Tuesday, July 24, 2018

ເປັນຫຍັງວຽກພັດທະນາຊົນນະບົດຄືມາຍາກແທ້? Why rural development is hard to do?


ເດືອນນີ້ ຊິມາຊວນລົມເລື່ອງໃກ້ຕົວຂອງພວກເຮົາທີ່ສຸດ ແລະ ເປັນຫນຶ່ງໃນບູລິມະສິດໃນການພັດທະນາປະເທດເຮົາ. ຫລາຍຄົນອາດທຽບບັນຫາ ການພັດທະນາຊົນນະບົດ ເປັນວຽກ ກິນກັບເຂົ້າ ເພາະໄດ້ຍິນວຽກນີ້ ມາຕັ້ງແຕ່ເກີດ. ເຮົາເຂົ້າໃຈແນວໃດກັບວຽກງານນີ້? ເປັນຫຍັງມັນບໍ່ແລ້ວຈັກເທື່ອທັ້ງໆທີ່ເຮົາກະທຸ້ມເທທັງກຳລັງແຮງ, ກຳລັງຊັບ ແລະ ກຳລັງໃຈເຂົ້າໃສ່?
ມີບົດຄວາມຫນຶ່ງຂອງ Michael Holton ຕີພິມໃນວາລະສານຂອງ Center for Rural Affairs ກ່າວເຖິງ 10 ເຫດຜົນຕົ້ນຕໍໃນການໃນການພັດທະນາຊຸມຊົນຢູ່ຊົນນະບົດຂອງອາເມລິກາ ວ່າ ເປັນຫຍັງ ມັນຄືຍາກແທ້, ເຊິ່ງແຕ່ລະຂໍ້ທີ່ຍົກຂຶ້ນມານັ້ນ ຫນ້າສົນໃຈຫລາຍ (ແຕ່ບາງຂໍ້ກະເວົ້າຊໍ້າກັນ):

ຂໍ້ທີ 1. ຄົນບໍ່ເຂົ້າໃຈວ່າການພັດທະນາຊຸມຊົນແມ່ນຫຍັງແທ້, ພາກັນໄປຫລົງກັບໄອເດຍການພັດທະນາອັນອື່ນ ເຊັ່ນ ການພັດທະນາເສດຖະກິດ, ສ້າງໂຄງລ່າງ ແລະ ອື່ນໆ. ຄວາມຈິງແລ້ວ ມັນແມ່ນຂະບວນການເພື່ອປັບປຸງ ເງື່ອນໄຂການດຳລົງຊີວິດຂອງຊຸມຊົນແບບຄົບຊຸດ ທັງດ້ານ ສັງຄົມ, ເສດຖະກິດ ແລະ ວັດທະນະທຳ.
ຂໍ້ທີ 2. ມັນມີ ຄວາມແຕກຕ່າງລະຫວ່າງຕົວເມືອງ ແລະ ຊົນນະບົດ, ເຊິ່ງອົງກອນພັດທະນາສ່ວນຫລາຍ ຍັງຄິດວ່າ ອັນໃດທີ່ເຮັດຢູ່ໃນເມືອງແລ້ວສໍາເລັດ ມັນຈະໄດ້ຜົນຄືກັນເມື່ອໄປໃຊ້ໃນຊົນນະບົດ.
ຂໍ້ທີ 3, 4 ແລະ 5. ຄວາມຕ້ອງການຮັກສາເດີມຂອງຄົນພື້ນຖານ, ຄວາມຮູ້ສຶກບໍ່ມັກການປ່ຽນແປງ ແລະ ແນວຄິດປິດກັ້ນຕົນເອງຈາກພາຍນອກ. ສິ່ງເຫລົ່ານີ້ ບໍ່ກໍ່ໃຫ້ເກີດການຮ່ວມມືຈາກຊຸມຊົນ ແລະ ເຮັດໃຫ້ວຽກພັດທະນາເປັນໄປໄດ້ຍາກ ແລະ ໃຊ້ເວລາດົນ.
ຂໍ້ທີ 6. ຊັບພະຍາກອນ ແລະ ຄວາມອາດສາມາດບໍ່ພຽງພໍ, ເພາະການເຄື່ອນຍ້າຍທາງດ້ານປະຊາກອນ ແລະ ການປ່ຽນແປງທາງໂຄງສ້າງການຜະລິດອື່ນ ເຮັດໃຫ້ຊຸມຊົນມີຊັບພະຍາກອນບໍ່ພຽງພໍ ແລະ ບາງອັນກໍ່ຫາບໍ່ໄດ້ຈາກທ້ອງຖິ່ນ.
ຂໍ້ທີ 7. ຊຸມຊົນເອງບາງເທື່ອກໍ່ເຫັນແຕ່ເບື້ອງລົບຂອງຕົນເອງ, ສະນັ້ນ ການໂອ້ລົມກັບຊຸມຊົນ ແລະ ຊ່ວຍເຂົາເຈົ້າກຳນົດ ຈຸດແຂງ ແລະ ມີແນວຄິດບວກກ່ຽວກັບຊຸມຊົນກໍ່ສໍາຄັນຕໍ່ການພັດທະນາ.
ຂໍ້ທີ 8. ຂາດການມີສ່ວນຮ່ວມຂອງທຸກລຸ້ນຄົນ ທັງລຸ້ນຫນຸ່ມ ແລະ ອາວຸໂສ, ເຊິ່ງຜູ້ຂຽນແນະນຳໃຫ້ດຳເນີນທຸກຂະບວນການສື່ສານ ແລະ ດຳເນີນງານແບບເປີດກວ້າງ ແລະ ມີສ່ວນຮ່ວມ ເພື່ອລະດົມກຳລັງ.
ຂໍ້ທີ 9. ການມີຢູ່ ຫລື ລັກສະນະສະເພາະຂອງຊຸມຊົນມີການປ່ຽນແປງໄປແຕ່ລະໄລຍະທີ່ຮ້ອງວ່າປະຫວັດສາດ, ຂໍ້ນີ້ຄ້າຍຄືກັບທີ່ຜ່ານມາ ກ່ຽວກັບການບໍ່ຍອມຮັບການປ່ຽນແປງ ແລະ ຢາກຮັກສາເດີມ.
ຂໍ້ທີ 10. ຄວາມອາດສາມາດຂອງຜູ້ນໍາຊຸມຊົນຍັງຫນ້ອຍ, ຈຶ່ງເຮັດໃຫ້ບໍ່ສາມາດລະດົມປະຊາຊົນ ແລະ ແນວຄວາມຄິດຂອງສະມາຊິກຊຸມຊົນໄດ້ໂດຍປາສະຈາກການບັງຄັບ.

ອັນທີ່ກ່າວມານັ້ນ ແມ່ນປະສົບການບາງສ່ວນຂອງການເຮັດວຽກກັບຊົນນະບົດໃນປະເທດທີ່ພັດທະນາໄປໄກແລ້ວຄືກັບປະເທດອາເມລິກາ ທີ່ມີພື້ນຖານການສຶກສາທີ່ສູງກວ່າ ແລະ ຄວາມກ້າສະແດງຄວາມຄິດເຫັນຂອງຕົນຫລາຍກວ່າຄົນໃນປະເທດທີ່ກໍາລັງພັດທະນາ. ມີປະໂຫຍກຫນຶ່ງໃນບົດຄວາມຂອງອາເມລິກາສະບັບນີ້ ທີ່ຫນ້າຄິດແມ່ນ Communities are made up of people first and structures second, ເຫັນແຈ້ງວ່າ ຖ້າເຮົາເຮັດວຽກກັບຄົນໃນຊຸມຊົນແລ້ວ ເລື່ອງໂຄງສ້າງອື່ນໆຈະຕາມມາທີຫລັງ.

ນອກຈາກບັນຫາພື້ນຖານທົ່ວໄປຂອງການພັດທະນາ (ເຊັ່ນ: ໂຄງສ້າງປະຊາກອນ, ທີ່ຕັ້ງພູມສັນຖານ, ການເມືອງ, ຂະບວນການໂລກາພິວັດ ແລະ ບັນຫາໂລກຮ້ອນແລ້ວ). ໃນຫລາຍປະເທດທີ່ກຳລັງພັດທະນາມີການໃຊ້ປະປົນກັນ ເກືອບແຍກບໍ່ອອກ ລະຫວ່າງ ການພັດທະນາຊົນນະບົດ, ການສົ່ງເສີມການຜະລິດກະສິກຳ ແລະ ການຫລຸດຜ່ອນຄວາມທຸກຍາກ. ການພັດທະນາຊົນນະບົດຂອງແຕ່ລະປະເທດກໍ່ມີຄວາມທ້າທາຍແຕກຕ່າງກັນ.

ສຳລັບບ້ານເຮົາ ທີ່ຖືກຮ້ອງວ່າເປັນ ບ່ອນປາບຊຽນ ແຫ່ງວົງການພັດທະນາຊົນນະບົດ (ໄດ້ຍິນຄໍາສັບນີ້ມາຈາກ ToToon Sittiphone Thapesuphanh ແຫ່ງ Karuna Sole Company Limited) ເພາະມີລັກສະນະຊັບຊ້ອນ, ສະເພາະຕົວ ແລະ ວີທີການທີ່ເຄີຍເຮັດໄດ້ຜົນໃນປະເທດອື່ນ ກໍ່ອາດບໍ່ໄດ້ຜົນໃນປະເທດເຮົາ. ຫລາຍຢ່າງທີ່ສັງເກດເຫັນ ເປັນຕົ້ນແມ່ນ: ບັນຫາຄວາມຊິນເຄີຍຂອງປະຊາຊົນຢູ່ບາງຊຸມຊົນທີ່ຮັບແຕ່ການຊ່ວຍເຫລືອລ້າ ຈຶ່ງຂາດແຮງຈູງໃຈ ແລະ ຄວາມກະຕືລືລົ້ນໃຫ້ການຮ່ວມມື ແລະ ເປັນເຈົ້າການໃນວຽກຕ່າງໆ, ຍິ່ງໄປກວ່ານັ້ນ ຮູ້ສຶກວ່າ ເຮົາຍັງຂາດການສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາຊົນນະບົດໃນໄລຍະທີ່ຜ່ານມາ ແລະ ທີ່ສຳຄັນ ແມ່ນຂາດບຸກຄະລາກອນຄົນລາວ ທີ່ເປັນຊ່ຽວຊານ ແລະ ສຸມໃສ່ຄິດຫາຕົ້ນຕໍຂອງບັນຫາການພັດທະນາຊົນນະບົດໃນບ້ານເຮົາວ່າມັນແມ່ນຫຍັງແທ້ໆ? ຄວນສຸມໃສ່ອັນໃດ? ແລະ ແມ່ນຫຍັງກັນແທ້ ທີ່ພາໃຫ້ພວກເຮົາບໍ່ມີຕົວແບບໃນການພັດທະນາຊົນນະບົດທີ່ໃຊ້ໄດ້ດີກັບປະເທດເຮົາ? 

ຫນຶ່ງໃນຈຸດປະສົງຂອງບລັອກນີ້ ທີ່ຂຽນເປັນພາສາລາວ ແມ່ນຢາກແລກປ່ຽນກັບຄົນລາວນໍາກັນ ສະນັ້ນ ມີຫຍັງກະຂຽນມາທັກທາຍ ແລະ ແລກປ່ຽນໃນເລື່ອງນີ້ໄດ້. ຂອບໃຈ! 

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Friday, June 15, 2018

Automation 1: ຫຸ່ນຍົນຍາດວຽກຄົນຢູ່ປະເທດເພື່ອນບ້ານ: ກ່ຽວຫຍັງກັບລາວ? (Automation in neighboring countries: why should we worry?)


ຢາກຂຽນບົດຄວາມນີ້ ຍ້ອນເຫັນປະເດັນທີ່ຍົກຂຶ້ນໃນປື້ມຂາຍດີຫົວຫນຶ່ງ ທີ່ ກ່າວເຖິງຫຸ່ນຍົນ ແລະ ບົດບາດຂອງມັນທີ່ນັບມື້ເພີ່ມຂຶ້ນໃນສັງຄົມມະນຸດເຮົາ ທັງໃນພາກກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການດໍາລົງຊີວິດປະຈໍາວັນ. ນອກນັ້ນ ກໍ່ມີຫລາຍເລື່ອງທີ່ຫນ້າສົນໃຈ. ແຕ່ມື້ນີ້ ຊິມາຊວນລົມເລື່ອງການນໍາໃຊ້ ຫຸ່ນຍົນ ເຂົ້າໃນຂະບວນການຜະລິດໃນໂຮງງານອຸດສາຫະກຳ ເພື່ອເພີ່ມປະສິດທິພາບ ແລະ ຫລຸດຕົ້ນທຶນການຜະລິດ, ເຮັດໃຫ້ໂຮງຈັກໂຮງງານຫລາຍບ່ອນ ປ່ຽນຈາກລະບົບການຜະລິດແບບການເຂັ້ມງານ (Labour-intensive) ເປັນເຂັ້ມທຶນ (Capital-intensive).

