜົນໃນປະເທດເຮົາ. ຫລາຍຢ່າງທີ່ສັງເກດເຫັນ ເປັນຕົ້ນແມ່ນ: ບັນຫາຄວາມຊິນເຄີຍຂອງປະຊາຊົນຢູ່ບາງຊຸມຊົນທີ່ຮັບແຕ່ການຊ່ວຍເຫລືອລ້າ ຈຶ່ງຂາດແຮງຈູງໃຈ ແລະ ຄວາມກະຕືລືລົ້ນໃຫ້ການຮ່ວມມື ແລະ ເປັນເຈົ້າການໃນວຽກຕ່າງໆ, ຍິ່ງໄປກວ່ານັ້ນ ຮູ້ສຶກວ່າ ເຮົາຍັງຂາດການສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາຊົນນະບົດໃນໄລຍະທີ່ຜ່ານມາ ແລະ ທີ່ສຳຄັນ ແມ່ນຂາດບຸກຄະລາກອນຄົນລາວ ທີ່ເປັນຊ່ຽວຊານ ແລະ ສຸມໃສ່ຄິດຫາຕົ້ນຕໍຂອງບັນຫາການພັດທະນາຊົນນະບົດໃນບ້ານເຮົາວ່າມັນແມ່ນຫຍັງແທ້ໆ? ຄວນສຸມໃສ່ອັນໃດ? ແລະ ແມ່ນຫຍັງກັນແທ້ ທີ່ພາໃຫ້ພວກເຮົາບໍ່ມີຕົວແບບໃນການພັດທະນາຊົນນະບົດທີ່ໃຊ້ໄດ້ດີກັບປະເທດເຮົາ? 

ຫນຶ່ງໃນຈຸດປະສົງຂອງບລັອກນີ້ ທີ່ຂຽນເປັນພາສາລາວ ແມ່ນຢາກແລກປ່ຽນກັບຄົນລາວນໍາກັນ ສະນັ້ນ ມີຫຍັງກະຂຽນມາທັກທາຍ ແລະ ແລກປ່ຽນໃນເລື່ອງນີ້ໄດ້. ຂອບໃຈ! 

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Popular posts