Sunday, October 18, 2020

ຜົນຂອງການຫັນເປັນດິຈິຕອລ ແລະ ອັດຕະໂນມັດໃນຊ່ວງໂຄວິດ-19 (Automation and digital transformation during Covid-19 crisis)

 


ໃນໄລຍະຕົ້ນປີ 2019, ເຮົາໄດ້ຊວນລົມຫົວຂໍ້ຫນຶ່ງ ກ່ຽວກັບການພັດທະນາກ່ຽວກັບຫຸ່ນຍົນ ແລະ ການຫັນເປັນດິຈິຕອລ ຕອນນັ້ນມີຄວາມກັງວົນວ່າ ມັນອາດຈະເຮັດໃຫ້ລະບົບໂຮງງານຂະຫນາດໃຫຍ່ຫັນມາໃຊ້ຫຸ່ນຍົນ ແທນ ແຮງງານຄົນໃນການຜະລິດຫລາຍຂຶ້ນ ແລະ ອາດເຮັດໃຫ້ຄວາມຕ້ອງການແຮງງານຫລຸດລົງ. ເຂົ້າມາໃນປີ 2020 ນີ້, ມີການລະບາດຂອງພະຍາດໂຄວິດ-19 ປະກົດວ່າ ມັນກາຍເປັນໂຕເລັ່ງປະຕິກິລິຍາ ແລະ ມີຜົນໂດຍກົງເຮັດໃຫ້ຫົວຫນ່ວຍທຸລະກິດຫັນມາຊົມໃຊ້ລະບົບຫຸ່ນຍົນ ແລະ ດິຈິຕອລຫລາຍຂຶ້ນເປັນປະຫວັດການ. ທຸລະກິດຂະຫນາດໃຫຍ່ທີ່ມີທຶນຮອນພຽງພໍໃນການຊົມໃຊ້ເຕັກໂນໂລຊີ ແລະ ຫັນເປັນດິຈິຕອລ ອາດຈະໄດ້ຮັບປະໂຫຍດຫລາຍເພາະສາມາດເລືອກໄດ້ລະຫວ່າງຈະໃຊ້ຄົນ ຫລື ໃຊ້ເຄື່ອງຈັກ, ແຕ່ກໍ່ບໍ່ແມ່ນວ່າ ແຮງງານທີ່ຖືກເລີກຈ້າງຈະບໍ່ມີວຽກເຮັດ ຫລື ທຸລະກິດຂະຫນາດນ້ອຍຈະຫລົ້ມຈົມຍ້ອນ ແຕ່ມັນຂຶ້ນກັບປັດໄຈອື່ນໆອີກ.

ຕາມບົດຂ່າວຂອງ ChinaDaily ໃນເດືອນເມສາ 2020, ທຸລະກິດຂະຫນາດນ້ອຍຂອງຈີນແມ່ນກຳລັງຂະຫຍາຍຕົວໃນຊ່ວງໂຄວິດຍ້ອນການນໍາໃຊ້ເຕັກໂນໂລຊີ. CPA Australia ໄດ້ເຮັດການສໍາຫລວດ 772 ຫົວຫນ່ວຍທຸລະກິດຂະຫນາດນ້ອຍໃນ 5 ເມືອງໃຫຍ່ຂອງ ສປ ຈີນ (Beijing, Chongqing, Guangzhou, Shanghai and Shenzhen), ພົບວ່າ ເຖິງຈະມີຂໍ້ຫຍຸ້ງຍາກຂອງວິກິດໂຄວິດ-19 ຫົວຫນ່ວຍສ່ວນຫລາຍ (81%) ຍັງຄົງສືບຕໍ່ຂະຫຍາຍໂຕ ແລະ ກາຍເຄິ່ງ (57%) ຂອງຫົວຫນ່ວຍທີ່ສຳຫລວດໄດ້ຈ້າງພະນັກງານເພີ່ມ. ແທນທີ່ຈະສຸມໃສ່ຫລຸດ ຫລື ເພີ່ມພະນັກງານ, ພວກເຂົາພັດສຸມໃສ່ບໍລິຫານຕົ້ນທຶນໂດຍການ ເຊັ່ນ ປັບປຸງກະແສເງິນສົດ ແລະ ຄວາມເຂັ້ມແຂງທາງການເງິນ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄຫມຫລາຍຂຶ້ນ. ທຽບກັບຫົວຫນ່ວຍທຸລະກິດໃນປະເທດອື່ນ, ຫົວຫນ່ວຍທຸລະກິດຂອງຈີນ ເປັນຜູ້ນໍາຫນ້າໃນການຂາຍອອນໄລນ, ນໍາໃຊ້ເຕັກໂນໂລຊີໃຫມ່ ແລະ ແອັບປລິເຄຊັ່ນໃນມືຖື ເພື່ອຊໍາລະເງິນ, ແລະ ນໍາໃຊ້ສື່ສັງຄົມອອນໄລນເພື່ອໂຄສະນາ ແລະ ເຮັດທຸລະກິດອື່ນໆຫລາຍຂື້ນ.