ຫຸ່ນຍົນ: ທີ່ມາ ແລະ ຂໍ້ໄດ້ປຽບຂອງມັນ
ຄໍາວ່າ ໂຣບ໊ອດ (Robot) ຖືກນໍາໃຊ້ຄັ້ງທຳອິດ ໂດຍນັກຂຽນ ຊື່ ຄາເຣລ ຊາເພັກ ໃນນິຍາຍເລື່ອງ Rossum’s Universal Robots ໃນປີ 1920, ໃນເລື່ອງນັ້ນ Robot ທີ່ແປວ່າ ມະນຸດທຽມ ໄດ້ມາຈາກການປະສົມສອງຄໍາສັບ Rabota (ວຽກພາກບັງຄັບ) ແລະ Robotnik (ຂ້າທາດຕິດຫນີ້ທີ່ດິນ). ແຕ່ເມື່ອເວົ້າເຖິງການຜະລິດຫຸ່ນຍົນຂຶ້ນມາໃຊ້ຕົວຈິງນັ້ນ, ຫລັກໆແມ່ນເກີດມາຄວາມຈຳເປັນຂອງປະເທດພັດທະນາແລ້ວ ເຊັ່ນ ຍີ່ປຸ່ນ ແລະ ຈີນ ທີ່ເລີ່ມຂາດແຄນແຮງງານ ເຊິ່ງເປັນທີ່ມາຂອງຕົ້ນທຶນການຜະລິດທີ່ສູງ ແລະ ຜູ້ຜະລິດຂາດຄວາມອາດສາມາດໃນການແຂ່ງຂັນ ຈຶ່ງຜະລິດຫຸ່ນຍົນຂຶ້ນມາໃຊ້ເອງ, ເຊິ່ງຕໍ່ມາກໍ່ເປັນການຜະລິດຫຸ່ນຍົນເພື່ອຂາຍໃຫ້ປະເທດອື່ນ. ປະຈຸບັນ ຜູ້ຜະລິດຫຸ່ນຍົນລາຍໃຫຍ່ໃນໂລກ ມີ 5 ປະເທດ ຄື: ຍີ່ປຸ່ນ, ຈີນ, ອາເມລິກາ, ເກົາຫລີໃຕ້ ແລະ ເຢຍລະມັນ. ຍີ່ປຸ່ນ, ອາເມລິກາ ແລະ ເຢຍລະມັນ ຈະເນັ້ນຜະລິດຫຸ່ນຍົນອຸດສາຫະກຳ ແລະ ການແພດຊັ້ນສູງ, ສ່ວນເກົາຫລີ ແລະ ຈີນ ແມ່ນເນັ້ນໃສ່ ຫຸ່ນຍົນຜູ້ບໍລິໂພກທີ່ລາຄາຖືກກວ່າ. ເມື່ອເບິ່ງໃນແງ່ຂອງສ່ວນແບ່ງຕະຫລາດ, ຍີ່ປຸ່ນມີຍອດຂາຍສູງສຸດ. ແຕ່ເມື່ອເບິ່ງການເຕີບໂຕແລ້ວ, ຍອດຂາຍຫຸ່ນຍົນຂອງຈີນ ເພີ່ມຂຶ້ນຫລາຍກວ່າຫມູ່ ຄື 25%ຕໍ່ປີ.
ເຕັກໂນໂລຊີທີ່ພັດທະນາຢ່າງໄວວາ ເຮັດໃຫ້ຕົ້ນທຶນການຜະລິດ ແລະ ລາຄາຫຸ່ນຍົນຖືກລົງຢ່າງໄວວາ. ເຮົາຂໍຍົກຕົວຢ່າງ ກໍລະນີຂອງບໍລິສັດ Foxconn, ບໍລິສັດໄຕ້ຫວັນທີ່ຜະລິດໂທລະສັບ ແລະ ອຸປະກອນອື່ນໆໃຫ້ Apple, Microsoft ແລະ Sumsung ແລະ ມີຄົນງານປະມານ 1 ລ້ານຄົນ. ຍ້ອນຄ່າຈ້າງງານທີ່ແພງຂຶ້ນ ແລະ ສະພາບທີ່ແຮງງານຕ້ອງເຮັດວຽກຫນັກ, ບໍລິສັດຈຶ່ງມີນະໂຍບາຍນໍາໃຊ້ຫຸ່ນຍົນມາເຮັດວຽກຄູ່ກັບຄົນງານ ໂດຍໃຊ້ຫຸ່ນຍົນມາເຮັດວຽກຊໍ້າຊາກ ເຊັ່ນ ທາສີ ເຊື່ອມແຜງວົງຈອນໄຟຟ້າ ແລະ ປະກອບຊິ້ນສ່ວນ. ຜ່ານມາ Foxconn ໄດ້ເພີ່ມຈໍານວນຫຸ່ນຍົນເຂົ້າໃນການຜະລິດຢ່າງໄວວາ ຈາກ 10,000 ໂຕ ໃນທ້າຍປີ 2011 ເປັນ 300,000 ໂຕ ໃນທ້າຍປີ 2012 ເຮັດໃຫ້ອັດຕາສ່ວນຫຸ່ນຍົນຕໍ່ແຮງງານຫລຸດລົງ ຈາກ 1 ຕໍ່ 120 ຄົນ ມາເປັນ 1 ຕໍ່ 4 ຄົນ. ປະຈຸບັນລາຄາຫຸ່ນຍົນຢູ່ທີ່ໂຕລະ 25,000 ໂດລາ, ແຕ່ບໍ່ດົນກໍ່ມີບໍລິສັດຜະລິດຫຸ່ນຍົນຂອງໄຕ້ຫວັນ ສະເຫນີຈະຂາຍຫຸ່ນສະເປ໊ກດຽວກັນໃນລາຄາພຽງໂຕລະ 10,000 ໂດລາ. ມາຮອດນີ້ ຜູ້ອ່ານຄົງຈະເດົາອອກ ວ່າທ່າອ່ຽງຂອງນັກລົງທຶນ ແລະ ຜູ້ປະກອບການ ໃນການນຳໃຊ້ຫຸ່ນຍົນເຂົ້າໃນຂະບວນການຜະລິດຈະເປັນແນວໃດໃນອະນາຄົດ.
ນອກຈາກນັ້ນ, ການເລືອກຈ້າງງານລະຫວ່າງມະນຸດ ກັບ ຫຸ່ນຍົນ ກໍ່ມີເຫດມີຜົນໃນທາງເສດຖະສາດນໍາອີກ. ການໃຊ້ຫຸ່ນຍົນ ຖືກນັບເຂົ້າໃນ ລາຍຈ່າຍທີ່ເປັນເງິນລົງທຶນ (Capital expenditure) ເຊັ່ນດຽວກັນກັບການຊື້ເຄື່ອງຈັກ ແລະ ອຸປະກອນ, ສ່ວນການຈ້າງແຮງງານ ແມ່ນ ລາຍຈ່າຍດໍາເນີນງານ (Operational expenditure) ເຊິ່ງມີ ເງິນເດືອນ ແລະ ສະຫວັດດິການຕ່າງໆຂອງລູກຈ້າງ. ເມື່ອຕົ້ນທຶນການຈ້າງງານນັບມື້ນັບແພງຂຶ້ນ ແຕ່ລາຄາຫຸ່ນຍົນພັດນັບມື້ຖືກລົງ ແລະ ມີຕົ້ນທຶນບໍາລຸງຮັກສາທີ່ຕໍ່າ, ກະບໍ່ແປກທີ່ນາຍຈ້າງເອງຈະຫັນມາສົນໃຈລົງທຶນຊື້ຫຸ່ນຍົນ ຫລາຍກວ່າການຈ້າງແຮງງານ ໂດຍສະເພາະແຮງງານບໍ່ມີສີມື.


ການນໍາໃຊ້ຫຸ່ນຍົນແທນການຈ້າງງານຄົນໃນຂົງເຂດອາຊຽນ
2-3 ປີຜ່ານມານີ້ ໄດ້ມີການຍົກປະເດັນການໃຊ້ຫຸ່ນຍົນແທນແຮງງານຄົນຂຶ້ນມາສົນທະນາຫລາຍ ທັງໃນຫນ້າຫນັງສືພິມ ແລະ ບົດຄວາມວິຊາການ. ມັງກອນ 2018, ຫນັງສືພິມ The ASEAN Post ຕີພິມຫົວຂໍ້ What are the effects of automation on the ASEAN workforce? ເຊິ່ງ ອ້າງອີງເຖິງຂໍ້ມູນຂອງອົງການແຮງງານສາກົນ ວ່າ ລູກຈ້າງກິນເງິນເດືອນປະມານເຄິ່ງຫນຶ່ງ (137 ລ້ານຄົນ) ຢູ່ປະເທດ ກຳປູເຈຍ, ອິນໂດເນເຊຍ, ຫວຽດນາມ, ຟິລິບປິນ ແລະ ໄທ ຈະບໍ່ມີວຽກເຮັດໃນໄລຍະ 20 ປີຂ້າງຫນ້າ ຍ້ອນການເຂົ້າມາທົດແທນຂອງເຕັກໂນໂລຊີ ແລະ ຫຸ່ນຍົນ. ທະນາຄານໂລກເອງກໍ່ເປັນຫ່ວງວ່າ ປະເທດກຳລັງພັດທະນາພວມພົບສິ່ງທ້າທາຍຍ້ອນບອບບາງຕໍ່ກັບການຫັນເປັນຫຸ່ນຍົນ ເພາະປະເທດເຫລົ່ານີ້ ມີແຮງງານດິບ (ບໍ່ມີສີມື) ເປັນຈໍານວນຫລາຍ. ອົງການແຮງງານສາກົນໄດ້ຄິດໄລ່ສັດສ່ວນຂອງແຮງງານເບ້ຍມື້ (ກໍາມະກອນ) ທີ່ມີຄວາມສ່ຽງຖືກປ່ຽນແທນໂດຍເຄື່ອງຈັກໃນປະເທດໃກ້ຄຽງກັບລາວ ຄື: 70% ຂອງແຮງງານເບ້ຍມື້ໃນຫວຽດນາມ, 57% ໃນກຳປູເຈຍ, 56% ໃນອິນໂດເນເຊຍ, 49% ໃນຟິລິບປິນ ແລະ 44% ໃນປະເທດໄທ.
ເຖິງຈະມີຄຳເຫັນຈາກທະນາຄານພັດທະນາອາຊີ ວ່າ "ການພັດທະນາເຕັກໂນໂລຊີເຮັດໃຫ້ການຈ້າງງານເພີ່ມຂຶ້ນ ແລະ ພວກເຮົາອາດກັງວົນເກີນກວ່າເຫດ ເພາະວຽກທີ່ຖືກສ້າງຂຶ້ນໃນແຕ່ລະປີ ກໍ່ຫລາຍກວ່າວຽກທີ່ຖືກທໍາລາຍ ຫລື ປ່ຽນແທນໂດຍເຄື່ອງຈັກ". ແຕ່ໂດຍສ່ວນຕົວແລ້ວ ຜູ້ຂຽນຍັງຄົງກັງວົນຕໍ່ກັບຜົນກະທົບທີ່ຈະເກີດຂຶ້ນ ຕໍ່ແຮງງານດິບຂອງ ສປປ ລາວ ໃນສະພາບທີ່ການເຊື່ອມໂຍງທາງເສດຖະກິດ ແລະ ສັງຄົມຂອງບັນດາປະເທດອາຊຽນຍັງຄົງສືບຕໍ່ດຳເນີນໄປຢ່າງບໍ່ຢຸດຢັ້ງ.
ຖ້າຫາກການຄາດການຂອງອົງການແຮງງານສາກົນເປັນຈິງ ກ່ຽວກັບສັດສ່ວນແຮງງານໃນບັນດາປະເທດອາຊຽນ ທີ່ຈະສູນເສຍວຽກຂອງຕົນໃຫ້ກັບຫຸ່ນຍົນ, ການເຄື່ອນຍ້າຍຂອງແຮງງານພາຍໃນອາຊຽນທັງທີ່ເປັນທາງການ ແລະ ບໍ່ເປັນທາງການຍັງຄົງຈະດຳເນີນຕໍ່ໄປຢ່າງເສລີ, ສິມືແຮງງານລາວຍັງສືບຕໍ່ດ້ອຍພັດທະນາ, ແລະ ຜູ້ປະກອບການໃນບ້ານເຮົາກໍ່ມີຄວາມອາດສາມາດໃນການເຂົ້າເຖິງເຕັກໂນໂລຊີທັນສະໄຫມ ແລະ ຫຸ່ນຍົນປະກອບການຜະລິດທີ່ມີລາຄາຖືກກວ່າ, ເຮົາຈະເຫັນໄດ້ວ່າ ອາດມີສະພາບການຈໍານວນຫນຶ່ງ ເກີດຂຶ້ນໃນຕະຫລາດແຮງງານບ້ານເຮົາ ເຊັ່ນ:
1.       ຫລາຍຕໍາແຫນ່ງງານໃນລາວ ຈະຖືກປ່ຽນແທນດ້ວຍເຄື່ອງຈັກ (ບໍ່ຕ່າງຫຍັງຈາກປະເທດອື່ນ) ເພາະຄ່າຈ້າງງານເລີ່ມສູງຂຶ້ນ ແລະ ເຕັກໂນໂລຊີຖືກລົງ. ເຊິ່ງຈຸດນີ້ ເຮົາບໍ່ຕ້ອງສົງໃສວ່າ ລະຫວ່າງຮັກສາແຮງງານໄວ້ ກັບຫລຸດຕົ້ນທຶນລົງໂດຍການໃຊ້ເຄື່ອງຈັກ, ນັກລົງທຶນຊິເລືອກຫຍັງ. ພວກເຮົາຄືຊິໄດ້ເບິ່ງຄືນແລ້ວວ່າ ວຽກທີ່ພວກເຮົາພວມເຮັດໃນປະຈຸບັນນີ້ ຢູ່ໃນກຸ່ມສ່ຽງບໍ່?
2.       ການເຄື່ອນຍ້າຍກັບບ້ານຂອງແຮງງານລາວ (ໂດຍສະເພາະແຮງງານດິບ) ທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ເນື່ອງຈາກນະໂຍບາຍຫັນເປັນທັນສະໄຫມຂອງພວກເຂົາ. ຕົວຢ່າງ: ແຜນງານ Thailand 4.0 ຂອງປະເທດປະເທດໄທ ເຊິ່ງເປັນປະເທດທີ່ມີແຮງງານລາວໄປອອກແຮງງານຫລາຍທີ່ສຸດ. ແຕ່ພວກເຂົາກ່ຽວຫຍັງກັບພວກເຮົາ? ແຮງງານເຫລົ່ານີ້ ເປັນອ້າຍ ເອື້ອຍ ນ້ອງ ແລະ ພີ່ນ້ອງຮ່ວມຊາດ ທີ່ຍັງຂາດຄວາມສາມາດແຂ່ງຂັນໃນຕະຫລາດແຮງງານລາວ ຍ້ອນຂາດໂອກາດທາງການສຶກສາ-ອົບຮົມ.
3.       ການເຄື່ອນຍ້າຍເຂົ້າມາສະແຫວງຫາໂອກາດໃນການຈ້າງງານຂອງແຮງງານຕ່າງປະເທດ ໂດຍສະເພາະ ຈາກຫວຽດນາມ ແລະ ຟິລິບປິນ ເຊິ່ງແນ່ນອນວ່າ ເມື່ອທຽບກັບສີມືແຮງງານຂອງຄົນລາວເຮົາແລ້ວ ແຮງງານຈາກຕ່າງປະເທດກໍ່ມີຄວາມໄດ້ປຽບຫລາຍກວ່າ. 
4.     ໃນທາງກັບກັນ ເບິ່ງຄືວ່າ ຈະເປັນເລື່ອງທີ່ດີສຳລັບ ນາຍຈ້າງ ແລະ ນັກລົງທຶນໃນລາວ ເພາະສາມາດເລືອກໄດ້ທາງດ້ານແຮງງານ (ລາວ ຫລື ຕ່າງປະເທດ) ທັງປະລິມານ ແລະ ຄຸນນະພາບ. ຜູ້ໃຊ້ການບໍລິການກໍ່ສາມາດເລືອກໃຊ້ບໍລິການໄດ້ຕາມໃຈ ແລະ ຫລາກຫລາຍກວ່າເກົ່າ (ຕົວຢ່າງ ຕັດເລັບ ເສີມສວຍ ສ້ອມແປງ ແລະ ກໍ່ສ້າງ) ດ້ວຍລາຄາທີ່ຖືກລົງ ແລະ ຄຸນນະພາບດີກວ່າ.

