Monday, August 21, 2017

ຄົນເມືອງ ແລະ ການມີວຽກເຮັດງານທຳ (Urban people and their employment)


ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດ, ຈໍານວນປະຊາກອນທີ່ອາໄສຢູ່ໃນເມືອງ (ຄົນເມືອງ) ໃນປະເທດດ້ອຍພັດທະນາໃນທົ່ວໂລກຈະເພີ່ມຂຶ້ນເປັນ 5​,000 ລ້ານຄົນ ໃນປີ 2050 ໃນຂະນະທີ່ ຈໍານວນຄົນຊົນນະບົດຈະຄ່ອຍໆຫລຸດລົງຈົນຫນ້ອຍກວ່າ 3,000 ລ້ານຄົນ. ແນວໂນ້ມການເພີ່ມຂຶ້ນຂອງຄົນເມືອງ ຢູ່ບ້ານເຮົາກໍ່ມີລັກສະນະດຽວກັນ, ເຫັນວ່າ ຈຳນວນຄົນເມືອງເພີ່ມຂຶ້ນ ຈາກ 17% ໃນປີ 1995 ມາເປັນ 32.9% ໃນປີ 2015 ເຊິ່ງເປັນໄປໃນທິດດຽວກັນກັບການເພີ່ມຂຶ້ນຂອງປະຊາກອນລວມ.


ການກຳນົດຄວາມເປັນຕົວເມືອງ
ອີງຕາມສູນສະຖິຕິແຫ່ງຊາດ, ບ້ານທີ່ເປັນບ້ານຕົວເມືອງແມ່ນຕ້ອງປະກອບມີ 3 ໃນ 5 ເງື່ອນໄຂ ຄື ບ້ານຕັ້ງຢູ່ເຂດເທດສະບານເມືອງ ຫລື ແຂວງ; ຫລາຍກວ່າ 70% ຂອງຄົວເຮືອນແມ່ນີໄຟຟ້າໃຊ້; ຫລາຍກວ່າ 70% ຂອງຄົວເຮືອນມີນໍ້າປະປາໃຊ້; ບ້ານມີເສັ້ນທາງເຂົ້າເຖິງ ສາມາດທຽວໄດ້ຕະຫລອດປີ ແລະ ບ້ານມີຕະຫລາດຊື້-ຂາຍຕະຫລອດວັນ. ສ່ວນບ້ານທີ່ບໍ່ໄດ້ຕາມເງື່ອນໄຂທີ່ກ່າວມາ ແມ່ນຖືກຈັດຢູ່ໃນປະເພດບ້ານຊົນນະບົດ. ສະນັ້ນ, ຄົນທີ່ອາໄສຢູ່ໃນບ້ານທີ່ມີຄົບ 3 ເງື່ອນໄຂ ຫລື ຫລາຍກວ່ານັ້ນ ຈຶ່ງຖືວ່າເປັນ ຄົນເມືອງ ໃນກໍລະນີຂອງບ້ານເຮົາ.

ການເພີ່ມຂຶ້ນຂອງຈຳນວນຄົນເມືອງ
ການເພີ່ມຂຶ້ນຂອງຈຳນວນຄົນເມືອງ ບອກຄວາມຫມາຍ ໄດ້ 2 ຢ່າງ ຄື: (1) ມີການເຄື່ອນຍ້າຍຂອງຄົນຈາກຊົນນະບົດມາສູ່ຕົວເມືອງເພີ່ມຂຶ້ນ ແລະ (2) ການພັດທະນາຕົວເມືອງມີຄວາມຄືບຫນ້າຫລາຍຂຶ້ນ ເຮັດໃຫ້ຄົນທີ່ອາໄສຢູ່ເຂດນັ້ນກາຍເປັນຄົນເມືອງ.
ຄວາມຫນ້າແຫນ້ນຂອງປະຊາກອນ ຖືເປັນຕົວຊີ້ວັດຫນຶ່ງຂອງການຫັນເປັນຕົວເມືອງ, ເມື່ອປຽບທຽບຕົວເລກທີ່ໄດ້ຈາກການສຳຫລວດພົນລະເມືອງໃນປີ 2005 ແລະ 2015 ແລ້ວ ເຫັນວ່າ ບາງແຂວງມີຄວາມຫນາແຫນ້ນຂອງພົນລະເມືອງທີ່ເພີ່ມຂຶ້ນ ເຊັ່ນ ແຂວງໄຊສົມບູນ, ບໍ່ແກ້ວ, ສາລະວັນ, ສະຫວັນນະເຂດ ແລະ ພົ້ນເດັ່ນກວ່າຫມູ່ ແມ່ນ ນະຄອນຫລວງວຽງຈັນ. ຍ້ອນຫຍັງໃນນະຄອນຫລວງວຽງຈັນ ຈຶ່ງມີຄົນອາໄສຢູ່ຢ່າງຫນາແຫນ້ນ ແລະ ແຕກໂຕນກັບແຂວງອື່ນໆຫລາຍແທ້?



ເມືອງທີ່ເປັນຕົວເມືອງໃນປະຈຸບັນ
ປະເທດເຮົາມີທັງຫມົດ 148 ເມືອງທົ່ວປະເທດ, ໃນນັ້ນ ມີ 18 ຕົວເມືອງ ທີ່ມີປະຊາກອນຢ່າງຫນ້ອຍ 50% ເປັນຄົນເມືອງ ສ່ວນ 130 ເມືອງທີ່ເຫລືອ ແມ່ນມີຄົນຊົນນະບົດເປັນສ່ວນໃຫຍ່. ການເປັນຕົວເມືອງ ບໍ່ພຽງແຕ່ສະແດງເຖິງຄວາມສະດວກສະບາຍຂອງປະຊາຊົນໃນການເຂົ້າເຖິງສິ່ງອຳນວຍຄວາມສະດວກ ແລະ ການບໍລິການພື້ນຖານ (ເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ ແລະ ສຸກສາລາ) ແຕ່ຍັງຫມາຍເຖິງ ໂອກາດໃນການປະກອບກິດຈະການ ແລະ ການມີວຽກເຮັດງານທໍາພາຍໃນເມືອງເຫລົ່ານີ້ນໍາອີກ.


