Saturday, February 11, 2023

ຊື້ສິນຄ້າ ຫລື ບໍລິການ ຊິສົນໃຈເຮັດຫຍັງວ່າເຂົາເກັບອາກອນມູນຄ່າເພີ່ມຫລືບໍ່ Why do consumers have to care if stores collect VAT?

 

ຜູ້ຂຽນຫ່າງຫາຍໄປດົນ ຍ້ອນໄປວົນນໍາການເຮັດກິດຈະການນ້ອຍໆອັນຫນຶ່ງ ເຊິ່ງເຮັດໃຫ້ມີໂອກາດຮຽນຮູ້ຫລາຍຢ່າງກ່ຽວກັບການດຳເນີນທຸລະກິດ ແລະ ການເກັບພາສີອາກອນ. ມື້ນີ້ເລີຍຈະມາຊວນລົມກ່ຽວກັບເລື່ອງອາກອນມູນຄ່າເພີ່ມ.

ຫລາຍຄົນອາດເຄີຍໄດ້ຍິນຄໍາວ່າ ອາກອນມູນຄ່າເພີ່ມ (ອມພ) ຫລື Value Added Tax ທີ່ຢູ່ໃນບິນເວລາເຮົາຊື້ສິນຄ້າ ຫລື ໄປໃຊ້ບໍລິການ ເປັນອາກອນທີ່ລັດເກັບນໍາຜູ້ຊົມໃຊ້ສຸດທ້າຍ ໃນອັດຕາ 7% ເຊິ່ງທົ່ວໄປແລ້ວຜູ້ຂາຍເຄື່ອງ ຫລື ຜູ້ໃຫ້ບໍລິການ ຈະເຮັດຫນ້າທີ່ເກັບຈາກຜູ້ຊົມໃຊ້ ແລະ ມອບໃຫ້ລັດ. ໃນປະເທດລາວ, ອມພ ຖືເປັນແຫລ່ງລາຍໄດ້ສໍາຄັນຂອງລັດ. ອີງຕາມບົດລາຍງານຂອງ Duangchay KEOMIXAY, ຫລາຍກວ່າ 27% ຂອງລາຍຮັບງົບປະມານປີ 2016 ແມ່ນມາຈາກການເກັບ ອມພ ແລະ ມີທ່າອ່ຽງວ່າຈະເພີ່ມຄວາມສໍາຄັນຂຶ້ນເລື້ອຍໆ. ໃນຂົງເຂດອາຊຽນມີຫລາຍປະເທດທີ່ນໍາໃຊ້ການເກັບ ອມພ ຄືກັບ ສປປ ລາວ ເຊັ່ນ ກໍາປູເຈຍ, ອິນໂດເນເຊຍ, ຟິລິບປິນ, ໄທ ແລະ ຫວຽດນາມ.

ພວກເຮົາທຸກຄົນຄົງຈະຮູ້ດີວ່າ ຖ້າຫາກລັດມີງົບປະມານຫລາຍຂຶ້ນ ຫລື ສາມາດເກັບລາຍຮັບໄດ້ຫລາຍຂຶ້ນ ຈະມີຄວາມສາມາດໃນການລົງທຶນ ແລະ ໃຊ້ຈ່າຍເພື່ອພັດທະນາເສດຖະກິດ ແລະ ສັງຄົມໄດ້ດີຂຶ້ນ. ນັ້ນເປັນປະໂຫຍດຂອງ ອມພ ທີ່ບໍ່ຕ້ອງສົງໃສ. ແຕ່ເຖິງຢ່າງໃດກໍ່ຕາມ ມັນບໍ່ແມ່ນເລື່ອງງ່າຍທີ່ປະເທດໃດກໍາລັງພັດທະນາຈະສາມາດເກັບ ອມພ ໄດ້ 100%. ສ່ວນຫນຶ່ງແມ່ນຍ້ອນຄວາມເປັນຈິງທີ່ວ່າ ສິນຄ້າ ແລະ ບໍລິການ ທີ່ບໍ່ລວມ VAT ຈະມີລາຄາທີ່ຖືກກວ່າ ຜູ້ຊົມໃຊ້ຈຶ່ງບໍ່ມີແຮງຈຸງໃຈໃນການຂໍບິນ ອມພ ຈາກຜູ້ຂາຍ. ເພື່ອແກ້ບັນຫາດັ່ກ່າວ ບາງປະເທດ ເຊັ່ນ ບັງກະລາເທດ ໄດ້ລິເລີມນໍາໃຊ້ consumer incentive scheme ໄປຄວບຄູ່ກັບການເກັບ ອມພ ໂດຍການຈົກສະຫລາກລາງວັນໃຫ້ແກ່ຜຸ້ຊົມໃຊ້ທີ່ເອົາໃບບິນ ອມພ ມາລົງທະບຽນສ່ຽງໂຊກກັບລັດ ລາງວັນທີຫນຶ່ງແມ່ນສູງເຖິງ 100,000 ດາກາ ຫລື 15 ລ້ານກວ່າກີບ.

ບໍ່ແນ່ໃຈວ່າບ້ານເຮົາມີລະບົບແຮງງຈູງໃຈຜູ້ບໍລິໂພກແບບນີ້ບໍ, ແຕ່ສໍາລັບຫົວຫນ່ວຍທຸລະກິດແລ້ວ ການເກັບບິນ ອມພ ແມ່ນມີຜົນດີຕໍ່ທຸລະກິດ ຢ່າງຫນ້ອຍ 2 ຈຸດ ຄື: ສາມາດສະສົມ ອມພ ສົ້ນເຂົ້າ ເພື່ອຫັກລົບ ກັບ ອມພ ສົ້ນອອກໄດ້, ແລະ ລາຍຈ່າຍຂອງກິິດຈະການທີ່ມີບິນອາກອນແມ່ນສາມາດລົງບັນຊີໄດ້ຕາມກົດຫມາຍໂດຍບໍ່ໄດ້ຖືກປັບໄຫມ. ລຸ່ມນີ້ແມ່ນຕົວຢ່າງຂອງການຫັກ ອມພ ຕາມຕ່ອງໂສ້ຜູ້ສະຫນອງ. ສົມມຸດວ່າ ເຮົາຊື້ນໍ້າປາແດກ 1 ຂວດ ລາຄາ 20,000 ກີບ ຈາກຮ້ານຄ້າ ໃນນັ້ນ ບິນຂຽນວ່າ ລາຄາສຸດທິ 18,600 ກີບ ແລະ ອາກອນມູນຄ່າເພີ່ມ 7% ຫລື 1,400 ກີບ. ຖ້າຫາກລາຄາທີ່ອອກຈາກໂຮງງານແມ່ນ 18,000 ກີບ, ອມພ 1,400 ກີບ. ອມພ ທີ່ຜູ້ຊົມໃຊ້ຈ່າຍໄປ 1,400 ຈະຖືກສົ່ງຕໍ່ໃຫ້ລັດຜ່ານ 2 ຫົວຫນ່ວຍ ຄື ໂຮງງານ (1,260) ແລະ ຮ້ານຄ້າ (140). ຖ້າຮ້ານອອກບິນ ອມພ ໃຫ້ລູກຄ້າ ແຕ່ຕົນເອງຊື້ຂອງຈາກໂຮງງານທີ່ບໍ່ມີບິນ ອມພ ຮ້ານດັ່ງກ່າວກໍ່ຕ້ອງຮັບພາລະ 1,400 ກີບ ແຕ່ຝ່າຍດຽວ, ສະນັ້ນ ຖ້າໂຮງງານສ່ວນໃຫຍ່ບໍ່ອອກບິນອາກອນ ກໍ່ມີຄວາມເປັນໄປໄດ້ວ່າຮ້ານດັ່ງກ່າວຈະບໍ່ໄລ່ອາກອນນໍາຜຸ້ຊົມໃຊ້ເຊັ່ນກັນ ຫລື ຖ້າມີການໄລ່ເຂົ້າກໍ່ອາດຈະບໍ່ສົ່ງເງິນດັ່ງກ່າວໃຫ້ລັດເພາະຜູ້ຊົມໃຊ້ເອງກໍ່ບໍ່ໄດ້ສົນໃຈຂໍບິນອາກອນຢູ່ແລ້ວ. ສິ່ງດັ່ງກ່າວເປັນວົງຈອນອຸບາດທີ່ເກີດຂຶ້ນກັບຫລາຍປະເທດທີ່ໃຊ້ລະບົບ ອມພ ແລະ ສາຍເຫດກໍ່ສາມາດເຂົ້າໃຈໄດ້.