ສະຫລຸບແລ້ວ ແຮງງານລາວທີ່ຍາມໃດກໍ່ຍັງພັດທະນາຊ້າ ແລະ ຫລ້າຫລັງ ກໍາລັງພົບເສິກສອງດ້ານ ທັງຈາກຫຸ່ນຍົນ-ເຄື່ອງຈັກກົນ ແລະ ຈາກແຮງງານຕ່າງປະເທດ. ແນ່ນອນ ການປັບປຸງສີມືແຮງງານໃຫ້ເທົ່າທຽມກັບແຮງງານປະເທດອື່ນ ຫລື ສາມາດໄລ່ທັນ ແລະ ເຮັດວຽກຄວບຄູ່ກັບເຄື່ອງຈັກກົນໄດ້ນັ້ນ ຕ້ອງໃຊ້ເວລາ ແລະ ການທຸ່ມເຫື່ອເທແຮງຢ່າງຫນັກຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຕົວຂອງພວກເຂົາເອງ. ຢ່າງຫນ້ອຍ ເຮົາກໍ່ຄວນເລີ່ມຄິດໄດ້ແລ້ວວ່າ ຈະຮັບມືກັບສະພາບເຫລົ່ານີ້ແນວໃດ? ເພາະການ update ຫລື ປ່ຽນແທນ ເຄື່ອງຈັກໃຊ້ເວລາພຽງ ສອງສາມຊົ່ວໂມງ ແຕ່ການຍົກລະດັບຄົນ ຫລື ແຮງງານ ໃຊ້ເວລາຫລາຍກວ່ານັ້ນ (ຫລາຍເທົ່າ).

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Wednesday, May 30, 2018

ເມື່ອເຮົາເລີ່ມເປັນຜູ້ໃຫຍ່ແມ່ກໍ່ນັບມື້ແກ່ຊະລາ (Grown up me and aging mom)


ພວກເຮົາຄົງບໍ່ປະຕິເສດວ່າ ແມ່ທີ່ໃຫ້ກຳເນີດ ແລະ ລ້ຽງດູເຮົາມາແຕ່ນ້ອຍຮອດໃຫຍ່ນັ້ນ ມີບຸນຄຸນຖ້ວມຫົວຊໍ່າໃດ ແລະ ໄດ້ຮັບການເທີດທູນບູຊາແນວໃດຈາກພວກເຮົາ ທັງກາຍ ວາຈາ ແລະ ໃຈ. ແຕ່ມື້ນີ້ ຊິມາຊວນລົມ ເລື່ອງເລັກໆນ້ອຍໆກ່ຽວກັບຜູ້ຍິງທີ່ເຮົາຮ້ອງວ່າ ແມ່.


ທາມໄລນຂອງພໍ່ແມ່ ແລະ ເຮົາ
ໂດຍທົ່ວໄປແລ້ວ ແມ່ຍິງລາວສະໄຫມກ່ອນສ້າງຄອບຄົວຕອນອາຍຸກ່ອນ 25 ປີ, ເມື່ອລູກໃຫຍ່ເປັນສາວອາຍຸ 25 ແມ່ກໍ່ໄດ້ 50 ປີ (ໄລ່ເອງເດີ້ ອາຍຸຂອງໃຜຂອງລາວເນາະ!). ສຳລັບເຮົາ, ເປັນລູກຄົນທີ່ສາມ ແລະ ແມ່ໃຫ້ກຳເນີດເຮົາຕອນເພິ່ນອາຍຸ 33 ປີ, ສະນັ້ນຕອນນີ້ເພິ່ນ ອາຍຸໄດ້ 70 ປີແລ້ວ. ດ້ວຍຄວາມເປັນໂສດ ແລະ ຫຍຸ້ງກັບວຽກ, ຂ້ອຍບໍ່ເຄີຍຈື່ວັນເກີດຂອງແມ່ໄດ້ເລີຍ ຈົນສາມປີໃຫ້ຫລັງໄດ້ແລ່ນຫນັງສືເດີນທາງໃຫ້ເພິ່ນ ຂຽນປະຫວັດເພິ່ນໃນປະຫວັດສະຫມັກວຽກ ຫລື ປະກັນຕ່າງໆ ຈຶ່ງມາພໍ້ວ່າ ອັນຢູ່ໃນບັດປະຈຳໂຕ ແລະ ສຳມະໂນຄົວນັ້ນ ບໍ່ແມ່ນວັນເກີດແທ້ຂອງເພິ່ນ ເພາະໃນສະໄຫມກ່ອນບໍ່ມີການບັນທຶກຄັກແນ່. ບາງຄັ້ງກໍ່ຄິດຢາກຮ້າຍໂຕເອງວ່າ ເຮົາຈື່ວັນເກີດຫມູ່ສະນິດ ແຟນ ແລະ ຄົນທີ່ເຮົາແອບມັກ, ມີຂອງຂວັນ ແລະ ໂທໄປອວຍພອນກັນກາງເດິກ ແຕ່ເປັນຫຍັງຈຶ່ງບໍ່ເຄີຍສົນໃຈວັນເກີດຂອງຜູ້ຍິງຄົນນີ້ ແລະ ກັບເປັນເພີ່ນເອງທີ່ຈື່ວັນເກີດຂອງເຮົາ ເພາະເຊື່ອແນ່ວ່າ ມັນເປັນມື້ຫນຶ່ງທີ່ເຈັບທີ່ສຸດໃນຊີວິດຂອງເພີ່ນ ເພື່ອໃຫ້ກຳເນີດເຮົາ.
ຫລາຍສິ່ງທີ່ມາພ້ອມກັບອາຍຸຂອງແມ່ ແມ່ນສຸຂະພາບຮ່າງກາຍທີ່ຊະລາພາບ ຫນ້າຕາກໍ່ຫ່ຽວຍານ ຫູຕາຟ່າຟາງ ຍ່າງໄປໃສມາໃສກະຊ້າ ມີນໍ້າຫນັກໂຕທີ່ເພີ່ມຂຶ້ນ ເຮັດໃຫ້ປວດແຂ່ງປວດຂາ ມີໂລກປະຈຳໂຕຈຳນວນຫນຶ່ງທີ່ຕ້ອງໄດ້ໄປຫາຫມໍເປັນປະຈໍາ ແລະ ມັກຈົ່ມ (ຮະຮະ). ສະນັ້ນ ເວລາຄົນໄວ 30-40 ໄປພໍ້ກັນ ຈຶ່ງມັກເລີ່ມໄດ້ຍິນເລື່ອງສຸຂະພາບຂອງພໍ່ແມ່ ແລະ ການປິ່ນປົວຮັກສາ ບາງຄົນກໍ່ສູນເສຍ (ເຮົາເສຍພໍ່ໄປຕອນທີ່ຕົນເອງອາຍຸໄດ້ພຽງ 26 ປີ). ຊີວິດກະແປກ ທີ່ເຮັດໃຫ້ຊ່ວງອາຍຸນີ້ເປັນຊ່ວງຂ້າມຜ່ານຂອງຊີວິດ ບາງຄົນທັງຕ້ອງ 1. ເບິ່ງຄອບຄົວໂຕເອງ (ຖ້າສ້າງຄອບຄົວ) ຫລື ຄົນຮັກ, 2. ວຸ້ນວາຍກັບວຽກງານ ແລະ 3. ຍັງຕ້ອງໄດ້ແບ່ງເວລາມາເບິ່ງແຍງພໍ່ແມ່. ແນ່ນອນ ການຈັດລຽງບຸລິມະສິດ ລະຫວ່າງສາມຢ່າງນີ້ ບໍ່ແມ່ນເລື່ອງງ່າຍ ແລະ ສ່ວນຫລາຍເລື່ອງການເບິ່ງພໍ່ແມ່ສຳຫລັບຫລາຍຄົນກາຍເປັນບູລິມະສິດສຸດທ້າຍ ດ້ວຍຫລາຍໆເຫດຜົນ. ສຳລັບພໍ່ແມ່ເດ້ ຄິດແນວໃດ? ເທົ່າທີ່ສຳຜັດໄດ້ ແມ່ນພວກເພິ່ນກະຕ້ອງດູແລໂຕເອງ ເອົາເວລາເທົ່າທີ່ລູກມີໃຫ້ ຊື່ນຊົມກັບຜົນສຳເລັດໃນວຽກງານຂອງລູກ ແລະ ເປັນສຸກເມື່ອໄດ້ເຫັນລູກມີຊີວິດຄອບຄົວທີ່ສົມບູນ. ຫລາຍຄັ້ງທີ່ພໍ່ແມ່ເຮົາບໍ່ສະບາຍ ແລະ ໄປຊື້ຢາມາກິນເອງ, ຫນ້ອຍຄັ້ງທີ່ຈະຂໍໃຫ້ພາໄປໂຮງຫມໍ ເພາະເຫັນວ່າລູກຄາວຽກ ບໍ່ມີເວລາ ຫລື ບໍ່ມີເງິນ.

ຖານະດ້ານການເງິນຂອງແມ່
ໃນປະເທດທີ່ຈະເລີນ ແລະ ມີລະບົບສະຫວັດດິການສັງຄົມທີ່ດີ ບ່ອນທີ່ຄົນຊະລາມີເງິນເດືອນກິນ ແລະ ມີເງິນບໍານານທີ່ຂ້ອນຂ້າງກຸ້ມກິນ, ເຮົາອາດຈະບໍ່ເປັນຫ່ວງເລື່ອງການເງິນຂອງພວກແມ່ໆພໍປານໃດ. ແຕ່ໃນສັງຄົມບ້ານເຮົາ ບ່ອນທີ່ແມ່ຍິງສ່ວນຫລາຍເປັນແມ່ເຮືອນ ລ້ຽງລູກເຮັດວຽກເຮືອນ ຫາເງິນຈາກອາຊີບບາງຢ່າງ ແລະ ໃຫ້ຜົວເປັນໂຕຫລັກໃນການຫາເງິນເຂົ້າຄອບຄົວ. ສິ່ງທີ່ຂ້ອຍເຫັນຕອນຍັງນ້ອຍແມ່ນ ແມ່ເຮັດວຽກຫນັກ ທັງວຽກເຮືອນ ຫາເງິນຊ່ວຍຜົວ ແລະ ຂາດສິດໃນການຕັດສິນໃຈ ເພາະຕ້ອງແລ້ວແຕ່ຜົວ, ຄວາມມ່ວນຊື່ນລື່ນເລີງເພື່ອນຝູງຫມູ່ຄູ່ຫວະ ບໍ່ຕ້ອງຖາມຫາ ເພາະຊີວິດຂອງລາວ 24 ຊົ່ວໂມງ ແມ່ນລູກກັບຜົວ. ແມ່ອາດຈະໄຄຂຶ້ນເມື່ອລູກໃຫຍ່ພໍຊ່ວຍວຽກເຮືອນໄດ້ ແຕ່ກະຍັງຕ້ອງຫາເງິນສົ່ງເສຍໃຫ້ລູກຮຽນຈົນຈົບ, ແມ່ຂ້ອຍຕ້ອງໄປເຮັດວຽກຢູ່ບ້ານເກີດ ເພື່ອສົ່ງໃຫ້ຂ້ອຍຮຽນຈົບປີສຸດທ້າຍຢູ່ ມຊ. ບາດຈົບແລ້ວຄິດວ່າຊິສະບາຍ ແມ່ບາງຄົນກໍ່ຕ້ອງດິ້ນລົນຕໍ່ເພື່ອໃຫ້ລູກມີວຽກເຮັດງານທຳທີ່ດີ ມີຄອບຄົວທີ່ດີ ແລະ ມີຄວາມສຸກ. ຖ້າລາວໂຊກດີ ມີວຽກເຮັດ ມີບໍານານກິນ ແລະ ຜົວກະຍັງຢູ່ນຳກັນຈົນແກ່ເຖົ້າ ກະດີໄປ, ແຕ່ໂຊກບໍ່ດີຄືແມ່ຂ້ອຍ ທີ່ຜົວຕາຍປະ (ຫລື ບາງກໍລະນີຢ່າຮ້າງ) ກໍ່ຕ້ອງໄດ້ໃຊ້ຊີວິດລໍາພັງ ຖ້າຫາກລູກສ້າງຄອບຄົວ ແລະ ຍ້າຍອອກໄປບ່ອນອື່ນ. ຖາມວ່າແມ່ທີ່ມີແບບແຜນຊີວິດແນວນີ້ ເອົາເງິນມາແຕ່ໃສໃຊ້ຈ່າຍໃນເມື່ອຕົນເອງແກ່ຊະລາ ແລະ ບໍ່ມີແຮງເຮັດວຽກຄືແຕ່ເກົ່າ, ແນ່ນອນລະ ແມ່ນຕ້ອງມາຈາກລູກຫລານ (ຖ້າບໍ່ມີມູນມັງສະຂະຫຍາ). ການມີເງິນຂອງແມ່ນັ້ນ ກະບໍ່ຈະແຈ້ງດອກ, ຖ້າເພີ່ນຢູ່ນຳເຮົາ ເຮົາເປັນຄົນອອກຄ່າໃຊ້ຈ່າຍໃນເຮືອນທຸກຢ່າງ ເພິ່ນອາດບໍ່ຕ້ອງກັງວົນຫຍັງ. ກະແມ່ນຢູ່ວ່າ ຜູ້ເຖົ້າຢູ່ຊົນນະບົດບ່ອນທີ່ບໍ່ຕ້ອງໄປໃສມາໃສ ຫລື ເຂົ້າສັງຄົມ, ເງິນເກືອບວ່າບໍ່ຈຳເປັນຕ້ອງໃຊ້. ແຕ່ຖ້າຢູ່ໃນເມືອງໃຜໆຈະໄປໃສກະຕ້ອງມີເງິນ, ເຮົາເອົາເງິນໃຫ້ແມ່ເລື້ອຍປານໃດ ເພື່ອໃຊ້ຈ່າຍສ່ວນຕົວ? ປົກກະຕິບໍ່? ເຮົາເອງກະຍັງບໍ່ແນ່ໃຈ. ຢ່າງໃດກໍ່ຕາມ, ແມ່ຂອງເຮົາອາດບໍ່ແມ່ນຄົນທີ່ໂຊກຮ້າຍທີ່ສຸດກະເປັນໄດ້. ເວລາໄປຕະຫລາດກັບແມ່ ຂ້ອຍມັກຊື້ເຄື່ອງນຳຜູ້ເຖົ້າ (ຜັກຊຸບເກັບມາແຕ່ນາ, ປິ້ງກ້ວຍ, ຕົ້ມສາລີ....) ແມ່ບອກວ່າ ຊື້ເຮັດຫຍັງ ຢູ່ເຮືອນເຮົາກະຍັງຢູ່, ຂ້ອຍບອກແມ່ວ່າ ເຮົາຢາກຊ່ວຍລາວ ເພື່ອໄວ້ຖ້າໂຊກຮ້າຍ ເຮົາຕາຍປະແມ່ ແລະ ແມ່ຕ້ອງມາຂາຍແບບນີ້ ເຮົາກະຢາກໃຫ້ມີຄົນມາຊື້ຊ່ອຍເຈົ້າ, ... ຫມາຍຄວາມແນວນັ້ນແທ້ໆ!
ຫລັງຈາກສັງເກດຫລາຍຄັ້ງ ຈຶ່ງເຂົ້າໃຈວ່າ ການຂາດອິດສະຫລະພາບທາງການເງິນ ເຮັດໃຫ້ແມ່ຍິງຈໍາກັດໂຕເອງຢູ່ໃນກອບໃດຫນຶ່ງ ແລະ ບໍ່ຮູ້ວ່າການສ້າງຄວາມສຸກໃຫ້ໂຕເອງ ດ້ວຍໂຕເອງແມ່ນແນວໃດ. ຈື່ໄດ້ຊ່ວງຕົ້ນໆ ທີ່ຂ້ອຍເລີ່ມແຍກເງິນຄ່າໃຊ້ຈ່າຍໃນເຮືອນກັບເງິນໃຫ້ແມ່ ແລະ ບອກວ່ານີ້ເປັນເງິນຂອງແມ່ ແລະ ແມ່ຈະເອົາໄປໃຊ້ຫຍັງກະໄດ້, ເພິ່ນຍັງບໍ່ຮູ້ຈະເຮັດແນວໃດກັບມັນ. ຫລັງໆມາເລີ່ມເກັ່ງຂຶ້ນ ເພິ່ນໄປຕະຫລາດເອງ ແລະ ຊື້ (ຊ້ອບປິ້ງ) ຂອງທີ່ຕົນເອງມັກ, ຖາມວ່າເປັນຫຍັງຈັ່ງຊື້ອັນນີ້ ລາວຕອບວ່າ ຂ້ອຍມັກເດ້, ຮະຮະຮະ ອັນນີ້ແຫລະ ທີ່ຢາກໄດ້ຍິນ. ເວລາເຮັດອາຫານ ເພິ່ນກະແບ່ງໄວ້ສອງພູດ ບອກວ່າ ອັນນີ້ໄປວັດເດີ້ ຫ້າມກິນ. ເວລາຕື່ນບໍ່ທັນໄປວັດມື້ວັນສິນ ກໍ່ມີອາການຫງຸດຫງິດໃສ່ລູກ ຮະຮະ ຄືກັບເດັກນ້ອຍໄປບໍ່ທັນງານປາຕີ້ຈັງໃດຈັ່ງຊັ້ນແຫລະ! ມີຫລາຍຢ່າງທີ່ປ່ຽນໄປ ແລະ ເຮົາກະຂ້ອນຂ້າງພໍໃຈກັບສິ່ງທີ່ເກີດຂຶ້ນ.