ແນ່ນອນວ່າ ການນໍາໃຊ້ເຕັກໂນໂລຊີ ຫລື ລະບົບດິຈິຕອລ ຈະຫລາຍ ຫລື ຫນ້ອຍນັ້ນ ກໍ່ຂຶ້ນກັບຂະແຫນງທຸລະກິດ ແລະ ປະເພດຂອງຫນ້າວຽກຄືກັນ. ບົດຄວາມໃນ MarketingRound ປະຈຳເດືອນກໍລະກົດ 2020 ໄດ້ເວົ້າເຖິງຄວາມຈຳເປັນທີ່ທຸລະກິດຂະຫນາດນ້ອຍຈະຕ້ອງມີແຜນຍຸດທະສາດໃນການນຳໃຊ້ລະບົບດິຈິຕອນແລະໄອທີ ວ່າ ບັນດາຫົວຫນ່ວຍທຸລະກິດທີ່ລົງທຶນໃສ່ເຕັກໂນໂລຊີທັນສະໄຫມ (ເຊັ່ນ ເອໄອ, ຄຣາວ, ລະບົບອໍໂຕ້..) ກໍາລັງໄດ້ຮັບຜົນປະໂຫຍດຢ່າງຫລວງຫລາຍໃນໄລຍະນີ້. ປະມານ 100% ຂອງໂຮງງານອຸດສາຫະກຳຂະຫນາດໃຫຍ່ (ແຮງງານ 5.000 ຫາ 50.000 ຄົນ) ໃນອາເມລິກາເຫນືອ ແມ່ນຫັນມາໃຊ້ Smart Automation, ມີພຽງ 60% ຂອງຂະແຫນງຂາຍຍ່ອຍ, 81% ໃນຂະແຫນງເຕັກໂນໂລຊີ ແລະ 85% ໃນຂະແຫນງການເງິນ. ເຊິ່ງ Smart Automation ແມ່ນປະກອບມີ ຫລາຍຢ່າງ ເຊັ່ນ: ເອໄອ ສໍາລັບວຽກຈັດຈ້າງບຸກຄະລາກອນ ເຊັ່ນ ກວດປະຫວັດຜູ້ສະຫມັກ, ວິເຄາະປະຫວັດໃນຂັ້ນພື້ນຖານ ເພື່ອຄັດເລືອກເອົາຜຸ້ທີ່ມີຄຸນສົມບັດຖືກຕ້ອງໄປສໍາພາດ, ລະບົບ ການວິເຄາະທຸລະກິດອັດຕະໂນມັດ ຫລື Business analytics ເປັນລະບົບທີ່ຊ່ວຍອົງກອນຫລຸດຜ່ອນຄ່າໃຊ້ຈ່າຍໃນການວິເຄາະຂໍ້ມູນເພື່ອການຕັດສິນໃຈທາງທຸລະກິດ, ລະບົບອັດຕະໂນມັດທີ່ຊ່ວຍໃນການບໍລິຫານຕ່ອງໂສ້ການສະຫນອງ ໂດຍສະເພາະວຽກໂລຈິສະຕິກ, ແລະ ການນໍາໃຊ້ຕົວແທນທີ່ເປັນເຄື່ອງຈັກ ເຊັ່ນ ຕູ້ເອທີເອັມ, ຕູ້ຝາກເງິນ, ຕູ້ຂາຍເຄື່ອງ, ຕູ້ຮັບອໍເດີ້ ແລະ ອື່ນໆ.

