Monday, October 29, 2018

ເມື່ອມັນບໍ່ເປັນດັ່ງທີ່ເຮົາຄິດ: ຄຳຖາມກ່ຽວກັບການພັດທະນາຊົນນະບົດ ep. 1


ເປັນເວລາເກືອບສອງປີ ທີ່ບໍ່ໄດ້ລົງເຮັດວຽກສຳຫລວດໃນຊົນນະບົດ, ປີນີ້ກຽມວຽກເກືອບເຄິ່ງປີ ຈຶ່ງໄດ້ມີໂອກາດລົງໄປສຳຜັດຊີວິດຄົນຊົນນະບົດອີກເທື່ອຫນຶ່ງ. ອາດຍ້ອນອາຍຸທີ່ສູງຂຶ້ນ ຫລື ຍ້ອນຄວາມສົນໃຈທີ່ມີຫລາຍຂຶ້ນກັບຄວາມທ້າທາຍໃນວຽກນີ້ ກະເລີຍມາເຈິະຕໍ ສອງສາມອັນ ທີ່ຍັງເປັນຄຳຖາມໃຈໃນ ເລີຍບໍ່ຢາກເກັບໄວ້ຄົນດຽວ. ທໍາອິດ ແມ່ນ ເລື່ອງນໍ້າດື່ມ.

ວ່າກັນວ່າ ປະຊາຊົນໃນຊົນນະບົດຂາດແຫລ່ງນໍ້າສະອາດສໍາລັບດື່ມ, ຈຶ່ງເປັນທີ່ມາຂອງຫລາຍໂຄງການພັດທະນາທີ່ຈັດສັນທຶນຮອນເພື່ອມາສ້າງແຫລ່ງນໍ້າສະອາດໃຫ້ແກ່ປະຊາຊົນ. ເຫັນຫລາຍທີ່ສຸດແມ່ນ ນໍ້າລິນ ແລະ ນໍ້າບາດານ. ຕົນເອງອ່ານເອກະສານມາຫລາຍບ່ອນກະເຫັນວ່າ ການເຂົ້າເຖິງແຫລ່ງນໍ້າທີ່ໄດ້ຮັບການປົກປ້ອງ (improved drinking water) ເປັນການເຂົ້າເຖິງແຫລ່ງນໍ້າສະອາດ ແລະ ປະຊາຊົນຫນ້າຈະດີໃຈ ແລະ ນໍາໃຊ້ມັນເພື່ອດື່ມກິນ. ແຕ່ການລົງວຽກຄັ້ງນີ້ ມາເຈິະບ້ານຫນຶ່ງ ທີ່ມີທັງບໍ່ນໍ້າທໍາມະຊາດ ແລະ ນໍ້າບາດານ, ໄດ້ລົມກັບເຂົາເຈົ້າເລື່ອງການນໍ້າໃຊ້ນໍ້າຈາກສອງແຫລ່ງ ຈຶ່ງພົບວ່າ ເຖິງຈະມີນໍ້າບາດານ (ຈາກການຊ່ວຍເຫລືອແລ້ວ) ເຂົາເຈົ້າກະຍັງສືບຕໍ່ດື່ມນໍ້າທີ່ມາຈາກບໍ່ທຳມະຊາດຢູ່. ຖາມວ່າ ອ້າວ ຊັ້ນນໍ້າບາດານມີປະໂຫຍດຫຍັງ? ເຂົາວ່າ ຊ່ວຍເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍບໍ່ຕ້ອງໄປຕັກນໍ້າໄກ ແຕ່ນໍ້າຈາກແຫລ່ງນີ້ສ່ວນຫລາຍເອົາໄວ້ໃຊ້ລ້າງຖ້ວຍບ່ວງ ແລະ ອາບ, ຖາມວ່າເປັນຫຍັງຈຶ່ງບໍ່ກິນນໍ້າບາດານ? ປະຊາຊົນບອກວ່າ ນໍ້າບາດານບໍ່ແຊບ ມັນຈືດ ບໍ່ມີລົດຊາດ ແລະ ຖາມຕໍ່ໄປອີກວ່າ ເວລາກິນນໍ້າບາດານ ເຮັດແນວໃດ? ເຂົາບອກວ່າ ຕົ້ມກິນ ແຕ່ມັນມັກມີຫີນປູນ, ຖາມຕໍ່ໄປວ່າ ບາດກິນນໍ້າບໍ່ທຳມະຊາດເດ້? ຂະເຈົ້າບອກວ່າ ກະກິນດິບຫັ້ນລະ ບໍ່ໄດ້ຕົ້ມ. ສົງໃສແຮງ ເລີຍໄປລອງກິນເບິ່ງ, ຖ້າຫລັບຕາກິນ ນໍ້າທີ່ຂະເຈົ້າບອກວ່າແຊບ ຈະຄ້າຍຄືກັບເຮົາກິນນໍ້າແຮ່ບັນຈຸຂວດ (ອີແວນ ຫລື ມິເນເລ່) ປະມານນັ້ນ ແລະ ຍິ່ງເອົາໄປແຊ່ຕູ້ເຢັນ ເວລາເມື່ອຍໆ ມາກິນແຮງແຊບ. ຕ່າງແຕ່ ບໍ່ຮູ້ວ່ານໍ້າດັ່ງກ່າວ ປົນເປື້ອນຫຍັງ ມີແມ່ພະຍາດຫລືບໍ່. ອະໂກ້ຍ!!!!! ສົມພໍລະ.