 




Tuesday, March 1, 2022

ການເປັນຜູ້ເຫັນອົກເຫັນໃຈຄົນອື່ນ Being empathetic

 


ເປັນເວລາດົນຫລາຍເດືອນທີ່ຜູ້ຂຽນບໍ່ໄດ້ຂຽນຫົວຂໍ້ຫຍັງລົງໃນບລັອກ ເນື່ອງຈາກພາລະກິດ ແລະ ຄວາມຫຍຸ້ງຍາກຫລາຍຢ່າງທີ່ເປັນຜົນມາຈາກວິກິດການໂຄວິດ-19. ມື້ນີ້ຈະມາຊວນລົມເລື່ອງ ຄຸນສົມບັດໃນການເຫັນອົກເຫັນໃຈຄົນອື່ນ ຫລື ເວົ້າເປັນພາສາອັງກິດວ່າ Empathy.

ສ່ວນຕົວເລີ່ມມາຝຶກຝົນທັກສະນີ້ ຕອນທີ່ຈິງຈັງກັບວຽກຄົ້ນຄວ້າ ເພາະມັນຊ່ວຍໃຫ້ຕົນເອງພັດທະນາຄອນເຊັບຂອງວຽກ ສ້າງເຄື່ອງມືການເກັບກໍາຂໍ້ມູນ ເຮັດການວິໄຈ ແລະ ມີຂໍ້ແນະນໍາໃຫ້ລູກຄ້າໄດ້ດີຂຶ້ນ. ແຕ່ສາຍເຫດທີ່ມີຂຽນຫົວຂໍ້ນີ້ ແມ່ນເນື່ອງມາຈາກການຟັງບັນຍາຍເຖິງສັບພະຄຸນທີ່ວ່າ Empathy ສາມາດຊ່ວຍໃຫ້ຄົນເຮົາມີຄວາມສຸກທາງຈິດໃຈຫລາຍຂຶ້ນ ແລະ ທີ່ສໍາຄັນແມ່ນ ຊ່ວຍຫລຸດຜ່ອນຄວາມຂັດແຍ່ງ.

ແຕ່ໃນແງ່ຂອງວຽກງານແລ້ວ, ບາງວຽກງານກໍ່ບໍ່ຕ້ອງການຄົນທີມີ Empathy ຫລາຍໆ. ບົດຄວາມຫນຶ່ງໃນThe Muse ຫົວຂໍ້ວ່າ 8 Jobs That Are Great for Empaths (and 3 That Typically Arent), ຜູ້ຂຽນແນະນໍາວ່າຄົນທີ່ມີ Empathy ສູງໆອາດເຫມາະກັບວຽກກ່ຽວກັບການເບິ່ງແຍງ-ປິ່ນປົວຄົນປ່ວຍ, ພະນັກງານສັງຄົມສົງເຄາະ, ພີ່ລ້ຽງດ້ານສາຍອາຊີບ, ຫົວຫນ້າຝ່າຍບຸກຄະລາກອນ, ຫົວຫນ້າຝ່າຍການຕະຫລາດ, ນັກຂຽນ, ນາຍຄູ ແລະ ນັກວິໄຈກ່ຽວກັບປະສົບການຂອງລູກຄ້າ. ແນວໃດກໍ່ດີ ມີຢ່າງຫນ້ອຍ 3 ວຽກທີ່ບໍ່ຕ້ອງການ Empathy ຫລາຍ ເຊັ່ນ: ຜູ້ບໍລິຫານ, ນັກການຂາຍ ແລະ ນັກການເມືອງ ເພາະອາຊີບພວກນີ້ຕ້ອງການໆຕັດສິນໃຈທີ່ເດັດຂາດ, ເຮັດວຽກໄດ້ຫລາຍກວ່າຄູ່ແຂ່ງ ແລະ ເດັດຂາດ.

ການມີ Empathy ແມ່ນຫມາກຜົນຂອງຫລາຍປັດໄຈ ເຊັ່ນ ປະສົບການຊີວິດ, ທັກສະນະຄະຕິ, ຄວາມສາມາດ ແລະ ຄວາມແຕກຕ່າງທາງດ້ານວັດທະນະທໍາ. Greater Good Magazine ສອບຖາມ 182,000 ຄົນທົ່ວໂລກ ແລະ ຂຽນຜົນໄດ້ຮັບໃນຫົວຂໍ້ Which Factors Shape Our Empathy? ພວກເຂົາພົບວ່າ: ກຸ່ມທີ່ມີຄະແນນ Empathy ສູງ ມັກຈະເປັນເພດຍິງ ຫລາຍກວ່າ ເພດຊາຍ, ຜູ້ໃຫຍ່ອາຍຸລະຫວ່າງ 40 ຫາ 70 ປີ, ຜູ້ທີ່ບໍ່ແມ່ນລູກຄົນດຽວ, ຜູ້ທີ່ເປັນເສລີນິຍົມ ຫລາຍກວ່າ ອະນຸລັກນິຍົມ, ແຕ່ບໍ່ພົບຄວາມແຕກຕ່າງຈະແຈ້ງກ່ຽວກັບລະດັບ Empathy ຂອງຄົນຮັ່ງມີ ແລະ ທຸກຈົນ (ຫມາຍວ່າ ທຸກ ຫລື ຮັ່ງ ກໍ່ອາດເປັນຄົນທີ່ເຫັນອົກເຫັນໃຈຄົນອື່ນໄດ້). ບົດຄົ້ນຄວ້າໃນວາລະສານ PLOS ONE ກ່ຽວກັບ Empathy ຂອງຄົນຢູ່ສະຫະລາດຊະອານາຈັກ ກໍ່ອະທິບາຍໃນລັກສະນະດຽວກັນ ແລະ ຢັ້ງຢືນວ່າ ໃນສັງຄົມເຂົາເຈົ້າກຸ່ມຄົນທີ່ມີລະດັບ ຄວາມເຂົ້າອົກເຂົ້າໃຈຄົນອື່ນສູງໆ ສ່ວນຫລາຍແມ່ນ ເພດຍິງ, ກຸ່ມທີ່ບໍ່ແມ່ນຜິວຂາວ, ມີການສຶກສາສູງກວ່າ, ເຮັດວຽກກ່ຽວກັບສາທາລະນະສຸກ, ສັງຄົມສົງເຄາະ, ກ່ຽວກັບການເບິ່ງແຍງເດັກ, ຜູ້ທີ່ມີນິດໄສມັກຫວາດລະແວງ ແລະ ຕຽມພ້ອມຢູ່ສະເຫມີ, ຜູ້ທີ່ມັກອອກສັງຄົມຫລາຍໆ, ໃຈກວ້າງ ແລະ ມັກເຮັດໃຫ້ຄົນອື່ນສະບາຍໃຈ.