ແຕ່ລະມື້ແມ່ເຮັດຫຍັງ ແລະ ມີຄວາມສຸກບໍ່
ເປັນຜູ້ເຖົ້າເຝົ້າເຮືອນ, ໃຫ້ຕາຍແມະ! ທີ່ຈິງແລ້ວຂະເຈົ້າບໍ່ເຄີຍຢູ່ລ້າໆເລີຍ. ຜູ້ເຖົ້ານອນຫນ້ອຍ ຈຶ່ງຕື່ນແຕ່ເຊົ້າ ຫນຶ້ງເຂົ້າ ໄປວັດ ໃສ່ບາດ ຫ້າງເຂົ້າເຊົ້້າ ບາງເທື່ອກະກິນພ້ອມລູກກ່ອນຂະເຈົ້າຊິໄປການ. ຄິດເອົາ ຖ້າຂະເຈົ້າຢູ່ຄົນດຽວ ມັນຊິເຫງົາຂະຫນາດໃດ ຕື່ນມາແລ້ວບໍ່ເຫັນໃຜ? ເມື່ອລູກອອກບ້ານແລ້ວ ນາງກໍ່ເລີ່ມເຮັດວຽກເຮືອນ ເຮັດສວນທີ່ນາງມັກ ແລະ ຍ່າງໄປລົມຄົນຂ້າງບ້ານ. ສວຍໆແດ່ກະໂທຖາມວ່າຊິເຮັດຫຍັງກິນເປັນເຂົ້າແລງ. ຂໍ້ດີຂອງການມີໂທລະສັບກັບຄື ນາງໄດ້ໂທໄປຫາໃຜກະໄດ້ທີ່ຢາກລົມ (ແມ່ເຮົາຍັງບໍ່ຍອມໃຊ້ອິນເຕີເນັດຫລິ້ນເຟສບຸກ ແລະ ເພີ່ນກະຫລິ້ນໄພ່ບໍ່ເປັນ). ເຮົາບອກໄດ້ຢ່າງຫນຶ່ງ ວ່າ ຖ້າປ່ອຍໃຫ້ແມ່ຢູ່ຄົນດຽວ ເວລາກັບຮອດເຮືອນ ເຈົ້າຕ້ອງໄດ້ຖາມເບິ່ງນາງວ່າ ຕອນສວຍນີ້ ກິນເຂົ້າກັບຫຍັງ ເພາະຫລາຍຄັ້ງທີ່ ນາງບໍ່ກິນເຂົ້າສວຍເລີຍ (ດ້ວຍເຫດຜົນຫລາຍໆຢ່າງ).
ກັບຄຳສຸພາສິດທີ່ວ່າ ນັ່ງຢູ່ນອນກິນ ຂ້ອຍບໍ່ເຄີຍເຊື່ອວ່ານັ້ນແມ່ນຄວາມສຸກ, ຈຶ່ງບໍ່ເຄີຍຫ້າມບໍ່ໃຫ້ແມ່ເຮັດວຽກເຮືອນ ແຕ່ກະບອກວ່າ ຖ້າເມື່ອຍກະເຊົາ ດຽວລູກກັບມາລະຊິມາເຮັດເອງ. ມັນແມ່ນຄວາມຈິງ ເພາະຖ້າບໍ່ໃຫ້ເພີ່ນອອກກຳລັງກາຍເລີຍ ມັນບໍ່ດີຕໍ່ສຸຂະພາບ. ເວົ້່າແນວນີ້ ບໍ່ໍແມ່ນໃຫ້ແມ່ມາເຮັດວຽກເປັນຄົນໃຊ້ ແຕ່ການເຮັດວຽກເຮືອນຂອງເພິ່ນ ຫລື ເອົາລູກເອົາຫລານ ຄວນຢູ່ໃນປະລິມານທີ່ເຫມາະສົມ ແລະ ສະຫມັກໃຈ ທີ່ບໍ່ເປັນການທຳຮ້າຍສຸຂະພາບຂອງເພິ່ນ.
ຖາມວ່າເພິ່ນມີຄວາມສຸກບໍ່? ກະຕອບບໍ່ໄດ້ 100% ເຮົາຕ້ອງໄດ້ສັງເກດເອງ ແລະ ຜູ້ເຖົ້າ ສັງເກດບໍ່ຍາກ ເພາະຂະເຈົ້າຈະກັບໄປມີນິດໃສຄືເດັກນ້ອຍໃນບາງຄັ້ງ. ເຊິ່ງທຸກມື້ນີ້ ສິ່ງທີ່ເຮັດແມ່ນ ສັງເກດວ່າເຮັດຫຍັງແລ້ວມີຄວາມສຸກ ກະເຮັດແນວນັ້ນໃຫ້ເພິ່ນ. ແລະ ເຈົ້າຈະບໍ່ຮູ້ເລີຍວ່າຕ້ອງເຮັດຫຍັງ ຖ້າເຈົ້າບໍ່ໄດ້ຢູ່ໃກ້ແມ່, ບໍ່ໄດ້ລົມແມ່, ບໍ່ໄດ້ສັງເກດແມ່... ການຖາມເພິ່ນຕົງໆ ມັກຈະບໍ່ໄດ້ຄຳຕອບທີ່ແທ້ຈິງດ໊ອກ.

ໃນເວລາ 24 ຊົ່ວໂມງ 365 ວັນ ເຈົ້າໃຫ້ແມ່ເທົ່າໃດ
ນອກຈາກເງິນ, ການດູແລເອົາໃຈໃສ່ ແລະ ຄວາມເຂົ້າອົກເຂົ້າໃຈແລ້ວ, ສິ່ງຫນຶ່ງທີ່ເຮົາມອບໃຫ້ແມ່ໄດ້ ກະຄື ເວລາ. ເວລາ ອັນທີ່ພວກເຮົາຮ້ອງມັນວ່າ ເປັນເງິນ-ເປັນຄຳ, ເວລາທີ່ພວກເຮົາໃຊ້ໄປກັບສັງຄົມ ງານລ້ຽງງານສັງສັນ ຫນ້າທີ່ວຽກງານ ແລະ ຄອບຄົວຕົນເອງ ຫລື ຄົນຮັກ ຫລືຖ້າເມສເຊສຂອງໃຜບາງຄົນ, ເວລາທີ່ພວກເຮົາບອກວ່າ ໃຊ້ມັນຫາເງິນ ກະເພື່ອ ມາເບິ່ງແຍງຄອບຄົວຫັ້ນແຫລະ. ທີ່ຈິງມັນບໍ່ມີສູດສຳເລັດດອກວ່າຈະແບ່ງເວລາໃຫ້ເພິ່ນຍາມ ແບ່ງມາຈັກຊົ່ວໂມງ ໃຫ້ມາເຮັດຫຍັງ ແລະ ເພື່ອຫຍັງ. ແຕ່ຄວາມຈິງກະຄື ເພີ່ນຕ້ອງການມັນ ແລະ ເຮົາເອງກະຕ້ອງໄດ້ຕັດສິນໃຈໃນລາຍລະອຽດເຫລົ່ານີ້. ທີ່ຈິງແລ້ວ ການມີເວລາໃຫ້ ແລະ ຢູ່ກັບແມ່ຂອງເຮົານັ້ນ, ບໍ່ແມ່ນເພື່ອໃຜ ມັນແມ່ນເພື່ອຕົວເຮົາເອງ. ຄວາມຈິງອັນຫນຶ່ງທີ່ພວກເຮົາຕ້ອງຍອມຮັບໃຫ້ໄດ້ກະຄື ມື້ຫນຶ່ງ ແມ່ຈະຈາກເຮົາ ແລະ ໂລກນີ້ໄປ, ແລະ ຫລາຍຄົນກໍ່ເສຍໃຈທີ່ບໍ່ໄດ້ເຮັດຫຍັງໃຫ້ແມ່ຕອນທີ່ເພີ່ນຍັງມີຊີວິດຢູ່ ບໍ່ໄດ້ໃຊ້ເວລາຮ່ວມກັນ ແລະ ຄວາມເສຍໃຈນັ້ນກໍ່ຈະຕິດໂຕເຮົາໄປຕະຫລອດ (ຄືກັບຂ້ອຍທີ່ເສຍພໍ່ໄປໂດຍບໍ່ໄດ້ເບິ່ງແຍງ). ແມ່ເຄີຍຈົ່ມສະເຫມີວ່າ ຖ້າແມ່ຕາຍຢ່າໄປຮ້ອງໃຫ້ຫາແມ່ຢູ່ປ່າເຮ່ວເດີ້ (ສຽງໄທເມືອງຫລວງ), ເພາະມື້ນັ້ນ ເພິ່ນຈະບໍ່ກັບມາຫາເຮົາອີກແລ້ວ. ຂ້ອຍໃຊ້ເວລາທີ່ເຫລືອຢູ່ ເພື່ອຊອກຮູ້ກ່ຽວກັບແມ່ຂອງຕົນເອງ ສີທີ່ມັກ ອາຫານທີ່ຢາກກິນ ຂອງຫວານທີ່ຊື້ ໂມດເສື້ອທີ່ໃສ່ ລາຍການໂທລະທັດທີ່ຕິດຕາມ, ຫມູ່ທີ່ເພິ່ນມີ, ອື່ນໆກ່ຽວກັບແມ່ ແລະ ເຕີມເຕັມໃນສິ່ງທີ່ເພິ່ນຂາດ (ຖ້າເຮັດໄດ້).

ໂທດເດີ້ ບລ໊ອກເດືອນນີ້ບໍ່ແມ່ນວິຊາການແຕ່ແມ່ນເລື່ອງຂອງແມ່ <3

Friday, April 27, 2018

ບໍລິໂພກນິຍົມ ພາກ 1: ເຈົ້າບໍລິໂພກນິຍົມບໍ່? (Are you a slave to consumerism?)


ຕອນຍັງນ້ອຍ ຈື່ໄດ້ວ່າ ປີຫນຶ່ງໄດ້ເຄື່ອງນຸ່ງໃຫມ່ສະເພາະຕອນບຸນປີໃຫມ່ລາວ, ເຄື່ອງງາມແດ່ແມ່ນພີ່ນ້ອງຜູ້ມີຖານະດີ (ເຄື່ອງເພິ່ນບໍ່ນຸ່ງແລ້ວ) ເພິ່ນເອົາໃຫ້, ມີເທື່ອຫນຶ່ງບໍ່ຍອມໄປບຸນປີໃຫມ່ໂຮງຮຽນ ຍ້ອນພໍ່ແມ່ ບໍ່ຊື້ສົ້ງຍີນໂຕໃຫມ່ໃຫ້. ດຽວນີ້, ເຄື່ອງເຕັມຕູ້ ສິ້ນຢ່າງດຽວມີປະມານ 30 ກວ່າຜືນ ເສື້ອໂສ້ງ ນຸ່ງເປັນປີກະຍັງບໍ່ໄຂວ່, ບາງໂຕນຸ່ງບໍ່ຮອດສາມເທື່ອຊໍ້າ. ຊື້ມາເຮັດຫຍັງຫລາຍແທ້? ມີແລ້ວມີຄວາມສຸກຫລາຍຂຶ້ນຫວະ? ເບິ່ງຄືຮັ່ງຂຶ້ນຫວະ? ຖ້າເອົາເງິນທີ່ຊື້ຂອງພວກນີ້ໄປທ້ອນ ຄືຊິໄດ້ຫລາຍແລ້ວ.

ບໍລິໂພກນິຍົມແມ່ນຫຍັງ? 
ເປັນລັດທິຫນຶ່ງ (ຮະຮະ) ທີ່ນິຍົມບໍລິໂພກເກີນຄວາມຕ້ອງການທີ່ຈຳເປັນໃນຊີວິດ ແລະ ເກີນຖານະລາຍໄດ້ ຫລື ຄວາມສາມາດໃນການຜະລິດ ຫລື ຫາມາໄດ້ຂອງຕົນເອງ. ລັກສະນະຕົ້ນຕໍຂອງການລັດທິນີ້ ແມ່ນ ມີທັດສະນະມັກຊົມໃຊ້ຫລາຍກວ່າຜະລິດ (ຖືວ່າ ການໄດ້ຊົມໃຊ້ແມ່ນຄວາມສຸກ), ມີພຶດຕິກຳອວດຮັ່ງອວດມີ (ຖືວ່າ ຜູ້ທີ່ໄດ້ຄອບຄອງວັດຖຸແມ່ນຄົນຮັ່ງມີ) ແລະ ລະບົບເຮັດໃຫ້ທຸກຢ່າງກາຍເປັນສິນຄ້າ (ບໍ່ເວັ້ນແມ່ນແຕ່ວັດທະນະທຳ ການເຮັດບຸນ ກໍ່ມີລັກສະນະສຳເລັດຮູບທີ່ຈ່າຍເງິນຊື້). ເປັນລັດທິບູຊາຄວາມສຳເລັດຮູບ: ໄດ້ມາຢ່າງງ່າຍໆ, ໄວໆ, ບໍ່ຕ້ອງເຮັດຫຍັງເອງ ແລະ ໃຊ້ເງິນຊື້.

