Friday, July 3, 2020

ບໍລິໂພກນິຍົມ ພາກ 2: ການບໍລິໂພກນິຍົມໃນຍຸກ ໂຄວິດ 19 (Consumerism during Covid-19 crisis)


ຫ່າງຫາຍຈາກການຂຽນບລັອກໄປເກືອບເຄິ່ງປີ ຍ້ອນວິກິດ ໂຄວິດ 19 ທີ່ເກີດຂຶ້ນ ແລະ ຍັງແກ່ຍາວມາຮອດມື້ນີ້. ແຕ່ກະອົດບໍ່ໄດ້ທີ່ຈະບັນທຶກພຶດຕິກຳການບໍລິໂພກທີ່ປ່ຽນໄປໃນສັງຄົມລາວໃນໄລຍະດັ່ງກ່າວ.

ການບໍລິໂພກສິນຄ້າແລະການບໍລິການຂອງບ້ານເຮົາໃນຊ່ວງທ້າຍປີ 2019 ຫາ 2 ເດືອນຕົ້ນປີ 2020 ແມ່ນເກືອບວ່າເປັນໄປແບບປົກກະຕິ, ຈົນມາຮອດທ້າຍເດືອນມີນາ 2020 ທີ່ພົບຜູ້ຕິດເຊື້ອ 2 ຄົນທຳອິດໃນປະເທດ, ສິນຄ້າທີ່ສັງຄົມຕ້ອງການໃນທີ່ສຸດ ແມ່ນ ຫນ້າກາກອະນາໄມ ເຈວລ້າງມື ແລະ ອຸປະກອນຂ້າເຊື້ອຕ່າງໆ. ໃນຕອນນັ້ນ ຍ້ອນຄວາມແຕກຕື່ນຂອງສັງຄົມ ໃນໄລຍະຕົ້ນເຮັດໃຫ້ເກີດສະພາບການກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າເພື່ອເກັງກຳໄລ ຫນ້າກາກອະນາໄມທຳມະດາກັບຫນຶ່ງ 50 ແຜ່ນ ລາຄາຂຶ້ນສູງຮອດ 170,000 -200,000 ກີບ ຕໍ່ 1 ກັບ ແລະ ຫນ້າກາກທີ່ອ່າວດີແດ່ ເຊັ່ນ N95 ກໍ່ຂາຍອັນລະປະມານ 50,000-60,000 ກີບ. ຢ່າງໃດກໍ່ຕາມ, ພາຍຫລັງທີ່ທາງພາກລັດໄດ້ວາງມາດຕະການຄວບຄຸມລາຄາ ແລະ ສົ່ງເສີມໃຫ້ມີໂຮງງານຜະລິດຫນ້າກາກພາຍໃນປະເທດ. ດຽວນີ້ ລາຄາຫນ້າກາກອະນາໄມກໍ່ຫລຸດລົງມາເປັນ 50,000 ກີບ ຕໍ່ກັບ. ສະພາບແບບນີ້ ເກີດຂຶ້ນຢູ່ເກືອບວ່າທຸກປະເທດ ເພາະຄວາມຢ້ານກົວຕໍໂລກລະບາດດັ່ງກ່າວ ຍົກເວັ້ນໃນປະເທດພັດທະນາແລ້ວບາງປະເທດທີ່ປະຊາຊົນຂອງພວກເພີ່ນບໍ່ມັກການໃສ່ຫນ້າກາກ ແລະ ລັດຖະບານຂອງບາງປະເທດກໍ່ຢາກໃຫ້ເກີດພູມຄຸ້ມກັນຫມູ່ ເລີຍບໍ່ໄດ້ສົ່ງເສີມມາດຕະການໃສ່ຫນ້າກາກ. ຄຽງຄູ່ກັບຄວາມຕ້ອງການສິນຄ້າປ້ອງກັນພະຍາດລະບາດ, ກະແສການກັກຕຸນສິນຄ້າ ແລະ ອາຫານຈຳເປັນກໍ່ເກີດຂຶ້ນຕາມໆກັນມາ ພາຍຫລັງທີ່ລັດຖະບານແຈ້ງວ່າມາດຕະການຈໍາກັດບໍລິເວນ, ເວົ້າໄດ້ວ່າ ຄວາມນິຍົມຊື້ຂອງສັງຄົມໃນຊ່ວງເດືອນມີນາ 2020 ແມ່ນບໍ່ໄດ້ວົນນໍາສິນຄ້າຟຸມເຟືອຍເລີຍ. ຈາກການປະເມີນຂອງສະຖາບັນຄົ້ນຄວ້າອຸດສາຫະກຳແລະການຄ້າໃນຊ່ວງນັ້ນ ພົບວ່າ ທຸລະກິດຂາຍຍົກແລະຂາຍຍ່ອຍສິນຄ້າປະເພດເຄື່ອງນຸ່ງຫົ່ມໄດ້ຮັບຜົນກະທົບຢ່າງຫນັກ ຈົນບາງເຈົ້າອາດຈະຕ້ອງຍຸບເລີກກິດຈະການ.