ຖ້າການຮຽນຮູ້ທີ່ຈະເຂົ້າໃຈຄົນອື່ນແມ່ນສະສົມມາຕັ້ງແຕ່ເຍົາໄວ ເຊັ່ນ: ຢູ່ໃນໂຮງຮຽນ, ສະພາບໃນປະຈຸບັນນີ້ ອາດບໍ່ເອື້ອຍອໍານວຍໃຫ້ໃຫ້ມີການຮຽນຮູ້ລະຫວ່າງກຸ່ມຄົນພໍເທົ່າໃດ ເພາະຄົນຮັ່ງຈະເອົາລູກໄປເຂົ້າໃນໂຮງຮຽນທີ່ມີສະເພາະຄົນຮັ່ງ, ຄົນໃນເມືອງຈະໃຫ້ລູກໄປຫລິ້ນຕ່າງປະເທດ ແລະ ຄົນທີ່ມີລູກຜູ້ຍິງກໍ່ສາມາດເອົາລູກໄປເຂົ້າໂຮງຮຽນຍິງລ້ວນ. ຢ່າງໃດກໍ່ຕາມ, ສ່ວນຕົວຄິດວ່າ ເຮົາຍັງສາມາດສ້າງແວດລ້ອມທີ່ເອື້ອອໍານວຍ ເພື່ອຝຶກຝົນໃຫ້ຄົນມີ Empathy ໄດ້ຢູ່ ເຊັ່ນ: ການເຮັດກິດຈະກໍານອກໂຮງຮຽນ ຫລື ທັດສະນະສຶກສາ ຫລື ເຮັດວຽກ ໃນສັງຄົມ ຫລື ປະເທດທີ່ມີແວດລ້ອມທາງວັດທະນະທໍາທີ່ແຕກຕ່າງຈາກບ່ອນທີ່ຕົນເອງຢູ່. 

ສ່ວນຕົວຄິດວ່າການມີ Empathy ນັ້ນດີກວ່າບໍ່ມີ. Empathy ກໍ່ບໍ່ຕ່າງຫຍັງຈາກຫມວກທີ່ພວກເຮົາສວມໃສ່ ເຮົາຕ້ອງໄດ້ຮູ້ກາລະເທສະ ວ່າ ຍາມໃດຄວນສວມຫມວກຫນ່ວຍນັ້ນ. ທ່ານເດ້ ຄິດວ່າແນວໃດ?


ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Saturday, December 26, 2020

ຕະຫລາດກາງຄືນ (Night Market)

 



ປົກກະຕິຄົນລາວເຮົາບໍ່ຄ່ອຍມັກອອກມາກິນເຂົ້ານອກບ້ານ ເຮົາແຕ່ງກິນເອງໃນຄອບຄົວ ລຸ້ນເອື້ອຍລົມກັບເຮົາຕອນທີ່ລາວຫາກໍ່ກັບມາແຕ່ຕ່າງປະເທດໃຫມ່ໆປະມານຊຸມປີ 2004. ແຕ່ກ່ອນ, ຮ້ານຫມີ່ ຮ້ານເຂົ້າປຽກ ຫລື ຂາຍກາລະເປົາ ແຄມທາງຕອນກາງຄືນ ແມ່ນມີສະເພາະພວກທີ່ໄປຫລິ້ນມາເດິກໆ ເທົ່ານັ້ນຈັ່ງໄດ້ກິນ. ນັບຈາກມື້ນັ້ນມາຮອດມື້ນີ້ ກໍ່ເປັນເວລາ 16 ປີ, ບ້ານເມືອງເຮົາກໍ່ປ່ຽນແປງໄປຫລາຍ ການກິນເຂົ້ານອກບ້ານ ແລະ ເຮັດວຽກຫາຢູ່ຫາກິນຕອນກາງຄືນກໍ່ບໍ່ແມ່ນເລື່ອງແປກໃນສັງຄົມລາວອີກຕໍ່ໄປ.

ຈາກການເດີນທາງໄປວຽກເດືອນຜ່ານມາ ເຫັນຫລາຍແຂວງຍັງສືບຕໍ່ເປີດຕະຫລາດກາງຄືນ ທັງທີ່ບໍ່ມີນັກທ່ອງທ່ຽວ, ຕົນເອງຈຶ່ງເລີ່ມມາຄິດຄືນວ່າມັນມີບົດບາດແນວໃດແທ້. ມື້ນີ້ຊິມາຊວນລົມເລື່ອງ ຕະຫລາດກາງຄືນ.... ເຮົາໃຊ້ພາສາລາວຊອກນໍາອິນເຕີເນັດ, ຄໍານີ້ປະກົດຂຶ້ນໃນຊ່ວງປີ 2007 ເປັນຕົ້ນມາ ນັ້ນຫມາຍຄວາມວ່າ ຕະຫລາດກາງຄືນອາດເກີດຂຶ້ນບໍ່ດົນໃນປະເທດລາວ ຫລາຍຄົນຮູ້ຈັກດີແມ່ນ ຕະຫລາດກາງຄືນຢູ່ຫລວງພະບາງ, ຫລວງນໍ້າທາ ແລະ ວັງວຽງ ທີ່ເຮັດຂຶ້ນເພື່ອດຶງດູດນັກທ່ອງທ່ຽວ. ແຕ່ວ່າ ມັນເກີດຂຶ້ນມາໃນໂລກນີ້ດົນແລ້ວບໍ່? ມາແຕ່ໃສ ແລະ ມີບົດບາດແນວໃດຕໍ່ເສດຖະກິດ? ເມື່ອໃຊ້ຄໍາວ່າ Night Market ເຂົ້າໄປຊອກອີກ ຈຶ່ງພໍ້ລາຍລະອຽດຫລາຍຢ່າງທີ່ຫນ້າສົນໃຈ.

