Tuesday, March 1, 2022

ການເປັນຜູ້ເຫັນອົກເຫັນໃຈຄົນອື່ນ Being empathetic

 


ເປັນເວລາດົນຫລາຍເດືອນທີ່ຜູ້ຂຽນບໍ່ໄດ້ຂຽນຫົວຂໍ້ຫຍັງລົງໃນບລັອກ ເນື່ອງຈາກພາລະກິດ ແລະ ຄວາມຫຍຸ້ງຍາກຫລາຍຢ່າງທີ່ເປັນຜົນມາຈາກວິກິດການໂຄວິດ-19. ມື້ນີ້ຈະມາຊວນລົມເລື່ອງ ຄຸນສົມບັດໃນການເຫັນອົກເຫັນໃຈຄົນອື່ນ ຫລື ເວົ້າເປັນພາສາອັງກິດວ່າ Empathy.

ສ່ວນຕົວເລີ່ມມາຝຶກຝົນທັກສະນີ້ ຕອນທີ່ຈິງຈັງກັບວຽກຄົ້ນຄວ້າ ເພາະມັນຊ່ວຍໃຫ້ຕົນເອງພັດທະນາຄອນເຊັບຂອງວຽກ ສ້າງເຄື່ອງມືການເກັບກໍາຂໍ້ມູນ ເຮັດການວິໄຈ ແລະ ມີຂໍ້ແນະນໍາໃຫ້ລູກຄ້າໄດ້ດີຂຶ້ນ. ແຕ່ສາຍເຫດທີ່ມີຂຽນຫົວຂໍ້ນີ້ ແມ່ນເນື່ອງມາຈາກການຟັງບັນຍາຍເຖິງສັບພະຄຸນທີ່ວ່າ Empathy ສາມາດຊ່ວຍໃຫ້ຄົນເຮົາມີຄວາມສຸກທາງຈິດໃຈຫລາຍຂຶ້ນ ແລະ ທີ່ສໍາຄັນແມ່ນ ຊ່ວຍຫລຸດຜ່ອນຄວາມຂັດແຍ່ງ.

ແຕ່ໃນແງ່ຂອງວຽກງານແລ້ວ, ບາງວຽກງານກໍ່ບໍ່ຕ້ອງການຄົນທີມີ Empathy ຫລາຍໆ. ບົດຄວາມຫນຶ່ງໃນThe Muse ຫົວຂໍ້ວ່າ 8 Jobs That Are Great for Empaths (and 3 That Typically Arent), ຜູ້ຂຽນແນະນໍາວ່າຄົນທີ່ມີ Empathy ສູງໆອາດເຫມາະກັບວຽກກ່ຽວກັບການເບິ່ງແຍງ-ປິ່ນປົວຄົນປ່ວຍ, ພະນັກງານສັງຄົມສົງເຄາະ, ພີ່ລ້ຽງດ້ານສາຍອາຊີບ, ຫົວຫນ້າຝ່າຍບຸກຄະລາກອນ, ຫົວຫນ້າຝ່າຍການຕະຫລາດ, ນັກຂຽນ, ນາຍຄູ ແລະ ນັກວິໄຈກ່ຽວກັບປະສົບການຂອງລູກຄ້າ. ແນວໃດກໍ່ດີ ມີຢ່າງຫນ້ອຍ 3 ວຽກທີ່ບໍ່ຕ້ອງການ Empathy ຫລາຍ ເຊັ່ນ: ຜູ້ບໍລິຫານ, ນັກການຂາຍ ແລະ ນັກການເມືອງ ເພາະອາຊີບພວກນີ້ຕ້ອງການໆຕັດສິນໃຈທີ່ເດັດຂາດ, ເຮັດວຽກໄດ້ຫລາຍກວ່າຄູ່ແຂ່ງ ແລະ ເດັດຂາດ.