ໃນລະຫວ່າງການຈັດຕັ້ງປະຕິບັດມາດຕະການຈໍາກັດບໍລິເວນຢ່າງເຕັມຮູບແບບຄື ແຕ່ 1 ເມສາ ຫາ 3 ພຶດສະພາ 2020 ນີ້, ພຶດຕິກຳການບໍລິໂພກຂອງປະຊາຊົນກໍ່ມີສະພາບຫລາຍຢ່າງທີ່ຫນ້າສົນໃຈ ອັນເປັນຜົນມາຈາກມາດຕະການຈຳກັດບໍລິເວນ ເຊັ່ນ:
- ການຊົມໃຊ້ສິ່ງອໍານວຍຄວາມສະດວກພາຍໃນບ້ານ (ໄຟຟ້າ ນໍ້າປະປາ ແລະ ອິນເຕີເນັດ) ກໍ່ເພີ່ມສູງຂຶ້ນ ເພາະທຸກຄົນຢູ່ເຮືອນ ແລະ ເຮັດວຽກຢູ່ເຮືອນບໍ່ອອກໄປໃສ. ເຮັດໃຫ້ຜູ້ສະຫນອງ ສິນຄ້າແລະບໍລິການປະເພດດັ່ງກ່າວນີ້ ມີລາຍໄດ້ເພີ່ມຂຶ້ນ ຄ້າຍຄືກັນກັບທຸລະກິດໃນຂະແຫນງສາທາລະນະສຸກ ເຊັ່ນ ຮ້ານຂາຍຢາ.

- ນອກຈາກການເສບສື່ ແລະ ຊື້ເຄື່ອງອອນໄລນແລ້ວ, ການແຕ່ງກິນ, ການກິນອາຫານ, ການປູກຕົ້ນໄມ້ ແລະ ພືດສວນຄົວ ກໍ່ກາຍເປັນກິດຈະກຳຄາຍຄຽດຂອງປະຊາຊົນໃນໄລຍະນີ້. ສະນັ້ນ ທຸລະກິດທະນາຄານ, ໂທລະຄົມມະນາຄົມ, ຜູ້ຂາຍອຸປະກອນແຕ່ງກິນ, ເຄື່ອງໃຊ້ໃນເຮືອນ, ເຮັດອາຫານ, ຂາຍແນວພັນແລະເບ້ຍຜັກ ກໍ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນ.

- ທຸລະກິດ ຫລື ອາຊີບ ຫນຶ່ງທີ່ສຳຄັນ ແລະ ມີຄວາມນິຍົມໃນຊ່ວງນີ້ແມ່ນ ການບໍລິການສົ່ງເຄື່ອງ ແລະ ອາຫານຕາມບ້ານ ເພາະເປັນກິດຈະກຳທີ່ໄດ້ຮັບອະນຸຍາດໃຫ້ດຳເນີນໄດ້ ເພື່ອຈໍລະຈອນສິນຄ້າ. ນອກຈາກ ພະນັກງານສົ່ງເຄື່ອງຈໍານວນຫລາຍຈະມີອາຊີບແລະລາຍໄດ້ແລ້ວ, ຍັງເປັນໄລຍະການເຕີບໃຫຍ່ຂອງທຸລະກິດຂົນສົ່ງລະຫວ່າງແຂວງແຫ່ງຫນຶ່ງ ທີ່ຂະຫຍາຍຕົວຢ່າງກ້າວກະໂດດ ແລະ ເຂົ້າໄປຈົດທະບຽນໃນຕະຫລາດຫລັກຊັບລາວໄດ້ໃນໄລຍະເວລາບໍ່ຮອດ 2 ປີ.