ຕະຫລາດກາງຄືນ Night markets ຫລື night bazaars ແມ່ນຕະຫລາດທີ່ເປີດຕອນກາງຄືນເພື່ອໃຫ້ຄົນໄດ້ມາເລາະທ່ຽວ ຊອກຊຶ້ສິນຄ້າ ແລະ ຂອງກິນ ເຊິ່ງແຕກຕ່າງຈາກຕະຫລາດທີ່ເປີດໃນຕອນກາງເວັນ. ອີງຕາມ Wikipedia (ອ່ານລະອຽດຢູ່ນີ້) ຕະຫລາດກາງຄືນເກີດຢູ່ປະເທດຈີນແຕ່ສະໄຫມລາດຊະວົງຖັງພຸ້ນ. ຈາກນັ້ນໃນຊຸມປີ 1950-60 ຄົນງານທີ່ຍ້າຍມາເຮັດວຽກຢູ່ຕົວເມືອງກໍ່ພາກະກໍ່ຕັ້ງຕະຫລາດກາງຄືນຂະຫນາດໃຫຍ່ຂຶ້ນໃນໃຕ້ຫວັນເພື່ອຂາຍອາຫານ. ຈາກນັ້ນກໍ່ມີການພັດທະນາ ແລະ ເຮັດໃຫ້ມີຄວາມຫລາກຫລາຍຂຶ້ນ ແລະ ກາຍມາເປັນສັນຍາລັກອັນຫນຶ່ງແຫ່ງການທ່ອງທ່ຽວຂອງປະເທດໃນແຖບອາຊີ.

ຈາກບົດຄົ້ນຄວ້າທີ່ນໍາໂດຍ Cheng-Ter Kuo ໃນຫົວຂໍ້ To Explore Taiwanese Night Markets Culture and Tourism Experience and Behaviour ຕີພິມໃນ Procedia - Social and Behavioral Sciences ໄດ້ນິຍາມ ຕະຫລາດກາງຄືນວ່າມີ 8 ຄຸນລັກສະນະ ຄື: Wholesomeness (ຮ້ານທີ່ຈະເປີດຢູ່ນີ້ໄດ້ຕ້ອງໄດ້ຮັບອະນຸຍາດ), Attraction (ມີປະຕູທາງເຂົ້າຄັກແນ່ແລະຖືກປະດັບປະດາ), Security (ບໍ່ອະນຸຍາດໃຫ້ລົດລາງແລ່ນຜ່ານຕອນທີ່ເປີດຕະຫລາດ), Continuity (ຮ້ານຕ້ອງລຽງລາຍກັນບໍ່ຂາດສາຍ), Multiplicity (ແຜນຜັງຕະຫລາດອາດຈະຈັດຕາມປະເພດທຸລະກິດ ເຊັ່ນ ອາຫານ ເສື້ອຜ້າ ເກີບ ...), Comfortableness (ຈະຕ້ອງມີບ່ອນໃຫ້ນັ່ງພັກ ຖິ້ມຂີ້ເຫຍື້ອ ແລະ ຫ້ອງນໍ້າສາທາລະນະ), Uniformity (ການອອກແບບຫ້າງຮ້ານ ແລະ ໂຄມໄຟຄວນມີໂມດດຽວກັນ), ແລະ Authenticity (ວັດທະນະທໍາທ້ອງຖິ່ນ ແມ່ນຈຸດເດັ່ນສະດຸດຕາຂອງຕະຫລາດກາງຄືນ).

ທີ່ກ່າວມານີ້ ຈຶ່ງສະແດງໃຫ້ເຫັນຄວາມຫລາກຫລາຍຂອງອາຊີບທີ່ເກີດຂຶ້ນຈາກການມີຕະຫລາດກາງຄືນ ທີ່ສື່ຄວາມຫມາຍໃຫ້ເຫັນບົດບາດສໍາຄັນທາງເສດຖະກິດ ແລະ ການສ້າງວຽກເຮັດງານທໍາສໍາລັບຄົນຫລາຍຊັ້ນຄົນ ເພດ ແລະ ໄວ. ບົດຄົ້ນຄວ້າຢູ່ປະເທດມາເລເຊຍໃນຫົວຂໍ້ Dynamism of a night market ໄດ້ສະຫລຸບວ່າ ຕະຫລາດກາງຄືນໃນປະເທດເຂົາເຈົ້າ ມີບົດບາດສໍາຄັນຕໍ່ເສດຖະກິດທ້ອງຖິ່ນ ແລະ ມະຫາພາກ, ໃນແງ່ສັງຄົມ ມັນເປັນບ່ອນພົບປະຂອງຄົນທີ່ຫລາກຫລາຍ ເຮັດໃຫ້ການແລກປ່ຽນທາງວັດທະນະທໍາ, ມັນຍັງເປັນບ່ອນສະຫນອງໂອກາດໃຫ້ຄົນລຸ້ນຫນຸ່ມໄດ້ທົດລອງ ແລະ ຫາປະສົບການຈາກການເຮັດທຸລະກິດຄ້າຂາຍຂະຫນາດນ້ອຍນໍາອີກ.

ຫນ້າສົນໃຈເນາະ...


ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Sunday, October 18, 2020

ຜົນຂອງການຫັນເປັນດິຈິຕອລ ແລະ ອັດຕະໂນມັດໃນຊ່ວງໂຄວິດ-19 (Automation and digital transformation during Covid-19 crisis)

 


ໃນໄລຍະຕົ້ນປີ 2019, ເຮົາໄດ້ຊວນລົມຫົວຂໍ້ຫນຶ່ງ ກ່ຽວກັບການພັດທະນາກ່ຽວກັບຫຸ່ນຍົນ ແລະ ການຫັນເປັນດິຈິຕອລ ຕອນນັ້ນມີຄວາມກັງວົນວ່າ ມັນອາດຈະເຮັດໃຫ້ລະບົບໂຮງງານຂະຫນາດໃຫຍ່ຫັນມາໃຊ້ຫຸ່ນຍົນ ແທນ ແຮງງານຄົນໃນການຜະລິດຫລາຍຂຶ້ນ ແລະ ອາດເຮັດໃຫ້ຄວາມຕ້ອງການແຮງງານຫລຸດລົງ. ເຂົ້າມາໃນປີ 2020 ນີ້, ມີການລະບາດຂອງພະຍາດໂຄວິດ-19 ປະກົດວ່າ ມັນກາຍເປັນໂຕເລັ່ງປະຕິກິລິຍາ ແລະ ມີຜົນໂດຍກົງເຮັດໃຫ້ຫົວຫນ່ວຍທຸລະກິດຫັນມາຊົມໃຊ້ລະບົບຫຸ່ນຍົນ ແລະ ດິຈິຕອລຫລາຍຂຶ້ນເປັນປະຫວັດການ. ທຸລະກິດຂະຫນາດໃຫຍ່ທີ່ມີທຶນຮອນພຽງພໍໃນການຊົມໃຊ້ເຕັກໂນໂລຊີ ແລະ ຫັນເປັນດິຈິຕອລ ອາດຈະໄດ້ຮັບປະໂຫຍດຫລາຍເພາະສາມາດເລືອກໄດ້ລະຫວ່າງຈະໃຊ້ຄົນ ຫລື ໃຊ້ເຄື່ອງຈັກ, ແຕ່ກໍ່ບໍ່ແມ່ນວ່າ ແຮງງານທີ່ຖືກເລີກຈ້າງຈະບໍ່ມີວຽກເຮັດ ຫລື ທຸລະກິດຂະຫນາດນ້ອຍຈະຫລົ້ມຈົມຍ້ອນ ແຕ່ມັນຂຶ້ນກັບປັດໄຈອື່ນໆອີກ.

