Wednesday, July 3, 2019

ເຈົ້າຂຽນຈົດຫມາຍຄັ້ງສຸດທ້າຍມື້ໃດ? (when is the last time you wrote a letter?)


ຖ້າເວົ້າເຖິງການຂຽນຈົດຫມາຍ, ຫລາຍຄົນມັກນຶກເຖິງຄົນລຸ້ນເກົ່າໃນຍຸກທີ່ໂທລະສັບຍັງບໍ່ແຜ່ຫລາຍ ບໍ່ມີອິນເຕີເນັດ ຫລື ແອັບພິເຄຊັນໃດ ທີ່ສາມາດເຮັດໄດ້ ນອກຈາກໄປສະນີ. ມາຮອດປະຈຸບັນວັດທະນະທຳການຂຽນຈົດຫມາຍດ້ວຍມື ແມ່ນເກືອບວ່າສູນຫາຍໄປແລ້ວ ຍ້ອນຄວາມລ້າສະໄຫມ ແລະ ບໍ່ທັນການ. ຢ່າງໃດກໍ່ຕາມ ສິນລະປະໃນການຂຽນຈົດຫມາຍ ກໍ່ຍັງມີປະໂຫຍດຫລາຍໃນການໃຊເພື່ອຕິດຕໍ່ພົວພັນກັນທາງອື່ນ ເປັນຕົ້ນແມ່ນການຂຽນອີເມລ. ມື້ນີ້ເລີຍຈະມາລົມເລື່ອງການປະຍຸກວິຊາຫັດແຕ່ງເຂົ້າໃນວຽກງານ ແລະ ການພົວພັນທາງສັງຄົມ. ອາດຈະບໍ່ຫນ້າສົນໃຈປານໃດສໍາລັບຄົນທີ່ຮູ້ແລ້ວ ແລະ ນໍາໃຊ້ມັນເປັນປະຈຳ ແຕ່ ຂພຈ ກໍາລັງຕັ້ງເປົ້າຫມາຍລົມກັບຄົນລຸ້ນໃຫມ່ ແລະ ຜູ້ທີ່ຍັງບໍ່ທັນຄຸ້ນເຄີຍກັບການຂຽນທີ່ເປັນພື້ນຖານນີ້.

ການຂຽນຈົດຫມາຍເປັນການສື່ສານຊະນິດຫນຶ່ງ ເປັນບົດແຕ່ງທີ່ມີຮູບແບບສະເພາະ ເຊິ່ງຄວນໄດ້ລະວັງການໃຊ້ຖ້ອຍຄຳ ມີການເລືອກເຟັ້ນຄຳສັບ ຢ່າງພິຖີພິຖັນ ຕາມປະເພດຂອງຈົດຫມາຍ. ຈົດຫມາຍ ມີຢູ່ 2 ປະເພດຫລັກໆ ຄື:

1.       ຈົດຫມາຍສ່ວນຕົວ: ເປັນຈົດຫມາຍ ທີ່ຕິດຕໍ່ລະຫວ່າງບຸກຄົນ, ຫມູ່ເພື່ອນ, ຍາດພີ່ນ້ອງ ແລະ ຄົນຮັກ ເພື່ອເລົ່າເລື່ອງ ສົ່ງຂ່າວ ຫລື ສະແດງຄວາມເປັນຫ່ວງເປັນໃຍກັນ. ເຊິ່ງຄິດວ່າເຮົາຂຽນໄດ້ ຕາມໃຈ ແລະ ບໍ່ຈຳເປັນຕ້ອງເລືອກສັນຄຳເວົ້າຫຍັງຫລາຍ ເພາະລ້ວນແຕ່ແມ່ນຄົນທີ່ສະນິດ ແລະ ຮູ້ຈັກກັນດີຢູ່ແລ້ວ.
2.       ຈົດຫມາຍທາງການ: ແມ່ນຈົດຫມາຍຫາຄົນອື່ນ ອາດເປັນຄົນແປກຫນ້າ ແລະ ບໍ່ຮູ້ຈັກກັນເປັນການສ່ວນຕົວ. ໃນປະຈຸບັນຈົດຫມາຍ ຫລື ອີເມລທາງການ ຖືກໃຊ້ເຂົ້າມາເປັນຫລັກຖານໃນຫລາຍຢ່າງ, ເປັນຫລັກຖານໃນການໄລ່ຄົນອອກ, ເຫດຜົນໃນການບໍ່ຮັບເຂົ້າເຮັດວຽກ, ລົ້ມເລີກສັນຍາ ຫລື ປັບໄຫມທາງທຸລະກິດ. ສະນັ້ນ, ການຂຽນຈົດຫມາຍ ຫລື ອີເມລຈຶ່ງມີຄວາມສຳຄັນໃນການດຳລົງຊີວິດປະຈຳວັນຂອງພວກເຮົາ. ເຖິງວ່າຈົດຫມາຍທາງການຈະມີ 2 ປະເພດ ຄື:
a.       ຈົດຫມາຍທຸລະກິດ ແລະ
b.       ຈົດຫມາຍທາງລັດຖະການ
ແຕ່ຈະຂໍລົມສະເພາະເລື່ອງຈົດຫມາຍທຸລະກິດ, ເພາະວ່າ ທາງລັດຖະບານເອງ ມີແບບຟອມສະເພາະ ແລະ ມີການເຜີຍແຜ່ ແລະ ຝຶກອົບຮົມເປັນການພາຍໃນຂອງເພີ່ນຢູ່ແລ້ວ.

ໃນອີເມລ, ອົງປະກອບສໍາຄັນຢ່າງຫນ້ອຍມີ 3 ສ່ວນ: ຄໍາຂຶ້ນຕົ້ນ (ທັກທາຍສະບາຍດີ), ເນື້ອໃນຂອງອີເມລ ແຈ້ງທີ່ມາຂອງສິ່ງທີ່ຢາກເວົ້າ ແລະ ຈຸດປະສົງລະອຽດວ່າຢາກໄດ້ຫຍັງ ຂຽນມາເພື່ອຫຍັງ, ແລະ ຄຳລົງທ້າຍ ແລະ ລົງຊື່.
-       ການເລືອກໃຊ້ຄຳເວົ້າ ກໍ່ເປັນສິ່ງຫນຶ່ງສຳຄັນ, ອີເມລພາສາອັງກິດອາດຈະບໍ່ມີລຳດັບຂັ້ນປານໃດ ແຕ່ໃນບາງປະເທດເຊັ່ນຍີ່ປຸ່ນ ຫລື ຟລັ່ງ ກໍ່ໄດ້ລະມັດລະວັງແດ່. ໃນບ້ານເຮົາ ບາງຄົນກໍ່ ໃຊ້ຄຳວ່າ ຂ້າພະເຈົ້າ, ນ້ອງ ຫລື ຂ້ອຍ ເຊິ່ງຖືວ່າສຸພາບກວ່າ ກູ ຫລື ເຮົາ ເປັນຕົ້ນ.

