ເດືອນນີ້ ຊິມາຊວນລົມເລື່ອງໃກ້ຕົວຂອງພວກເຮົາທີ່ສຸດ ແລະ
ເປັນຫນຶ່ງໃນບູລິມະສິດໃນການພັດທະນາປະເທດເຮົາ. ຫລາຍຄົນອາດທຽບບັນຫາ
ການພັດທະນາຊົນນະບົດ ເປັນວຽກ “ກິນກັບເຂົ້າ” ເພາະໄດ້ຍິນວຽກນີ້ ມາຕັ້ງແຕ່ເກີດ.
ເຮົາເຂົ້າໃຈແນວໃດກັບວຽກງານນີ້? ເປັນຫຍັງມັນບໍ່ແລ້ວຈັກເທື່ອທັ້ງໆທີ່ເຮົາກະທຸ້ມເທທັງກຳລັງແຮງ,
ກຳລັງຊັບ ແລະ ກຳລັງໃຈເຂົ້າໃສ່?
ມີບົດຄວາມຫນຶ່ງຂອງ Michael Holton ຕີພິມໃນວາລະສານຂອງ Center
for Rural Affairs ກ່າວເຖິງ 10 ເຫດຜົນຕົ້ນຕໍໃນການໃນການພັດທະນາຊຸມຊົນຢູ່ຊົນນະບົດຂອງອາເມລິກາ
ວ່າ ເປັນຫຍັງ ມັນຄືຍາກແທ້, ເຊິ່ງແຕ່ລະຂໍ້ທີ່ຍົກຂຶ້ນມານັ້ນ ຫນ້າສົນໃຈຫລາຍ (ແຕ່ບາງຂໍ້ກະເວົ້າຊໍ້າກັນ):
ຂໍ້ທີ 1. ຄົນບໍ່ເຂົ້າໃຈວ່າການພັດທະນາຊຸມຊົນແມ່ນຫຍັງແທ້,
ພາກັນໄປຫລົງກັບໄອເດຍການພັດທະນາອັນອື່ນ ເຊັ່ນ ການພັດທະນາເສດຖະກິດ, ສ້າງໂຄງລ່າງ ແລະ
ອື່ນໆ. ຄວາມຈິງແລ້ວ ມັນແມ່ນຂະບວນການເພື່ອປັບປຸງ ເງື່ອນໄຂການດຳລົງຊີວິດຂອງຊຸມຊົນແບບຄົບຊຸດ
ທັງດ້ານ ສັງຄົມ, ເສດຖະກິດ ແລະ ວັດທະນະທຳ.
ຂໍ້ທີ 2. ມັນມີ
ຄວາມແຕກຕ່າງລະຫວ່າງຕົວເມືອງ ແລະ ຊົນນະບົດ, ເຊິ່ງອົງກອນພັດທະນາສ່ວນຫລາຍ
ຍັງຄິດວ່າ ອັນໃດທີ່ເຮັດຢູ່ໃນເມືອງແລ້ວສໍາເລັດ ມັນຈະໄດ້ຜົນຄືກັນເມື່ອໄປໃຊ້ໃນຊົນນະບົດ.
ຂໍ້ທີ 3, 4
ແລະ 5. ຄວາມຕ້ອງການຮັກສາເດີມຂອງຄົນພື້ນຖານ, ຄວາມຮູ້ສຶກບໍ່ມັກການປ່ຽນແປງ ແລະ ແນວຄິດປິດກັ້ນຕົນເອງຈາກພາຍນອກ.
ສິ່ງເຫລົ່ານີ້ ບໍ່ກໍ່ໃຫ້ເກີດການຮ່ວມມືຈາກຊຸມຊົນ ແລະ
ເຮັດໃຫ້ວຽກພັດທະນາເປັນໄປໄດ້ຍາກ ແລະ ໃຊ້ເວລາດົນ.
ຂໍ້ທີ 6.
ຊັບພະຍາກອນ ແລະ ຄວາມອາດສາມາດບໍ່ພຽງພໍ, ເພາະການເຄື່ອນຍ້າຍທາງດ້ານປະຊາກອນ
ແລະ ການປ່ຽນແປງທາງໂຄງສ້າງການຜະລິດອື່ນ ເຮັດໃຫ້ຊຸມຊົນມີຊັບພະຍາກອນບໍ່ພຽງພໍ ແລະ
ບາງອັນກໍ່ຫາບໍ່ໄດ້ຈາກທ້ອງຖິ່ນ.
ຂໍ້ທີ 7.
ຊຸມຊົນເອງບາງເທື່ອກໍ່ເຫັນແຕ່ເບື້ອງລົບຂອງຕົນເອງ, ສະນັ້ນ
ການໂອ້ລົມກັບຊຸມຊົນ ແລະ ຊ່ວຍເຂົາເຈົ້າກຳນົດ ຈຸດແຂງ ແລະ
ມີແນວຄິດບວກກ່ຽວກັບຊຸມຊົນກໍ່ສໍາຄັນຕໍ່ການພັດທະນາ.
ຂໍ້ທີ 8.
ຂາດການມີສ່ວນຮ່ວມຂອງທຸກລຸ້ນຄົນ ທັງລຸ້ນຫນຸ່ມ ແລະ ອາວຸໂສ, ເຊິ່ງຜູ້ຂຽນແນະນຳໃຫ້ດຳເນີນທຸກຂະບວນການສື່ສານ
ແລະ ດຳເນີນງານແບບເປີດກວ້າງ ແລະ ມີສ່ວນຮ່ວມ ເພື່ອລະດົມກຳລັງ.