ແນວຄິດບໍລິໂພກນິຍົມ ແມ່ນເກີດຂຶ້ນບົນພື້ນຖານຄວາມເຊື່ອທີ່ວ່າ ເພື່ອໃຫ້ເຮົາມີຄວາມສຸກຫລາຍຂຶ້ນ,
ມີຊີວິດດີຂຶ້ນ ແລະ ເປັນຄົນທີ່ມີຄວາມສຳເລັດກວ່າເກົ່າ ພວກເຮົາຈະຕ້ອງມີວັດຖຸ-ເຄື່ອງຂອງຫລາຍຂຶ້ນ.
ຮ້ອງວ່າ ການບໍລິໂພກດ້ວຍຕັນຫາ.

ໃນສັງຄົມບໍລິໂພກນິຍົມຈະມີຄວາມຫລາກຫລາຍຂອງສິນຄ້າ ແລະ ການບໍລິການມາໃຫ້ຄົນເລືອກຊື້. ຄົນຈະຕື່ນເຕັ້ນ ສະຫນຸກສະຫນານ ເມື່ອມີຂອງໃຫມ່ອອກມາລໍ້ ໃຫ້ຄວາມຮູ້ສຶກເປັນສຸກຢູ່ເລື້ອຍໆ, ເປັນການໃຫ້ຄວາມສຸກທາງວັດຖຸ (ບໍ່ແມ່ນ ຄວາມສຸກພາຍໃນ) ແລະ ຂະນະດຽວກັນ ກໍ່ໃຫ້ອໍານາດ ແລະ ສະຖານະແກ່ຄົນທີ່ຊົມໃຊ້ມັນ (ເຊັ່ນ ລົດ, ເຮືອນຫລັງໃຫຍ່, ມືຖື ແລະ ອື່ນໆ)

ເຄື່ອງມືໃນການສ້າງແນວຄິດບໍລິໂພກນິຍົມ
ສື່ກາງທີ່ເພາະບົ່ມ ແຊກຊຶມ ປ້ອນຂໍ້ມູນທາງຈິດໃຈໃຫ້ພວກເຮົາກາຍເປັນພວກບໍລິໂພກນິຍົມ ແມ່ນສິ່ງຕ່າງໆທີ່ເຮົາຈະຕ້ອງໄດ້ພົບພໍ້ໃນຊີວິດປະຈຳວັນ ຕັ້່ງແຕ່ນອນຕື່ນ, ລະຫວ່າງທາງໄປການ, ຮອດບ່ອນເຮັດວຽກ, ທາງກັບບ້ານ, ນັ່ງເບິ່ງໂທລະທັດ ຈົນຮອດຕອນເຂົ້ານອນ.

-       ການໂຄສະນາທາງກົງ:
ຜ່ານສື່ຕ່າງໆ (ຫນັງສືພິມ, ວາລະສານ, ວິທະຍຸ, ໂທລະທັດ, ອິນເຕີເນັດ, ປ້າຍໂຄສະນາ ແລະ ອື່ນໆ) ໂດຍອາດຈະເອົາຄົນດັງ, ດາລາ ຫລື ນັກຮ້ອງ ມາເປັນຕົວແທນ, ເພື່ອໃຫ້ທຸກຄົນຢາກມີ ຢາກໃຊ້ ຄືກັນກັບຄົນດັງເຫລົ່ານັ້ນ. ນອກຈາກນັ້ນ, ຄົນໃກ້ຕົວ (ຫມູ່, ເພື່ອນຮ່ວມງານ, ຄອບຄົວ) ກໍ່ແມ່ນສື່ກາງການຂາຍທີ່ແນບນຽນ ທີ່ມາບອກເຮົາວ່າສິນຄ້ານັ້ນນີ້ດີ ແລະ ເຮົາຄວນຈະຊື້ມາບໍລິໂພກ--ສັງເກດງ່າຍໆໃນເຟສບຸກຂອງພວກເຮົາ.

-       ການໂຄສະນາແຝງ:
ເຊັ່ນໃນລະຄອນ ຫລື ຮູບເງົາ. ວ່າກັນວ່າໃນຮູບເງົາເລື່ອງ ເຈມສບອນ ຕອນ ທູມໍໂລເນເວີດາຍ ທີ່ສາຍໃນປີ 1997, ມີການວາງສິນຄ້າໂຄສະນາໄວ້ຫລາຍຢ່າງຕະຫລອດເລື່ອງ ຄື ບັດເຄຣດິດ Visa, ບໍລິສັດລົດເຊົ່າ Avis, ລົດຈັກ-ລົດໃຫຍ່ BMW, ເຫລົ້າໂວດກ້າ Smirnoff, ເບຍ Heineken, ໂມງ Omega, ໂທລະສັບມືຖື Ericson, ເຄື່ອງສຳອາງ LOréal. ກະໄປລອງຊອກເບິ່ງຄືນ ວ່າເຫັນຜະລິດຕະພັນພວກນີ້ແທ້ບໍ່.

ຜ່ານຄ່ານິຍົມທີ່ສອດແຊກໃນກິດຈະກຳຜ່ອນຄາຍຕ່າງໆ, ຄົນຈຳນວນຫລາຍຫລິ້ນກິລາ ບໍ່ແມ່ນເພື່ອໃຫ້ສຸຂະພາບແຂງແຮງ ຫລື ໄປທ່ຽວເພື່ອຜ່ອນຄາຍ ແຕ່ຢາກໃຫ້ຄົນອື່ນເຫັນວ່າຕົນເອງມີຄ່ານິຍົມດີ ແລະ ລວຍ. ກິລາທີ່ຖືກນິຍົມເອົາສິນຄ້າມາພ່ວງຂາຍແມ່ນຈຳພວກ ເຕະບານ (ໃນບ້ານເຮົາ) ເທັນນິສ ຣັກບີ້ ແລະ ອື່ນໆ (ໃນຕ່າງປະເທດ). ສິ່ງທີ່ພ່ວງມານໍາແມ່ນຫຍັງ? ເກີບເຕະບານໃຫມ່, ເສື້ອ, ໂສ້ງ, ສາຍພາດຄໍ-ມັດຫົວ, ພວງກຸນແຈ ແລະ ອື່ນໆ ເຊິ່ງມີລາຄາແພງຫລາຍ ຖ້າເປັນຂອງທີມດັງ.

ບໍລິໂພກນິຍົມສົ່ງຜົນກະທົບຫຍັງຕໍ່ພວກເຮົາ? 
ນອກຈາກການເພີ່ມຂຶ້ນຢ່າງໄວວາຂອງປະຊາກອນໂລກ ທີ່ເຮັດໃຫ້ຄວາມຕ້ອງການບໍລິໂພກເພີ່ມຂຶ້ນແລ້ວ, ວັດທະນະທຳບໍລິໂພກນິຍົມ (ການບໍລິໂພກເກີນຄວາມຈໍາເປັນ) ກໍ່ເປັນອີກສາຍເຫດຫນຶ່ງທີ່ເຮັດໃຫ້ຊັບພະຍາກອນທີ່ມີຢູ່ຢ່າງຈຳກັດຂອງໂລກເຮົາ ຫມົດໄປຢ່າງໄວວາ ແລະ ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ຊີວິດການເປັນຢູ່ຂອງພວກເຮົາໃນປະຈຸບັນ. ແຕ່ໃນຫົວຂໍ້ນີ້ ພວກເຮົາຈະບໍ່ລົມກັນໃນເລື່ອງນີ້, ມີແຕ່ສຸມໃສ່ອັນທີ່ກ່ຽວກັບການດຳລົງຊີວິດຂອງໄທເຮົາເຈົ້າຂ້ອຍ ທີ່ໃກ້ຕົວ ເຫັນໄດ້ແຈ້ງ ແລະ ສາມາດນໍາໄປປັບໃຊ້ໄດ້ຫລາຍກວ່າ J


ຜົນກະທົບຕໍ່ບຸກຄົນ ແລະ ຄອບຄົວ 
ໃນໂລກນີ້ ມະນຸດທຸກຄົນທັງມີລາຍໄດ້ ຫລື ບໍ່ມີລາຍໄດ້ ກໍ່ຕ້ອງການບໍລິໂພກຄວາມຈຳເປັນພື້ນຖານ (ອາຫານ, ເຄື່ອງນຸ່ງ, ຢາປົວພະຍາດ, ທີ່ພັກອາໄສ), ດັ່ງນັ້ນ ຄົນທີ່ມີລາຍໄດ້ຈຶ່ງຕ້ອງຫາມາລ້ຽງຜູ້ບໍ່ມີລາຍໄດ້. ໃນທາງເສດຖະສາດຕາມທິດສະດີການຊົມໃຊ້ຂອງເຄນສ (ຂໍໂທດເດີ້ ຜູ້ຂຽນເປັນນັກເສດຖະສາດ), ການໃຊ້ຈ່າຍເພື່ອການບໍລິໂພກ ຈະເພີ່ມຂຶ້ນ ຫລື ຫລຸດລົງນັ້ນ ຂຶ້ນຢູ່ກັບລາຍໄດ້--ຫມາຍຄວາມວ່າ ຄົນທີ່ມີລາຍໄດ້ສູງ ຍິ່ງມີອຳນາດຊື້ ແລະ ທ່າອ່ຽງໃນການໃຊ້ຈ່າຍເພື່ອການບໍລິໂພກສູງ. ໃນຂະນະດຽວກັນ ການບໍລິໂພກກໍ່ມີການພົວພັນລວງປີ້ນກັບການອອມ--ຫມາຍວ່າ ຍິ່ງບໍລິໂພກຫລາຍ ກໍ່ຍິ່ງອອມຫນ້ອຍລົງ. ສະຫລຸບກໍ່ຄື ບໍລິໂພກນິຍົມ ເຮັດໃຫ້ຄວາມສາມາດໃນການອອມຂອງພວກເຮົາຫລຸດລົງ ແລະ ນຳໄປສູ່ການເປັນຫນີ້.


ບໍລິໂພກນິຍົມ (ຜ່ານການໂຄສະນາຊວນເຊື່ອ) ຍັງຕີຂອບໃຫ້ຄົນເຮົາ ເຂົ້າໃຈບາງຢ່າງຜິດ--ມຸ່ງແຕ່ບໍລິໂພກຈົນບໍ່ຄິດເຫັນອັນອື່ນທີ່ຈໍາເປັນກວ່າ. ຍົກຕົວຢ່າງ: ການສະແດງຄວາມຮັກຂອງພໍ່-ແມ່ຕໍ່ລຸກ. ໂດຍທົ່ວໄປແລ້ວ, ລູກນ້ອຍຕ້ອງການດື່ມນົມແມ່ ແລະ ການໂອບກອດ. ແຕ່ໃນປະຈຸບັນ, ຄວາມຮັກນັ້ນ ຖືກແທນດ້ວຍ ການຊື້ນົມຜົງມາຊົງໃຫ້ດື່ມ, ປ່ອຍຄົນອື່ນໃຫ້ລ້ຽງລູກໂຕເອງ ແລະ ຊື້ສິ່ງຂອງ ຫລື ຂອງຫລິ້ນໃຫ້ແທນ (ກະຮູ້ວ່າ ຊິມີຄົນຍົກບັນຫາ ບໍ່ມີເວລາ ຫລື ນໍ້ານົມບໍ່ມີຂຶ້ນມາ, ແຕ່ກະເອົາໄວ້ເປັນກໍລະນີຍົກເວັ້ນຊະເນາະ, ສ່ວນໃຫຍ່ແມ່ນແນວນັ້ນອີ່ຫລີ).
ສິ່ງທີ່ເຮົາຊື້ມາໃຊ້ຍ້ອນອິດທິພົນຂອງແນວຄິດບໍລິໂພກນິຍົມ, ມັນບໍ່ແມ່ນສິ່ງທີ່ເຮົາຈໍາເປັນຕ້ອງມີ ເພື່ອເອົາມາປັບປຸງຄຸນນະພາບຊີວິດຂອງເຮົາໃຫ້ດີຂຶ້ນ ຫລື ຢູ່ດີກິນດີຂຶ້ນ, ພຽງແຕ່ສະຫນອງຕັນຫາຂອງເຮົາຊື່ໆ.

ແນວຄິດບໍລິໂພກນິຍົມ ຍັງຈຳກັດທາງເລືອກໃນການດຳລົງຊີວິດຂອງເຮົານຳອີກ, ໂດຍການບອກເຮົາວ່າ ຖ້າຢາກມີຄວາມສຸກ ຢາກປະສົບຜົນສຳເລັດ ຕ້ອງເຮັດແນວນັ້ນ ໃຊ້ອັນນີ້ (ເຊັ່ນ: ຢູ່ເມືອງລາວ ດື່ມເບຍລາວ). ເຊິ່ງມັນບໍ່ໄດ້ປະປ່ອຍໃຫ້ເຮົາເປັນຄົນເລືອກເອງ ທັ້ງທີ່ຈິງ ເຮົາມີທາງເລືອກຫລາຍກວ່ານັ້ນ.

ແນວຄິດນີ້ ຍັງສົ່ງຜົນກະທົບຕໍ່ທັດສະນະໃນການເບິ່ງໂລກ ແລະ ການກະທໍາຂອງພວກເຮົາ, ໂດຍສະເພາະແມ່ນການເລັ່ງເປົ້າຫມາຍໄປຫາວັດຖຸ ຫລາຍກວ່າ ໄປຫາຄົນ (ມະນຸດ), ກະຕຸ້ນໃຫ້ເຮົາມີຄວາມຕ້ອງການຢາກຊື້, ກະຕຸ້ນໃຫ້ຄົນພາກັນຜະລິດ ແລະ ຂຸດຄົ້ນ ເອົາຊັບພະຍາກອນຫາຍາກອອກມາໃຊ້ຫລາຍຂຶ້ນ.

ແລະ ສຸດທ້າຍ, ມັນບໍ່ແມ່ນແນວຄິດການບໍລິໂພກທີ່ນໍາພາພວກເຮົາໄປສູ່ການພັດທະນາທີ່ຍືນຍົງ ຫລື ຄວາມສຸກທີ່ແທ້ຈິງທີ່ເຮົາຕ້ອງການ.