-       ເປັນຫຍັງຈຶ່ງວ່າຂຽນອີເມລ ຕ້ອງເອົາວິຊາຫັດແຕ່ງມາໃຊ້? ເພາະວ່າ ອີເມລ ຍິ່ງສັ້ນກະທັດຮັດເທົ່າໃດ ຍິ່ງດີ, ນໍ້າຖ້ວມທົ່ງຫລາຍເທົ່າໃດຍິ່ງຫນ້າເບື່ອ ເຮັດໃຫ້ຄົນບໍ່ຢາກອ່ານ.

-       ສ່ຽງຫນ້ອຍຫນຶ່ງ ຖ້າຕ້ອງຂຽນອີເມລຫາຄົນທີ່ບໍ່ຮູ້ຈັກ ແລະ ບໍ່ຮູ້ຈັກວ່າຄົນຜູ້ນັ້ນແມ່ນເພດຍິງ ຫລື ຊາຍ, ຂ້າພະເຈົ້າເຄີຍຖືກຮ້ອງເລື້ອຍວ່າ ອ້າຍ, ຍ້ອນຄົນຂຽນບໍ່ຮູ້ວ່າເປັນຜູ້ຍິງ. ແຕ່ສິ່ງທີ່ຕົນເອງເຮັດເປັນປະຈຳແມ່ນ ບໍ່ໃສ່ຄຳນຳຫນ້າ ເວລາບໍ່ຮູ້ວ່າເຂົາແມ່ນໃຜ, ແຕ່ຖ້າມີເວລາແດ່ຈະເຂົ້າໄປ google ແລະ ຊອກຫາເຂົ້າເຈົ້າ ເພື່ອຄວາມແນ່ໃຈກ່ອນວ່າເປັນໃຜ ອາຍຸຊໍ່າໃດ.

-       ການສະກົດຊື່ ກໍ່ສຳຄັນຫລາຍ ຄົນທີ່ຮັບ ຈ.ຫມ ໃຜໆກໍ່ຈະດີໃຈເວລາມີຄົນຮ້ອງ ແລະ ຂຽນຊື່ຕົນເອງຖືກຕ້ອງ.

-       ການໃສ່ຫົວຂໍ້ອີເມລ, ອັນນີ້ ຍິ່ງສຳຄັນ. ບາງຄົນສົ່ງອີເມລຫາ ແຕ່ຊື່ຫົວຂໍ້ບໍ່ມີ ບໍ່ຮູ້ວ່າ subject ເລື່ອງຫຍັງ, ບາງຄົນເນື້ອໃນບໍ່ມີຫຍັງ ແຕ່ໄປຢູ່ໃນຫົວຂໍ້ (subject) ຈົນຫມົດ.

-       ເວລາສົ່ງອີເມລຫາຫລາຍຄົນພ້ອມກັນ, ການລຽງລຳດັບອີເມລຂອງຄົນກໍ່ສຳຄັນ. ຄົນຮັບບາງຄົນແຄຣຫລາຍເລື່ອງນີ້. ອີເມລຂອງ ຄົນເປັນຫົວຫນ້າ ຫລື ຜູ້ທີ່ຄົນຕອບອີເມລ ຄວນມາກ່ອນ ແລະ ຄົນທີ່ຈະຕ້ອງໄດ້ຮັບຮູ້ຊື່ໆ ຄວນຢູ່ໃນພາກ CC, ແລະ ໃນເວລາທີ່ເຮົາຢາກປິດລັບທີ່ຢູ່ຜູ້ຮັບ ບໍ່ໃຫ້ທຸກຄົນຮູ້ວ່າສົ່ງໃຫ້ໃຜແດ່ ເຮົາຄວນສົ່ງຫາໂຕເອງ ແລະ ເອົາທີ່ຢູ່ຜູ້ຮັບທັງຫມົດໄວ້ຢູ່ BCC.

-       ການຂຽນຈົດຫມາຍ ສຳຄັນຫລາຍໃນປະເທດຍີ່ປຸ່ນ, ປື້ມຫົວຫນຶ່ງບອກໄວ້ວ່າ: ຄຳເວົ້າທີ່ເຮົາຂຽນໃນອີເມລ ຈະແຂງກະດ້າງກວ່າ ສິ່ງທີ່ເຮົາຢາກສະແດງອອກຫລາຍເທົ່າ, ສະນັ້ນ ມີການແນະນຳວ່າ ຄວນເພີ່ມຄຳເວົ້າ ຫລື ໂຕກະຕຸນ ຫລື ອື່ນໆ ( ^^, ^0^, J )ເຂົ້າໄປ ເພື່ອເຮັດໃຫ້ມັນອ່ອນໂຍນລົງ. ການລົງທ້າຍ ອີເມລກໍ່ເຊັ່ນດຽວກັນ: ໃນຍິ່ປຸ່ນຍັງນິຍົມກັນຢູ່ ແມ່ນການເອົາເລື່ອງລະດູການ ເຂົ້າມາກ່ຽວຂ້ອງ ເພື່ອສົ່ງຂ່າວ ແລະ ບອກເຖິງຄວາມເປັນຫ່ວງເປັນໄຍຕໍ່ເພື່ອນຮ່ວມງານ ເຊັ່ນ: ລະດູຮ້ອນນີ້ອາກາດຮ້ອນຫລາຍດື່ມນໍ້າຫລາຍໆເດີ້.

ນັບມື້ ພວກເຮົາຍິ່ງຕ້ອງພົວພັນກັບຄົນຫລາຍຂຶ້ນຜ່ານການຂຽນອີເມລ, ຂ້າພະເຈົ້າເອງ ເຮັດວຽກກັບບາງຄົນຢູ່ອີກຊີກໂລກຫນຶ່ງ ບໍ່ເຄີຍເຫັນຫນ້າກັນເປັນສິບປີແລ້ວແຕ່ກໍ່ຍັງຕິດຕໍ່ເຮັດວຽກນຳກັນ ແລະ ຄິດວ່າ ພວກເຮົາຈະມີການພົວພັນວຽກງານແບບນີ້ຫລາຍຂຶ້ນໃນສັງຄົມລາວ. ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດໃຫ້ຜູ້ອ່ານບໍ່ຫລາຍກໍ່ຫນ້ອຍ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Sunday, June 16, 2019

ເລື່ອງຂອງແມ່ຫມ້າຍ ແລະ ຄວາມໂຊກຮ້າຍສອງຊັ້ນ (Widow and her double bad luck)


ສອງຄືນກ່ອນ ຂ້ອຍບັງເອີນຄລິກເບິ່ງສາລະຄະດີຫນຶ່ງທີ່ເຕັ້ນຂຶ້ນມາຢູ່ຫນ້າ Home ຂອງ YouTube ເຫັນຫົວຂໍ້ເລື່ອງ ເມືອງແມ່ຫມ້າຍ ຄວາມຍາວ 23 ນາທີ. ບໍ່ຫນ້າເຊື່ອວ່າເລື່ອງແນວນີ້ເກີດມີຢູ່ໃນໂລກ.