ຕົວເມືອງ ແລະ ການມີວຽກເຮັດງານທຳ
ຜົນການສຳຫລວດພົນລະເມືອງປີ 2015 ໃຫ້ຮູ້ວ່າມີປະຊາຊົນທີ່ມີອາຍຸ 10 ປີຂຶ້ນໄປມີ 5,131,036 ຄົນ ໃນນັ້ນ ຢູ່ໃນກຳລັງແຮງງານ ຈຳນວນ 3,547,852 ຄົນ ເຊິ່ງ 1,122,583 ຄົນ ອາໄສຢູ່ຕົວເມືອງ 2,157,005 ຄົນ ຢູ່ຊົນນະບົດມີເສັ້ນທາງ ແລະ ອີກ 268,264 ຄົນ ອາໄສຢູ່ຊົນນະບົດບໍ່ມີເສັ້ນທາງ. ທີ່ຫນ້າສົນໃຈແມ່ນ ອັດຕາການຫວ່າງງານ ໃນຕົວເມືອງ ແມ່ນ 3.7% ຂອງກຳລັງແຮງງານໃນຕົວເມືອງ ເຊິ່ງສູງກວ່າຢູ່ຊົນນະບົດທີ່ມີເສັ້ນທາງ ແລະ ບໍ່ມີເສັ້ນທາງ ຄື 1.4% ແລະ 1% ຕາມລຳດັບ. ເປັນຫຍັງຈຶ່ງເປັນແນວນັ້ນ?

ນອກຈາກ ອັດຕາການຫວ່າງງານທີ່ສູງກວ່າແລ້ວ, ປະເພດຂອງການຈ້າງງານຍັງມີລັກສະນະທີ່ແຕກຕ່າງກັນນຳອີກ. ໃນຊົນນະບົດ ແຮງງານຈະເຮັດວຽກໃນ 2 ຮູບແບບ ຄື ເຮັດວຽກໃຫ້ຕົນເອງ ແລະ ເຮັດວຽກໃຫ້ຄອບຄົວບໍ່ໄດ້ຄ່າຈ້າງ ເຊິ່ງຄາດວ່າຈະແມ່ນຂະແຫນງກະສິກໍາເປັນສ່ວນໃຫຍ່. ແຕ່ໃນຕົວເມືອງ ສັດສ່ວນຜູ້ເຮັດວຽກນໍາລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ແລະ ເປັນນາຍຈ້າງ ຈະມີສັດສ່ວນຫລາຍກວ່າໃນຊົນນະບົດ. 


ເປັນຫຍັງຈຶ່ງມີອັດຕາການຫວ່າງງານໃນຕົວເມືອງສູງ
ອີງຕາມທິດສະດີເສດຖະສາດ, ຊ່ອງຫວ່າງດ້ານຄ່າຈ້າງງານລະຫວ່າງຕົວເມືອງ ແລະ ຊົນນະບົດ ເປັນສາຍເຫດຕົ້ນຕໍໃຫ້ເກີດຄວາມຄາດຫວັງກ່ຽວກັບລາຍໄດ້ທີ່ສູງກວ່າ ເຮັດໃຊ້ຄົນຊົນນະບົດ ພາກັນຍົກຍ້າຍເຂົ້າມາໃນຕົວເມືອງ, ເມື່ອອັດຕາການຍົກຍ້າຍເຂົ້າມາໃນຕົວເມືອງ ສູງກວ່າອັດຕາການສ້າງວຽກເຮັດງານທຳໃນຕົວເມືອງ ຈຶ່ງເຮັດໃຫ້ເກີດການຫວ່າງງານ. ແລະ ເມື່ອແບ່ງການຈ້າງງານໃນຕົວເມືອງອອກເປັນສອງພາກສ່ວນ ຄື ການຈ້າງງານໃນລະບົບ ແລະ ການຈ້າງງານນອກລະບົບ, ເຮົາຈະພົບວ່າ ຄົນທີ່ຍົກຍ້າຍຈາກຊົນນະບົດມາຢູ່ໃນຕົວເມືອງສ່ວນໃຫຍ່ແລ້ວເຮັດວຽກໃນເສດຖະກິດນອກລະບົບ ແລະ ໂອກາດໃນການປ່ຽນໄປເຮັດວຽກໃນລະບົບກໍ່ມີຫນ້ອຍ. ນີ້ແມ່ນວົງຈອນທີ່ມີທາງແກ້ບໍ່? ຈະຫລຸດຜ່ອນຊ່ອງຫວ່າງຄວາມແຕກໂຕນ ແລະ ການຍົກຍ້າຍຈາກຊົນນະບົດໄດ້ຄືແນວໃດ?




ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Tuesday, July 18, 2017

ເສດຖະກິດນອກລະບົບ (Informal Economy)


ສືບເນື່ອງມາຈາກຫົວຂໍ້ກ່ອນກ່ຽວກັບ ເອັສເອັມອີ ຢູ່ບ້ານເຮົາ ທີ່ເຫັນວ່າ ມີຫົວຫນ່ວຍເສດຖະກິດຈຳນວນຫລາຍຍັງບໍ່ໄດ້ຂຶ້ນທະບຽນວິສາຫະກິດ ແລະ ເຄື່ອນໄຫວໂດຍບໍ່ໄດ້ຮັບການຄຸ້ມຄອງທາງກົດຫມາຍ, ສະນັ້ນ​ ໃນຫົວຂໍ້ນີ້ເຮົາຈະມາລົງເລິກວ່າ ເສດຖະກິດນອກລະບົບ ແມ່ນຫຍັງ, ມີຂະຫນາດ ແລະ ສຳຄັນແນວໃດ, ມີຂໍ້ສະດວກຫຍຸ້ງຍາກຫຍັງແດ່ໃນການຄຸ້ມຄອງ ແລະ ມີວິທີການປັບປຸງແກ້ໄຂແນວໃດ.

