Showing posts with label Literacy rate. Show all posts
Showing posts with label Literacy rate. Show all posts

Thursday, January 4, 2018

ເຈົ້າ ຫລື ຄົນໃນຄອບຄົວເຈົ້າຮູ້ຫນັງສືບໍ່? (Measuring Literacy Rate in Laos)



ເຈົ້າ ຫລື ຄົນໃນຄອບຄົວເຈົ້າຮູ້ຫນັງສືບໍ່? ຟັງເບິ່ງຄືເປັນຄໍາຖາມທຳມະດາ ແຕ່ມີນໍ້າຫນັກໃກ້ຄຽງກັບຄໍາຖາມວ່າ ເຈົ້າເປັນຄົນທຸກບໍ່? ຄໍາຕອບຂອງຄຳຖາມເຫລົ່ານີ້ອາດສະທ້ອນເຖິງຫນ້າຕາທາງສັງຄົມຂອງຜູ້ຕອບຢ່າງຫລີກລ່ຽງບໍ່ໄດ້. ຄວາມຮູ້ສຶກບໍ່ຕ່າງຫຍັງກັບບຸກຄົນ ຫລື ຄົວເຮືອນ ຖ້າຄໍາຖາມນີ້ຖືກຖາມໃນລະດັບບ້ານ ເມືອງ ແຂວງ ຫລື ປະເທດ ວ່າປະຊາກອນຂອງຕົນຈັກສ່ວນຮ້ອຍທີ່ຮູ້ຫນັງສື. ອີກດ້ານຫນຶ່ງ, ຄໍາຕອບພວກນີ້ມື້ີນີ້ ເຮົາຈະມາລົມກ່ຽວກັບອັດຕາການຮູ້ຫນັງສື ແລະ ວິທີເກັບກຳຂໍ້ມູນດັ່ງກ່າວໃນບ້ານເຮົາ ບົນພື້ນຖານທີ່ວ່າ ຖ້າເຮົາຮູ້ຈັກທີ່ມາຂອງຂໍ້ມູນ ເຮົາຈະຕີຄວາມຫມາຍຂອງມັນໄດ້ດີກວ່າ.

ອັດຕາຮູ້ຫນັງສື (literacy rate)
ໃນສັງຄົມຫນຶ່ງ, ອັດຕາການຮູ້ຫນັງສືຂອງປະຊາກອນສະແດງເຖິງຜົນສຳເລັດຂອງການສຶກສາຂັ້ນປະຖົມ ຫລື ແຜນງານສົ່ງເສີມການຮູ້ຫນັງສື ມັນບອກເຖິງຄວາມສາມາດຂອງປະຊາຊົນໃນການໃຊ້ທັກສະຂອງຕົນເພື່ອດຳລົງຊີວິດປະຈໍາວັນ ແລະ ການປະກອບສ່ວນຂອງພວກເຂົາໃນການພັດທະນາເສດຖະກິດສັງຄົມ.

ໃນທິດສະດີ ຄວາມຫມາຍແຄບຂອງການຮູ້ຫນັງສື ແມ່ນ "ຄວາມສາມາດຂອງບຸກຄົນໃນການອ່ານ ແລະ ຂຽນປະໂຫຍກສັ້ນທີ່ງ່າຍດາຍຫນຶ່ງກ່ຽວກັບຊີວິດຕົນເອງດ້ວຍຄວາມເຂົ້າໃຈ".