ຜູ້ຍິງຖືວ່າເປັນເພດທີ່ມັກຈະຖືກເອົາປຽບທາງສັງຄົມ ແລະ ເສດຖະກິດ, ເຮົາຈຶ່ງຕ້ອງໄດ້ປູກຈິດສໍານຶກເລື່ອງການສ້າງຄວາມເຂັ້ມແຂງ ແລະ ເຄົາລົບສິດທິຂອງເພດຍິງຢູ່ເລື້ອຍໆ. ຍິ່ງໄປກວ່ານັ້ນ, ຄອບຄົວທີ່ມີແມ່ຍິງ ເປັນຫົວຫນ້າ ຍ້ອນການຢ່າຮ້າງ ຫລື ຜົວຕາຍປະ ກໍ່ຍິ່ງມີທ່າອ່ຽງວ່າຈະຕົກຢູ່ໃນຄວາມທຸກຍາກລໍາບາກ ຫລາຍກວ່າ ຖ້າທຽບກັບຄອບຄົວທີ່ສົມບູນ ແລະ ມີຜົວເມຍຊ່ວຍກັນຫາຢູ່ຫາກິນ. ແຕ່ກໍ່ຫນ້າຕົກໃຈທີ່ສຸດ ເມື່ອໄດ້ຮັບຮູ້ວ່າ ແມ່ຍິງຫມ້າຍ (ທີ່ຜົວຕາຍປະ) ໃນປະເທດແຖບອາຊີຕາໃຕ້ (ເຊັ່ນ ອິນເດຍ) ຍິ່ງພົບກັບຄວາມຫຍຸ້ງຍາກໄປກວ່າທີ່ຄິດ. ມື້ນີ້ຈະມາເລົ່າໃຫ້ຟັງໃນສິ່ງທີ່ຂ້ອຍຫາກະຮຽນຮູ້ມາ ແລະ ຍັງຄົງຄິດບໍ່ຕົກວ່າມັນຈະແກ້ໄຂໄດ້ຄືແນວໃດ.

ແມ່ຍິງໃນອິນເດຍ, ແມ່ຍິງເມື່ອແຕ່ງງານແລ້ວ ຖືເປັນຊັບສົມບັດຂອງຜົວ. ແລະ ເມື່ອຜົວຕາຍ ແມ່ຍິງຄົນນັ້ນຈະກາຍເປັນໂຊກຮ້າຍຂອງສັງຄົມ ແລະ ບໍ່ມີໃຜຢາກໃຫ້ມີຄວາມສຸກ. ໃນສາລະຄະດີບອກວ່າ: ແມ່ຍິງທີ່ຜົວຕາຍ ມີທາງເລືອກຢູ່ 3 ທາງ: 1. ໂດດເຂົ້າກອງໄຟໄປພ້ອມຜົວ, 2. ແຕ່ງງານກັບນ້ອງຊາຍ ຫລື ອ້າຍຂອງຜົວ, ຫລື 3. ຖືກຂັບໄລ່ອອກຈາກເຮືອນບໍ່ຢາກໃຫ້ໄດ້ສົມບັດ. ຄົນທີ່ເປັນຫມ້າຍ ຖືກຫ້າມບໍ່ໃຫ້ກິນ ຊິ້ນ, ຜັກທຽມ ຫລື ອື່ນໆທີ່ມີໂປຣຕີນ ເພາະເຊື່ອວ່າຈະໃຫ້ເຮັດໃຫ້ເກີດຄວາມຕ້ອງການທາງເພດ, ພວກເຂົາຕ້ອງແຖຫົວ, ນຸ່ງຜ້າຂາວ, ບໍ່ໃຫ້ເຂົ້າຮ່ວມງານມຸງຄົນ, ແລະ ບໍ່ມີໃຜຮັບເຂົ້າເຮັດວຽກ. ແມ່ຫມ້າຍ ບໍ່ມີການສຶກສາ, ບໍ່ມີວຽກ ແລະ ບໍ່ມີລາຍໄດ້ ສ່ວນໃຫຍ່ຕ້ອງເປັນຂໍທານ.

ເມືອງຫນຶ່ງທາງພາກເຫນືອຂອງອິນເດຍ ຊື່ Vrindavan ຫລື ອຸດຕະຣະປະເທດ ເຊິ່ງຖືກຂະຫນານນາມວ່າເປັນ ເມືອງແມ່ຫມ້າຍ ຫລື City of Widows ຍ້ອນແມ່ຫມ້າຍຈໍານວນຫລາຍທີ່ຖືກຈຳແນກພາກັນຍ້າຍມາຢູ່ໃນເມືອງນີ້ ປະຈຸບັນກວມ 1 ສ່ວນ 3 ຂອງພົນລະເມືອງທັງຫມົດຂອງເມືອງ. ເລົ່າກັນວ່າ ອຸດຕະຣະປະເທດ ເປັນ ບ່ອນເກີດຂອງພຣະກິດສະນະ ຈຶ່ງມີວັດຈຳຫນວນຫລວງຫລາຍ (ພັນປາຍກວ່າແຫ່ງ). ແມ່ຫມ້າຍ ພາກັນມາຂໍຢູ່ອາໄສນໍາວັດ ແຕ່ລະມື້ກໍ່ພາກັນຊອກວຽກເຮັດ ເລາະຂໍທານ ແລະ ອື່ນໆ ເພື່ອຫາລ້ຽງຊີບ. ຫນຶ່ງໃນນັ້ນແມ່ນການໄປສວດມົນສັນລະເສີນພຣະກິຣິດສະນະໃນວັດ ແລະ ຈະໄດ້ຮັບຫລຽນ ເພື່ອໄປແລກກັບເຂົ້າ ແລະ ອາຫານ. ໃນເມືອງນີ້ ຈຶ່ງມີອົງການເພື່ອສິດທິມະນຸດ ກຳເນີນກິດຈະກຳສ້າງລາຍໄດ້ ແກ້ໄຂຊີວິດການເປັນຢູ່ ແລະ ກິດຈະກຳປະຊາສົງເຄາະຕ່າງໆເພື່ອແມ່ຫມ້າຍ, ແຕ່ຈະເຮັດແນວໃດໃນເມືອສັງຄົມ ຫລື ແມ່ນແຕ່ຜູ້ເປັນລູກເຕົ້າຂອງແມ່ຫມ້າຍກະຍັງດູຖູກ ລັງກຽດ ແລະ ບໍ່ເບິ່ງແຍງພວກເຂົາ. ເຖິງຈະມີຫນ່ວຍງານຂອງອົງການສະຫະປະຊາຊາດເພື່ອສິດທິແມ່ຍິງ ເຂົ້າໄປເຮັດວຽກທັງພາກປະຕິບັດ ແລະ ເບື້ອງນະໂຍບາຍ ແລະ ກົດຫມາຍຕ່າງໆ ແຕ່ເບິ່ງຄືວ່າ ຄວາມຄືບຫນ້າເປັນໄປຢ່າງເຊື່ອງຊ້າຫລາຍ.