ທ່າອ່ຽງການບໍລິໂພກນິຍົມໃນ ສປປ ລາວ 
ຍ້ອນອັດຕາການເຕີບໂຕທາງເສດຖະກິດທີ່ສູງ, ລາຍໄດ້ຕໍ່ຫົວຄົນທີ່ເພີ່ມຂຶ້ນ, ກຸ່ມຄົນຊົນຊັ້ນກາງມີຈຳນວນເພີ່ມຂຶ້ນ ແລະ ຈຳນວນປະຊາກອນໃນໄວອອກແຮງງານກໍ່ມີຫລາຍ ເຮັດໃຫ້ຄວາມສາມາດຊື້ຂອງຄົນລາວມີຫລາຍຂຶ້ນ ເຊິ່ງເປັນທີ່ຫນ້າສົນໃຈຂອງນັກລົງທຶນ ແລະ ຜູ້ຜະລິດຕ່າງປະເທດ ຢາກມາເຈາະຕະຫລາດລາວ. ນອກຈາກນັ້ນ, ການເປີດເສລີທາງການຄ້າໃນຂົງເຂດອາຊຽນ ເຊິ່ງເຮັດໃຫ້ຂົງເຂດນີ້ກາຍເປັນຕະຫລາດດຽວ ຖານການຜະລິດດຽວ, ເຮັດໃຫ້ລາວ ກາຍເປັນຕະຫລາດຂາຍສິນຄ້າທີ່ຮອງຮັບຜະລິດຕະພັນຈາກບັນດາປະເທດອາຊຽນອື່ນ ຍ້ອນການຜະລິດພາຍໃນຂອງເຮົາມີຫນ້ອຍ. ແນ່ນອນ ບໍລິສັດຕ່າງປະເທດ ແລະ ພາຍໃນ ຕ່າງກໍ່ພາກັນສໍາຫລວດຕະຫລາດ ສຶກສາຄວາມຕ້ອງການບໍລິໂພກສິນຄ້າ ແລະ ການບໍລິການຂອງຄົນລາວ ນິດໄສໃຈຄໍ ແລະ ວັດທະນະທຳຮີດຄອງ ເພື່ອເອົາໄປວາງແຜນການຕະຫລາດ, ສ້າງໂຄສະນາ, ແລະ ເຮັດທຸກຢ່າງເພື່ອໃຫ້ຄົນລາວຊຶ້ເຄື່ອງຈາກຂະເຈົ້າຫລາຍໆ. ຟັງແລ້ວເປັນຕາຢ້ານບໍ່?


ຈະຫລີກລ່ຽງອິດທິພົນຂອງການບໍລິໂພກນິຍົມໄດ້ແນວໃດ? 
ໃນລະດັບສັງຄົມໂດຍລວມ
ເຮົາຕ້ອງໄດ້ສົ່ງເສີມໃຫ້ຄົນມີທາງເລືອກທີ່ແທ້ຈິງໃນການບໍລິໂພກ, ສະຫນອງທັກສະທີ່ຈຳເປັນໃຫ້ເຂົາສາມາດເລືອກທາງທີ່ຕົນຕ້ອງການ ແລະ ກະຕຸ້ນໃຫ້ພວກເຂົາໃຊ້ຊີວິດໃນແບບທີ່ເຂົາຕ້ອງການ. ຊີວິດທີ່ມີທັງສິ່ງທີ່ເປັນວັດຖຸ (ອາຫານ, ນໍ້າດື່ມ, ບ່ອນພັກອາໄສ ແລະ ເງິນ) ແລະ ບໍ່ແມ່ນວັດຖຸ (ທັກສະຊີວິດໃນການຕັດສິນໃຈເລືອກດ້ວຍຕົນເອງ ແລະ ໃນການໃຊ້ຊີວິດຢ່າງມີຄວາມສຸກ). ເພື່ອເຮັດໄດ້ແນວນັ້ນ ເຮົາຕ້ອງການ ຊຸມຊົນທີ່ເຂັ້ມແຂງ, ການສຶກສາເພື່ອສົ່ງເສີມແນວຄວາມຄິດກ່ຽວກັບການຢູ່ດີກິນດີ, ສະຫນອງກາລະໂອກາດຕ່າງໆ ໂດຍປາດສະຈາກແຮງ ຫລື ສິ່ງຊວນເຊື່ອທາງການຄ້າ.


ໃນລະດັບບຸກຄົນ 
ມັນເປັນການຍາກສຳລັບທຸກຄົນທີ່ຈະປັບປ່ຽນພຶດຕິກຳການບໍລິໂພກຂອງຕົນເອງໃນມື້ຫນຶ່ງຍາມດຽວ, ມັນຕ້ອງໄດ້ຄ່ອຍເປັນຄ່ອຍໄປ. ສອງຢ່າງທີ່ສາມາດເຮັດໄດ້ເພື່ອຕົວເອງໃນຕອນນີ້:
1.    ຝຶກແອບຕ້ານການບໍລິໂພກນິຍົມດ້ວຍສະຕິປັນຍາ
-       ຕ້ອງຮູ້ສຶກຕົວຢູ່ສະເຫມີເວລາທີ່ການຊວນເຊື່ອເພື່ອບໍລິໂພກນິຍົມເຂົ້າມາມີອິດທິພົນໃນຊີວິດເຮົາ ຫລື ພະຍາຍາມຍົ່ວຍວນເຮົາ
-       ພະຍາຍາມປ້ອງກັນຕົວເອງຈາກການຍັດຍຽດໃຫ້ບໍລິໂພກ. ພາຍຫລັງໄດ້ຮັບຂໍ້ມູນຂ່າວສານແລ້ວ, ຕ້ອງພິຈາລະນາວ່າແຫລ່ງມັນມາຈາກໃສ ແລະ ມີຈຸດປະສົງຫຍັງ, ຈາກນັ້ນ ຈຶ່ງຕັດສິນໃຈວ່າ ຈະເຊື່ອ ແລະ ຊື້ຜະລິດຕະພັນ ແລະ ການບໍລິການນັ້ນໆ ຫລືບໍ່
2.    ບໍລິໂພກຫນ້ອຍລົງ ແລະ ໃຊ້ຊີວິດໄປກັບຢ່າງອື່ນຫລາຍຂຶ້ນ
-       ຫລຸດປະລິມານການບໍລິໂພກ (ກິນ, ດື່ມ, ຊົມໃຊ້)
-       ຫລຸດຜ່ອນຄວາມສຳຄັນຂອງວັດຖຸນອກກາຍທີ່ບໍ່ຈຳເປັນ
ຊອກຫາຄືນ ສິ່ງສຳຄັນ ແລະ ຕ້ອງການແທ້ໆໃນຊີວິດ ແລະ ສຸມໃສ່ໄຂວ່ຄວ້າມັນ ບໍ່ໄປຕິດກັບການບໍລິໂພກຢ່າງດຽວຈົນເກີນໄປ 

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Thursday, March 15, 2018

ສິ່ງທີ່ຜູ້ຍິງເຮັດວຽກເປັນລູກຈ້າງຄວນຮູ້ (What Female Workers Should Know)



ກ່ອນອື່ນເຮົາມາເອກະພາບນຳກັນກ່ອນວ່າ ແມ່ຍິງເປັນມະນຸດເພດຫນຶ່ງທີ່ມີຄວາມສາມາດ, ຄຸນນະພາບ ແລະ ຄວາມທະເຍີທະຍານ ຄືກັນກັບເພດຊາຍ, ສະນັ້ນ ພວກເຂົາຄວນຈະໄດ້ຮັບໂອກາດໃນການນໍາໃຊ້ ແລະ ພັດທະນາທ່າແຮງຂອງຕົນ ແລະ ມີສິດສະແດງອອກໃນສິ່ງທີ່ຕົນເອງເລືອກ. ໃນດ້ານວຽກງານ, ແມ່ຍິງເຮົາເມື່ອໄດ້ຮັບການສຶກສາ ແລະ ມີທັກສະໃນການເຮັດວຽກວິຊາສະເພາະໃດຫນຶ່ງ ຈະສາມາດປະກອບສ່ວນພັດທະນາສັງຄົມໃນຫລາກຫລາຍອາຊີບ ນັບແຕ່ ແພດຫມໍ, ວິສະວະກອນ, ນັກສ້າງຊອບແວຣ, ນັກສັງຄົມສົງເຄາະ ແລະ ອື່ນໆ. ໃນຊີວິດຄອບຄົວ, ນອກຈາກເປັນຜູ້ໃຫ້ກຳເນີດເດັກທຸກຄົນແລ້ວ, ແມ່ຍິງມີບົດບາດສໍາຄັນໃນການສ້າງເສີມສຸຂະພາບ ແລະ ການສຶກສາຂອງເດັກໃນຄອບຄົວນໍາອີກ. ເຮົາຈຶ່ງເວົ້າໄດ້ວ່າ ການປະກອບສ່ວນຂອງແມ່ຍິງໃນສັງຄົມ ແລະ ວຽກງານ ແມ່ນກໍ່ໃຫ້ເກີດການປ່ຽນແປງທີ່ດີໃນສັງຄົມ.
          ຕໍ່ກັບທ່າແຮງທີ່ກ່າວມານັ້ນ, ເພດຍິງສ່ວນໃຫຍ່ຍັງໃຊ້ຊີວິດຢູ່ກັບຄວາມທຸກຍາກລຳບາກ ແລະ ຫຍຸ້ງຍາກຢູ່ ເມື່ອທຽບກັບເພດຊາຍ. ດ້ານກາຍຍະພາບ, ເຫັນວ່າເພດຍິງມີຄວາມບອບບາງຫລາຍກວ່າ ແລະ ມັກຖືກຕີລາຄາວ່າເປັນອ່ອນແອ. ຫລາຍຄັ້ງ ແມ່ຍິງກາຍເປັນເຫຍື່ອຂອງຄວາມຮຸນແຮງໃນຄອບຄົວ ບໍ່ວ່າທາງເສດຖະກິດ, ທາງຮ່າງກາຍ ຫລື ທາງເພດ. ໃນຫລາຍປະເທດ, ບໍ່ອະນຸຍາດໃຫ້ແມ່ຍິງມີສິດມີສຽງທາງການເມືອງ, ບໍ່ໃຫ້ເຂົ້າເຖິງການສຶກສາ, ວຽກເຮັດງານທຳ ແລະ ການເງິນ ເພາະຄິດວ່າເປັນເພດທີ່ດ້ອຍຄ່າໃນສັງຄົມ. ຢູ່ເຮືອນ, ກໍ່ມັກຖືກມອບຫມາຍໃຫ້ເຮັດວຽກເຮືອນໃນປະລິມານຫລາຍກວ່າ (ເຊັ່ນ ເບິ່ງແຍງຜູ້ເຖົ້າ, ເອົາລູກ, ແຕ່ງກິນ, ເຮັດວຽກເຮືອນ, ຮັບແຂກຄົນ, ເຫຍັ້ນເບຍໃນງານລ້ຽງ, ເຮັດວຽກຫາເງິນ ແລະ ອື່ນໆ). ເມື່ອໄປບ່ອນເຮັດວຽກ, ກໍ່ມັກຈະໄດ້ຮັບຄ່າຈ້າງຫນ້ອຍກວ່າ ແລະ ຖືກມອບວຽກບາງອັນທີ່ຕ້ອງເຮັດໂດຍປະລິຍາຍ (ເຊັ່ນ ເສີບນໍ້າ, ຈັດຫາອາຫານ, ລ້າງຖ້ວຍ ແລະ ອື່ນໆ).
          ໃນຫົວຂໍ້ນີ້ ຈຶ່ງຢາກລົມກັນກ່ຽວກັບ ສິດທິຂອງຜູ້ອອກແຮງງານໂດຍສະເພາະເພດຍິງ ທີ່ລູກຈ້າງ ແລະ ຜູ້ປະກອບການຄວນເອົາໃຈໃສ່.

ສິດຕາມກົດຫມາຍແຮງງານລາວ
ໃນກົດຫມາຍແຮງງານສະບັບລ່າສຸດ ລົງວັນທີ 24 ທັນວາ 2013 (ມີ 64 ຫນ້າ, 181 ມາດຕາ, ດາວໂລດມາອ່ານໄດ້ ສະບັບເຕັມ/ສະບັບຫຍໍ້) ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບ ເວລາເຮັດວຽກ, ການເຮັດວຽກເພີ່ມໂມງ, ວັນພັກປະຈຳອາທິດ, ວັນພັກທາງລັດຖະການ ແລະ ພັກບຸນປະເພນີ, ການພັກເຮັດວຽກເນື່ອງຈາກການເຈັບເປັນ, ການລາພັກເພື່ອທຸລະກິດສ່ວນຕົວ (ວຽກຄອບຄົວ), ການເຮັດວຽກກາງຄືນ, ການນໍາໃຊ້ແຮງງານເພດຍິງທີ່ຖືພາ ຫລື ໃນໄລຍະລ້ຽງລູກນ້ອຍ, ການພັກວຽກຂອງຜູ້ອອກແຮງງານເພດຍິງກ່ອນ ແລະ ຫລັງອອກລູກ, ການບໍ່ອະນຸຍາດໃຫ້ກະທຳຕໍ່ແຮງງານເພດຍິງ, ການເບີກຈ່າຍເງິນເດືອນ, ບູລິມະສິດໃນການຮັບເງິນເດືອນ ຫລື ຄ່າແຮງງານ, ຄ່າເຮັດວຽກເພີ່ມໂມງ, ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກລັດຖະການ.