ຂໍ້ມູນວ່າໃຜຮູ້ຫນັງສືແດ່ເພື່ອນຳມາຄິດໄລ່ນັ້ນ ໄດ້ມາຈາກ 2 ວິທີ ຄື: ການສອບຖາມຫົວຫນ້າຄົວເຮືອນ ຫລື ຜູ້ກ່ຽວ (Self-declared literacy) ແລະ ການທົດສອບຄວາມສາມາດຜູ້ກ່ຽວ (Tested literacy). ຢ່າງໃດກໍ່ຕາມ, ທັງສອງວິທີໃຊ້ຕົ້ນທຶນໃນການເກັບກໍາແຕກຕ່າງກັນ ແລະ ຄຸນນະພາບຂອງຂໍ້ມູນກໍ່ແຕກຕ່າງກັນ. ການຖາມວ່າຜູ້ກ່ຽວຮູ້ຫນັງສື (ອ່ານອອກຂຽນໄດ້) ບໍ່ ນັ້ນ ມັກນຳໄປສູ່ການລາຍງານເກີນຄວາມເປັນຈິງ ຍ້ອນຫລາຍເຫດຜົນ, ຫລາຍຄົນບອກວ່າຕົນຮູ້ຫນັງສືເພາະສາມາດຂຽນຊື່ຕົນເອງໄດ້ ແລະ ຫລາຍຄົນກະບໍ່ຢາກຍອມຮັບວ່າຕົນບໍ່ຮູ້ຫນັງສື, ໃນຂະນະດຽວກັນຜູ້ລົງປະເມີນແຕ່ລະຄົນກໍ່ອາດປະຕິບັດຂັ້ນຕອນ-ວິທີການປະເມີນແຕກຕ່າງກັນ, ຄວາມຜິດພາດເຫລົ່ານີ້ອາດສົ່ງຜົນຕໍ່ຄຸນນະພາບຂອງຕົວຊີ້ວັດດ້ານອັດຕາການຮູ້ຫນັງສື.

ຕົວຊີ້ວັດ ແລະ ແຫລ່ງຂໍ້ມູນການຮູ້ຫນັງສືໃນລາວ (Literacy indicators and sources in Laos)
ໃນເປົ້າຫມາຍການພັດທະນາທີ່ສໍາຄັນ ເປັນຕົ້ນແມ່ນ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 8 ແລະ ເປົ້າຫມາຍການພັດທະນາແບບຍືນຍົງ (SDG) ກໍ່ໄດ້ລວມເອົາ ການຮູ້ຫນັງສື ແລະ ການຄິດໄລ່ເລກຂອງຊາວຫນຸ່ມ (15-24) ແລະ ຜູ້ໃຫຍ່ (15 ຂຶ້ນໄປ), ໃນນັ້ນ ການຮູ້ຫນັງສືກວມເອົາຄວາມສາມາດໃນການອ່ານ, ຂີດຂຽນ ແລະ ຄິດໄລ່ເລກ. ການສຳຫລວດສຳຄັນທີ່ສະຫນອງຂໍ້ມູນປະເພດນີ້ປະກອບມີ: ການສຳຫລວດດັດສະນີຫມາຍສັງຄົມ (ຄັ້ງທີ 1 ແລະ ຄັ້ງທີ 2), ການສຳຫລວດປະຊາກອນ ປີ 2015, ແລະ ການສຳຫລວດການໃຊ້ຈ່າຍໃນຄົວເຮືອນ ຄັ້ງທີ 6.

ເມື່ອນໍາໄປເບິ່ງວິທີການເກັບກຳຂໍ້ມູນຂອງແຕ່ລະການສຳຫລວດແລ້ວພົບວ່າ ທັງການສຳຫລວດປະຊາກອນ ແລະ ການໃຊ້ຈ່າຍຄົວເຮືອນ ແມ່ນ ປະເມີນການຮູ້ຫນັງສືຂອງປະຊາກອນແບບ Self-declared ໂດຍໃຫ້ຫົວຫນ້າຄອບຄົວ ຫລື ຜູ້ກ່ຽວເປັນຜູ້ປະເມີນຕົນເອງ. ສ່ວນການສຳຫລວດດັດສະນີຫມາຍສັງຄົມ ປີ 2011 ແມ່ນເລັງໃສ່ທົດສອບ (Tested) ຄວາມສາມາດໃນການອ່ານຂອງຍິງ ແລະ ຊາຍຫວ່າງອາຍຸ 15-49 ປີ ແລະ ການພັດທະນາການຂອງເດັກອາຍຸຕໍ່າກວ່າ 5 ປີ (ບໍ່ແນ່ໃຈວ່າການສຳຫລວດຄັ້ງທີສອງ ໃນປີຜ່ານມາ ໄດ້ປັບປຸງວິທີການ ນິຍາມ ແລະ ຫວ່າງອາຍຸບໍ່).