ຂໍ້ທີ 9. ການມີຢູ່
ຫລື ລັກສະນະສະເພາະຂອງຊຸມຊົນມີການປ່ຽນແປງໄປແຕ່ລະໄລຍະທີ່ຮ້ອງວ່າປະຫວັດສາດ, ຂໍ້ນີ້ຄ້າຍຄືກັບທີ່ຜ່ານມາ
ກ່ຽວກັບການບໍ່ຍອມຮັບການປ່ຽນແປງ ແລະ ຢາກຮັກສາເດີມ.
ຂໍ້ທີ 10. ຄວາມອາດສາມາດຂອງຜູ້ນໍາຊຸມຊົນຍັງຫນ້ອຍ,
ຈຶ່ງເຮັດໃຫ້ບໍ່ສາມາດລະດົມປະຊາຊົນ ແລະ
ແນວຄວາມຄິດຂອງສະມາຊິກຊຸມຊົນໄດ້ໂດຍປາສະຈາກການບັງຄັບ.
ອັນທີ່ກ່າວມານັ້ນ
ແມ່ນປະສົບການບາງສ່ວນຂອງການເຮັດວຽກກັບຊົນນະບົດໃນປະເທດທີ່ພັດທະນາໄປໄກແລ້ວຄືກັບປະເທດອາເມລິກາ
ທີ່ມີພື້ນຖານການສຶກສາທີ່ສູງກວ່າ ແລະ
ຄວາມກ້າສະແດງຄວາມຄິດເຫັນຂອງຕົນຫລາຍກວ່າຄົນໃນປະເທດທີ່ກໍາລັງພັດທະນາ.
ມີປະໂຫຍກຫນຶ່ງໃນບົດຄວາມຂອງອາເມລິກາສະບັບນີ້ ທີ່ຫນ້າຄິດແມ່ນ “Communities
are made up of people first and structures second”,
ເຫັນແຈ້ງວ່າ ຖ້າເຮົາເຮັດວຽກກັບຄົນໃນຊຸມຊົນແລ້ວ ເລື່ອງໂຄງສ້າງອື່ນໆຈະຕາມມາທີຫລັງ.
ນອກຈາກບັນຫາພື້ນຖານທົ່ວໄປຂອງການພັດທະນາ (ເຊັ່ນ:
ໂຄງສ້າງປະຊາກອນ, ທີ່ຕັ້ງພູມສັນຖານ, ການເມືອງ, ຂະບວນການໂລກາພິວັດ ແລະ
ບັນຫາໂລກຮ້ອນແລ້ວ). ໃນຫລາຍປະເທດທີ່ກຳລັງພັດທະນາມີການໃຊ້ປະປົນກັນ ເກືອບແຍກບໍ່ອອກ ລະຫວ່າງ
ການພັດທະນາຊົນນະບົດ, ການສົ່ງເສີມການຜະລິດກະສິກຳ ແລະ ການຫລຸດຜ່ອນຄວາມທຸກຍາກ. ການພັດທະນາຊົນນະບົດຂອງແຕ່ລະປະເທດກໍ່ມີຄວາມທ້າທາຍແຕກຕ່າງກັນ.
ສຳລັບບ້ານເຮົາ ທີ່ຖືກຮ້ອງວ່າເປັນ “ບ່ອນປາບຊຽນ”
ແຫ່ງວົງການພັດທະນາຊົນນະບົດ (ໄດ້ຍິນຄໍາສັບນີ້ມາຈາກ ToToon Sittiphone Thapesuphanh ແຫ່ງ Karuna Sole Company Limited) ເພາະມີລັກສະນະຊັບຊ້ອນ, ສະເພາະຕົວ ແລະ
ວີທີການທີ່ເຄີຍເຮັດໄດ້ຜົນໃນປະເທດອື່ນ ກໍ່ອາດບໍ່ໄດ້ຜົນໃນປະເທດເຮົາ.
ຫລາຍຢ່າງທີ່ສັງເກດເຫັນ ເປັນຕົ້ນແມ່ນ: ບັນຫາຄວາມຊິນເຄີຍຂອງປະຊາຊົນຢູ່ບາງຊຸມຊົນທີ່ຮັບແຕ່ການຊ່ວຍເຫລືອລ້າ
ຈຶ່ງຂາດແຮງຈູງໃຈ ແລະ ຄວາມກະຕືລືລົ້ນໃຫ້ການຮ່ວມມື ແລະ ເປັນເຈົ້າການໃນວຽກຕ່າງໆ,
ຍິ່ງໄປກວ່ານັ້ນ ຮູ້ສຶກວ່າ ເຮົາຍັງຂາດການສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາຊົນນະບົດໃນໄລຍະທີ່ຜ່ານມາ
ແລະ ທີ່ສຳຄັນ ແມ່ນຂາດບຸກຄະລາກອນຄົນລາວ ທີ່ເປັນຊ່ຽວຊານ ແລະ
ສຸມໃສ່ຄິດຫາຕົ້ນຕໍຂອງບັນຫາການພັດທະນາຊົນນະບົດໃນບ້ານເຮົາວ່າມັນແມ່ນຫຍັງແທ້ໆ? ຄວນສຸມໃສ່ອັນໃດ?
ແລະ ແມ່ນຫຍັງກັນແທ້
ທີ່ພາໃຫ້ພວກເຮົາບໍ່ມີຕົວແບບໃນການພັດທະນາຊົນນະບົດທີ່ໃຊ້ໄດ້ດີກັບປະເທດເຮົາ?
ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