ຫົວຂໍ້ຂ່າວໃນບລັອກຂອງທະນາຄານພັດທະນາອາຊີ ຫລື ເອດີບີ ປະຈໍາເດືອນພຶດສະພາ 2020 ກ່າວວ່າ ໂຄວິດ-19 ອາດຈະເຮັດໃຫ້ຄວາມຕ້ອງການແຮງງານບໍ່ມີສີມືຫລຸດລົງ ແລະ ເພີ່ມຄວາມຕ້ອງການແຮງງານມີສີມືຫລາຍຂຶ້ນ. ນັ້ນຫມາຍຄວາມວ່າ ແຮງງານໃນປະເທດເຮົາກຳລັງພົບຄວາມທ້າທາຍຢ່າງຫນັກ ເພາະເປັນເສດຖະກິດແຮງງານເຫລືອ-ບໍ່ພໍ (ເຫລືອເຟືອໃນແງ່ແຮງງານບໍ່ມີສີມື ແລະ ບໍ່ພໍໃນແງ່ແຮງງານມີສີມື). ໂດຍສະເພາະແຮງງານໃນຂະແຫນງຂາຍຍ່ອຍ ທີ່ກວມສັດສ່ວນໃຫຍ່ອັນດັບສອງໃນການຈ້າງງານ (18.7% ຂອງການຈ້າງງານສໍາລັບປະເທດລາວໃນປີ 2017), ຈໍານວນຜູ້ຂາຍເຄື່ອງໃນຮ້ານອາດຈະບໍ່ຫລາຍຄືແຕ່ເກົ່າ ເພາະຄົນສ່ວນໃຫຍ່ເລີ່ມຄຸ້ນເຄີຍກັບການຊື້ເຄື່ອງ ແລະ ສັ່ງອາຫານຜ່ານມືຖື ສະນັ້ນ ວຽກທີ່ຕ້ອງການຫລາຍກວ່າ ກໍ່ອາດແມ່ນພະນັກງານໄອທີສໍາລັບຄຸ້ມຄອງແອັບພລິເຄຊັ່ນ, ແພັກເຄື່ອງ, ຂົນເຄື່ອງ ແລະ ສົ່ງເຄື່ອງ. ນອກຈາກ ອາຊີບມີຊ່ອງທາງດ້ານອາຊີບໃຫມ່ທີ່ເກີດຂຶ້ນມາແທນແລ້ວ, ສິ່ງທີ່ຕະຫລາດແຮງງານຍັງຕ້ອງການຕະຫລອດການ ແມ່ນ ບັນດາແຮງງານທີ່ມີສີມື ໂດຍສະເພາະໃນໄລຍະໂຄວິດນີ້ ຍິ່ງມີຄວາມຕ້ອງການຫລາຍຂຶ້ນເພື່ອມາທົດແທນແຮງງານຕ່າງປະເທດຈໍາເປັນຕ້ອງເດີນທາງກັບພູມລໍາເນົາຍ້ອນບັນຫາວິກິດໂຄວິດ-19.

ສະນັ້ນ ມັນອາດຈະເບິ່ງເປັນໃນແງ່ລົບໂພດ ຖ້າຫາກເຮົາບອກວ່າ ບໍ່ມີຫຍັງ ຫລື ໂອກາດດີໆເລີຍໃນໄລຍະນີ້, ພຽງແຕ່ວ່າເຮົາອາດຈະຕ້ອງປະຖິ້ມຄວາມເຄີຍຊິນອັນເກົ່າ ການດຳເນີນທຸລະກິດແບບເກົ່າ ຄວາມຄາດຫວັງໃນກຳໄລທີ່ສູງຄືເກົ່າ ແລ້ວຫັນມາເບິ່ງໂອກາດທີ່ມີຢູ່ (ເຊັ່ນ ອິນເຕີເນັດທີ່ໄວຂຶ້ນ, ຄ່າຂົນສົ່ງທີ່ຖືກລົງ, ຄ່ານິຍົມໃຫມ່ໆກ່ຽວກັບສຸຂະພາບ...) ສຸມໃສ່ກຸ້ມຕົນເອງໃນລະດັບທີ່ສາມາດເອົາໂຕລອດ ເຮັດໃຫ້ຕົນເອງກຽມພ້ອມ ແລະ ສາມາດປັບໂຕໄດ້ໄວຕາມສະພາບການປ່ຽນແປງໃນແຕ່ລະໄລຍະ ເພາະວ່າ ບັນຍາກາດທາງເສດຖະກິດ ແລະ ການຫາຢູ່ຫາກິນແບບເກົ່າ ອາດຈະບໍ່ຫວນກັບມາອີກແລ້ວ.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Friday, July 3, 2020