ສປຊ ຫາກໍ່ປະກາດໃນປີ 2010 ໃຫ້ວັນທີ 23 ມິຖຸນາ ຂອງທຸກປີເປັນ ວັນແມ່ຫມ້າຍສາກົນ. ວັນດັ່ງກ່າວ ແມ່ນຖືກສະເຫນີໂດຍ Raj Loomba ນັກທຸລະກິດອາເມລິກາເຊື້ອສາຍອິນເດຍ ແລະເປັນຜູ້ກໍ່ຕັ້ງ Loomba Foundation ທີ່ເຮັດວຽກກ່ຽວກັບການສ້າງຈິດສຳນຶກກ່ຽວກັບບັນຫາຂອງແມ່ຫມ້າຍ ແລະ ລະດົມທຶນຮອນເພື່ອໃຫ້ການສຶກສາແກ່ເດັກທີ່ເປັນລູກຂອງແມ່ຫມ້າຍທີ່ທຸກຍາກໃນອິນເດຍ ແລະ ສ້າງຄວາມເຂັ້ມແຂງແກ່ແມ່ຫມ້າຍໃນປະເທດກຳລັງພັດທະນາຢູ່ອາຊີ ແລະ ອາຟລິກກາ. ນັ້ນກໍ່ຍ້ອນວ່າ ແມ່ຂອງ Raj Loomba ກໍ່ໄດ້ຮັບຜົນກະທົບຈາກການມີສະພາບເປັນແມ່ຫມ້າຍ, ວັນທີ 23 ມິຖຸນາ ແມ່ນວັນທີ່ພໍ່ຂອງລາວເສຍຊີວິດ ແລະ ຈາກນັ້ນມາແມ່ຂອງລາວກໍ່ພົບແຕ່ຄວາມຫຍຸ້ງຍາກຈົນເຂົາເຈົ້າອົບພະຍົບອອກຈາກປະເທດ.

ເຖິງເສດຖະກິດຂອງປະເທດອິນເດຍຈະເຕີບໂຕຢ່າງໄວວາ ການສຶກສາສະເລ່ຍ ດັດສະນີພັດທະນາຊັບພະຍາກອນມະນຸດຈະເພີ່ມຂຶ້ນ ແລະ ແມ່ຍິງທີ່ເປັນໄວຫນຸ່ມສາມາດເຂົ້າເຖິງວຽກເຮັດງານທຳ ແລະ ມີຄວາມເປັນອິດສະຫລະທາງການເງິນຫລາຍຂຶ້ນ ແຕ່ເມື່ອເອົາປະເພນີເຂົ້າມາກ່ຽວຂ້ອງແລ້ວ ບັນຫາເລື່ອງສິດທິ ແລະ ຄວາມເຊື່ອບໍ່ດີກ່ຽວກັບແມ່ຫມ້າຍ ກໍ່ຍັງກົດຫນ່ວງຄຸນນະພາບຂອງການພັດທະນາ ແລະ ຄວາມເທົ່າທຽມກັນໃນການແບ່ງປັນຄວາມຢູ່ດີມີສຸກຂອງເຂົາເຈົ້າຢູ່ດີ.

ຂ້ອຍເປັນຄົນຫນຶ່ງທີ່ເປັນຜູ້ຍິງ ແລະ ເປັນລູກຂອງແມ່ຫມ້າຍ, ມີຄວາມຫວັງວ່າ ຄວາມເຊື່ອອັນບໍ່ດີໃນສັງຄົມເຂົາເຈົ້າຈະຄ່ອຍຫລຸດນ້ອຍຖອຍລົງເທື່ອລະນ້ອຍ ແລະ ລູກໆຂອງແມ່ຫມ້າຍອິນເດຍເຫລົ່ານັ້ນ ຈະເອົາຊະນະຄວາມເຊື່ອ ແລະ ຄ່າຂອງສັງຄົມ ແລະ ຫັນມາຮັກແພງ ຖະຫນຸຖະຫນອມ ແລະ ໃຫ້ຄວາມສຸກແກ່ແມ່ຜູ້ແກ່ຊະລາຂອງເຂົາເຈົ້າໃນບັ້ນປາຍຊີວິດ.

ແດ່ວັນແມ່ຫມ້າຍສາກົນ, 23 ມິຖຸນາ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Sunday, April 7, 2019

ເມືອງຈໍາປາສັກບໍ່ໄດ້ມີແຕ່ວັດພູເດີ້ (A quiet and peaceful town of Champasack)


(View 1: Champasak With Love restaurant)

ເມື່ອເວົ້າເຖິງແຂວງຈຳປາສັກ, ຫລາຍຄົນກໍ່ຄິດຮອດ ວັດພູຈຳປາສັກ ແລະ ແຫລ່ງທ່ອງທ່ຽວທຳມະຊາດເຂດພູພຽງບໍລະເວນ ແລະ ກາເຟປາກຊ່ອງ. ຄິດວ່າຫລາຍທ່ານອາດຍັງບໍ່ທັນໄດ້ມາແວ່ສຳຜັດບັນຍາກາດຂອງ ເມືອງເກົ່າຈຳປາສັກ ທີ່ເປັນທາງຜ່ານໄປຫາວັດພູ. ເຂດນີ້ ເປັນເມືອງເກົ່າແຕ່ສະໄຫມ ລາດຊະອານາຈັກຈຳປາສັກ ຕັ້ງຢູ່ໃນເຂດບໍລິເວນທີ່ເປັນມໍລະດົກໂລກ. ສໍາລັບບຸກຄົນທີ່ຕ້ອງການບ່ອນສະຫງົບໆ ວິວດີໆ ເອົາໄວ້ພັກຜ່ອນຢ່ອນໃຈໃນວັນທ້າຍອາທິດ ບໍ່ຄວນພາດ.


ວິວງາມໆ
ຢູ່ນີ້ມີໂຮງແຮມ ແລະ ບ້ານພັກ ເກືອບ 30 ແຫ່ງ, ສ່ວນໃຫຍ່ຕັ້ງເລາະຕາມແຄມນໍ້າຂອງ. ມີໂຕຢ່າງຂອງວິວແຕ່ລະບ່ອນມາໃຫ້ເບິ່ງ. ຮ້ານອາຫານທີ່ມີວິວງາມທີ່ສຸດແມ່ນ ດ້ວຍຮັກຈຳປາສັກ ຫລື Champasak with love. ວິວຕອນຕາເວັນຂຶ້ນ ແລະ ຕາເວັນຕົກກະບໍ່ທຳມະດາ. ຫມາຍຄວາມວ່າ ສາມາດເບິ່ງງາມໆຟ້າໄດ້ທັງເຊົ້າ, ສວຍ ແລະ ຄໍ່າ.

(View 2: The View at Champasak resort)

(View 3: The View at Champasak resort)

(View 4: Champasak with Love restaunrant)

(View 5: a bridge in main land)

ມີວັດທຸກບ້ານ
ຄ້າຍຄືກັບເມືອງມໍລະດົກໂລກທີ່ຫລວງພະບາງ ບ້ານສະໄຫມເປັນບ້ານນ້ອຍໆ ແລະ ມີວັດທຸກບ້ານ, ຖີບລົດໄປນໍາທາງບໍ່ຮອດ 500 ແມັດ ກະຊິເຫັນວັດບ່ອນຫນຶ່ງ. ນອກຈາກນີ້ ຍັງມີວັງເກົ່າ ເຮືອນສະໄຫມຝລັ່ງໃຫ້ຊົມນໍາອີກ.