ຕາມບົດຂ່າວຂອງ ChinaDaily ໃນເດືອນເມສາ 2020, ທຸລະກິດຂະຫນາດນ້ອຍຂອງຈີນແມ່ນກຳລັງຂະຫຍາຍຕົວໃນຊ່ວງໂຄວິດຍ້ອນການນໍາໃຊ້ເຕັກໂນໂລຊີ. CPA Australia ໄດ້ເຮັດການສໍາຫລວດ 772 ຫົວຫນ່ວຍທຸລະກິດຂະຫນາດນ້ອຍໃນ 5 ເມືອງໃຫຍ່ຂອງ ສປ ຈີນ (Beijing, Chongqing, Guangzhou, Shanghai and Shenzhen), ພົບວ່າ ເຖິງຈະມີຂໍ້ຫຍຸ້ງຍາກຂອງວິກິດໂຄວິດ-19 ຫົວຫນ່ວຍສ່ວນຫລາຍ (81%) ຍັງຄົງສືບຕໍ່ຂະຫຍາຍໂຕ ແລະ ກາຍເຄິ່ງ (57%) ຂອງຫົວຫນ່ວຍທີ່ສຳຫລວດໄດ້ຈ້າງພະນັກງານເພີ່ມ. ແທນທີ່ຈະສຸມໃສ່ຫລຸດ ຫລື ເພີ່ມພະນັກງານ, ພວກເຂົາພັດສຸມໃສ່ບໍລິຫານຕົ້ນທຶນໂດຍການ ເຊັ່ນ ປັບປຸງກະແສເງິນສົດ ແລະ ຄວາມເຂັ້ມແຂງທາງການເງິນ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄຫມຫລາຍຂຶ້ນ. ທຽບກັບຫົວຫນ່ວຍທຸລະກິດໃນປະເທດອື່ນ, ຫົວຫນ່ວຍທຸລະກິດຂອງຈີນ ເປັນຜູ້ນໍາຫນ້າໃນການຂາຍອອນໄລນ, ນໍາໃຊ້ເຕັກໂນໂລຊີໃຫມ່ ແລະ ແອັບປລິເຄຊັ່ນໃນມືຖື ເພື່ອຊໍາລະເງິນ, ແລະ ນໍາໃຊ້ສື່ສັງຄົມອອນໄລນເພື່ອໂຄສະນາ ແລະ ເຮັດທຸລະກິດອື່ນໆຫລາຍຂື້ນ.

ແນ່ນອນວ່າ ການນໍາໃຊ້ເຕັກໂນໂລຊີ ຫລື ລະບົບດິຈິຕອລ ຈະຫລາຍ ຫລື ຫນ້ອຍນັ້ນ ກໍ່ຂຶ້ນກັບຂະແຫນງທຸລະກິດ ແລະ ປະເພດຂອງຫນ້າວຽກຄືກັນ. ບົດຄວາມໃນ MarketingRound ປະຈຳເດືອນກໍລະກົດ 2020 ໄດ້ເວົ້າເຖິງຄວາມຈຳເປັນທີ່ທຸລະກິດຂະຫນາດນ້ອຍຈະຕ້ອງມີແຜນຍຸດທະສາດໃນການນຳໃຊ້ລະບົບດິຈິຕອນແລະໄອທີ ວ່າ ບັນດາຫົວຫນ່ວຍທຸລະກິດທີ່ລົງທຶນໃສ່ເຕັກໂນໂລຊີທັນສະໄຫມ (ເຊັ່ນ ເອໄອ, ຄຣາວ, ລະບົບອໍໂຕ້..) ກໍາລັງໄດ້ຮັບຜົນປະໂຫຍດຢ່າງຫລວງຫລາຍໃນໄລຍະນີ້. ປະມານ 100% ຂອງໂຮງງານອຸດສາຫະກຳຂະຫນາດໃຫຍ່ (ແຮງງານ 5.000 ຫາ 50.000 ຄົນ) ໃນອາເມລິກາເຫນືອ ແມ່ນຫັນມາໃຊ້ Smart Automation, ມີພຽງ 60% ຂອງຂະແຫນງຂາຍຍ່ອຍ, 81% ໃນຂະແຫນງເຕັກໂນໂລຊີ ແລະ 85% ໃນຂະແຫນງການເງິນ. ເຊິ່ງ Smart Automation ແມ່ນປະກອບມີ ຫລາຍຢ່າງ ເຊັ່ນ: ເອໄອ ສໍາລັບວຽກຈັດຈ້າງບຸກຄະລາກອນ ເຊັ່ນ ກວດປະຫວັດຜູ້ສະຫມັກ, ວິເຄາະປະຫວັດໃນຂັ້ນພື້ນຖານ ເພື່ອຄັດເລືອກເອົາຜຸ້ທີ່ມີຄຸນສົມບັດຖືກຕ້ອງໄປສໍາພາດ, ລະບົບ ການວິເຄາະທຸລະກິດອັດຕະໂນມັດ ຫລື Business analytics ເປັນລະບົບທີ່ຊ່ວຍອົງກອນຫລຸດຜ່ອນຄ່າໃຊ້ຈ່າຍໃນການວິເຄາະຂໍ້ມູນເພື່ອການຕັດສິນໃຈທາງທຸລະກິດ, ລະບົບອັດຕະໂນມັດທີ່ຊ່ວຍໃນການບໍລິຫານຕ່ອງໂສ້ການສະຫນອງ ໂດຍສະເພາະວຽກໂລຈິສະຕິກ, ແລະ ການນໍາໃຊ້ຕົວແທນທີ່ເປັນເຄື່ອງຈັກ ເຊັ່ນ ຕູ້ເອທີເອັມ, ຕູ້ຝາກເງິນ, ຕູ້ຂາຍເຄື່ອງ, ຕູ້ຮັບອໍເດີ້ ແລະ ອື່ນໆ.