ບໍລິໂພກນິຍົມ ພາກ 2: ການບໍລິໂພກນິຍົມໃນຍຸກ ໂຄວິດ 19 (Consumerism during Covid-19 crisis)


ຫ່າງຫາຍຈາກການຂຽນບລັອກໄປເກືອບເຄິ່ງປີ ຍ້ອນວິກິດ ໂຄວິດ 19 ທີ່ເກີດຂຶ້ນ ແລະ ຍັງແກ່ຍາວມາຮອດມື້ນີ້. ແຕ່ກະອົດບໍ່ໄດ້ທີ່ຈະບັນທຶກພຶດຕິກຳການບໍລິໂພກທີ່ປ່ຽນໄປໃນສັງຄົມລາວໃນໄລຍະດັ່ງກ່າວ.

ການບໍລິໂພກສິນຄ້າແລະການບໍລິການຂອງບ້ານເຮົາໃນຊ່ວງທ້າຍປີ 2019 ຫາ 2 ເດືອນຕົ້ນປີ 2020 ແມ່ນເກືອບວ່າເປັນໄປແບບປົກກະຕິ, ຈົນມາຮອດທ້າຍເດືອນມີນາ 2020 ທີ່ພົບຜູ້ຕິດເຊື້ອ 2 ຄົນທຳອິດໃນປະເທດ, ສິນຄ້າທີ່ສັງຄົມຕ້ອງການໃນທີ່ສຸດ ແມ່ນ ຫນ້າກາກອະນາໄມ ເຈວລ້າງມື ແລະ ອຸປະກອນຂ້າເຊື້ອຕ່າງໆ. ໃນຕອນນັ້ນ ຍ້ອນຄວາມແຕກຕື່ນຂອງສັງຄົມ ໃນໄລຍະຕົ້ນເຮັດໃຫ້ເກີດສະພາບການກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າເພື່ອເກັງກຳໄລ ຫນ້າກາກອະນາໄມທຳມະດາກັບຫນຶ່ງ 50 ແຜ່ນ ລາຄາຂຶ້ນສູງຮອດ 170,000 -200,000 ກີບ ຕໍ່ 1 ກັບ ແລະ ຫນ້າກາກທີ່ອ່າວດີແດ່ ເຊັ່ນ N95 ກໍ່ຂາຍອັນລະປະມານ 50,000-60,000 ກີບ. ຢ່າງໃດກໍ່ຕາມ, ພາຍຫລັງທີ່ທາງພາກລັດໄດ້ວາງມາດຕະການຄວບຄຸມລາຄາ ແລະ ສົ່ງເສີມໃຫ້ມີໂຮງງານຜະລິດຫນ້າກາກພາຍໃນປະເທດ. ດຽວນີ້ ລາຄາຫນ້າກາກອະນາໄມກໍ່ຫລຸດລົງມາເປັນ 50,000 ກີບ ຕໍ່ກັບ. ສະພາບແບບນີ້ ເກີດຂຶ້ນຢູ່ເກືອບວ່າທຸກປະເທດ ເພາະຄວາມຢ້ານກົວຕໍໂລກລະບາດດັ່ງກ່າວ ຍົກເວັ້ນໃນປະເທດພັດທະນາແລ້ວບາງປະເທດທີ່ປະຊາຊົນຂອງພວກເພີ່ນບໍ່ມັກການໃສ່ຫນ້າກາກ ແລະ ລັດຖະບານຂອງບາງປະເທດກໍ່ຢາກໃຫ້ເກີດພູມຄຸ້ມກັນຫມູ່ ເລີຍບໍ່ໄດ້ສົ່ງເສີມມາດຕະການໃສ່ຫນ້າກາກ. ຄຽງຄູ່ກັບຄວາມຕ້ອງການສິນຄ້າປ້ອງກັນພະຍາດລະບາດ, ກະແສການກັກຕຸນສິນຄ້າ ແລະ ອາຫານຈຳເປັນກໍ່ເກີດຂຶ້ນຕາມໆກັນມາ ພາຍຫລັງທີ່ລັດຖະບານແຈ້ງວ່າມາດຕະການຈໍາກັດບໍລິເວນ, ເວົ້າໄດ້ວ່າ ຄວາມນິຍົມຊື້ຂອງສັງຄົມໃນຊ່ວງເດືອນມີນາ 2020 ແມ່ນບໍ່ໄດ້ວົນນໍາສິນຄ້າຟຸມເຟືອຍເລີຍ. ຈາກການປະເມີນຂອງສະຖາບັນຄົ້ນຄວ້າອຸດສາຫະກຳແລະການຄ້າໃນຊ່ວງນັ້ນ ພົບວ່າ ທຸລະກິດຂາຍຍົກແລະຂາຍຍ່ອຍສິນຄ້າປະເພດເຄື່ອງນຸ່ງຫົ່ມໄດ້ຮັບຜົນກະທົບຢ່າງຫນັກ ຈົນບາງເຈົ້າອາດຈະຕ້ອງຍຸບເລີກກິດຈະການ.