ງຽບແຕ່ປອດໄພ
ໃນຍາມກາງຄືນ, ປະມານ 7-8 ໂມງ ຜູ້ຄົນກະເຂົ້າເຮືອນຫມົດແລ້ວບໍ່ຄ່ອຍມີໃຜທຽວທາງ. ແຕ່ກະປອດໄພຫລາຍ, ເລື່ອງນີ້ແມ່ນຖືກຕອນເຟີມຈາກຄົນຕ່າງປະເທດທີ່ອາໄສຢູ່ນີ້ມາເປັນສິບປີ. ມື້ຫນຶ່ງຂ້ອຍກິນເຂົ້າແລງແລ້ວ ແລະ ກັບຈາກຮ້ານອາຫານທີ່ຢູ່ຫ່າງຈາກບ່ອນພັກ 1 ກິໂລແມັດ, ທັງຖີບລົດ ທັງເຫງິະເບິ່ງດາວທີ່ຢູ່ເຕັມຟ້າ ມາຮອດບ້ານພັກຍາມໃດບໍ່ຮູ້ເມື່ອ. ຖາມວ່ານໍາທາງຫັ້ນມືດບໍ່, ....ມືດແທ້. ແຕ່ກະມີຄົນແນະນຳໄອເດຍດີໆ ຄື ເປີດໄຟສາຍໃນມືຖື ແລ້ວເອົາມັນວາງໄວ້ກະຕ່າລົດແທນຕາໄຟ ເພື່ອໃຫ້ລົດທີ່ແລ່ນມານໍາທາງສັງເກດເຫັນເຮົາ.


ມີບ່ອນນວດດີໆ
ຫນຶ່ງໃນການບໍລິການທີ່ເປັນເອກະລັກຂອງບ່ອນນີ້ ແມ່ນຮ້ານນວດເພື່ອສຸຂະພາບ ທີ່ທ່ານບໍ່ຄວນພາດ, ຮ້ານຊື່ວ່າ Champasak-Spa Laos ດໍາເນີນທຸລະກິດໂດຍ ຄົນຝລັ່ງ ທີ່ຫລົງຮັກເມືອງລາວ. ເວລາລົມກັບເພີ່ນແລ້ວ ໄດ້ຄວາມຮູ້ຫລາຍຢ່າງ ແລະ ເຫັນໄດ້ຄວາມຕັ້ງໃຈທີ່ເພີ່ນຢາກເປັນສ່ວນຫນຶ່ງໃນການພັດທະນາເຂດນີ້.

ມີຮູບເງົາພິເສດໃຫ້ເບິ່ງ
ອັນນີ້ພິເສດອີ່ຫລີ ເພາະບໍ່ມີຢູ່ບ່ອນອື່ນໃນປະເທດລາວ, ການສະແດງຫນັງຕະລຸງ ຫລື ປະລັດຕື ຮ້ອງພາສາອັງກິດວ່າ Theatre d'Ombres de Champasak - Champasak Shadow Puppet Theatre. ສາຍຕອນກາງຄືນ, ອາທິດຫນຶ່ງມີປະມານ 2-3 ຄັ້ງ.  

ສຳຜັດຊີວິດຊາວເກາະຢູ່ດອນແດງ
ນອກຈາກກິດຈະກຳຢູ່ແຜນດິນໃຫຍ່ແລ້ວ ອີກຟາກຂອງແມ່ນໍ້າຂອງ ແມ່ນທີ່ຕັ້ງຂອງດອນແດງ, ເປັນດອນທີ່ມີລວງຍາວ 9 ກິໂລແມັດ. ຢູ່ດອນນີ້ ແມ່ນປະຊາຊົນອາໄສຢູ່ເປັນບ້ານໃຫຍ່, ແຕ່ກໍ່ມີບ່ອນພັກຢູ່ 2 ບ່ອນຄື ບ້ານພັກທີ່ຊຸມຊົນບໍລິການ Community Lodge ແລະ ໂຮງແຮມຫລູ La Folie Lodge. ແນະນຳສອງທາງເລືອກ, ຖ້າມີເວລາຫລາຍ ໃຫ້ໄປແຕ່ເຊົ້າ ເລາະເບິ່ງຊີວິດຢູ່ດອນ ຫລີ້ນຫມົດມື້ ແລະ ກັບມາຕອນແລງ ເບິ່ງຕາເວັນຕົກດິນຕອນຂ້າມຂອງ, ຫລື ຖ້າມີເວລາຫນ້ອຍ ກະຂ້າມໄປເບິ່ງດອນຕອນ 4 ໂມງແລງ ແລະ ຂີ່ເຮືອຊົມຕາເວັນຕົກ.




ການເດີນທາງ
ເມືອງນີ້ ຫ່າງຈາກນະຄອນປາກເຊປະມານ 35 ຫລັກ. ມີລົດໂດຍສານຜ່ານ, ລົດສອງແຖວແມ່ນຂຶ້ນຢູ່ ຕະຫລາດດາວເຮືອງ. ຖ້າຈະເຫມົາລົດ ກໍ່ຈະເສຍເງິນປະມານ 200,000 ຫາ 400,000 ກີບ. ເພາະນອກຈາກຈະເສຍຄ່ານໍ້າມັນ ແລະ ເວລາແລ້ວ, ຜູ້ແລ່ນລົດ ຍັງຕ້ອງເສຍເງິນຄ່າຜ່ານທາງນໍາອີກ (ເປັນທາງເອກະຊົນສ້າງ). ອີກທາງຫນຶ່ງທີ່ສະດວກກວ່າ ແມ່ນເຊົ່າລົດຈັກ




ຜູ້ຂຽນບໍ່ໄດ້ຄ່າໂຄສະນາຫຍັງ ແຕ່ເປັນຂໍມູນໃຫ້ຄົນທີ່ມັກໄປພັກຜ່ອນງຽບໆ

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Saturday, March 2, 2019

ຄໍາຖາມກ່ຽວກັບການດື່ມເຫລົ້າໃນສັງຄົມລາວ



ມື້ນີ້ມີຫົວຂໍ້ທີ່ມັກ ມາລົມກັນ ກ່ຽວກັບ ໂພສຢູ່ເຟສບຸກກ່ຽວກັບ ການດື່ມເຫລົ້າຂອງຄົນລາວ ທີ່ຖືວ່າສູງສຸດໃນບັນດາປະເທດອາຊຽນ 10.4 ລິດ ຕໍ່ປີ ຂໍ້ມູນປີ 2016 ບອກຢູ່ດ້ານລຸ່ມຂອງໂພສວ່າ ແມ່ນຂອງທະນາຄານໂລກ. ສ່ວນໂຕຂ້ອຍເອງ ແມ່ນເຂົ້າໃຈວ່າ ຈຸດປະສົງໃນການເຮັດໂພສນີ້ ແມ່ນເພື່ອໃຫ້ຄົນລາວຫລຸດການດື່ມເຫລົ້າລົງ, ເຊິ່ງເປັນການດີ. (ຂໍສະຫງວນໂພສ ເພື່ອຮັກສາຄວາມເປັນສ່ວນຕົວ)