ຫົວຂໍ້ຂ່າວໃນບລັອກຂອງທະນາຄານພັດທະນາອາຊີ ຫລື ເອດີບີ ປະຈໍາເດືອນພຶດສະພາ 2020 ກ່າວວ່າ ໂຄວິດ-19 ອາດຈະເຮັດໃຫ້ຄວາມຕ້ອງການແຮງງານບໍ່ມີສີມືຫລຸດລົງ ແລະ ເພີ່ມຄວາມຕ້ອງການແຮງງານມີສີມືຫລາຍຂຶ້ນ. ນັ້ນຫມາຍຄວາມວ່າ ແຮງງານໃນປະເທດເຮົາກຳລັງພົບຄວາມທ້າທາຍຢ່າງຫນັກ ເພາະເປັນເສດຖະກິດແຮງງານເຫລືອ-ບໍ່ພໍ (ເຫລືອເຟືອໃນແງ່ແຮງງານບໍ່ມີສີມື ແລະ ບໍ່ພໍໃນແງ່ແຮງງານມີສີມື). ໂດຍສະເພາະແຮງງານໃນຂະແຫນງຂາຍຍ່ອຍ ທີ່ກວມສັດສ່ວນໃຫຍ່ອັນດັບສອງໃນການຈ້າງງານ (18.7% ຂອງການຈ້າງງານສໍາລັບປະເທດລາວໃນປີ 2017), ຈໍານວນຜູ້ຂາຍເຄື່ອງໃນຮ້ານອາດຈະບໍ່ຫລາຍຄືແຕ່ເກົ່າ ເພາະຄົນສ່ວນໃຫຍ່ເລີ່ມຄຸ້ນເຄີຍກັບການຊື້ເຄື່ອງ ແລະ ສັ່ງອາຫານຜ່ານມືຖື ສະນັ້ນ ວຽກທີ່ຕ້ອງການຫລາຍກວ່າ ກໍ່ອາດແມ່ນພະນັກງານໄອທີສໍາລັບຄຸ້ມຄອງແອັບພລິເຄຊັ່ນ, ແພັກເຄື່ອງ, ຂົນເຄື່ອງ ແລະ ສົ່ງເຄື່ອງ. ນອກຈາກ ອາຊີບມີຊ່ອງທາງດ້ານອາຊີບໃຫມ່ທີ່ເກີດຂຶ້ນມາແທນແລ້ວ, ສິ່ງທີ່ຕະຫລາດແຮງງານຍັງຕ້ອງການຕະຫລອດການ ແມ່ນ ບັນດາແຮງງານທີ່ມີສີມື ໂດຍສະເພາະໃນໄລຍະໂຄວິດນີ້ ຍິ່ງມີຄວາມຕ້ອງການຫລາຍຂຶ້ນເພື່ອມາທົດແທນແຮງງານຕ່າງປະເທດຈໍາເປັນຕ້ອງເດີນທາງກັບພູມລໍາເນົາຍ້ອນບັນຫາວິກິດໂຄວິດ-19.

ສະນັ້ນ ມັນອາດຈະເບິ່ງເປັນໃນແງ່ລົບໂພດ ຖ້າຫາກເຮົາບອກວ່າ ບໍ່ມີຫຍັງ ຫລື ໂອກາດດີໆເລີຍໃນໄລຍະນີ້, ພຽງແຕ່ວ່າເຮົາອາດຈະຕ້ອງປະຖິ້ມຄວາມເຄີຍຊິນອັນເກົ່າ ການດຳເນີນທຸລະກິດແບບເກົ່າ ຄວາມຄາດຫວັງໃນກຳໄລທີ່ສູງຄືເກົ່າ ແລ້ວຫັນມາເບິ່ງໂອກາດທີ່ມີຢູ່ (ເຊັ່ນ ອິນເຕີເນັດທີ່ໄວຂຶ້ນ, ຄ່າຂົນສົ່ງທີ່ຖືກລົງ, ຄ່ານິຍົມໃຫມ່ໆກ່ຽວກັບສຸຂະພາບ...) ສຸມໃສ່ກຸ້ມຕົນເອງໃນລະດັບທີ່ສາມາດເອົາໂຕລອດ ເຮັດໃຫ້ຕົນເອງກຽມພ້ອມ ແລະ ສາມາດປັບໂຕໄດ້ໄວຕາມສະພາບການປ່ຽນແປງໃນແຕ່ລະໄລຍະ ເພາະວ່າ ບັນຍາກາດທາງເສດຖະກິດ ແລະ ການຫາຢູ່ຫາກິນແບບເກົ່າ ອາດຈະບໍ່ຫວນກັບມາອີກແລ້ວ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Friday, July 3, 2020

ບໍລິໂພກນິຍົມ ພາກ 2: ການບໍລິໂພກນິຍົມໃນຍຸກ ໂຄວິດ 19 (Consumerism during Covid-19 crisis)


ຫ່າງຫາຍຈາກການຂຽນບລັອກໄປເກືອບເຄິ່ງປີ ຍ້ອນວິກິດ ໂຄວິດ 19 ທີ່ເກີດຂຶ້ນ ແລະ ຍັງແກ່ຍາວມາຮອດມື້ນີ້. ແຕ່ກະອົດບໍ່ໄດ້ທີ່ຈະບັນທຶກພຶດຕິກຳການບໍລິໂພກທີ່ປ່ຽນໄປໃນສັງຄົມລາວໃນໄລຍະດັ່ງກ່າວ.

ການບໍລິໂພກສິນຄ້າແລະການບໍລິການຂອງບ້ານເຮົາໃນຊ່ວງທ້າຍປີ 2019 ຫາ 2 ເດືອນຕົ້ນປີ 2020 ແມ່ນເກືອບວ່າເປັນໄປແບບປົກກະຕິ, ຈົນມາຮອດທ້າຍເດືອນມີນາ 2020 ທີ່ພົບຜູ້ຕິດເຊື້ອ 2 ຄົນທຳອິດໃນປະເທດ, ສິນຄ້າທີ່ສັງຄົມຕ້ອງການໃນທີ່ສຸດ ແມ່ນ ຫນ້າກາກອະນາໄມ ເຈວລ້າງມື ແລະ ອຸປະກອນຂ້າເຊື້ອຕ່າງໆ. ໃນຕອນນັ້ນ ຍ້ອນຄວາມແຕກຕື່ນຂອງສັງຄົມ ໃນໄລຍະຕົ້ນເຮັດໃຫ້ເກີດສະພາບການກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າເພື່ອເກັງກຳໄລ ຫນ້າກາກອະນາໄມທຳມະດາກັບຫນຶ່ງ 50 ແຜ່ນ ລາຄາຂຶ້ນສູງຮອດ 170,000 -200,000 ກີບ ຕໍ່ 1 ກັບ ແລະ ຫນ້າກາກທີ່ອ່າວດີແດ່ ເຊັ່ນ N95 ກໍ່ຂາຍອັນລະປະມານ 50,000-60,000 ກີບ. ຢ່າງໃດກໍ່ຕາມ, ພາຍຫລັງທີ່ທາງພາກລັດໄດ້ວາງມາດຕະການຄວບຄຸມລາຄາ ແລະ ສົ່ງເສີມໃຫ້ມີໂຮງງານຜະລິດຫນ້າກາກພາຍໃນປະເທດ. ດຽວນີ້ ລາຄາຫນ້າກາກອະນາໄມກໍ່ຫລຸດລົງມາເປັນ 50,000 ກີບ ຕໍ່ກັບ. ສະພາບແບບນີ້ ເກີດຂຶ້ນຢູ່ເກືອບວ່າທຸກປະເທດ ເພາະຄວາມຢ້ານກົວຕໍໂລກລະບາດດັ່ງກ່າວ ຍົກເວັ້ນໃນປະເທດພັດທະນາແລ້ວບາງປະເທດທີ່ປະຊາຊົນຂອງພວກເພີ່ນບໍ່ມັກການໃສ່ຫນ້າກາກ ແລະ ລັດຖະບານຂອງບາງປະເທດກໍ່ຢາກໃຫ້ເກີດພູມຄຸ້ມກັນຫມູ່ ເລີຍບໍ່ໄດ້ສົ່ງເສີມມາດຕະການໃສ່ຫນ້າກາກ. ຄຽງຄູ່ກັບຄວາມຕ້ອງການສິນຄ້າປ້ອງກັນພະຍາດລະບາດ, ກະແສການກັກຕຸນສິນຄ້າ ແລະ ອາຫານຈຳເປັນກໍ່ເກີດຂຶ້ນຕາມໆກັນມາ ພາຍຫລັງທີ່ລັດຖະບານແຈ້ງວ່າມາດຕະການຈໍາກັດບໍລິເວນ, ເວົ້າໄດ້ວ່າ ຄວາມນິຍົມຊື້ຂອງສັງຄົມໃນຊ່ວງເດືອນມີນາ 2020 ແມ່ນບໍ່ໄດ້ວົນນໍາສິນຄ້າຟຸມເຟືອຍເລີຍ. ຈາກການປະເມີນຂອງສະຖາບັນຄົ້ນຄວ້າອຸດສາຫະກຳແລະການຄ້າໃນຊ່ວງນັ້ນ ພົບວ່າ ທຸລະກິດຂາຍຍົກແລະຂາຍຍ່ອຍສິນຄ້າປະເພດເຄື່ອງນຸ່ງຫົ່ມໄດ້ຮັບຜົນກະທົບຢ່າງຫນັກ ຈົນບາງເຈົ້າອາດຈະຕ້ອງຍຸບເລີກກິດຈະການ.