ໃນລະຫວ່າງການຈັດຕັ້ງປະຕິບັດມາດຕະການຈໍາກັດບໍລິເວນຢ່າງເຕັມຮູບແບບຄື ແຕ່ 1 ເມສາ ຫາ 3 ພຶດສະພາ 2020 ນີ້, ພຶດຕິກຳການບໍລິໂພກຂອງປະຊາຊົນກໍ່ມີສະພາບຫລາຍຢ່າງທີ່ຫນ້າສົນໃຈ ອັນເປັນຜົນມາຈາກມາດຕະການຈຳກັດບໍລິເວນ ເຊັ່ນ:
- ການຊົມໃຊ້ສິ່ງອໍານວຍຄວາມສະດວກພາຍໃນບ້ານ (ໄຟຟ້າ ນໍ້າປະປາ ແລະ ອິນເຕີເນັດ) ກໍ່ເພີ່ມສູງຂຶ້ນ ເພາະທຸກຄົນຢູ່ເຮືອນ ແລະ ເຮັດວຽກຢູ່ເຮືອນບໍ່ອອກໄປໃສ. ເຮັດໃຫ້ຜູ້ສະຫນອງ ສິນຄ້າແລະບໍລິການປະເພດດັ່ງກ່າວນີ້ ມີລາຍໄດ້ເພີ່ມຂຶ້ນ ຄ້າຍຄືກັນກັບທຸລະກິດໃນຂະແຫນງສາທາລະນະສຸກ ເຊັ່ນ ຮ້ານຂາຍຢາ.

- ນອກຈາກການເສບສື່ ແລະ ຊື້ເຄື່ອງອອນໄລນແລ້ວ, ການແຕ່ງກິນ, ການກິນອາຫານ, ການປູກຕົ້ນໄມ້ ແລະ ພືດສວນຄົວ ກໍ່ກາຍເປັນກິດຈະກຳຄາຍຄຽດຂອງປະຊາຊົນໃນໄລຍະນີ້. ສະນັ້ນ ທຸລະກິດທະນາຄານ, ໂທລະຄົມມະນາຄົມ, ຜູ້ຂາຍອຸປະກອນແຕ່ງກິນ, ເຄື່ອງໃຊ້ໃນເຮືອນ, ເຮັດອາຫານ, ຂາຍແນວພັນແລະເບ້ຍຜັກ ກໍ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນ.

- ທຸລະກິດ ຫລື ອາຊີບ ຫນຶ່ງທີ່ສຳຄັນ ແລະ ມີຄວາມນິຍົມໃນຊ່ວງນີ້ແມ່ນ ການບໍລິການສົ່ງເຄື່ອງ ແລະ ອາຫານຕາມບ້ານ ເພາະເປັນກິດຈະກຳທີ່ໄດ້ຮັບອະນຸຍາດໃຫ້ດຳເນີນໄດ້ ເພື່ອຈໍລະຈອນສິນຄ້າ. ນອກຈາກ ພະນັກງານສົ່ງເຄື່ອງຈໍານວນຫລາຍຈະມີອາຊີບແລະລາຍໄດ້ແລ້ວ, ຍັງເປັນໄລຍະການເຕີບໃຫຍ່ຂອງທຸລະກິດຂົນສົ່ງລະຫວ່າງແຂວງແຫ່ງຫນຶ່ງ ທີ່ຂະຫຍາຍຕົວຢ່າງກ້າວກະໂດດ ແລະ ເຂົ້າໄປຈົດທະບຽນໃນຕະຫລາດຫລັກຊັບລາວໄດ້ໃນໄລຍະເວລາບໍ່ຮອດ 2 ປີ.