ນິຍາມຂອງເສດຖະກິດນອກລະບົບ
ເສດຖະກິດນອກລະບົບ ຫລື Informal Economy ມີຄວາມຫມາຍທີ່ກວ້າງ ແລະ ໄດ້ຮັບການນິຍາມໃນຫລາຍແງ່ມຸມ.
- ໃນແງ່ຂອງກົດຫມາຍ, ເສດຖະກິດນອກລະບົບ ແມ່ນທຸກກິດຈະກຳເສດຖະກິດທີ່ບໍ່ຢູ່ພາຍໃຕ້ລະບົບ ຫລືການຄຸ້ມຄອງທີ່ເປັນທາງການ ເຊິ່ງອາດເປັນຫົວຫນ່ວຍທີ່ຜະລິດສິນຄ້າ ແລະ ການບໍລິການທີ່ຖືກກົດຫມາຍ (ເຊັ່ນ: ແມ່ຄ້າຫາບເຄື່ອງຂາຍ, ລໍ້ຫມາກສົ້ມແຄມທາງ ແລະ ການຜະລິດເພື່ອໃຊ້ໃນຄົວເຮືອນ) ຫລື ຜິດກົດຫມາຍ (ເຊັ່ນ: ຢາເສບຕິດ, ຂອງເຖື່ອນ, ການບໍລິການທາງເພດ ແລະ ການພະນັນ). ນັກວິຊາການໃສ່ຊື່ເສດຖະກິດພາກສ່ວນນີ້ແຕກຕ່າງກັນໄປຕາມກອບການຄົ້ນຄວ້າຂອງຕົນ ເຊັ່ນ: ເສດຖະກິດເງົາ (Shadow economy), ເສດຖະກິດທີ່ເຊື່ອງຊ້ອນ (Hidden economy), ຫລື ເສດຖະກິດໃຕ້ດິນ (Underground economy).

- ໃນແງ່ຂອງການຈ້າງງານ, ເສດຖະກິດນອກລະບົບ ຖືກພິຈາລະນາໃນເລື່ອງຄວາມນອກລະບົບ (Informality) ຂອງວິທີການຈ້າງງານ ໂດຍບໍ່ຈຳແນກວ່າຫົວຫນ່ວຍເສດຖະກິດນັ້ນຈະຢູ່ໃນລະບົບທີ່ເປັນທາງການ ຫລື ບໍ່ເປັນທາງການ ແລະ ຮ້ອງມັນວ່າ ການຈ້າງງານນອກລະບົບ (Informal employment). ການຈ້າງງານນອກລະບົບ ແມ່ນວຽກງານທີ່ຖືກດຳເນີນການນອກໂຄງສ້າງທີ່ເປັນທາງການ ເຊິ່ງບໍ່ຢູ່ພາຍໃຕ້ລະບົບອາກອນ, ກົດລະບຽບຂອງບ່ອນເຮັດວຽກ ແລະ ແຜນງານການປົກປ້ອງທາງສັງຄົມ. ການຈ້າງງານທີ່ບໍ່ເປັນທາງການ ສາມາດແບ່ງອອກເປັນປະເພດຕົ້ນຕໍ ຄື:  
           1. ນາຍຈ້າງ ຫລື ເຈົ້າຂອງໂຮງງານທີ່ບໍ່ເປັນທາງການ
           2. ຜູ່ປະກອບອາຊີບອິດສະຫລະ
           3. ລຸກຈ້າງທີ່ບໍ່ເປັນທາງການ (ຂອງຫົວຫນ່ວຍທີ່ເປັນທາງການ ຫລື ບໍ່ເປັນທາງການ)
           4. ລຸກຈ້າງເຮັດວຽກຮັບເຫມົາ ຫລື ເຮັດວຽກກິນເບ້ຍມື້ຂອງເສດຖະກິດຄົວເຮືອນ
           5. ລຸກຈ້າງທີ່ບໍ່ມີນາຍຈ້າງແນ່ນອນ (ຕົວຢ່າງ ຟຣີແລນ)
           6. ຜູ່ທີ່ເຮັດວຽກໃຫ້ຄອບຄົວໂດຍບໍ່ໄດ້ຮັບຄ່າຈ້າງ

ຂະຫນາດຂອງເສດຖະກິດນອກລະບົບ
ວິທີການຂະຫນາດຂອງເສດຖະກິດນອກລະບົບ ຍັງບໍ່ທັນມີລະບົບຕາຍຕົວ ເນື່ອງຈາກວ່າໃນທົ່ວໂລກ ມີອັດຕາ ແລະ ໂຄງສ້າງຂອງເສດຖະກິດນອກລະບົບບໍ່ຄືກັນ ດັ່ງນັ້ນ ການວັດແທກຂະຫນາດຂອງເສດຖະກິດດັ່ງກ່າວຈຶ່ງເກີດຂຶ້ນບົນພື້ນຖານຂອງຂໍ້ສົມມຸດຖານຫລາຍຢ່າງເພື່ອໃຫ້ສາມາດຄິດໄລ່ ແລະ ປຽບທຽບໄດ້. ໂດຍລວມແລ້ວເຫັນວ່າ ເສດຖະກິດນອກລະບົບຈະມີຂະຫນາດໃຫຍ່ ເມື່ອ:
-            ການຄວບຄຸມຂອງລະບົບຕະຫລາດ (Market coverage)ມີຂະຫນາດນ້ອຍ
-            ມີຕົ້ນທຶນສູງໃນການເຮັດທຸລະກໍາ (Transaction cost) ເຊັ່ນ ຕົ້ນທຶນໃນການຈົດທະບຽນບໍລິສັດ ຫລື ການເຮັດສັນຍາເພື່ອຮັບເຫມົາວຽກ
-            ຮູບແບບໃນການຜະລິດ (Mode of production) ທີ່ເອື້ອຍອໍານວຍໃຫ້ຄົນເຮັດວຽກນອກລະບົບ ເຊັ່ນ ອິນເຕີເນັດຄວາມໄວສູງສາມາດສົ່ງວຽກຢ່າງສະດວກສະບາຍ ແລະ ການເຂົ້າຫາແຫລ່ງທຶນ ຫລື ວັດຖຸດິບໄດ້ງ່າຍບໍ່ຕ້ອງເຂົ້າຫາທາງການ
-            ການຄົງຕົວຂອງການເມືອງສອງລະບົບ (Dual politics) ໂດຍສະເພາະແມ່ນການເມືອງນອກລະບົບ ທີ່ພົວພັນເຖິງຂະຫນາດຂອງການສໍ້ລາດບັງຫລັງ ເຊິ່ງເປັນຕົວສະຫນັບສະຫນູນໃຫ້ເສດຖະກິດນອກລະບົບຄົງຢູ່
-            ການແຈກຢາຍຂອງທຶນຕັ້ງຕົ້ນ (Initial distribution of wealth) ທີ່ແຕກໂຕນເກີນໄປ ກໍ່ເຮັດໃຫ້ສັງຄົມນັ້ນ ມີເສດຖະກິດນອກລະບົບຂະຫນາດໃຫຍ່ໄດ້ເຊັ່ນກັນ
-            ການດຳເນີນເສດຖະກິດໃນລະບົບຈຳເປັນຕ້ອງມີການບັງຄັບໃຊ້ສັນຍາ ແລະ ການເສຍອາກອນ ເພື່ອໃຫ້ນຳມາເຊິ່ງຜົນຕອບແທນໃນຮູບຕ່າງໆ, ແຕ່ຫາກຂາດຄວາມໄວ້ເນື້ອເຊື່ອໃຈ (Trust) ວ່າຈະໄດ້ຮັບຜົນຕອບແທນນັ້ນແລ້ວ ປະຊາຊົນຈະຫັນມາລົງທຶນຊ່ວຍເຫລືອຄົນໃກ້ໂຕທີ່ຕົນໄວ້ໃຈ ເພື່ອຈະເຫັນຜົນຕອບແທນແນ່ນອນກວ່າ ແລະ ອອກມາຢູ່ນອກລະບົບ.