ການປະເມີນຕົນເອງ ທຽບກັບ ການທົດສອບ (Self-declared vs Tested literacy in Laos)
ສອງມື້ກ່ອນ ຜູ້ຂຽນບັງເອີນໄປອ່ານເອກະສານລາຍງານການສຳຫລວດທີ່ດີເລີດສະບັບຫນຶ່ງ ເວົ້າລະອຽດກ່ຽວກັບການຮູ້ຫນັງສືໃນ ສປປ ລາວ ປີ 2001 ຫລື Lao National Literacy Survey, ເຊິ່ງເປັນປີທີ່ຜູ້ຂຽນຫາກະຈົບຈາກ ມະຫາວິທະຍາໄລແຫ່ງຊາດ. ການສຳຫລວດນີ້ກວມເອົາ ຂໍ້ມູນຂອງ 8,100 ຄົວເຮືອນ ແລະ ທົດສອບການຮູ້ຫນັງສືຂອງຄົນລາວຈຳນວນ 5,976 ຄົນ ໃນ 18 ແຂວງທົ່ວປະເທດລາວ. ຜົນຂອງການສຳຫລວດສະແດງໃຫ້ເຫັນວ່າ: ການປະເມີນອັດຕາການຮູ້ຫນັງສືໃນ ສປປ ລາວ ແມ່ນເກີນຄວາມເປັນຈິງຫລາຍ, ຄວາມຜິດດ່ຽງລະຫວ່າງ Self-declared ແລະ Tested literacy ແມ່ນສູງເຖິງ 27% ຫມາຍຄວາມວ່າ ອັດຕາການຮູ້ຫນັງສືຕາມການປະເມີນຕົນເອງໃນໄລຍະນັ້ນແມ່ນ 72% ແຕ່ເວລາປະເມີນໂດຍການທົດສອບບຸກຄົນກຸ່ມເກົ່າພົບວ່າມີພຽງ 45% ເທົ່ານັ້ນ ທີ່ສາມາດອ່ານອອກ ແລະ ຂຽນໄດ້ແທ້ໆ. ຜົນການຄົ້ນຄວ້ານີ້ ຍັງໃຫ້ຂໍ້ມູນກ່ຽວກັບລະບົບການສຶກສາໃນໄລຍະນັ້ນວ່າ:
- ປະມານ 88% ຂອງຜູ້ທີ່ເຂົ້າຮຽນປະຖົມ 4 ປີ ຈະໄດ້ຄວາມຮູ້ພື້ນຖານໃນການອ່ານ ແລະ ຂຽນ
- ປະມານ 40% ຂອງຜູ້ທີ່ຈົບປໍ 4 ສາມາດອ່ານ, ຂຽນ ແລະ ໄລ່ເລກໄດ້
- ປະມານ 53% ຂອງຜູ້ຈົບ ປໍ 5 ສາມາດອ່ານ, ຂຽນ ແລະ ຄິດໄລ່ເລກໄດ້.

ສະນັ້ນ ຜູ້ຂຽນເອງກໍ່ຢາກແລກປ່ຽນນໍາທ່ານຜູ້ອ່ານ ຖ້າມີຂໍ້ມູນອື່ນເພີ່ມເຕີມໃສ່ອັນທີ່ຂາດ ໃຫ້ເຂົ້າໃຈແຈ້ງກວ່າເກົ່າ (ບໍ່ແນ່ໃຈວ່າມີການສຳຫລວດລັກສະນະນີ້ມີອີກບໍ່ ພາຍຫລັງ 2001). ໂດຍສ່ວນຕົວແລ້ວເຫັນວ່າ Tested literacy ແມ່ນມີຄວາມຈຳເປັນ ເພື່ອຕິດຕາມພັດທະນາການສຶກສາຂັ້ນພື້ນຖານໃນບ້ານເຮົາ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Popular posts