ຕໍ່ມາຫລາຍບ້ານ ກະຖາມແນວເກົ່າ ກະໄດ້ຄໍາຕອບແບບເກົ່າ. ຮຶ! ຊິເຮັດແນວໃດບາດນິ? ລະຊິໄປຊອກນໍ້າດື່ມທີ່ທັງແຊບ ແລະ ສະອາດມາໃຫ້ປະຊາຊົນໄດ້ແນວໃດ ຫລື ວ່າຊິປ່ຽນຄວາມຄິດຂະເຈົ້າໄດ້ແນວໃດ?

ເຖິງປະເທດເຮົາຈະປະສົບໄພນໍ້າຖ້ວມເລື້ອຍໆ ແຕ່ປະຊາຊົນໃນຫລາຍເຂດ ພັດຂາດນໍ້າໃນການຊົມໃຊ້ ແລະ ທຳການຜະລິດກະສິກຳ. ຫລາຍບ່ອນຕ້ອງເສຍຄ່ານໍ້າໃນມູນຄ່າທີ່ແພງກວ່າຄ່າໄຟຟ້າ. ທຸລະກິດຜະລິດນໍ້າດື່ມ ກາຍເປັນທຸລະກິດທີ່ມີລາຍໄດ້ດີ ໃນຊົນນະບົດ ລາຄານໍ້າດື່ມ ຕຸກ 20 ລິດ ເກືອບເທົ່າກັບລາຄາເຂົ້າ 1 ກິໂລ. ນີ້ ຖືເປັນສິ່ງທ້າທາຍອັນຫນຶ່ງ ທີ່ເຮົາຈະຕ້ອງໄດ້ປະເຊີນຫນ້າ ແລະ ແກ້ໄຂນໍາກັນ ໂດຍສະເພາະການບັນລຸຄາດຫມາຍ SDG ທີ 6.1 ຄື ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ ແພງຢ່າງທົ່ວເຖິງ ແລະ ເທົ່າທຽມກັນ. 

ນອກຈາກການສະຫນອງນໍ້າໃຫ້ໄດ້ຕະຫລອດປີ ຈະເປັນເລື່ອງຍາກແລ້ວ ການຜະລິດນໍ້າໃຫ້ຖືກກັບຄວາມມັກຂອງປະຊາຊົນກໍ່ເປັນໂຈດຫນຶ່ງ ທີ່ຕ້ອງໄດ້ຄິດ, ແລະ ບໍ່ຄວນສົມມຸດເອງວ່າ ຂະເຈົ້າຈະຍິນດີ ແລະ ມັກໃນສິ່ງທີ່ຈັດຫາມາໃຫ້ ເພາະທຸກຄົນມີລົດນິຍົມ ແລະ ການບໍລິໂພກທີ່ແຕກຕ່າງກັນ.


ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

No comments:

Post a Comment

Popular posts