ຢ່າງໃດກໍ່ຕາມ, ມີວິທີປະເມີນຂະຫນາດຂອງເສດຖະກິດນອກລະບົບຢູ່ 2 ກຸ່ມວິທີ ຄື: ວິທີທາງກົງ ແລະ ທາງອ້ອມ. ວິທີທາງກົງ ແມ່ນການສໍາຫລວດຕົວຈິງ ໂດຍຖືວ່າເສດຖະກິດນອກລະບົບກົດຫມາຍ ແມ່ນ ນອກລະບົບ ໂດຍຄິດເປັນສ່ວນຮ້ອຍຂອງ ຈີດີພີ ຫລື ເສດຖະກິດນອກລະບົບການຄຸ້ມຄອງແຮງງານຂອງລັດ ໂດຍຄິດເປັນ ສ່ວນຮ້ອຍຂອງຜຸ່ມີວຽກເຮັດງານທຳ. ສ່ວນວິທີທາງອ້ອມ ແມ່ນລວມມີ ການຄິດໄລ່ໂດຍນໍາໃຊ້ຂໍ້ມູນປະລິມານເງິນຕາ, ຂໍ້ມູນແຮງງານ, ໂຄງສ້າງຕະຫລາດ ແລະ ການຄິດໄລ່ຈາກແສງໄຟຍາມກາງຄືນທີ່ຖ່າຍຈາກອາວະກາດ. ການປະເມີນຂະຫນາດເສດຖະກິດຈາກແສງໄຟຍາມກາງຄືນ ຫລື Night time light ນັ້ນ ມີຄວາມຫນ້າສົນໃຈຫລາຍ ແລະ ເລີ້ມມີນັກວິຊາການນຳມາໃຊ້ປະເມີນແລ້ວໃນກໍລະນີຂອງປະເທດກຳປູເຈຍ ເຊິ່ງເຮົາຈະສົນທະນາໃນຫົວຂໍ້ຕໍ່ໄປ.

ໃນບົດສະເຫນີຂອງ ສະຖາບັນເກົາຫລີເພື່ອການເງິນພາກລັດ (No Wook Park, 2005) ໃນຫົວຂໍ້ “ເສດຖະກິດໃຕ້ດິນ: ສາຍເຫດ ແລະ ຂະຫນາດ” ໄດ້ໃຫ້ນິຍາມ ເສດຖະກິດໃຕ້ດິນ ລວມມີ ກິດຈະກໍາເສດຖະກິດທີ່ບໍ່ຢູ່ພາຍໃຕ້ລະບົບຕະຫລາດ, ກິດຈະກຳທີ່ບໍ່ຖືກກົດຫມາຍ ແລະ ກິດຈະທີ່ຖືກກົດຫມາຍ ແຕ່ເຊື່ອງຊ້ອນໄວ້ເພື່ອຫລີກລ່ຽງການເສຍອາກອນ ແລະ ຄ່າໃຊ້ຈ່າຍຕ່າງໆກ່ຽວກັບການປະກັນສັງຄົມ. ສິ່ງດັ່ງກາ່ວນອກຈາກຈະເປັນການສູນເສຍລາຍໄດ້ຂອງພາກລັດແລ້ວ, ຍັງເຮັດໃຫ້ຂໍ້ມູນກ່ຽວກັບກິດຈະກຳເສດຖະກິດທີ່ຈົດນັບ ບໍ່ສາມາດສ່ອງແສງສະພາບການຕົວຈິງຂອງເສດຖະກິດ ເຊິ່ງນຳໄປສູ່ຂໍ້ມູນທີ່ບໍ່ຖືກຕ້ອງສຳລັບຜູ້ວາງນະໂຍບາຍ. ຜູ່ສະເຫນີຍັງໄດ້ຮວບຮວມຂໍ້ມູນຈາກຫລາຍແຫລ່ງຂໍ້ມູນ ກ່ຽວກັບຂະຫນາດສະເລ່ຍຂອງເສດຖະກິດໃຕ້ດິນ ໂດຍຄິດເປັນ ສ່ວນຮ້ອຍຂອງ ຈີດີພີ ດັ່ງຕາຕະລາງລຸ່ມນີ້:

Average size of underground economy (% of official GDP)
1992/2000
2000/2001
2002/2003
Africa (Developing Cs)
33.9
37.4
41.2
Asia (Developing Cs)
20.9
23.4
26.3
Transition Cs
31.5
34.6
37.9
Highly developed OECD
13.2
15.7
16.8
Communist Cs
19.4
20.7
21.8
Cambodia
50.1
51.3
52.4
Indonesia
19.4
21.8
22.9
Thailand
52.6
53.4
54.1
Vietnam
15.6
16.9
17.9
China
13.1
14.4
15.6
Lao PDR
30.6
31.9
33.4
Source: No Wook Park, 2005, Korea Institute of Public Finance