ໃນລະຫວ່າງການຈັດຕັ້ງປະຕິບັດມາດຕະການຈໍາກັດບໍລິເວນຢ່າງເຕັມຮູບແບບຄື ແຕ່ 1 ເມສາ ຫາ 3 ພຶດສະພາ 2020 ນີ້, ພຶດຕິກຳການບໍລິໂພກຂອງປະຊາຊົນກໍ່ມີສະພາບຫລາຍຢ່າງທີ່ຫນ້າສົນໃຈ ອັນເປັນຜົນມາຈາກມາດຕະການຈຳກັດບໍລິເວນ ເຊັ່ນ:
- ການຊົມໃຊ້ສິ່ງອໍານວຍຄວາມສະດວກພາຍໃນບ້ານ (ໄຟຟ້າ ນໍ້າປະປາ ແລະ ອິນເຕີເນັດ) ກໍ່ເພີ່ມສູງຂຶ້ນ ເພາະທຸກຄົນຢູ່ເຮືອນ ແລະ ເຮັດວຽກຢູ່ເຮືອນບໍ່ອອກໄປໃສ. ເຮັດໃຫ້ຜູ້ສະຫນອງ ສິນຄ້າແລະບໍລິການປະເພດດັ່ງກ່າວນີ້ ມີລາຍໄດ້ເພີ່ມຂຶ້ນ ຄ້າຍຄືກັນກັບທຸລະກິດໃນຂະແຫນງສາທາລະນະສຸກ ເຊັ່ນ ຮ້ານຂາຍຢາ.

- ນອກຈາກການເສບສື່ ແລະ ຊື້ເຄື່ອງອອນໄລນແລ້ວ, ການແຕ່ງກິນ, ການກິນອາຫານ, ການປູກຕົ້ນໄມ້ ແລະ ພືດສວນຄົວ ກໍ່ກາຍເປັນກິດຈະກຳຄາຍຄຽດຂອງປະຊາຊົນໃນໄລຍະນີ້. ສະນັ້ນ ທຸລະກິດທະນາຄານ, ໂທລະຄົມມະນາຄົມ, ຜູ້ຂາຍອຸປະກອນແຕ່ງກິນ, ເຄື່ອງໃຊ້ໃນເຮືອນ, ເຮັດອາຫານ, ຂາຍແນວພັນແລະເບ້ຍຜັກ ກໍ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນ.

- ທຸລະກິດ ຫລື ອາຊີບ ຫນຶ່ງທີ່ສຳຄັນ ແລະ ມີຄວາມນິຍົມໃນຊ່ວງນີ້ແມ່ນ ການບໍລິການສົ່ງເຄື່ອງ ແລະ ອາຫານຕາມບ້ານ ເພາະເປັນກິດຈະກຳທີ່ໄດ້ຮັບອະນຸຍາດໃຫ້ດຳເນີນໄດ້ ເພື່ອຈໍລະຈອນສິນຄ້າ. ນອກຈາກ ພະນັກງານສົ່ງເຄື່ອງຈໍານວນຫລາຍຈະມີອາຊີບແລະລາຍໄດ້ແລ້ວ, ຍັງເປັນໄລຍະການເຕີບໃຫຍ່ຂອງທຸລະກິດຂົນສົ່ງລະຫວ່າງແຂວງແຫ່ງຫນຶ່ງ ທີ່ຂະຫຍາຍຕົວຢ່າງກ້າວກະໂດດ ແລະ ເຂົ້າໄປຈົດທະບຽນໃນຕະຫລາດຫລັກຊັບລາວໄດ້ໃນໄລຍະເວລາບໍ່ຮອດ 2 ປີ.

- ການຊື້ຂາຍເຄື່ອງອອນໄລນ ການເຮັດວຽກອອນໄລນ ການຟັງຖະແຫລງຂ່າວຂອງຄະນະສະເພາະກິດ ກາຍເປັນກິດຈະກຳທີ່ຄຸ້ນເຄີຍຂອງປະຊາຊົນ ແລະ ພະນັກງານທົ່ວໄປ, ແລະ ສຳລັບນັກຮຽນ ກໍ່ແມ່ນການຮຽນຫນັງສືຜ່ານໂທລະພາບ ແລະ ສື່ອອນໄລນ. ເຊິ່ງແນ່ນອນ ປະຕິເສດບໍ່ໄດ້ວ່າ ສ່ວນຫນຶ່ງທີ່ເຮັດໃຫ້ທຸລະກິດການຂາຍອຸປະກອນໄອທີເພື່ອອອນໄລນ ເຊັ່ນ ຄອມພິວເຕີ ແທັບເລັດ ແລະ ມືຖື, ແມ່ນມາຈາກຄວາມຕ້ອງການຊື້ເພື່ອຮັບໃຊ້ການສຶກສາອອນໄລນ ໂດຍສະເພາະໃນເມືອງໃຫຍ່ ບ່ອນທີ່ສາມາດເຂົ້າເຖິງສັນຍານອິນເຕີເນັດ.