ໂຕເອງກະເລີຍມາຄິດໄລ່ເບິ່ງວ່າ 10.4 ລິດຕໍ່ປີ ນິມັນເທົ່າໃດ, ໄລ່ງ່າຍໆເນາະ: ເບຍລາວ 1 ປ໋ອງ ແມ່ນ 330 ml ຫລື 0.33 ລິດ, ເຊິ່ງຫມາຍຄວາມວ່າ ໂດຍສະເລ່ຍແລ້ວ ຄົນລາວດື່ມເບຍ 31.5 ປ໋ອງ ຕໍ່ປີ ຫລື 2.6 ປ໋ອງ ຕໍ່ເດືອນ ຫລື 0.65 ປ໋ອງ ຕໍ່ອາທິດ. ເຊິ່ງໂດຍສ່ວນໂຕແລ້ວ ດື່ມກາຍນີ້. ກະເລີຍມີຄໍາຖາມວ່າ, ໂອ້ ... ແມ່ນເຮົາດື່ມຫລາຍໂພດເບາະ ແລະ ອັນໃດເປັນຜົນກະທົບຂອງມັນ ຫລື ນີ້ ເປັນພຽງຕົວເລກສະເລ່ຍ ຄືກັບ ຈີດີພີຕໍ່ຫົວຄົນທີ່ມີການແຈກຢາຍບໍ່ສະຫມໍ່າສະເຫມີກັນ ຜູ້ດື່ມຫລາຍ ອາດດື່ມຫລາຍແທ້ໆ ແລະ ຜູ້ບໍ່ດື່ມ ອາດຈະບໍ່ດື່ມເລີຍ, ມີຫຍັງເພີ່ມເຕີມທີ່ເຮົາຕ້ອງຮູ້ອີກຕື່ມບໍ່ ເພື່ອໃຫ້ເຂົ້າໃຈເລິກເຊິ່ງກວ່າເກົ່າ.

ກ່ອນອື່ນມາເບິ່ງຂໍ້ມູນຂອງ ອົງການອະນາໄມໂລກ (ຮູບຢູ່ເທິງ), ເຫັນວ່າ ປະເທດສະວິດເຊີແລນ ຫລື ປະເທດພັດທະນາແລ້ວອື່ນໆ ທີ່ດື່ມເຫລົ້າປະມານ 10.4 ລິດ ຫລື ຫລາຍກວ່າ ກໍ່ມີຄືກັນກັບເຮົາ.

ມີບົດຄົ້ນຄວ້າຫນຶ່ງ ຫົວຂໍ້: Alcohol consumption ຄົ້ນຄວ້າໂດຍນັກວິໄຈຊື່ດັງ ໃຊ້ຂໍ້ມູນມາຈາກຫລາຍແຫລ່ງ ໄປອ່ານຕໍ່ເອົາໃນເວບໄຊທນີ້ https://ourworldindata.org/alcohol-consumption, ວິໄຈໄດ້ຫລາກຫລາຍແງ່ມຸມ ເຊິ່ງພໍສະຫລຸບບາງຕົວຊີ້ວັດຂອງບາງປະເທດດັ່ງນີ້.
ປະເທດ
ປະລິມານດື່ມເຫລົ້າ (liter/p/y)
ຈີດີພີຕໍ່ຫົວຄົນ
(PPP/p/y)
ຄົນບໍ່ເຄີຍດື່ມເຫລົ້າ (% of 15+)
ຄົນຕິດເຫລົ້າ
(% of population)

ຄົນຕາຍຍ້ອນເຫລົ້າ
(p/100,000)
ລາວ
7.5
5,434
31.3
0.83
1.66
ຫວຽດນາມ
8.7
5,667
49.3
1.56
0.94
ໄທ
8.3
15,236
59.5
0.83
2.49
ລັດເຊຍ
14.5
24,124
13
4.74
17.28
ຍີ່ປຸ່ນ
7.5
37,818
12
0.56
0.28

ເຮົາມີຂໍ້ສັງເກດ ແລະ ຄຳຖາມຢູ່ຈຳນວນຫນຶ່ງ:
1.       ຂໍ້ມູນ ຄືບໍ່ຄືກັນ? ໃນປີ 2015 ເຮົາດື່ມພຽງ 7.5 ລິດ ຕໍ່ປີ ໂດຍສະເລ່ຍ, ແລ້ວ 10.4 ໃນປີ 2016 ແມ່ນຫຍັງ? ຄືເພີ່ມໄວແທ້ ມີຫຍັງບໍ່ກ່ຽວກັບໂຕເລກສະຖິຕິນີ້? 
     ອີກຢ່າງ, ຖ້າອັດຕາຄົນບໍ່ເຄີຍດື່ມເຫລົ້າແມ່ນ 31%ຂອງຜູ້ໃຫຍ່ທັງຫມົດ, ກໍ່ອາດມີຄວາມເປັນໄປໄດ້ວ່າ ໂຕເລກປະລິມານບໍລິໂພກເຫລົ້າສະເລ່ຍນັ້ນ ໄລ່ມາຈາກການເອົາ ປະລິມານບໍລິໂພກເຫລົ້າ ມາຫານສະເລ່ຍໃຫ້ຜູ້ໃຫຍ່ທັງຫມົດ ເຊິ່ງລວມເຖິງ ຄົນທີ່ບໍ່ເຄີຍກິນເຫລົ້ານໍາ. ສະນັ້ນ ໂຕເລກຕໍ່ຫົວຄົນທີ່ແທ້ຈິງອາດຈະສູງກວ່ານີ້ຫລາຍ.
2.       ປະເທດຮັ່ງມີ ຄືຍີ່ປຸ່ນ ກະມີລະດັບການດື່ມເຫລົ້າສະເລ່ຍເທົ່າໆກັບ ລາວເຮົາ, ອັດຕາຂອງຄົນເຄີຍດື່ມເຫລົ້າກະຫລາຍກວ່າເຮົາ (ມີພຽງ 12% ທີ່ບໍ່ເຄີຍດື່ມ), ແຕ່ເປັນຫຍັງ ອັດຕາການຕິດເຫລົ້າ ແລະ ຕາຍຍ້ອນເຫລົ້າຈັ່ງຕໍ່າກວ່າເຮົາ. ມັນກ່ຽວກັບພືດຕິກຳການດື່ມ ຫລື ຄຸນນະພາບຂອງເຄື່ອງດື່ມບໍ່?
3.       ໃນລັກສະນະດຽວກັນ ປະເທດທີ່ມີຄົນດື່ມເຫລົ້າໃນປະລິມານຫລາຍ ແລະ ມີຄົນຈໍານວນຫນ້ອຍທີ່ບໍ່ເຄີຍດື່ມເຫລົ້າ ເຊັ່ນ ລັດເຊຍ ແລະ ຍີ່ປຸ່ນ, ເປັນຫຍັງ ຈື່ງມີອັດຕາຕິດເຫລົ້າ ແລະ ຕາຍຍ້ອນເຫລົ້າຕ່າງກັນ?
4.       ໄທ ມີອັດຕາຄົນບໍ່ເຄີຍດື່ມເຫລົ້າ ຫລາຍກວ່າ ປະເທດເຮົາ ແລະ ມີອັດຕາການຕິດເຫລົ້າເທົ່າກັນ, ເປັນຫຍັງອັດຕາການຕາຍຍ້ອນເຫລົ້າຄືສູງກວ່າເຮົາ?