ຕາມການຄາດຄະເນຂ້າງເທິງ ເຫັນວ່າ ເສດຖະກິດນອກລະບົບມີທ່າອ່ຽງດ້ານມູນຄ່າເພີ່ມຂຶ້ນ ເມື່ອທຽບໃສ່ ເສດຖະກິດມວນລວມຂອງປະເທດ, ແລະ ທີ່ສຳຄັນ ເສດຖະກິດດັ່ງກ່າວ ກໍ່ກວມເຖິງ 30 ສ່ວນຮ້ອຍ ຂອງ ຈີດີພີ ໃນລາວ. ຖ້າຫາກເບິ່ງໃນແງ່ຂອງການຈ້າງງານແລ້ວ ອາດມີກໍາລັງແຮງງານຈໍານວນບໍ່ຫນ້ອຍ ທີ່ພວມເຮັດວຽກໃນເສດຖະກິດນອກລະບົບ ແຕ່ຫນ້າເສຍດ້າຍທີ່ຍັງບໍ່ມີຂໍ້ມູນທີ່ແນ່ນອນກ່ຽວກັບ ສປປ ລາວ. ຈາກຂໍ້ມູນຂອງປະເທດອ້ອມຂ້າງພົບວ່າ ການຈ້າງງານນອກລະບົບ ກວມສັດສ່ວນໃຫຍ່ຂອງການຈ້າງງານທັງຫມົດ ແລະ ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງມີລັກສະນະແຕກຕ່າງກັນ ດັ່ງລຸ່ມນີ້:

ປະເທດ
ລັກສະນະຂອງການຈ້າງງານນອກລະບົບ
ອິນເດຍ
ການປະກອບອາຊີບອິດສະຫລະ ມີທ່າອ່ຽງນັບມື້ນັບສູງຂຶ້ນ
ສປ ຈີນ
50% ຂອງຜູ່ອອກແຮງງານໃນຕົວເມືອງເຮັດວຽກແບບບໍ່ມີສັນຍາ
ຊັບ-ຊາຮາຣາ ອັບຟຣິກາ
ການປະກອບອາຊີບອິດສະຫລະ ກວມສັດສ່ວນໃຫຍ່ຂອງການຈ້າງງານນອກລະບົບ
ລາຕິນ-ອາເມລິກາ
ການຈ້າງງານແບບຈ້າງລາຍວັນ ກວມ 50% ຂອງການຈ້າງງານນອກລະບົບ
ໄທ
62% ຂອງຜູ່ມີວຽກເຮັດງານທຳ ແມ່ນຢູ່ໃນເສດຖະກິດນອກລະບົບ

 Source: Henrik Huitfeldt et al., 2009, OECD Development Centre

ເສດຖະກິດນອກລະບົບມີຄວາມສຳຄັນ ແລະ ເປັນບັນຫາຢູ່ບ່ອນໃດ
ເຖິງແມ່ນວ່າຈະບໍ່ໄດ້ປະກອບພັນທະໃຫ້ພາກລັດກໍ່ຕາມ, ມູນຄ່າເພີ່ມໃນການຜະລິດສິນຄ້າ ແລະ ການບໍລິການໃນເສດຖະກິດນອກລະບົບ ແມ່ນປະກອບສ່ວນເຂົ້າໃນ ລວມຍອດຜະລິດຕະພັນມວນລວມ ແລະ ການສ້າງວຽກເຮັດງານທໍໃນປະເທດ ຢ່າງປະຕິເສດບໍ່ໄດ້.

ແຕ່ຂໍ້ມູນຂ່າວສານກ່ຽວກັບ ລັກສະນະ ແລະ ຂະຫນາດຂອງ ເສດຖະກິດນອກລະບົບ ແມ່ນມີຫນ້ອຍ ແລະ ຄາດຄະເນຍາກ ຂໍ້ມູນດັ່ງກ່າວແມ່ນສິ່ງທີ່ ຜູ່ວາງນະໂຍບາຍຈະຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈມັນຢ່າງຈະແຈ້ງ ຈຶ່ງຈະວາງນະໂຍບາຍເສດຖະກິດໄດ້ຖືກຕ້ອງ.

ສຳຄັນທີ່ສຸດ, ການຄົ້ນຄວ້າພົບວ່າ: ໃນເສດຖະກິດນອກລະບົບ, (1) ສ່ວນຫລາຍແມ່ນຄົນທຸກຍາກ ເຮັດວຽກມີຜະລິດຕະພາບຕໍ່າ ແລະ ຖືກຕັດຂາດຈາກການບໍລິການທາງສັງຄົມຕ່າງໆ, (2) ບາງສ່ວນເປັນຜຸ້ປະກອບການຂະຫນາດນ້ອຍທີ່ບໍ່ທຸກຍາກ, ມີທ່າແຮງໃນການສ້າງນະວັດຕະກໍາ ແລະ ເຕີບໂຕ, ແລະ (3) ມີສ່ວນຫນ້ອຍເທົ່ານັ້ນທີ່ເລືອກມາຢູ່ນອກລະບົບ ເພື່ອຫລີກຫລ່ຽງການເສຍອາກອນ ບໍ່ຢາກປະຕິບັດລະບຽບ ຫລື ຫນີຈາກການປະກອບສ່ວນໃນແຜນງານປະກັນສັງຄົມ ແລະ ການບໍລິການສາທາລະນະອື່ນໆ (Perry et al. 2007, Maloney 2004, Julting et al. 2008).

ຈະແກ້ຂໍ້ຄົງຄ້າງໃນເສດຖະກິດນອກລະບົບໄດ້ແນວໃດ
ຕາມວິທີບູຮານແລ້ວ, ຈະມີການສົ່ງເສີມໃຫ້ຫັນເອົາບັນດາກິດຈະກຳເສດຖະກິດທີ່ຢູ່ນອກລະບົບນັ້ນ ເຂົ້າສູ່ລະບົບທີ່ເປັນທາງການ ໂດຍມີການຈົດທະບຽນ ແລະ ຈັດແຈງໃຫ້ເສຍພັນທະ-ອາກອນ. ແຕ່ມາຮອດປະຈຸບັນ, ໄດ້ມີການຄົ້ນຄວ້າສຶກສາອຸປະສັກຂອງການຫັນເປັນທາງການ (Formalization), ຮັບຮູ້ ແລະ ເຂົ້າໃຈຂໍ້ຈຳກັດຂອງຂະບວນການຫັນເປັນທາງການ ແລະ ມີການກຳນົດມາດຕະການສະເພາະທີ່ເນັ້ນໃສ່ບັນດາຜູ່ອອກແຮງງານ ແລະ ຜູ່ປະກອບການໃນເສດຖະກິດນອກລະບົບ.