ນອກຈາກນັ້ນ ກົດຫມາຍແຮງງານຍັງໄດ້ລະບຸກ່ຽວກັບ ການທົດລອງເຮັດວຽກຂອງຜູ້ອອກແຮງງານ, ສັນຍາແຮງງານ ແລະ ທຸກຢ່າງກ່ຽວກັບການລິເລິ່ມ ແລະ ສິ້ນສຸດສັນຍາເຮັດວຽກ ເຊິ່ງເປັນສິ່ງທີ່ຜູ້ອອກແຮງງານຄວນພິຈາລະນາກ່ອນຕົກລົງໃຈ ຫລື ເຊັນສັນຍາເຮັດວຽກກັບບ່ອນໃດຫນຶ່ງ. ເມື່ອອ່ານກົດຫມາຍແຮງງານແລ້ວ, ມີຫລາຍຂໍ້ສັງເກດທີ່ຫນ້າສົນໃຈ ແລະ ຄິດວ່າຫລາຍຄົນຄົງຈະບໍ່ຄິດຮອດ ຕົວຢ່າງ: ກົດຫມາຍຮັບຮູ້ ສັນຍາແຮງງານ 2 ຮູບການ ຄື: ເປັນລາຍລັກອັກສອນ ແລະ ທາງປາກເປົ່າ. ໃນກໍລະນີທີ່ຝ່າຍຫນຶ່ງ ຫລື ສອງຝ່າຍເປັນນິຕິບຸກຄົນ ຫລື ການຈັດຕັ້ງ, ສັນຍາແຮງງານຕ້ອງເຮັດເປັນລາຍລັກອັກສອນ. ສະນັ້ນ, ຖ້າຫາກທ່ານກຳລັງເຮັດວຽກໃຫ້ນາຍຈ້າງທີ່ເປັນອົງການຈັດຕັ້ງ ແຕ່ບໍ່ໄດ້ຖືສັນຍາແຮງງານທີ່ເປັນລາຍລັກອັກສອນ ກໍ່ຖືວ່າ ບໍ່ສອດຄ່ອງກັບມາດຕາ 77​ ຂອງກົດຫມາຍ. ເພາະວ່າການເຮັດສັນຍາແຮງງານປາກເປົ່ານັ້ນ ອະນຸຍາດໃຫ້ມີໄດ້ໃນກໍລະນີທີ່ທັງສອງຝ່າຍເປັນບຸກຄົນທົ່ວໄປ. ເຖິງຢ່າງໃດກໍ່ຕາມ ການມີສັນຍາແຮງງານທີ່ເປັນລາຍລັກອັກສອນ ແມ່ນດີກວ່າ ສັນຍາປາກເປົ່າ ຢູ່ແລ້ວ ເພາະການພິສູດສັນຍາປາກເປົ່ານັ້ນບໍ່ແມ່ນເລື່ອງງ່າຍໆ.
ການທີ່ຍົກເອົາປະເດັນ ກ່ຽວກັບສັນຍາແຮງງານມາເວົ້າ ຍ້ອນວ່າ ມັນສຳຄັນ ແລະ ຕາມກົດຫມາຍແລ້ວ ກ່ອນເຂົ້າເຮັດວຽກຢູ່ບ່ອນໃດຫນຶ່ງ ຜູ້ອອກແຮງງານຄວນເອົາໃຈໃສ່ ເນື້ອໃນຂອງສັນຍາແຮງງານ ວ່າມີອົງປະກອບພື້ນຖານເຫລົ່ານີ້ ຫລື ບໍ່:
-       ຊື່ ແລະ ນາມສະກຸນຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ,
-       ວຽກງານ, ສິດ, ພັນທະ, ຄວາມຮັບຜິດຊອບ ແລະ ຫນ້າທີ່ວິຊາສະເພາະຂອງຜູ້ອອກແຮງງານ
-       ເງິນເດືອນ ຫລື ຄ່າແຮງງານ ຂອງຜູ້ອອກແຮງງານ
-       ອາຍຸຂອງສັນຍາແຮງງານ, ວັນເດືອນປີ ເລີ່ມຕົ້ນ ແລະ ສິ້ນສຸດຂອງສັນຍາ
-       ຮູບການເບີກຈ່າຍ ເງິນເດືອນ ຫລື ຄ່າແຮງງານ
-       ກຳນົດເວລາການທົດສອບຄວາມສາມາດຂອງຜູ້ອອກແຮງງານ
-       ສະຫວັດດິການ ແລະ ນະໂຍບາຍອື່ນຂອງຜູ້ອອກແຮງງານ
-       ວັນເຮັດວຽກ, ເວລາພັກຜ່ອນ ແລະ ວັນພັກ
-       ຜົນປະໂຫຍດ ທີ່ຜູ່ອອກແຮງງານ ຈະໄດ້ຮັບຫລັງຈາກສິ້ນສຸດສັນຍາແຮງງານ
-    ບັນຫາອື່ນ ທີ່ທັງສອງຝ່າຍເຫັນວ່າຈຳເປັນໂດຍສອດຄ່ອງກັບລະບຽບກົດຫມາຍ

ສິ່ງທີ່ຜູ້ອອກແຮງງານ (ຍິງ) ພົບເລື້ອຍໆ
ບໍ່ໄດ້ເຂົ້າກອງທຶນປະກັນສັງຄົມ
ໃນປະເທດເຮົາ, ກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຖືກກຳນົດໄວ້ໃນ ກົດຫມາຍວ່າດ້ວຍການປະກັນສັງຄົມ (ເລກທີ 34.ສພຊ, ວັນທີ 26 ເມສາ 2013). ກົດຫມາຍນີ້ລະບຸຢ່າງຈະແຈ້ງວ່າ ພາກສ່ວນລັດຖະບານ, ຜູ້ໃຊ້ແຮງງານ (ນາຍຈ້າງ) ແລະ ຜູ້ອອກແຮງງານ ຫລື ລູກຈ້າງ ຈະຕ້ອງປະກອບສ່ວນເງິນເຂົ້າໃນກອງທຶນ (ມາດຕາ 6). ໃນກອງທຶນນີ້ ມີຫນ້າທີ່ສະຫນອງເງິນອຸດຫນຸນປະກັນສັງຄົມໃຫ້ແກ່ ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ, ເຊິ່ງຜູ້ໄດ້ຮັບປະໂຫຍດຄົບຊຸດຈາກກອງທຶນນີ້ແມ່ນ: ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ, ຜູ້ອອກແຮງງານ ຫລື ລູກຈ້າງ ໃນຫົວຫນ່ວຍແຮງງານ (ມາດຕາ 10). ຜົນປະໂຫຍດຈາກກອງທຶນນີ້ມີຢູ່ 8 ປະເພດ (ມາດຕາ 9) ຄື ອຸດຫນຸນປິ່ນປົວສຸຂະພາບ, ອອກລູກ ຫລື ຫລຸລູກ, ອຸບັດຕິເຫດແຮງງາານ, ປ່ວຍການ, ບໍານານ, ເສຍຊີວິດ, ອຸດຫນຸນສະມາຊິກຜູ້ປະກັນຕົນ, ແລະ ຫວ່າງງານ.
ເຮັດແນວໃດ ຈຶ່ງຊິໄດ້ຮັບຜົນປະໂຫຍດຈາກກອງທຶນດັ່ງກ່າວ? ທັງນາຍຈ້າງ ແລະ ລູກຈ້າງຕ້ອງຖອກເງິນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ລາຍເດືອນ ຕາມລະບຽບ:
·       ຖ້າເປັນລັດຖະກອນ, ລັດຕ້ອງຖອກ 8.5% ຂອງເງິນເດືອນ ແລະ ລັດຖະກອນຖອກ 8% ຂອງເງິນເດືອນ
·       ຖ້າເປັນພະນັງານ ຫລື ລູກຈ້າງຂອງຫົວຫນ່ວຍແຮງງານເອກະຊົນ, ນາຍຈ້າງຖອກ 6% ຂອງເງິນເດືອນ ແລະ ລູກຈ້າງຕ້ອງຖອກ 5.5% ຂອງເງິນເດືອນ
(ເປັນຫຍັງການປະກອບສ່ວນຂອງພາກລັດ ແລະ ລັດຖະກອນຈຶ່ງມີເປີເຊັນຫລາຍກວ່າ? ຜູ້ຂຽນຊິໄປຊອກຮູ້ຕື່ມ)
ສະນັ້ນ, ຕ້ອງໄດ້ແນ່ໃຈວ່າ ຕົນເອງໄດ້ເງິນເດືອນເທົ່າໃດແທ້ ລວມ ຫລື ບໍ່ລວມຄ່າປະກັນ, ຖ້າໄດ້ເງິນເຕັມ ກໍ່ສະແດງວ່ານາຍຈ້າງບໍ່ໄດ້ຫັກມັນເຂົ້າໄປຖອກກອງທຶນ ແລະ ນາຍຈ້າງເອງກໍ່ບໍ່ໄດ້ຈ່າຍເງິນສົມທົບ ເຊັ່ນກັນ. ສໍາລັບ ນາຍຈ້າງທີ່ເປັນໂຄງການ, ອົງການ ແລະ ອື່ນໆ ອາດມີກອງປະກັນບ່ອນອື່ນ ແລະ ມີລະບຽບຕ່າງຈາກນີ້ ເຊິ່ງກວມສັດສ່ວນນ້ອຍຂອງຜູ້ໃຊ້ແຮງງານ (ລູກຈ້າງ) ທີ່ເຮົາຈະບໍ່ເວົ້າເຖິງໃນທີ່ນີ້.
ວ່າແຕ່ວ່າ ສົມທົບເຂົ້າກອງທຶນ 5.5% ແພງບໍ່? ມາເບິ່ງວ່າໃນປະເທດອື່ນ ເຂົາພາກັນປະກອບສ່ວນເຂົ້າກອງທຶນປະກັນສັງຄົມເທົ່າໃດ:
-       ຍີ່ປຸ່ນ: 14.45% ຂອງເງິນເດືອນ, ເຊິ່ງຄ່າແຮງງານຂັ້ນຕໍ່າປະມານ 1,274 ໂດລາ ຕໍ່ເດືອນ
-       ຫວຽດນາມ: 8% ຂອງເງິນເດືອນ, ເຊິ່ງຄ່າແຮງງານຂັ້ນຕໍ່າປະມານ 176 ໂດລາ ຕໍ່ເດືອນ
-       ລາວ: 5.5% ຂອງເງິນເດືອນ, ເຊິ່ງຄ່າແຮງງານຂັ້ນຕໍ່າປະມານ 108 ໂດລາ ຕໍ່ເດືອນ
-       ໄທ: 5% ຂອງເງິນເດືອນ, ເຊິ່ງຄ່າແຮງງານຂັ້ນຕໍ່າປະມານ 196 ໂດລາ ຕໍ່ເດືອນ
ໃນຄວາມເປັນຈິງແລ້ວ, ຫລາຍຫົວຫນ່ວຍແຮງງານ ບໍ່ໄດ້ຈັດຫາລະບົບປະກັນສັງຄົມໃຫ້ກັບພະນັກງານຂອງຕົນ (ອາດເພາະບໍ່ຢາກເສຍເງິນສົມທົບ ຫລື ເສຍເວລາວຽກນີ້) ແຕ່ກໍ່ມີການປະກອບສ່ວນ ຫລື ເບີກຈ່າຍເງິນໃນເວລາທີ່ຄົນງານ ຫລື ພະນັກງານຂອງຕົນເຈັບເປັນ ຫລື ເສຍຊີວິດ, ແຕ່ຄຳຖາມກໍ່ມີຢູ່ວ່າ ຄວາມຈິງແລ້ວພະນັກງານ ຫລື ລູກຈ້າງມັກແບບໃດແທ້ ລະຫວ່າງ ເຂົ້າປະກັນສັງຄົມ ຫລື ບໍ່ເຂົ້າປະກັນສັງຄົມ.

ບໍ່ມີການກຳນົດຫນ້າວຽກແນ່ນອນ ຫລື ຖືກໃຊ້ວຽກເກີນເຂດ
          ປົກກະຕິແລ້ວ ມີການແນະນໍາຈາກທີ່ປຶກສາວ່າ ບັນດາຫົວຫນ່ວຍແຮງງານ ຫລື ບໍລິສັດ ຄວນມີການກຳນົດຫນ້າວຽກຂອງພະນັກງານຢ່າງແນ່ນອນໃນແຕ່ລະຕໍາແຫນ່ງງານ ເພາະມັນມີຜົນດີຕໍ່ການບໍລິຫານທຸລະກິດຂອງພວກເຂົາ ເຊັ່ນ ເປັນກອບຂອງຄໍາຖາມໃນເວລາສຳພາດຄົນເຂົ້າເຮັດວຽກ, ຊ່ວຍໃນການກຳນົດພາລະບົດບາດຂອງພະນັກງານ, ຮູ້ວ່າວຽກທີ່ມອບສອດຄ່ອງກັບວິໄສທັດ ແລະ ຄວາມຄາດຫວັງຂອງບໍລິສັດຫລືບໍ່, ຮູ້ວ່າພະນັກງານຍັງອ່ອນດ້ານໃດແລະຕ້ອງບໍາລຸງຫຍັງ. ເວົ້າລວມແລ້ວ ເອກະສານກຳນົດຫນ້າວຽກຂອງພະນັກງານ ແມ່ນເຄື່ອງມືຫນຶ່ງເພື່ອສື່ສານໃຫ້ພະນັກງານຮູ້ວ່າບໍລິສັດຄາດຫວັງໃຫ້ພວກເຂົາເຮັດຫຍັງ ແລະ ທັງເປັນບັນທັດຖານໃນການປະເມີນຜົນການດຳເນີນງານຂອງພະນັກງານນຳອີກ.
          ແຕ່ຢ່າງໃດກໍ່ຕາມ, ຫນ້າແປກທີ່ມີຫລາຍຫົວຫນ່ວຍແຮງງານ ບໍ່ຢາກເສຍເວລາເຮັດເອກະສານມອບຫມາຍວຽກໃຫ້ແຕ່ລະຕຳແຫນ່ງງານ ຫລື ອາດຈະມີ (ເປັນລາຍລັກອັກສອນ ຫລື ບໍ່ເປັນລາຍລັກອັກສອນ) ແຕ່ກໍ່ບໍ່ໄດ້ໃຊ້ພະນັກງານໄປຕາມສິ່ງທີ່ລະບຸໄວ້ ຫລື ໃຫ້ເຮັດວຽກເກີນຂອບທີ່ຕົກລົງກັນໄວ້. ສຳລັບເພດຍິງ ແລະ ພະນັກງານໃຫມ່, ນອກຈາກວຽກຕົ້ນຕໍແລ້ວ ວຽກທີ່ໄດ້ຮັບມາໂດຍປະລິຍາຍ (ສະຫມັກໃຈ ຫລື ບໍ່ສະຫມັກໃຈ) ແມ່ນ ເສີບນໍ້າຊາ-ກາເຟໃນເວລາທີ່ມີແຂກມາຫ້ອງການ, ອະນາໄມຫ້ອງນໍ້າຂອງຫ້ອງການ, ເຮັດວຽກສ່ວນຕົວໃຫ້ຫົວຫນ້າ (ເຊັ່ນ: ໄປຮັບລູກ, ຮັບເມຍ, ວຽກຄອບຄົວ, ....), ແຕ່ງກິນ ແລະ ເຫຍັ້ນເຫລົ້າ-ເບຍເວລາຫ້ອງການມີງານລ້ຽງ, ແລະ ອື່ນໆ.
          ຖ້າເບິ່ງໃຫ້ດີ ການເຮັດວຽກດັ່ງກ່າວ ກໍ່ມີຫລາຍລັກສະນະ, ພະນັກງານບາງຄົນ ກໍ່ສະຫມັກໃຈເຮັດ ແລະ ບາງຄົນກໍ່ຖືກຂໍຮ້ອງ ຫລື ສັ່ງໃຫ້ເຮັດໂດຍເພື່ອນຮ່ວມງານ, ຜູ້ບັງຄັບບັນຊາ ຫລື ນາຍໃຫຍ່ ເຊິ່ງບໍ່ສາມາດຂັດໄດ້. ແຕ່ການສະຫມັກໃຈເຮັດວຽກເກີນຫນ້າທີ່ ແມ່ນມີແຮງຈູງໃຈມາຈາກຫລາຍສາຍເຫດ ເຊັ່ນ ຢາກສ້າງຄວາມສຳພັນອັນດີກັບເພື່ອນຮ່ວມງານ, ຢາກເອົາໃຈນາຍ, ຖ້າເຮັດວຽກເກັ່ງ ແລະ ຖືກຍ້ອງແຮງຂຶ້ນໃຈ. ໃນກໍລະນີເຮັດວຽກຫລາຍເກີນຫນ້າທີ່ໂດຍສະຫມັກໃຈ ບາງຄັ້ງກໍ່ເກີດຜົນເສຍຫລາຍກວ່າຜົນດີ ເຊັ່ນ ອາດຖືກມອບວຽກເພີ່ມຂຶ້ນເລື້ອຍໆ (ເພາະເຫັນວ່າເຮັດໄດ້), ຖືກເພື່ອນຮ່ວມງານຊັງ, ຕົນເອງກໍ່ກົດດັນຖ້າເຮັດເກີນຄວາມສາມາດ ແລະ ບໍ່ມີເວລາສ່ວນຕົວ, ສຸດທ້າຍກໍ່ອາດສົ່ງຜົນເສຍຫາຍແກ່ຕົນເອງ ແລະ ບໍລິສັດຖ້າເຮັດບໍ່ໄດ້ ຫລື ຕົນເກີດເຈັບປ່ວຍຂຶ້ນມາ.