ມອບໃຫ້ຜູ້ມັກໄປຄົ້ນຄວ້າຕໍ່, ໃນເວລາດຽວກັນ ເຮົາກະຊິຊອມເບິ່ງສະພາບການບໍລິໂພກຂອງໂຕເອງຕໍ່ໄປ :p

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Wednesday, February 27, 2019

ເຄີຍຊ່ວຍຄົນແປກຫນ້າບໍ່? ພຶດຕິກຳເອື້ອຕໍ່ສັງຄົມ (Prosocial Behaviors)




ກັບມາຂຽນບົດຄວາມອີກຄັ້ງຫລັງຈາກຫ່າງຫາຍໄປດົນ, ມື້ນີ້ຈະມາຊວນຄິດເລື່ອງ ພຶດຕິກຳເອື້ອສັງຄົມ ຫລື ພຶດຕິກຳເສີມສ້າງສັງຄົມ ທີ່ຮູ້ກັນໃນພາສາອັງກິດວ່າ Prosocial Behaviors. ເລືອກຫົວຂໍ້ນີ້ມາລົມຍ້ອນຜູ້ຂຽນບັງເອີນໄປອ່ານເຫັນບົດລາຍງານສະບັບຫນຶ່ງທີ່ ຫ້ອງການເລຂາທິການອາຊຽນ ເຮັດຮ່ວມກັບ ອົງການ UNFPA ມີຊື່ວ່າ First ASEAN Youth Development Index. ບົດລາຍງານນີ້ ເຜີຍໃຫ້ຮູ້ວ່າ ດັດສະນີການມີສ່ວນຮ່ວມເພື່ອເສີມສ້າງສັງຄົມ (Participation and Engagement) ຂອງໄວຫນຸ່ມລາວແມ່ນມີລັກສະນະຫລຸດລົງເລື້ອຍໆແຕ່ປີ 2011 ຈົນຮອດປີ 2015. ດັດສະນີນີ້ສ້າງຂຶ້ນໂດຍການຖາມ ໄວຫນຸ່ມລາວ ອາຍຸ 15-29 ປີ ດ້ວຍ 2 ຄໍາຖາມ ຄື: ເຄີຍຊ່ວຍຄົນແປກຫນ້າບໍ່? ແລະ ເຄີຍເຮັດວຽກອາສາສະຫມັກບໍ່?
ຜົນການສຶກສານີ້ບໍ່ພຽງແຕ່ເປັນການຊີ້ບອກເຖິງຄຸນນະພາບຂອງຊັບພະຍາກອນມະນຸດໃນປະເທດ ແຕ່ຍັງສະແດງເຖິງແນວໂນ້ມຂອງສັງຄົມ ຕໍ່ກັບການຢູ່ຮ່ວມກັນຢ່າງມີຄວາມສຸກ, ຄຸນນະທຳ ແລະ ຈະລິຍະທໍາ ທີ່ສອດຄ່ອງກັບແນວທາງການພັດທະນາປະເທດໄປສູ່ສັງຄົມນິຍົມນໍາອີກ.

ເປັນຫຍັງຄົນຈຶ່ງໃຫ້ການຊ່ວຍເຫລືອກັນ?
ໂດຍພື້ນຖານແລ້ວ ຄົນເຮົາຊ່ວຍເຫລືອກັນ ຍ້ອນ 3 ສາເຫດຕົ້ນຕໍ ຄື:
1.       ຊ່ວຍເຫລືອຕາມຄ່ານິຍົມ ແລະ ບັນທັດຖານຂອງສັງຄົມ, ເຊິ່ງເກີດມາຈາກຄວາມເຊື່ອວ່າ ທຸກຄົນໃນສັງຄົມມີຫນ້າທີ່ຊ່ວຍຜູ້ທີ່ຫຍຸ້ງຍາກ ແລະ ຕ້ອງການໆຊ່ວຍເຫລືອ, ຖືເປັນພື້ນຖານຂອງການຢູ່ຮ່ວມກັນ.
2.       ຊ່ວຍເຫລືອເພື່ອເປັນການຕອບແທນ, ບາງຄົນໃຫ້ການຊ່ວຍເຫລືອຄົນອື່ນເພື່ອຫວັງຈະໄດ້ຮັບການຕອບແທນໃນວັນຂ້າງຫນ້າ ຫລື ໃຫ້ການຊ່ວຍເຫລືອກັບເພື່ອເປັນການຕອບແທນບຸນຄຸນ ຫລື ຮ້ອງວ່າ (reciprocity)
3.       ຊ່ວຍເຫລືອເພື່ອສ້າງຄວາມສະເຫມີພາບໃຫ້ເກີດຂຶ້ນໃນສັງຄົມ, ເມື່ອເຫັນວ່າມີຜູ້ດ້ອຍໂອກາດກວ່າເຮົາກຳລັງຕ້ອງການໆຊ່ວຍເຫລືອ ກຸ່ມຄົນຫນຶ່ງກໍ່ໃຫ້ການຊ່ວຍເຫລືອເພື່ອໃຫ້ຜູ້ໄດ້ຮັບຄວາມເດືອດຮ້ອນນັ້ນມີຄວາມເປັນຢູ່ດີຂຶ້ນ ແລະ ເກີດຄວາມເທົ່າທຽມກັນ ຍ້ອນເຊື່ອວ່າຜູ້ເດືອດຮ້ອນກໍ່ມີສິດ ແລະ ສັກສີຂອງຄວາມເປັນມະນຸດ ເທົ່າທຽມກັບຕົນ

ສອງທິດສະດີຫລັກທີ່ພະຍາຍາມອະທິບາຍ ພຶດຕິກຳຊ່ວຍເຫລືອຄົນອື່ນ:
1.       Pure Altruism (ການເຫັນແກ່ປະໂຫຍດຄົນອື່ນຢ່າງບໍລິສຸດໃຈ): ທິດສະດີນີ້ກ່າວວ່າ ຄົນເຮົາມີພຶດຕິກຳເອື້ອສັງຄົມ ຫລື ປະກອບສ່ວນຊ່ວຍສາທາລະນະ ຍ້ອນພວກເຂົາພໍໃຈທີ່ຈະເຫັນຄົນອື່ນມີຄວາມຢູ່ດີກິນດີ.
2.       Impure Altruism (ການເຫັນແກ່ປະໂຫຍດຄົນອື່ນພຽງບາງສ່ວນ): ຂັດແຍ່ງກັບທິດສະດີຂ້າງເທິງ ບ່ອນທີ່ວ່າ ບໍ່ພຽງແຕ່ຄົນເຮົາຈະສົນໃຈກ່ຽວກັບອັດຖະປະໂຫຍດຂອງຜູ້ຮັບການຊ່ວຍເຫລືອ, ແຕ່ຍັງສົນໃຈຜົນປະໂຫຍດທີ່ຕົນຈະໄດ້ຮັບຈາກພຶດຕິກຳດັ່ງກ່າວນຳອີກ (ຫວັງຜົນຕອບແທນນຳ  ເຊັ່ນ ຫນ້າຕາ ແລະ ການຍ້ອງຍໍ)
ບໍ່ວ່າຈະໄຈ້ແຍກແບບໃຈ ເຮົາກໍ່ສາມາດເຫັນໄດ້ແຈ້ງຂຶ້ນໃນໂຕວ່າ ການຊ່ວຍເຫລືອທີ່ພວກເຮົາກໍາລັງເຮັດຢູ່ກັບແຕ່ລະກຸ່ມຄົນ ມີຄວາມແຕກຕ່າງກັນໄປ ແລະ ມັນກໍ່ເປັນຜົນມາຈາກສາເຫດທີ່ແຕກຕ່າງກັນ.