ໃນລະດັບສາກົນ ຄະນະກຳມະການຂອງອົງການສະຫະປະຊາຊາດສຳລັບການພັດທະນາສັງຄົມ ໄດ້ຮັບຮອງເອົາປະຊາມະຕິອັນຫນຶ່ງທີ່ສຸມໃສ່ການສົ່ງເສີມ ວຽກທີ່ມີຄຸນຄ່າ (Decent Work) ເພື່ອແກ້ໄຂສິ່ງທ້າທາຍຂອງການຫັນເສດຖະກິດນອກລະບົບໃຫ້ເປັນທາງການ. ມະຕິຂອງອົງການແຮງງານສາກົນໃນປີ 2002 ກ່ຽວກັບວຽກທີ່ມີຄຸນຄ່າ ມີເນື້ອໃນວ່າ: ການສົ່ງເສີມວຽກທີ່ມີຄຸນຄ່າສຳລັບຜູ່ອອກແຮງງານທຸກຄົນ, ທັງຍິງ ແລະ ຊາຍ, ໂດຍບໍ່ຈຳແນກວ່າເຂົາເຮັດວຽກຢູ່ໃສນັ້ນ ຮຽກຮ້ອງຕ້ອງການຍຸດທະສາດທີ່ມີລັກສະນະກວ້າງຂວາງ ຄື ການເຮັດໃຫ້ເປັນຈິງບັນດາກົດເກນພື້ນຖານ ແລະ ສິດທິຂອງຜູ່ອອກແຮງງານໃນບ່ອນເຮັດວຽກ, ການສ້າງການຈ້າງງານ ແລະ ໂອກາດຫາລາຍໄດ້ທີ່ຫລາຍຂຶ້ນ ແລະ ດີກວ່າເກົ່າ, ການຂະຫຍາຍການປົກປ້ອງທາງສັງຄົມ ແລະ ການສົ່ງເສີມການເຈລະຈາທາງສັງຄົມ (ການເຈລະຈາສາມຝ່າຍ).

ໃນເອກະສານຕີພິມຂອງ OECD ໃນຫົວຂໍ້ “Informal is normal?” ໄດ້ສະເຫນີວ່າ ເຮົາຈຳເປັນຕ້ອງມີ ຍຸດທະສາດ 3 ມິຕິ ທີ່ສາມາດດັດປັບໄປໃຊ້ຕາມເງື່ອນໄຂສະເພາະຂອງແຕ່ລະປະເທດ ຄື:
ມິຕິທີ 1: ບັນດານະໂຍບາຍທີ່ພະຍາຍາມປົດປ່ອຍຄົນທຸກຍາກອອກຈາກກິດຈະກຳເສດຖະກິດທີ່ມີຜະລິດຕະພາບຕໍ່າ, ເຮັດໃຫ້ເຂົາເຈົ້າສາມາດຍົກສູງຜະລິດຕະພາບ ແລະ ມີໂອກາດໃນທາງດ້ານເສດຖະກິດຢ່າງຍຸດຕິທໍາ ຜ່ານກິດຈະກຳຕ່າງໆ ເຊັ່ນ ການຝຶກອົບຮົມ, ການພັດທະນາສືມືແຮງງານ, ສິນເຊື່ອ, ການບໍລິການສົ່ງເສີມທຸລະກິດ, ການປັບປຸງເຕັກໂນໂລຊີ ແລະ ການເຂົ້າເຖິງຕະຫລາດ,
ມິຕິທີ 2:​ ລັດຖະບານຄວນສຸມໃສ່ສ້າງຕັ້ງໂຄງສ້າງເສດຖະກິດທາງການ ທີ່ອອກແບບເພື່ອຈູງໃຈໃຫ້ຜູ່ອອກແຮງງານ ແລະ ຜູ່ປະກອບການເຂົ້າມາຢູ່ໃນລະບົບຕະຫລາດ, ໂດຍມີນະໂຍບາຍສະເພາະ ລະຫວ່າງ ຕໍ່ກັບ ຜູ່ທີ່ຖືກຊຸກໃຫ້ອອກຈາກລະບົບ ແລະ ຜູ່ທີ່ຖືກຈ້າງງານແບບນອກລະບົບ (ໂດຍບໍ່ຕັ້ງໃຈ).
ມິຕິທີ 3: ມີຄວາມຈຳເປັນທີ່ຕ້ອງມີການຜັກດັນໃຫ້ເກີດມີການຈ້າງງານຫລາຍຂຶ້ນໃນເສດຖະກິດໃນລະບົບ ເຮັດໃຫ້ທຸລະກິດຂະຫນາດນ້ອຍປະຕິບັດຕາມເງື່ອນໄຂ ແລະ ເຮັດໃຫ້ທຸລະກິດຂະຫນາດໃຫຍ່ສ້າງໂອກາດທາງການຈ້າງງານຫລາຍຂຶ້ນ.

ເອກະສານອ່ານເພີ່ມເຕີມ
No Wook Park, 2005. Underground Economy: Causes and Size. Korea Institute of Public Finance
Henrik Huitfeldt et al, 2009. Informality and Informal Employment. OECD Development Centre
Duc Hong Vo and Thin Hug Ly, 2014. Measuring the Shadow Economy in the ASEAN Nations: The MIMIC Approach. International Journal of Economics and Finance.
Kiyoyasu TANAKA and Souknilanh KEOLA, 2015. Shedding Light on the Shadow Economy: A Nighttime Light Approach. Discussion paper. Institute of Developing Economies.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Tuesday, June 20, 2017

SME ພາກ 1: ເອັສເອັມອີໃນລາວ (SMEs in Laos)



ເອັສເອັມອີແມ່ນຫຍັງ ແລະ ມີຈັກປະເພດ?
ເອັສເອັມອີ ເປັນພາສາອັງກິດວ່າ Small and Medium Enterprises ທີ່ແປວ່າ ວິສາຫະກິດຂະຫນາດນ້ອຍ ແລະ ກາງ. ໃນປະເທດເຮົາປະຈຸບັນ ມີການຈັດປະເພດ ເອັສເອັມອີ ໂດຍອີງຕາມ ຈຳນວນແຮງງານ, ມູນຄ່າຊັບສິນທັງຫມົດ ແລະ ຍອດລາຍຮັບທຸລະກິດປະຈຳປີ, ໂດຍແບ່ງອອກເປັນ 3 ປະເພດ ຄື ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ວິສາຫະກິດຂະຫນາດກາງ.