- ການຊື້ຂາຍເຄື່ອງອອນໄລນ ການເຮັດວຽກອອນໄລນ ການຟັງຖະແຫລງຂ່າວຂອງຄະນະສະເພາະກິດ ກາຍເປັນກິດຈະກຳທີ່ຄຸ້ນເຄີຍຂອງປະຊາຊົນ ແລະ ພະນັກງານທົ່ວໄປ, ແລະ ສຳລັບນັກຮຽນ ກໍ່ແມ່ນການຮຽນຫນັງສືຜ່ານໂທລະພາບ ແລະ ສື່ອອນໄລນ. ເຊິ່ງແນ່ນອນ ປະຕິເສດບໍ່ໄດ້ວ່າ ສ່ວນຫນຶ່ງທີ່ເຮັດໃຫ້ທຸລະກິດການຂາຍອຸປະກອນໄອທີເພື່ອອອນໄລນ ເຊັ່ນ ຄອມພິວເຕີ ແທັບເລັດ ແລະ ມືຖື, ແມ່ນມາຈາກຄວາມຕ້ອງການຊື້ເພື່ອຮັບໃຊ້ການສຶກສາອອນໄລນ ໂດຍສະເພາະໃນເມືອງໃຫຍ່ ບ່ອນທີ່ສາມາດເຂົ້າເຖິງສັນຍານອິນເຕີເນັດ.

- ອີກ 2 ເຫດການ ແມ່ນ ກ່ຽວກັບການປ່ຽນແປງໂຄງສ້າງລາຄາໄຟຟ້າ ແລະ ສະພາບການຫລຸດລົງຂອງລາຄານໍ້າມັນ, ເຊິ່ງຈະບໍ່ເວົ້າໃນຄໍລັມນີ້ເພາະມັນບໍ່ແມ່ນການປ່ຽນແປງດ້ານພຶດຕິກຳແຕ່ເປັນຜົນມາຈາກປັດໄຈອື່ນ (ເຊິ່ງມີຄວາມຊັບຊ້ອນແລະລະອຽດອ່ອນດ້ານໂຄງສ້າງ).

ການປ່ຽນແປງດ້ານພຶດຕິກຳການບໍລິໂພກຂອງສັງຄົມລາວ ຍັງບໍ່ທັນຢຸດນີ້ງ ແລະ ບໍ່ຄາດເດົາໄດ້ ເພາະສະພາບການຢູ່ພາຍນອກ ກໍ່ຍັງມີການແຜ່ລະບາດຂອງພະຍາດ ແລະ ນັບມື້ຮຸນແຮງຢູ່. ສະນັ້ນ ພາຍຫລັງປະກາດມາດຕະການຜ່ອນຜັນ (4 ພຶດສະພາ ຫາ ປະຈຸບັນ) ຜູ້ບໍລິໂພກ ຖືກແບ່ງເປັນ 2 ຂົ້ວຄື: (1) ຜູ້ທີ່ປ່ຽນພຶດຕິກຳການບໍລິໂພກໂດຍຖາວອນ ຫລື ຍັງລັງເລທີ່ຈະໃຊ້ຈ່າຍ ແລະ (2) ຜູ້ທີ່ບໍ່ສາມາດປ່ຽນແປງພຶດຕິກໍາການໃຊ້ຈ່າຍຂອງຕົນເອງໄດ້. ກຸ່ມທີ່ (1) ຈະໃຊ້ຊີວິດ ຄ້າຍຄືກັບຕອນຖືກຈໍາກັດບໍລິເວນ ແລະ ໃຊ້ສະເພາະສິ່ງຂອງຈຳເປັນ ທົບທວນເລື່ອງຄວາມຫມັ້ນຄົງ ຕະນັກເຖິງຄວາມບໍ່ແນ່ນອນ ແລະ ເລີ່ມວາງແຜນແບບມີຫລາຍທາງເລືອກ ແລະ ກຸ່ມທີ (2) ຈະເລີ່ມອອກໄປທ່ອງທ່ຽວ ແລະ ເຂົ້າຮ້ານບັນເທີງທີ່ຕົນເອງຄຸ້ນເຄີຍ, ມີນັກວິເຄາະບາງສຳນັກຮ້ອງພຶດຕິກຳຂອງກຸ່ມທີ (2) ວ່າ ເປັນການສ້າງຄວາມຮູ້ສຶກຄວບຄຸມໄດ້ໃຫ້ຕົນເອງ ເຮັດໃຫ້ຕົນເອງຮູ້ສຶກວ່າທຸກຢ່າງຈະຄືເກົ່າ. ແຕ່ສິ່ງທີ່ເຮັດໃຫ້ເຫັນວ່າ ການຊົມໃຊ້ ແລະ ຄວາມຫລາກຫລາຍຂອງສິນຄ້າຈະບໍ່ກັບມາຄືເກົ່າໃນໄລຍະເວລາອັນໃກ້ນີ້ແມ່ນ:

- ສິນຄ້າໃນທ້ອງຕະຫລາດມີຄວາມຫລາກຫລາຍຫນ້ອຍລົງແລະລາຄາທີ່ແພງຂຶ້ນ ເພາະປະລິມານຄວາມຕ້ອງການມວນລວມຫລຸດລົງຫລາຍ (ຈຳນວນຄົນຕ່າງປະເທດຢູ່ເມືອງລາວຫລຸດລົງ ແລະ ຄົນລາວສ່ວນໃຫຍ່ກໍ່ໃຊ້ຈ່າຍສະເພາະແຕ່ແນວຈຳເປັນ)

- ລາຄາຄໍາ ທີ່ເພີ່ມສູງຂຶ້ນ ເຊິ່ງບໍ່ແມ່ນຍ້ອນຄົນນິຍົມໃສ່ຄຳ ແຕ່ຍ້ອນວ່າຄຳເປັນຊ່ອງທາງຫນຶ່ງໃນການອອມຂອງຄົນລາວ ສະນັ້ນ ຜູ້ທີ່ບໍ່ມີສະພາບຄ່ອງ ຈະເອົາຄຳໄປຂາຍ ແລະ ຜູ້ທີ່ຢາກທ້ອນເງິນຈະໄປຊື້ຄຳໄວ້. ເຮົາເບິ່ງລາຄາຄໍາຂອງຮ້ານຄຳພູວົງ ເຫັນວ່າ ລາຄາຄຳຕໍ່ 1 ບາດ ຖີບຕົວຂຶ້ນຈາກ 7 ລ້ານ ເປັນ 8 ລ້ານ ພຽງແຕ່ໃນໄລຍະ 2 ເດືອນ (ຈາກຕົ້ນເດືອນພຶດສະພາ ຫາ ຕົ້ນເດືອນກໍລະກົດ)

- ບັນຫາສະພາບຄ່ອງ ແມ່ນເກີດຂຶ້ນເກືອບທົ່ວສັງຄົມ ແລະ ຫົວຫນ່ວຍເສດຖະກິດ, ສະນັ້ນ ເຖິງລາຄາຄໍາຈະຂຶ້ນສູງ ແຕ່ລາຄາທີ່ດິນ ແລະ ອະສັງຫາລິມມະຊັບແມ່ນມີທ່າອ່ຽງຫລຸດລົງ ຍ້ອນການຫລຸດລົງຂອງອຸປະສົງ (ຄວາມຕ້ອງການ) ແລະ ການປ່ຽນຊັບສິນຄົງທີ່ເຫລົ່ານີ້ເປັນເງິນສົດກໍ່ບໍ່ງ່າຍຄືແຕ່ກ່ອນ.

ຍັງມີຫລາຍສະພາບການປ່ຽນແປງທາງດ້ານພຶດຕິກຳທີ່ເກີດຂຶ້ນ ທີ່ຍັງບໍ່ໄດ້ຂຽນລົງໃນບົດຄວາມນີ້ ເຊື່ອວ່າວິກິດການຄັ້ງນີ້ ໃຫ້ບົດຮຽນອັນໃຫຍ່ຫລວງທາງດ້ານເສດຖະສາດ ແລະ ພຶດຕິກຳ ໃຫ້ພວກເຮົາໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນ. ຫາກມີອັນໃດເພີ່ມເຕີມ ຂໍໃຫ້ຜູ້ອ່ານປະກອບສ່ວນນຳຕື່ມ, ຂໍຂອບໃຈ.




Popular posts