ການມີ Empathy ແມ່ນຫມາກຜົນຂອງຫລາຍປັດໄຈ ເຊັ່ນ ປະສົບການຊີວິດ, ທັກສະນະຄະຕິ, ຄວາມສາມາດ ແລະ ຄວາມແຕກຕ່າງທາງດ້ານວັດທະນະທໍາ. Greater Good Magazine ສອບຖາມ 182,000 ຄົນທົ່ວໂລກ ແລະ ຂຽນຜົນໄດ້ຮັບໃນຫົວຂໍ້ Which Factors Shape Our Empathy? ພວກເຂົາພົບວ່າ: ກຸ່ມທີ່ມີຄະແນນ Empathy ສູງ ມັກຈະເປັນເພດຍິງ ຫລາຍກວ່າ ເພດຊາຍ, ຜູ້ໃຫຍ່ອາຍຸລະຫວ່າງ 40 ຫາ 70 ປີ, ຜູ້ທີ່ບໍ່ແມ່ນລູກຄົນດຽວ, ຜູ້ທີ່ເປັນເສລີນິຍົມ ຫລາຍກວ່າ ອະນຸລັກນິຍົມ, ແຕ່ບໍ່ພົບຄວາມແຕກຕ່າງຈະແຈ້ງກ່ຽວກັບລະດັບ Empathy ຂອງຄົນຮັ່ງມີ ແລະ ທຸກຈົນ (ຫມາຍວ່າ ທຸກ ຫລື ຮັ່ງ ກໍ່ອາດເປັນຄົນທີ່ເຫັນອົກເຫັນໃຈຄົນອື່ນໄດ້). ບົດຄົ້ນຄວ້າໃນວາລະສານ PLOS ONE ກ່ຽວກັບ Empathy ຂອງຄົນຢູ່ສະຫະລາດຊະອານາຈັກ ກໍ່ອະທິບາຍໃນລັກສະນະດຽວກັນ ແລະ ຢັ້ງຢືນວ່າ ໃນສັງຄົມເຂົາເຈົ້າກຸ່ມຄົນທີ່ມີລະດັບ ຄວາມເຂົ້າອົກເຂົ້າໃຈຄົນອື່ນສູງໆ ສ່ວນຫລາຍແມ່ນ ເພດຍິງ, ກຸ່ມທີ່ບໍ່ແມ່ນຜິວຂາວ, ມີການສຶກສາສູງກວ່າ, ເຮັດວຽກກ່ຽວກັບສາທາລະນະສຸກ, ສັງຄົມສົງເຄາະ, ກ່ຽວກັບການເບິ່ງແຍງເດັກ, ຜູ້ທີ່ມີນິດໄສມັກຫວາດລະແວງ ແລະ ຕຽມພ້ອມຢູ່ສະເຫມີ, ຜູ້ທີ່ມັກອອກສັງຄົມຫລາຍໆ, ໃຈກວ້າງ ແລະ ມັກເຮັດໃຫ້ຄົນອື່ນສະບາຍໃຈ.

ຖ້າການຮຽນຮູ້ທີ່ຈະເຂົ້າໃຈຄົນອື່ນແມ່ນສະສົມມາຕັ້ງແຕ່ເຍົາໄວ ເຊັ່ນ: ຢູ່ໃນໂຮງຮຽນ, ສະພາບໃນປະຈຸບັນນີ້ ອາດບໍ່ເອື້ອຍອໍານວຍໃຫ້ໃຫ້ມີການຮຽນຮູ້ລະຫວ່າງກຸ່ມຄົນພໍເທົ່າໃດ ເພາະຄົນຮັ່ງຈະເອົາລູກໄປເຂົ້າໃນໂຮງຮຽນທີ່ມີສະເພາະຄົນຮັ່ງ, ຄົນໃນເມືອງຈະໃຫ້ລູກໄປຫລິ້ນຕ່າງປະເທດ ແລະ ຄົນທີ່ມີລູກຜູ້ຍິງກໍ່ສາມາດເອົາລູກໄປເຂົ້າໂຮງຮຽນຍິງລ້ວນ. ຢ່າງໃດກໍ່ຕາມ, ສ່ວນຕົວຄິດວ່າ ເຮົາຍັງສາມາດສ້າງແວດລ້ອມທີ່ເອື້ອອໍານວຍ ເພື່ອຝຶກຝົນໃຫ້ຄົນມີ Empathy ໄດ້ຢູ່ ເຊັ່ນ: ການເຮັດກິດຈະກໍານອກໂຮງຮຽນ ຫລື ທັດສະນະສຶກສາ ຫລື ເຮັດວຽກ ໃນສັງຄົມ ຫລື ປະເທດທີ່ມີແວດລ້ອມທາງວັດທະນະທໍາທີ່ແຕກຕ່າງຈາກບ່ອນທີ່ຕົນເອງຢູ່. 

ສ່ວນຕົວຄິດວ່າການມີ Empathy ນັ້ນດີກວ່າບໍ່ມີ. Empathy ກໍ່ບໍ່ຕ່າງຫຍັງຈາກຫມວກທີ່ພວກເຮົາສວມໃສ່ ເຮົາຕ້ອງໄດ້ຮູ້ກາລະເທສະ ວ່າ ຍາມໃດຄວນສວມຫມວກຫນ່ວຍນັ້ນ. ທ່ານເດ້ ຄິດວ່າແນວໃດ?


ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Popular posts