Saturday, February 11, 2023

ຊື້ສິນຄ້າ ຫລື ບໍລິການ ຊິສົນໃຈເຮັດຫຍັງວ່າເຂົາເກັບອາກອນມູນຄ່າເພີ່ມຫລືບໍ່ Why do consumers have to care if stores collect VAT?

 

ຜູ້ຂຽນຫ່າງຫາຍໄປດົນ ຍ້ອນໄປວົນນໍາການເຮັດກິດຈະການນ້ອຍໆອັນຫນຶ່ງ ເຊິ່ງເຮັດໃຫ້ມີໂອກາດຮຽນຮູ້ຫລາຍຢ່າງກ່ຽວກັບການດຳເນີນທຸລະກິດ ແລະ ການເກັບພາສີອາກອນ. ມື້ນີ້ເລີຍຈະມາຊວນລົມກ່ຽວກັບເລື່ອງອາກອນມູນຄ່າເພີ່ມ.

ຫລາຍຄົນອາດເຄີຍໄດ້ຍິນຄໍາວ່າ ອາກອນມູນຄ່າເພີ່ມ (ອມພ) ຫລື Value Added Tax ທີ່ຢູ່ໃນບິນເວລາເຮົາຊື້ສິນຄ້າ ຫລື ໄປໃຊ້ບໍລິການ ເປັນອາກອນທີ່ລັດເກັບນໍາຜູ້ຊົມໃຊ້ສຸດທ້າຍ ໃນອັດຕາ 7% ເຊິ່ງທົ່ວໄປແລ້ວຜູ້ຂາຍເຄື່ອງ ຫລື ຜູ້ໃຫ້ບໍລິການ ຈະເຮັດຫນ້າທີ່ເກັບຈາກຜູ້ຊົມໃຊ້ ແລະ ມອບໃຫ້ລັດ. ໃນປະເທດລາວ, ອມພ ຖືເປັນແຫລ່ງລາຍໄດ້ສໍາຄັນຂອງລັດ. ອີງຕາມບົດລາຍງານຂອງ Duangchay KEOMIXAY, ຫລາຍກວ່າ 27% ຂອງລາຍຮັບງົບປະມານປີ 2016 ແມ່ນມາຈາກການເກັບ ອມພ ແລະ ມີທ່າອ່ຽງວ່າຈະເພີ່ມຄວາມສໍາຄັນຂຶ້ນເລື້ອຍໆ. ໃນຂົງເຂດອາຊຽນມີຫລາຍປະເທດທີ່ນໍາໃຊ້ການເກັບ ອມພ ຄືກັບ ສປປ ລາວ ເຊັ່ນ ກໍາປູເຈຍ, ອິນໂດເນເຊຍ, ຟິລິບປິນ, ໄທ ແລະ ຫວຽດນາມ.

ພວກເຮົາທຸກຄົນຄົງຈະຮູ້ດີວ່າ ຖ້າຫາກລັດມີງົບປະມານຫລາຍຂຶ້ນ ຫລື ສາມາດເກັບລາຍຮັບໄດ້ຫລາຍຂຶ້ນ ຈະມີຄວາມສາມາດໃນການລົງທຶນ ແລະ ໃຊ້ຈ່າຍເພື່ອພັດທະນາເສດຖະກິດ ແລະ ສັງຄົມໄດ້ດີຂຶ້ນ. ນັ້ນເປັນປະໂຫຍດຂອງ ອມພ ທີ່ບໍ່ຕ້ອງສົງໃສ. ແຕ່ເຖິງຢ່າງໃດກໍ່ຕາມ ມັນບໍ່ແມ່ນເລື່ອງງ່າຍທີ່ປະເທດໃດກໍາລັງພັດທະນາຈະສາມາດເກັບ ອມພ ໄດ້ 100%. ສ່ວນຫນຶ່ງແມ່ນຍ້ອນຄວາມເປັນຈິງທີ່ວ່າ ສິນຄ້າ ແລະ ບໍລິການ ທີ່ບໍ່ລວມ VAT ຈະມີລາຄາທີ່ຖືກກວ່າ ຜູ້ຊົມໃຊ້ຈຶ່ງບໍ່ມີແຮງຈຸງໃຈໃນການຂໍບິນ ອມພ ຈາກຜູ້ຂາຍ. ເພື່ອແກ້ບັນຫາດັ່ກ່າວ ບາງປະເທດ ເຊັ່ນ ບັງກະລາເທດ ໄດ້ລິເລີມນໍາໃຊ້ consumer incentive scheme ໄປຄວບຄູ່ກັບການເກັບ ອມພ ໂດຍການຈົກສະຫລາກລາງວັນໃຫ້ແກ່ຜຸ້ຊົມໃຊ້ທີ່ເອົາໃບບິນ ອມພ ມາລົງທະບຽນສ່ຽງໂຊກກັບລັດ ລາງວັນທີຫນຶ່ງແມ່ນສູງເຖິງ 100,000 ດາກາ ຫລື 15 ລ້ານກວ່າກີບ.