- ອີກ 2 ເຫດການ ແມ່ນ ກ່ຽວກັບການປ່ຽນແປງໂຄງສ້າງລາຄາໄຟຟ້າ ແລະ ສະພາບການຫລຸດລົງຂອງລາຄານໍ້າມັນ, ເຊິ່ງຈະບໍ່ເວົ້າໃນຄໍລັມນີ້ເພາະມັນບໍ່ແມ່ນການປ່ຽນແປງດ້ານພຶດຕິກຳແຕ່ເປັນຜົນມາຈາກປັດໄຈອື່ນ (ເຊິ່ງມີຄວາມຊັບຊ້ອນແລະລະອຽດອ່ອນດ້ານໂຄງສ້າງ).

ການປ່ຽນແປງດ້ານພຶດຕິກຳການບໍລິໂພກຂອງສັງຄົມລາວ ຍັງບໍ່ທັນຢຸດນີ້ງ ແລະ ບໍ່ຄາດເດົາໄດ້ ເພາະສະພາບການຢູ່ພາຍນອກ ກໍ່ຍັງມີການແຜ່ລະບາດຂອງພະຍາດ ແລະ ນັບມື້ຮຸນແຮງຢູ່. ສະນັ້ນ ພາຍຫລັງປະກາດມາດຕະການຜ່ອນຜັນ (4 ພຶດສະພາ ຫາ ປະຈຸບັນ) ຜູ້ບໍລິໂພກ ຖືກແບ່ງເປັນ 2 ຂົ້ວຄື: (1) ຜູ້ທີ່ປ່ຽນພຶດຕິກຳການບໍລິໂພກໂດຍຖາວອນ ຫລື ຍັງລັງເລທີ່ຈະໃຊ້ຈ່າຍ ແລະ (2) ຜູ້ທີ່ບໍ່ສາມາດປ່ຽນແປງພຶດຕິກໍາການໃຊ້ຈ່າຍຂອງຕົນເອງໄດ້. ກຸ່ມທີ່ (1) ຈະໃຊ້ຊີວິດ ຄ້າຍຄືກັບຕອນຖືກຈໍາກັດບໍລິເວນ ແລະ ໃຊ້ສະເພາະສິ່ງຂອງຈຳເປັນ ທົບທວນເລື່ອງຄວາມຫມັ້ນຄົງ ຕະນັກເຖິງຄວາມບໍ່ແນ່ນອນ ແລະ ເລີ່ມວາງແຜນແບບມີຫລາຍທາງເລືອກ ແລະ ກຸ່ມທີ (2) ຈະເລີ່ມອອກໄປທ່ອງທ່ຽວ ແລະ ເຂົ້າຮ້ານບັນເທີງທີ່ຕົນເອງຄຸ້ນເຄີຍ, ມີນັກວິເຄາະບາງສຳນັກຮ້ອງພຶດຕິກຳຂອງກຸ່ມທີ (2) ວ່າ ເປັນການສ້າງຄວາມຮູ້ສຶກຄວບຄຸມໄດ້ໃຫ້ຕົນເອງ ເຮັດໃຫ້ຕົນເອງຮູ້ສຶກວ່າທຸກຢ່າງຈະຄືເກົ່າ. ແຕ່ສິ່ງທີ່ເຮັດໃຫ້ເຫັນວ່າ ການຊົມໃຊ້ ແລະ ຄວາມຫລາກຫລາຍຂອງສິນຄ້າຈະບໍ່ກັບມາຄືເກົ່າໃນໄລຍະເວລາອັນໃກ້ນີ້ແມ່ນ:

- ສິນຄ້າໃນທ້ອງຕະຫລາດມີຄວາມຫລາກຫລາຍຫນ້ອຍລົງແລະລາຄາທີ່ແພງຂຶ້ນ ເພາະປະລິມານຄວາມຕ້ອງການມວນລວມຫລຸດລົງຫລາຍ (ຈຳນວນຄົນຕ່າງປະເທດຢູ່ເມືອງລາວຫລຸດລົງ ແລະ ຄົນລາວສ່ວນໃຫຍ່ກໍ່ໃຊ້ຈ່າຍສະເພາະແຕ່ແນວຈຳເປັນ)

- ລາຄາຄໍາ ທີ່ເພີ່ມສູງຂຶ້ນ ເຊິ່ງບໍ່ແມ່ນຍ້ອນຄົນນິຍົມໃສ່ຄຳ ແຕ່ຍ້ອນວ່າຄຳເປັນຊ່ອງທາງຫນຶ່ງໃນການອອມຂອງຄົນລາວ ສະນັ້ນ ຜູ້ທີ່ບໍ່ມີສະພາບຄ່ອງ ຈະເອົາຄຳໄປຂາຍ ແລະ ຜູ້ທີ່ຢາກທ້ອນເງິນຈະໄປຊື້ຄຳໄວ້. ເຮົາເບິ່ງລາຄາຄໍາຂອງຮ້ານຄຳພູວົງ ເຫັນວ່າ ລາຄາຄຳຕໍ່ 1 ບາດ ຖີບຕົວຂຶ້ນຈາກ 7 ລ້ານ ເປັນ 8 ລ້ານ ພຽງແຕ່ໃນໄລຍະ 2 ເດືອນ (ຈາກຕົ້ນເດືອນພຶດສະພາ ຫາ ຕົ້ນເດືອນກໍລະກົດ)

- ບັນຫາສະພາບຄ່ອງ ແມ່ນເກີດຂຶ້ນເກືອບທົ່ວສັງຄົມ ແລະ ຫົວຫນ່ວຍເສດຖະກິດ, ສະນັ້ນ ເຖິງລາຄາຄໍາຈະຂຶ້ນສູງ ແຕ່ລາຄາທີ່ດິນ ແລະ ອະສັງຫາລິມມະຊັບແມ່ນມີທ່າອ່ຽງຫລຸດລົງ ຍ້ອນການຫລຸດລົງຂອງອຸປະສົງ (ຄວາມຕ້ອງການ) ແລະ ການປ່ຽນຊັບສິນຄົງທີ່ເຫລົ່ານີ້ເປັນເງິນສົດກໍ່ບໍ່ງ່າຍຄືແຕ່ກ່ອນ.

ຍັງມີຫລາຍສະພາບການປ່ຽນແປງທາງດ້ານພຶດຕິກຳທີ່ເກີດຂຶ້ນ ທີ່ຍັງບໍ່ໄດ້ຂຽນລົງໃນບົດຄວາມນີ້ ເຊື່ອວ່າວິກິດການຄັ້ງນີ້ ໃຫ້ບົດຮຽນອັນໃຫຍ່ຫລວງທາງດ້ານເສດຖະສາດ ແລະ ພຶດຕິກຳ ໃຫ້ພວກເຮົາໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນ. ຫາກມີອັນໃດເພີ່ມເຕີມ ຂໍໃຫ້ຜູ້ອ່ານປະກອບສ່ວນນຳຕື່ມ, ຂໍຂອບໃຈ.




Popular posts