ອີງຕາມມາດຕາ 2 ຂອງ ກົດຫມາຍວ່າດ້ວຍການສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ, ເລກທີ 11/ສພຊ ລົງວັນທີ 21 ທັນວາ 2011: ວິສາຫະກິດຂະຫນາດນ້ອຍ ແລະ ກາງ ແມ່ນຫົວຫນ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນ ແລະ ເຄື່ອນໄຫວຢ່າງຖືືກຕ້ອງຕາມກົດຫມາຍຂອງ ສປປ ລາວ. ຂະຫນາດຂອງວິສາຫະກິດຂະຫນາດນ້ອຍ ແລະ ກາງໄດ້ກໍານົດຕາມແຕ່ລະຂະແຫນງວິສາຫະກິດ ໂດຍຖືເອົາຈຳນວນແຮງງານສະເລ່ຍໃນປີ, ມູນຄ່າຊັບສິນທັງຫມົດ ແລະ ລວມຍອດລາຍຮັບທຸລະກິດປະຈໍາປີເປັນພື້ນຖານບ່ອນອີງ. 

ເອັສເອັມອີ ມີຄວາມສຳຄັນແນວໃດ?
ໃນແງ່ຈຳນວນຫົວຫນ່ວຍ, ມີການຄາດຄະເນວ່າ ເອັສເອັມອີ ກວມເອົາຈຳນວນຫລາຍທີ່ສຸດ ຫລາຍກວ່າ 90% ຂອງບັນດາຫົວຫນ່ວຍພື້ນຖານເສດຖະກິດທີ່ຂຶ້ນບັນຊີໃນ ສປປ ລາວ ຫມາຍຄວາມວ່າ ຫົວຫນ່ວຍເສດຖະກິດຢູ່ບ້ານເຮົາຫນ່ວຍໃຫຍ່ ມີຂະຫນາດແຮງງານຫນ້ອຍກວ່າ 100 ຄົນ. ນອກຈາກຈະມີຈຳນວນຫລາຍດ້ານຫົວຫນ່ວຍແລ້ວ, ເອັສເອັມອີ ຍັງມີຄວາມສຳຄັນໃນແງ່ຂອງການຈ້າງງານອີກ ເພາະວ່າ ຫລາຍກວ່າ 80% ຂອງແຮງງານທີ່ຖືກຈ້າງງານແມ່ນເຮັດວຽກຢູ່ໃນ ເອັສເອັມອີ.

ຢູ່ທົ່ວປະເທດມີ ເອັສເອັມອີ ຈັກຫົວຫນ່ວຍ? 
ເພື່ອຕອບຄຳຖາມນີ້ (ທີ່ຈິງຍັງບໍ່ໄດ້ຄຳຕອບຊັດເຈນ) ເຮົາຕ້ອງເຂົ້າໃຈວ່າ ການດຳເນີນທຸລະກິດຢູ່ບ້ານເຮົາມີທັງຫົວຫນ່ວຍທີ່ຂຶ້ນທະບຽນ ແລະ ບໍ່ໄດ້ຂຶ້ນທະບຽນ. ເຊິ່ງແນ່ນອນວ່າ, ຫົວຫນ່ວຍທີ່ຂຶ້ນທະບຽນຈະໄດ້ຮັບການຕິດຕາມ ປະກອບພັນທະໃຫ້ລັດ ມີສິດໄດ້ຮັບການຊ່ວຍເຫລືອ ແລະ ຄຸ້ມຄອງຈາກພາກລັດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ. ສ່ວນຫົວຫນ່ວຍທີ່ບໍ່ຂຶ້ນທະບຽນກໍ່ອາດບໍ່ໄດ້ຮັບການເກັບກຳສະຖິຕິ ຫລື ການຄຸ້ມຄອງອັນໃດຕາມກົດຫມາຍ, ເຮົາເອີ້ນພາກສ່ວນທີ່ສອງວ່າ ຂະແຫນງເສດຖະກິດທີ່ບໍ່ເປັນທາງການ ຫລື Informal economy ເຊິ່ງຈະຍົກມາລົມກັນໃນໂພສສະບັບຕໍ່ໄປ. 

ອີງຕາມບົດລາຍງານການສຳຫລວດເສດຖະກິດທົ່ງປະເທດຄັ້ງທີ 2 (ຄິດວ່າແມ່ນຂໍ້ມູນລ່າສຸດ) ຊີ້ໃຫ້ເຫັນວ່າໃນປີ 2013 ຈາກການຈົດນັບ ຫລື ຂຶ້ນບັນຊີຢູ່ 4,737 ບ້ານ (45% ຂອງຈຳນວນບ້ານທັງຫມົດ) ພົບຫົວຫນ່ວຍເສດຖະກິດພື້ນຖານຈຳນວນ 178,557 ຫົວຫນ່ວຍ. ສະນັ້ນ ຖ້າອີງຕາມຂໍ້ມູນນີ້ ສົມມຸດວ່າມີການຈົດນັບໃນທຸກບ້ານຂອງປະເທດ ຫົວຫນ່ວຍພື້ນຖານເສດຖະກິດ (ທຸກຂະຫນາດ) ກໍ່ອາດມີເຖິງ 396,793 ຫົວຫນ່ວຍກໍ່ເປັນໄດ້ (ໄລ່ແບບງ່າຍດາຍ 178,557 ຄູນ 100 ຫານໃຫ້ 45). ການສຳຫລວດນີ້ ບໍ່ກວມເອົາການຜະລິດກະສິກຳທີ່ເປັນລັກສະນະຄົວເຮືອນ ເຊັ່ນ ລ້ຽງໄກ່ ລ້ຽງຫມູ ລ້ຽງປາ.

ການສຳຫລວດເສດຖະກິດທົ່ວປະເທດຄັ້ງທີ 2 ນີ້ ໃນຕົວຈິງແມ່ນເກັບກຳຢູ່ບ້ານທີ່ມີຫົວຫນ່ວຍເສດຖະກິດຫລາຍກວ່າ 10 ຫົວຫນ່ວຍຂຶ້ນໄປ ເຊິ່ງຈຳນວນຕົວຢ່າງທັງຫມົດແມ່ນ 134,577 ຫົວຫນ່ວຍ. ຜົນຂອງການສຳຫລວດຊີ້ໃຫ້ເຫັນວ່າ ຈຸນລະວິສາຫະກິດ (ຫົວຫນ່ວຍທີ່ມີແຮງງານຫນ້ອຍກວ່າ 5 ຄົນ) ກວມສັດສ່ວນຫລາຍກວ່າຫມູ່ ຄື 80% ຂອງຫົວຫນ່ວຍທີ່ຖືກສຳຫລວດ, ແລະ ມີພຽງ 306 ຫົວຫນ່ວຍ ຫລື 0.22% ມີຂະຫນາດໃຫຍ່ ທີ່ຈ້າງງານ 100 ຄົນຂຶ້ນໄປ. ສະນັ້ນ, ຖືວ່າ ປະມານ 99.78% ຂອງຫົວຫນ່ວຍເສດຖະກິດໃນບ້ານເຮົາ ແມ່ນ ເອັສເອັມອີ.  