ບໍ່ແນ່ໃຈວ່າບ້ານເຮົາມີລະບົບແຮງງຈູງໃຈຜູ້ບໍລິໂພກແບບນີ້ບໍ, ແຕ່ສໍາລັບຫົວຫນ່ວຍທຸລະກິດແລ້ວ ການເກັບບິນ ອມພ ແມ່ນມີຜົນດີຕໍ່ທຸລະກິດ ຢ່າງຫນ້ອຍ 2 ຈຸດ ຄື: ສາມາດສະສົມ ອມພ ສົ້ນເຂົ້າ ເພື່ອຫັກລົບ ກັບ ອມພ ສົ້ນອອກໄດ້, ແລະ ລາຍຈ່າຍຂອງກິິດຈະການທີ່ມີບິນອາກອນແມ່ນສາມາດລົງບັນຊີໄດ້ຕາມກົດຫມາຍໂດຍບໍ່ໄດ້ຖືກປັບໄຫມ. ລຸ່ມນີ້ແມ່ນຕົວຢ່າງຂອງການຫັກ ອມພ ຕາມຕ່ອງໂສ້ຜູ້ສະຫນອງ. ສົມມຸດວ່າ ເຮົາຊື້ນໍ້າປາແດກ 1 ຂວດ ລາຄາ 20,000 ກີບ ຈາກຮ້ານຄ້າ ໃນນັ້ນ ບິນຂຽນວ່າ ລາຄາສຸດທິ 18,600 ກີບ ແລະ ອາກອນມູນຄ່າເພີ່ມ 7% ຫລື 1,400 ກີບ. ຖ້າຫາກລາຄາທີ່ອອກຈາກໂຮງງານແມ່ນ 18,000 ກີບ, ອມພ 1,400 ກີບ. ອມພ ທີ່ຜູ້ຊົມໃຊ້ຈ່າຍໄປ 1,400 ຈະຖືກສົ່ງຕໍ່ໃຫ້ລັດຜ່ານ 2 ຫົວຫນ່ວຍ ຄື ໂຮງງານ (1,260) ແລະ ຮ້ານຄ້າ (140). ຖ້າຮ້ານອອກບິນ ອມພ ໃຫ້ລູກຄ້າ ແຕ່ຕົນເອງຊື້ຂອງຈາກໂຮງງານທີ່ບໍ່ມີບິນ ອມພ ຮ້ານດັ່ງກ່າວກໍ່ຕ້ອງຮັບພາລະ 1,400 ກີບ ແຕ່ຝ່າຍດຽວ, ສະນັ້ນ ຖ້າໂຮງງານສ່ວນໃຫຍ່ບໍ່ອອກບິນອາກອນ ກໍ່ມີຄວາມເປັນໄປໄດ້ວ່າຮ້ານດັ່ງກ່າວຈະບໍ່ໄລ່ອາກອນນໍາຜຸ້ຊົມໃຊ້ເຊັ່ນກັນ ຫລື ຖ້າມີການໄລ່ເຂົ້າກໍ່ອາດຈະບໍ່ສົ່ງເງິນດັ່ງກ່າວໃຫ້ລັດເພາະຜູ້ຊົມໃຊ້ເອງກໍ່ບໍ່ໄດ້ສົນໃຈຂໍບິນອາກອນຢູ່ແລ້ວ. ສິ່ງດັ່ງກ່າວເປັນວົງຈອນອຸບາດທີ່ເກີດຂຶ້ນກັບຫລາຍປະເທດທີ່ໃຊ້ລະບົບ ອມພ ແລະ ສາຍເຫດກໍ່ສາມາດເຂົ້າໃຈໄດ້.


 




Popular posts