ພຶດຕິກຳເອື້ອຕໍ່ສັງຄົມແມ່ນຫຍັງ?
ພຶດຕິກໍາເອື້ອສັງຄົມ ຫມາຍເຖິງ ການກະທຳຂອງບຸກຄົນ ຫລື ກຸ່ມຄົນທີ່ເປັນປະໂຫຍດ ກັບຜູ້ອື່ນ ຫລື ກຸ່ມຄົນອື່ນ ດ້ວຍຄວາມຕັ້ງໃຈ ຫລື ສະຫມັກໃຈ, ໂດຍບໍ່ຫວັງຜົນປະໂຫຍດ ຫລື ລາງວັນຕອບແທນຫຍັງຕາມພາຍຫລັງ. ການກະທຳດັ່ງກ່າວອາດເຮັດໃຫ້ບຸກຄົນດັ່ງກ່າວຈະຕ້ອງ ເສຍສະຫລະເວລາ ຊັບສິນ ກໍາລັງກາຍ ກໍາລັງຄວາມຄິດ ກໍາລັງໃຈ ຫລື ບາງຄັ້ງອາດຈະເປັນການສ່ຽງຕໍ່ຊີວິດ. ຜົນຂອງພຶດຕິກຳ ຫລື ການຊ່ວຍເຫລືອແບບນີ້ ຈະເປັນການສ້າງຜົນກະທົບທາງບວກແກ່ຄົນອື່ນ ຫລື ຕໍ່ສັງຄົມ.
ຮູບແບບຂອງການພຶດຕິກຳເອື້ອສັງຄົມ ປະກອບມີ 4 ດ້ານຄື:
-       ການຊ່ວຍເຫລືອ: ຊ່ວຍບັນເທົາ ຫລື ຜ່ອນຄາຍຄວາມຕ້ອງການ ທັງດ້ານເວລາ ແລະ ຄວາມພະຍາຍາມ
-       ການແບ່ງປັນ: ການໃຫ້ ຫລື ໃຫ້ຢືມຂອງທີ່ເປັນວັດຖຸ
-       ການປອບໂຍນ: ການບັນເທົາ ຫລື ຜ່ອນຄາຍຄວາມທຸກ ທັງດ້ານເວລາ ແລະ ການເອົາໃຈໃສ່
-       ການຮູ້ສຶກຮ່ວມ: ການເວົ້າ ຫລື ກະທໍາທີ່ບົ່ງບອກເຖິງຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈ

ຈະກະຕຸ້ນໃຫ້ເກີດພຶດຕິກຳເອື້ອຕໍ່ສັງຄົມໄດ້ແນວໃດ?
ມີຫລາຍວິທີໃນການສ້າງພຶດຕິກຳ ແລະ ຜ່ານຫລາກຫລາຍເຄື່ອງມື, ເຮົາຈະຍົກມາລົມພຽງບາງວິທີການ ທີ່ບອກວ່າ ພຶດຕິກຳນີ້ສ້າງໄດ້. ເຊັ່ນ:

1.       ຜ່ານການເຂົ້າຮ່ວມຫລັກສູດອົບຮົມສ້າງພຶດຕິກຳເອື້ອສັງຄົມ: ການວິໄຈຂອງນັກສຶກສາປະລິນຍາເອກຈາກປະເທດໄທ ໃນຫົວຂໍ້ THE RESULTS OF PROSOCIAL BEHAVIOR DEVELOPMENT OF SUPPORTING PERSONAL IN ONE PRIVATE UNIVERSITY IN BANGKOK PROVINCE ໂດຍໃຊ້ການທົດລອງ Randomized Control - Group Pretest - Posttest Design ຜ່ານການຈັດອົບຮົມ ຫລື ກິດຈະກຳ 10 ຄັ້ງ ຄັ້ງລະ 50 ນາທີ ພົບວ່າ ກຸ່ມທີ່ໄດ້ຮັບການອົບຮົມ ແມ່ນມີພຶດຕິກຳເອື້ອຕໍ່ສັງຄົມເພີ່ມຂຶ້ນ.

2.       ການສ້າງຄວາມສາມາດທາງປັນຍາໃນການເຂົ້າໃຈຄົນອື່ນຕັ້ງແຕ່ຍັງນ້ອຍ: ນີ້ເປັນທິດສະດີຂອງນັກຈິດຕະວິທະຍາທີ່ນໍາໂດຍ Jean Piaget, ໂດຍກ່າວວ່າ ພຶດຕິກຳເອື້ອສັງຄົມຂອງຄົນແມ່ນເກີດຂຶ້ນໄດ້ ເຂົາຕ້ອງມີຄວາມເຂົ້າໃຈທັດສະນະຜູ້ອື່ນກ່ອນແຕ່ຕອນຍັງນ້ອຍ ເພາະວ່າຄວາມສາມາດດັ່ງກ່າວເຮັດໃຫ້ເດັກຮັບຮູ້ຄວາມຄິດໃນແງ່ມຸມຂອງຄົນອື່ນ ແລະ ຮູ້ສາເຫດທີ່ເຮັດໃຫ້ຄົນອື່ນທຸກ ຫລື ສຸກ ເຮັດໃຫ້ເດັກເກີດພຶດຕິກຳເອື້ອສັງຄົມ. ຄວາມສາມາດນີ້ ສາມາດເກີດຂຶ້ນໃນຊ່ວງທີ່ເດັກນ້ອຍຫລຸດການຍຶດເອົາໂຕເອງເປັນສູນກາງ ຄືໄລຍະ 7 ປີຂຶ້ນໄປ. ການຝຶກຝົນສາມາດເຮັດໄດ້ ຜ່ານການອົບຮົມຂອງຄອບຄົວ, ການພົວພັນກັບຫມູ່ເພື່ອນໃນໂຮງຮຽນ ແລະ ການສວມບົດບາດເປັນຄົນອື່ນ.

ການຄົ້ນຄວ້າແບບນີ້ ນຳໃຊ້ການທົດລອງເປັນສ່ວນໃຫຍ່ ສະນັ້ນ ມັນກໍ່ຫນ້າສົນໃຈຫລາຍ ຖ້າຈະມີການສຶກສາເລື່ອງນີ້ໃນສັງຄົມເຮົາ ບໍ່ວ່າຈະເປັນ ການປຽບທຽບໃນສັງຄົມ ຕົວເມືອງ ແລະ ຊົນນະບົດ, ແຕ່ລະລຸ້ນຄົນ, ລະຫວ່າງເພດ, ແລະ ຊັ້ນຄົນ. ຖ້າມີໃຜເຄີຍອ່ານບົດຄົ້ນຄວ້າປະເພດນີ້ຢູ່ເມືອງລາວ ຊ່ວຍແບ່ງປັນດ້ວຍ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Popular posts