ເມື່ອແຍກຕາມຂະແຫນງການພົບວ່າ ຂະແຫນງການຄ້າຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງລົດຍົນ ກວມເຖິງ 63%, ອຸດສາຫະກຳປຸງແຕ່ງ 13%, ທີ່ພັກເຊົາ ແລະ ບໍລິການອາຫານ 12% ແລະ ມີຂະແຫນງກະສິກຳພຽງ 2%. ເຮົາອາດຍັງບໍ່ສາມາດຕີຄວາມຫມາຍຂອງຜົນການສຳຫລວດນີ້ວ່າເປັນພາບທີ່ແທ້ຈິງຂອງເສດຖະກິດເຮົາ ເນື່ອງຈາກວ່າຍັງມີຫົວຫນ່ວຍເສດຖະກິດຈຳນວນຫລາຍທີ່ຍັງບໍ່ໄດ້ຂຶ້ນທະບຽນ ແລະ ຈົດນັບ ໂດຍສະເພາະບັນດາຊາວກະສິກອນໃນເຂດຊົນນະບົດ (2% ນັ້ນເປັນພຽງແຕ່ຟາມ ຫລື ສວນປູກຂະຫນາດໃຫຍ່) ແລະ ຜູ່ເຮັດວຽກໃນຂະແຫນງທີ່ບໍ່ແມ່ນກະສິກຳຢູ່ເຂດຕົວເມືອງ.  



ມີເງື່ອນໄຂອັນໃດແດ່ທີ່ເປັນການສົ່ງເສີມເອັສເອັມອີລາວ?
—ດ້ານນິຕິກຳ ປະກອບມີ:
üກົດຫມາຍວ່າດ້ວຍການສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ, ເລກທີ 11/ສພຊ ລົງວັນທີ 21 ທັນວາ 2011
üດຳລັດວ່າດ້ວຍການຈັດແບ່ງຂະຫນາດວິສາຫະກິດຂະຫນາດນ້ອຍ ແລະ ກາງ ເລກທີ 25/ລບ,ວັນທີ 16/1/2017
—ອົງການຈັດຕັ້ງທີ່ສົ່ງເສີມ ເອັສເອັມອີ ເຊັ່ນ:
üກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ກະຊວງການຄ້າ)
üສູນບໍລິການ ວນກ (ຕັ້ງຢູ່ສະພາການຄ້າ)
üໂຄງການລັດຖະບານຮ່ວມກັບຄູ່ຮ່ວມພັດທະນາ
— ທະນາຄານສະຫນອງສິນເຊື່ອແກ່ ເອັສເອັມອີ:
üທຶນກູ້ຢຶມຈາກທະນາຄານໂລກ ຜ່ານ ທະນາຄານໄຊງ່ອນ, ທະນາຄານລາວຈີນ ແລະ ທະນາຄານເອັສທີ.
üສິນເຊື່ອຂອງທະນາຄານທຸລະກິດອື່ນ ເຊັ່ນ: ACLEDA, ແລະ ສະຖາບັນການເງິນຈຸນລະພາກອື່ນໆ.

ສິ່ງທ້າທາຍໃນການສົ່ງເສີມ ເອັສເອັມອີ ໃນລາວມີຫຍັງແດ່?
—ການແຂ່ງຂັນຈາກພາຍໃນ ແລະ ພາຍນອກ
—ອັດຕາອາກອນທີ່ສູງ
—ຂາດທີ່ປຶກສາທາງດ້ານທຸລະກິດ
—ການເຂົ້າເຖິງແຫລ່ງທຶນ ແລະ ເຕັກໂນໂລຊີຍັງຈຳກັດ
—ລະດັບການສຶກສາຂອງແຮງງານຍັງບໍ່ທັນພຽງພໍ (ການລົງທຶນໃສ່ປັບປຸງຊັບພະຍາກອນມະນຸດ ຍັງຖືເປັນຕົ້ນທຶນ ບໍ່ແມ່ນການລົງທຶນ)
—ຄວາມສາມາດຂອງຜູ່ປະກອບການຍັງຈຳກັດ
—ວິສາຫະກິດສຸມໃສ່ແຕ່ກຳໄລ ບໍ່ໄດ້ເອົາໃຈໃສ່ເລື່ອງຄວາມຍືນຍົງ
—ອົງການຈັດຕັ້ງພາກລັດທີ່ຮັບຜິດຊອບວຽກ ເອັສເອັມອີ ຍັງອ່ອນນ້ອຍ
—ວິສາຫະກິດຈຳນວນຫລາຍບໍ່ໄດ້ຂຶ້ນທະບຽນ ເຮັດໃຫ້ລັດເກັບກຳສະພາບບໍ່ໄດ້ ແລະ ວິສາຫະກິດກໍ່ບໍ່ສາມາດໄດ້ຮັບການສົ່ງເສີມ

ສົນໃຈອ່ານເອກະສານເພີ່ມເຕີມ
- ກົດຫມາຍວ່າດ້ວຍການສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ, ເລກທີ 11/ສພຊ ລົງວັນທີ 21 ທັນວາ 2011
- ບົດລາຍງານການສຳຫລວດເສດຖະກິດທົ່ວປະເທດຄັ້ງທີ 2, ສູນສະຖິຕິແຫ່ງຊາດ,ເຜີຍແຜ່ປີ 2015
- ດຳລັດວ່າດ້ວຍການຈັດແບ່ງຂະຫນາດວິສາຫະກິດຂະຫນາດນ້ອຍ ແລະ ກາງ ເລກທີ 25/ລບ,ວັນທີ 16/1/2017
- Nittana Southiseng et al., Competition and Management Issues of SME Entrepreneurs in Laos: Evidence from Empirical Studies in Vientiane Municipality, Savannakhet and Luang prabang. Asian Journal of Business Management, 2010.
- USAID, Informal Economy, findings of the Regional Agricultural Trade Environment (RATE) assessment conducted in the ASEAN region in 2012.
- Soukvina Philavanh, Small and Medium-Sized Enterprises (SMEs) Difficulties and Challenges in Lao PDR. SSRN, September 2016.

ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Popular posts