ບໍ່ໄດ້ຮັບສະຫວັດດິການເວລາຖືພາ, ເກີດລູກ ຫລື ຫລຸລູກ
ສະຫວັດດິການແບບນີ້ລະບຸໄວ້ໃນກົດຫມາຍແຮງງານຂອງເກືອບທຸກປະເທດ ໂດຍສະເພາະ ການອະນຸຍາດໃຫ້ຜູ້ອອກແຮງງານເພດຍິງສາມາດພັກການໄດ້ໃນໄລຍະໃດຫນຶ່ງ ກ່ອນ ແລະ ຫລັງເກີດລູກ ຫລື ຫລຸລູກ ແຕ່ຍັງໄດ້ຮັບເງິນເດືອນປົກກະຕິ. ເຊິ່ງກຳນົດເວລາໃນການພັກກໍ່ແຕກຕ່າງກັນໄປໃນແຕ່ລະປະເທດ.
ສໍາລັບບ້ານເຮົາ ກົດຫມາຍແຮງງານ (ມາດຕາ 98) ອະນຸຍາດໃຫ້ ຜູ້ອອກແຮງງານເພດຍິງມີສິດໄດ້ພັກວຽກກ່ອນ ແລະ ຫລັງອອກລູກຢ່າງຫນ້ອຍ 105 ວັນ, ແຕ່ຢ່າງຫນ້ອຍຕ້ອງໄດ້ພັກວຽກບໍ່ຫລຸດ 42 ວັນ ຫລັງຈາກອອກລູກ. ໃນກໍລະນີລູກຝາແຝດໃຫ້ພັກຢ່າງຫນ້ອຍ 120 ວັນ. ໃນເວລາພັກວຽກນັ້ນ ຜູ້ກ່ຽວໄດ້ຮັບເງິນເດືອນ ຫລື ຄ່າແຮງງານເຕັມຕາມປົກກະຕິຈາກຜູ້ໃຊ້ແຮງງານ. ພາຍຫລັງອອກລູກ ໃນໄລຍະ 1 ປີ ລົງມາ ລູກຈ້າງເພດຍິງມີສິດພັກວຽກ 1 ຊົ່ວໂມງຕໍ່ມື້ ເພື່ອໃຫ້ນົມ ຫລື ເບິ່ງແຍງລູກ ແລະ ມີສິດພັກເອົາລູກໄປສັກຢາກັນພະຍາດຕາມລະບຽບການ. ລູກຈ້າງ ຫລື ພະນັກງານເພດຍິງທີ່ຫລຸລູກ ຫລື ລູກຕາຍໃນທ້ອງຈະໄດ້ພັກຕາມການກຳນົດຂອງແພດ ໂດຍໄດ້ຮັບເງິນເດືອນ ຫລື ຄ່າແຮງງານປົກກະຕິ ເຊັ່ນກັນ.
ຢ່າງໃດກໍ່ຕາມ ຍັງມີສະພາບໃນຫລາຍປະເທດ ຫລື ແມ່ນແຕ່ບາງຫົວຫນ່ວຍແຮງງານໃນບ້ານເຮົາ ທີ່ບໍ່ອະນຸຍາດໃຫ້ຜູ້ອອກແຮງງານເພດຍິງໄດ້ພັກກ່ອນ ແລະ ຫລັງຄອດຕາມໃນໄລຍະຕາມທີ່ກົດຫມາຍລະບຸໄວ້, ບາງບ່ອນບໍ່ໄດ້ເງິນເດືອນເຕັມໃນໄລຍະພັກ. ໃນປະເທດຈີນ ບໍລິສັດຫລາຍບ່ອນບໍ່ເລືອກເອົາຜູ້ຍິງທີ່ຄາດວ່າຈະຖືພາໃຫ້ຜ່ານເຂົ້າຮອບສຳພາດວຽກ, ຫລາຍບ່ອນຖາມເລື່ອງການວາງແຜນຄອບຄົວ, ກວດການຕັ້ງຄັນ ຫລື ເຊັນສັນຍາວ່າຈະບໍ່ຖືພາ, ມອບໃຫ້ເຮັດວຽກຫນັກ ຫລື ເຮັດວຽກຫມົດມື້ ແລະ ອື່ນໆ, ການກະທຳທີ່ກ່າວມານີ້ແມ່ນຜິດກົດຫມາຍແຮງງານໃນ ສປປ ລາວ ມາດຕາ 100 ກ່ຽວກັບການບໍ່ອະນຸຍາດໃຫ້ກະທຳຕໍ່ແຮງງານເພດຍິງ.
ຢ່າງໃດກໍ່ຕາມ, ຜູ້ຂຽນເອງຍັງບໍ່ໄດ້ສຶກສາລະອຽດວ່າ ບ້ານເຮົາມີການກຳນົດບໍ່ ວ່າ ໃນກໍລະນີແມ່ຍິງ (ຫລື ລູກ) ເສຍຊີວິດລະຫວ່າງຄອດ ເງິນຕ້ອງຈ່າຍໃຫ້ໃຜ? ແລະ ໃນນັ້ນມີການກຳນົດຈຳນວນລູກມີຊີວິດ ເພື່ອອະນຸຍາດໃຫ້ໄດ້ຮັບສະຫວັດດິການຖືພາ ແລະ ເກີດລູກ ຫລືບໍ່ ຫລືມີຈັກຄົນກະໄດ້ສະຫວັດດິການຄືເກົ່າ?

ນໍາໃຊ້ແຮງງານເພດຍິງ (ທີ່ຖືພາ ຫລື ມີລູກນ້ອຍ) ບໍ່ສອດຄ່ອງກັບກົດຫມາຍ
ມາດຕາ 97 ຂອງກົດຫມາຍແຮງງານລາວ ບໍ່ອະນຸຍາດໃຫ້ນໍາໃຊ້ແຮງງານເພດຍິງທີ່ຖືພາ ຫລື ໃນໄລຍະລ້ຽງລູກນ້ອຍທີ່ມີອາຍຸຕໍ່າກວ່າ 1 ປີ ເຮັດວຽກເທິງຮ້ານທີ່ມີຄວາມສູງກວ່າ 2 ແມັດ, ວຽກຍົກ ແລະ ລາກແກ່ດ້ວຍມື, ແບກ, ຫາມ, ຫາບ ວັດຖຸສິ່ງຂອງທີ່ມີນໍ້າຫນັກເກີນ 10 ກິໂລ, ວຽກກາງຄືນ, ວຽກເພີ່ມໂມງ ແລະ ວຽກໃນວັນພັກ, ວຽກທີ່ຕ້ອງໄດ້ຢືນເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ ແລະ ວຽກທີ່ໄດ້ກຳນົດໄວ້ໃນສາລະບານວຽກອັນຕະລາຍ.
ໃນຊົນນະບົດ, ເພດຍິງຍັງຖືກຈ້າງໃຫ້ເຮັດວຽກສ່ຽງໄພ ຕົວຢ່າງ ເປັນແຮງງານກີດຢາງພາລາໃນຕອນເຊົ້າມືດ, ນາຍຈ້າງໃຊ້ວຽກໂດຍບໍ່ຄຳນຶງວ່າ ຜູ້ໃຊ້ແຮງງານຍິງຕ້ອງເດີນທາງກັບເຮືອນຕອນເດິກຄົນດຽວໃນກໍລະນີເຮືອນຢູ່ຫ່າງໄກສອກຫລີກ ແລະ ອື່ນໆ.  

ຖືກລ່ວງລະເມີດທາງເພດຢູ່ບ່ອນເຮັດວຽກ
ເຖິງວ່າການລ່ວງລະເມີດທາງເພດຈະສາມາດເກີດຂຶ້ນໄດ້ກັບທັງເພດຊາຍ ແລະ ຍິງ, ແຕ່ເຮົາກໍ່ບໍ່ສາມາດປະຕິເສດໄດ້ວ່າມັນເກີດຂຶ້ນກັບເພດຍິງເປັນສ່ວນໃຫຍ່. ການລ່ວງລະເມີດທາງເພດນີ້ ທີ່ຈິງແລ້ວມີຄວາມຫມາຍທີ່ກວ້າງຫລາຍ ມັນແມ່ນການລ່ວງລະເມີດທາງກາຍ ວາຈາ ແລະ ສາຍຕາ ແລະ ແນ່ນອນມັນລວມໄປຮອດ ການຂົ່ມຂືນ ແລະ ພະຍາຍາມຂືນໃຈ ແມ່ນແຕ່ການສໍາຜັດ ການເຂົ້າມາໃກ້ເກີນໄລຍະຫ່າງອັນຄວນ, ການເບິ່ງ ຫລື ວິຈານຮູບຮ່າງ-ຮ່າງກາຍຂອງເພດຍິງ ການເວົ້າຈາ ຫລື ອີເມລ ທີ່ສະແດງອອກເລື່ອງເພດ ແລະ ເຫດການອື່ນໆ ທີ່ເຮັດໃຫ້ຜູ້ຖືກກະທຳຮູ້ສຶກອຶດອັດ ກໍ່ຖືເປັນການລະເມີດທາງເພດ ເຊັ່ນດຽວກັນ.
ໃນບ້ານເຮົາ ສິ່ງທີ່ເຫັນ ແລະ ໄດ້ຍິນເປັນເລື່ອງປົກກະຕິໃນບ່ອນເຮັດວຽກ ຫລື ວົງເຫລົ້າ ແມ່ນການເວົ້າ ຫລື ເລົ່າເລື່ອງຕະຫລົກກ່ຽວກັບເລື່ອງເພດ ຫລື ມີເນື້ອໃນແອບແຝງກ່ຽວກັບເພດສຳພັນ ຕໍ່ຫນ້າເພດຍິງ ເຊິ່ງບາງຄັ້ງກໍ່ເຮັດໃຫ້ເພດຍິງອຶດອັດ. ຜູ້ຂຽນຍັງມີຄຳຖາມວ່າ ຜູ້ຍິງຄົນອື່ນຮູ້ສຶກອຶດອັດຄືກັບຜູ້ຂຽນບໍ່ ເວລາທີ່ຕ້ອງຢູ່ໃນສະພາບແບບນັ້ນ ຫລື ມ່ວນຊື່ນໄປກັບເລື່ອງຕະຫລົກດັ່ງກ່າວໂດຍບໍ່ໄດ້ຄິດຫຍັງ.

ໄລ່ອອກແບບບໍ່ເປັນທຳ
ໃນບາງປະເທດມີ ກົດຫມາຍທີ່ຫ້າມນາຍຈ້າງໄລ່ຜູ້ອອກແຮງງານເພດຍິງອອກໃນໄລຍະ 6 ເດືອນ ກ່ອນເກີດລູກ ແລະ 8 ອາທິດຫລັງເກີດລູກ, ແຕ່ບາງປະເທດກໍ່ອະນຸຍາດໃຫ້ແມ່ຍິງທີ່ຖືກໄລ່ອອກສາມາດຟ້ອງສານໄດ້ ແລະ ນາຍຈ້າງຕ້ອງຈ່າຍຄ່າຊົດເຊີຍຖ້າເຮັດແບບນັ້ນ. ໃນກໍລະນີ ແມ່ຍິງຖືກກົດດັນໃຫ້ອອກວຽກ ເມື່ອຮູ້ວ່າຖືພາ ຫລື ຫາກໍ່ເກີດລູກໃຫມ່ ກໍ່ມີການປັບໄຫມເຊັ່ນກັນ. ນີ້ກໍ່ເຊັ່ນກັນ, ຜູ້ອອກແຮງງານເພດຍິງໃນບ້ານເຮົາຈະຕ້ອງໄດ້ຊອກຮູ້ຕື່ມ.
           
ນີ້ເປັນພຽງບາງສ່ວນຂອງສະພາບທີ່ເກີດຂຶ້ນຕໍ່ກັບຜູ້ອອກແຮງງານເພດຍິງ ທີ່ເຫັນທົ່ວໄປໃນບ້ານເຮົາ ກໍ່ຄື ປະເທດອື່ນ ແລະ ໃນຖານະເປັນຜູ້ຍິງ ເຮົາຄວນໄດ້ສຶກສາຕື່ມ ບໍ່ແມ່ນພຽງເພື່ອໃຫ້ຮູ້ ແຕ່ມັນຈະເປັນພື້ນຖານໃຫ້ຕົນເອງໃນການເຈລະຈາຕໍ່ລອງເງື່ອນໄຂການເຮັດວຽກ ແລະ ເລືອກບ່ອນເຮັດວຽກທີ່ຕົນຄິດວ່າເປັນທຳ ແລະ ເສຍປຽບນ້ອຍທີ່ສຸດ. ເຮົາຍັງໂຊກດີຫລາຍກວ່າບາງປະເທດ ເພາະຢ່າງຫນ້ອຍກໍ່ມີກົດຫມາຍເປັນບ່ອນອີງໃນການປົກປ້ອງເຮົາ ສ່ວນໃນພາກປະຕິບັດນັ້ນ ກໍ່ຂຶ້ນກັບວ່າເຮົາຈະຕັດສິນໃຈເຮັດວຽກນຳໃຜ ແລະ ຮັບເງື່ອນໄຂທີ່ປະຕິບັດຕໍ່ເຮົາໄດ້ຫລືບໍ່, ແຕ່ຂໍໃຫ້ມີຄວາມຫວັງວ່າ ນາຍຈ້າງທີ່ດີ ແລະ ມີຄວາມເປັນທຳກໍ່ມີຫລາຍ (ຖ້າຊອກຫາ) ແລະ ອີກທາງຫນຶ່ງກໍ່ຄື ການເປັນນາຍຕົນເອງ. ການເກີດມາເປັນຜູ້ຍິງບໍ່ແມ່ນກໍາເວນ ແຕ່ເປັນພອນອັນປະເສີດ.


ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Popular posts