- ການຊື້ຂາຍເຄື່ອງອອນໄລນ ການເຮັດວຽກອອນໄລນ ການຟັງຖະແຫລງຂ່າວຂອງຄະນະສະເພາະກິດ ກາຍເປັນກິດຈະກຳທີ່ຄຸ້ນເຄີຍຂອງປະຊາຊົນ ແລະ ພະນັກງານທົ່ວໄປ, ແລະ ສຳລັບນັກຮຽນ ກໍ່ແມ່ນການຮຽນຫນັງສືຜ່ານໂທລະພາບ ແລະ ສື່ອອນໄລນ. ເຊິ່ງແນ່ນອນ ປະຕິເສດບໍ່ໄດ້ວ່າ ສ່ວນຫນຶ່ງທີ່ເຮັດໃຫ້ທຸລະກິດການຂາຍອຸປະກອນໄອທີເພື່ອອອນໄລນ ເຊັ່ນ ຄອມພິວເຕີ ແທັບເລັດ ແລະ ມືຖື, ແມ່ນມາຈາກຄວາມຕ້ອງການຊື້ເພື່ອຮັບໃຊ້ການສຶກສາອອນໄລນ ໂດຍສະເພາະໃນເມືອງໃຫຍ່ ບ່ອນທີ່ສາມາດເຂົ້າເຖິງສັນຍານອິນເຕີເນັດ.

- ອີກ 2 ເຫດການ ແມ່ນ ກ່ຽວກັບການປ່ຽນແປງໂຄງສ້າງລາຄາໄຟຟ້າ ແລະ ສະພາບການຫລຸດລົງຂອງລາຄານໍ້າມັນ, ເຊິ່ງຈະບໍ່ເວົ້າໃນຄໍລັມນີ້ເພາະມັນບໍ່ແມ່ນການປ່ຽນແປງດ້ານພຶດຕິກຳແຕ່ເປັນຜົນມາຈາກປັດໄຈອື່ນ (ເຊິ່ງມີຄວາມຊັບຊ້ອນແລະລະອຽດອ່ອນດ້ານໂຄງສ້າງ).

ການປ່ຽນແປງດ້ານພຶດຕິກຳການບໍລິໂພກຂອງສັງຄົມລາວ ຍັງບໍ່ທັນຢຸດນີ້ງ ແລະ ບໍ່ຄາດເດົາໄດ້ ເພາະສະພາບການຢູ່ພາຍນອກ ກໍ່ຍັງມີການແຜ່ລະບາດຂອງພະຍາດ ແລະ ນັບມື້ຮຸນແຮງຢູ່. ສະນັ້ນ ພາຍຫລັງປະກາດມາດຕະການຜ່ອນຜັນ (4 ພຶດສະພາ ຫາ ປະຈຸບັນ) ຜູ້ບໍລິໂພກ ຖືກແບ່ງເປັນ 2 ຂົ້ວຄື: (1) ຜູ້ທີ່ປ່ຽນພຶດຕິກຳການບໍລິໂພກໂດຍຖາວອນ ຫລື ຍັງລັງເລທີ່ຈະໃຊ້ຈ່າຍ ແລະ (2) ຜູ້ທີ່ບໍ່ສາມາດປ່ຽນແປງພຶດຕິກໍາການໃຊ້ຈ່າຍຂອງຕົນເອງໄດ້. ກຸ່ມທີ່ (1) ຈະໃຊ້ຊີວິດ ຄ້າຍຄືກັບຕອນຖືກຈໍາກັດບໍລິເວນ ແລະ ໃຊ້ສະເພາະສິ່ງຂອງຈຳເປັນ ທົບທວນເລື່ອງຄວາມຫມັ້ນຄົງ ຕະນັກເຖິງຄວາມບໍ່ແນ່ນອນ ແລະ ເລີ່ມວາງແຜນແບບມີຫລາຍທາງເລືອກ ແລະ ກຸ່ມທີ (2) ຈະເລີ່ມອອກໄປທ່ອງທ່ຽວ ແລະ ເຂົ້າຮ້ານບັນເທີງທີ່ຕົນເອງຄຸ້ນເຄີຍ, ມີນັກວິເຄາະບາງສຳນັກຮ້ອງພຶດຕິກຳຂອງກຸ່ມທີ (2) ວ່າ ເປັນການສ້າງຄວາມຮູ້ສຶກຄວບຄຸມໄດ້ໃຫ້ຕົນເອງ ເຮັດໃຫ້ຕົນເອງຮູ້ສຶກວ່າທຸກຢ່າງຈະຄືເກົ່າ. ແຕ່ສິ່ງທີ່ເຮັດໃຫ້ເຫັນວ່າ ການຊົມໃຊ້ ແລະ ຄວາມຫລາກຫລາຍຂອງສິນຄ້າຈະບໍ່ກັບມາຄືເກົ່າໃນໄລຍະເວລາອັນໃກ້ນີ້ແມ່ນ:

- ສິນຄ້າໃນທ້ອງຕະຫລາດມີຄວາມຫລາກຫລາຍຫນ້ອຍລົງແລະລາຄາທີ່ແພງຂຶ້ນ ເພາະປະລິມານຄວາມຕ້ອງການມວນລວມຫລຸດລົງຫລາຍ (ຈຳນວນຄົນຕ່າງປະເທດຢູ່ເມືອງລາວຫລຸດລົງ ແລະ ຄົນລາວສ່ວນໃຫຍ່ກໍ່ໃຊ້ຈ່າຍສະເພາະແຕ່ແນວຈຳເປັນ)

- ລາຄາຄໍາ ທີ່ເພີ່ມສູງຂຶ້ນ ເຊິ່ງບໍ່ແມ່ນຍ້ອນຄົນນິຍົມໃສ່ຄຳ ແຕ່ຍ້ອນວ່າຄຳເປັນຊ່ອງທາງຫນຶ່ງໃນການອອມຂອງຄົນລາວ ສະນັ້ນ ຜູ້ທີ່ບໍ່ມີສະພາບຄ່ອງ ຈະເອົາຄຳໄປຂາຍ ແລະ ຜູ້ທີ່ຢາກທ້ອນເງິນຈະໄປຊື້ຄຳໄວ້. ເຮົາເບິ່ງລາຄາຄໍາຂອງຮ້ານຄຳພູວົງ ເຫັນວ່າ ລາຄາຄຳຕໍ່ 1 ບາດ ຖີບຕົວຂຶ້ນຈາກ 7 ລ້ານ ເປັນ 8 ລ້ານ ພຽງແຕ່ໃນໄລຍະ 2 ເດືອນ (ຈາກຕົ້ນເດືອນພຶດສະພາ ຫາ ຕົ້ນເດືອນກໍລະກົດ)

- ບັນຫາສະພາບຄ່ອງ ແມ່ນເກີດຂຶ້ນເກືອບທົ່ວສັງຄົມ ແລະ ຫົວຫນ່ວຍເສດຖະກິດ, ສະນັ້ນ ເຖິງລາຄາຄໍາຈະຂຶ້ນສູງ ແຕ່ລາຄາທີ່ດິນ ແລະ ອະສັງຫາລິມມະຊັບແມ່ນມີທ່າອ່ຽງຫລຸດລົງ ຍ້ອນການຫລຸດລົງຂອງອຸປະສົງ (ຄວາມຕ້ອງການ) ແລະ ການປ່ຽນຊັບສິນຄົງທີ່ເຫລົ່ານີ້ເປັນເງິນສົດກໍ່ບໍ່ງ່າຍຄືແຕ່ກ່ອນ.

ຍັງມີຫລາຍສະພາບການປ່ຽນແປງທາງດ້ານພຶດຕິກຳທີ່ເກີດຂຶ້ນ ທີ່ຍັງບໍ່ໄດ້ຂຽນລົງໃນບົດຄວາມນີ້ ເຊື່ອວ່າວິກິດການຄັ້ງນີ້ ໃຫ້ບົດຮຽນອັນໃຫຍ່ຫລວງທາງດ້ານເສດຖະສາດ ແລະ ພຶດຕິກຳ ໃຫ້ພວກເຮົາໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນ. ຫາກມີອັນໃດເພີ່ມເຕີມ ຂໍໃຫ້ຜູ້ອ່ານປະກອບສ່ວນນຳຕື່ມ, ຂໍຂອບໃຈ.




Popular posts