ຮູບພາບ: ມັດຫມີ່
1.
ລະຫວ່າງຂ້ອຍກັບສິ້ນ
ໃນຖານະແມ່ຍິງລາວຄົນຫນຶ່ງ ເຕີບໃຫຍ່ໃນສັງຄົມລາວ
ນຸ່ງກະໂປ່ງໄປໂຮງຮຽນຮອດ ປໍ 5 (ຫ້າມນັບອາຍຸເດີ້), ຈາກນັ້ນ
ກໍ່ນຸ່ງສິ້ນນັກຮຽນຈົນຈົບມະຫາວິທະຍາໄລແຫ່ງຊາດ. ນອກຈາກສິ້ນນັກຮຽນທີ່ຕັດດ້ວຍແພຕັດສົ້ງ
(ສີຟ້າ ຫລື ສີດໍາ), ຂ້ອຍມີສິ້ນນຸ່ງເປັນງານບຸນປະເພນີ ແລະ ໄປຫ້ອງການຈໍານວນຫນຶ່ງ
ທີ່ແມ່ເອົາໃຫ້ (ເປັນມູນ), ຊື້ ແລະ ຕັດໃຫ້ໃຫມ່ສ່ວນຫນຶ່ງ. ໃຫຍ່ເປັນຄົນມາຈົນຮອດອາຍຸ
25 ປີ ຕອນເລີ່ມເຮັດວຽກຄົ້ນຄວ້າ ຈຶ່ງມາຮູ້ຈັກ ສິ້ນ ແລະ ອົງປະກອບຕ່າງໆໃນການຜະລິດສິ້ນຢ່າງຈິງຈັງ
ແລະ ເລີ່ມຊື້ສິ້ນນຸ່ງເອງ.
2.
ປະເພດຂອງສິ້ນຕໍ່າ
ມາຮອດອາຍຸກາງຄົນແລ້ວ ຂ້ອຍມີສິ້ນຢູ່ ປະມານ 50 ຜືນ, ມີທັງ ສິ້ນທີ່ຕໍ່າດ້ວຍຝ້າຍ
ແລະ ໄຫມ. ປົກກະຕິ ສິ້ນຝ້າຍ ແລະ ໄຫມທຽມ ຈະໃສ່ໄປວຽກປົກກະຕິ, ສ່ວນສິ້້ນໄຫມ
ຈະເອົາໄວ້ໃສ່ຍາມມີວຽກທາງການ ໄປປະຊຸມຕ່າງປະເທດ ແລະ ບຸນປະເພນີສໍາຄັນ ເຊັ່ນ ງານດອງ
ແລະ ໄປວັດ. ຖ້າຫາກແມ່ຍິງລາວ ໂດຍສະເລ່ຍ ມີສິ້ນຈໍານວນສະເລ່ຍເທົ່າໆກັບຂ້ອຍ ທົ່ວປະເທດລາວຕອນນີ້
ຈະມີສິ້ນທີ່ຖືກຊົມໃຊ້ຢູ່ປະມານ 175 ລ້ານ ຜືນ ຄິດເປັນມູນຄ່າມະຫາສານ (ຍັງບໍ່ນັບທີ່ຢູ່ໃນສາງ ແລະ ສົ່ງອອກຂາຍປະເທດເພື່ອນບ້ານ).
ສິ້ນຂອງຂ້ອຍມີລາຄາບໍ່ກາຍ 300 ໂດລາ ຫລື ປະມານ 9 ພັນບາດ (ເຄີຍໄດ້ຍິນວ່າ ສິ້ນລາຄາແພງ
ຮອດຫມື່ນ ຮອດແສນ ບາດ ກໍ່ມີ). ຂ້ອຍເຂົ້າໃຈວ່າ ລາຄາແຕກຕ່າງກັນ ແມ່ນເປັນຍ້ອນ ປັດໄຈຕ່າງໆ
ເຊັ່ນ:
-
ເສັ້ນໄຫມ ຫລື ຝ້າຍທີ່ໃຊ້ຕໍ່າ ມີຄຸນນະພາບ ແລະ
ທີ່ມາທີ່ແຕກຕ່າງກັນ. ຝ້າຍ ຖືກກວ່າໄຫມ, ຍ້ອມສີເຄມີ ຖືກກວ່າຍ້ອມສີທໍາມະຊາດ,
ໄຫມທີ່ສາວດ້ວຍມື ມີຕົ້ນທຶນການຜະລິດທີ່ແພງກວ່າ ແລະ ຫາຍາກ, ສິ້ນທີ່ໃຊ້ໄຫມຕໍ່າຫລາຍ
ກໍ່ແພງກວ່າ ຜືນທີ່ໃຊ້ໄຫມປະລິມານຫນ້ອຍກວ່າ.... ໄລຍະຫລັງໆມານີ້ ຕັດສິນໃຈຊື້ສິ້ນ
ແມ່ນຍ້ອນ ໄຫມສາວດ້ວຍມື ທີ່ປະຊາຊົນລາວຜະລິດເອງ ແລະ ຍ້ອມສີທໍາມະຊາດ, ບາງຜືນ
ແມ່ນຈົກດອກດ້ວຍເສັ້ນໄຫມທີ່ຜະລິດຈາກມ້ອນພື້ນເມືອງຂອງລາວ ທີ່ນັບມື້ນັບຫາຍາກ.
-
ລາຍຂອງສິ້ນ ແລະ ຕີນ ທີ່ຜະລິດດ້ວຍເຕັກນິກການຕໍ່າຫູກລະດັບສູງ.
ເຕັກນິກນັ້ນ ຄືຫຍັງ? ມັນສະແດງອອກຢູ່ລາຍສິ້ນ. ຜືນສິ້ນລາຍ ມຸກ ແມ່ນມັກທີ່ສຸດ,
ຮອງລົງມາແມ່ນມັດຫມີ່ ແລະ ສິ້ນຂັ້ນ. ແຕ່ກີ້ເພີ່ນມີແຕ່ສິ້ນ ຕໍ່ໃສ່ຕີນ, ຫລັງໆມາ ຂ້ອຍກະເລີ່ມຊື້
ສິ້ນຕີນກັບ ຫລາຍຂຶ້ນ. ນອກຈາກສິ້ນເຜົ່າລາວແລ້ວ ຂ້ອຍມີສິ້ນຝ້າຍ
ທີ່ຕໍ່າດ້ວຍລາຍຊົນເຜົ່າ (ສ່ວນຫລາຍໃຊ້ ກີ່ແອວ) ຈໍານວນຫນຶ່ງ ທີ່ມີເອກະລັກແຕກຕ່າງໄປ.
3.
ສະເຫນ່ຂອງສິ້ນຕໍ່າ
ສິ້ນບາງຜືນ, ເບິ່ງໂດຍລວມແລ້ວບໍ່ງາມເລີຍ
ແຕ່ຂ້ອຍກໍ່ຕັດສິນໃຈຊື້ດ້ວຍເງິນທ້ອນ ເພາະມັນລວມມີເຕັກນິກຫລາຍໆຢ່າງເຂົ້າໄວ້ນໍາກັນ. ມີສິ້ນໄຫມມ້ອນ
2 ຜືນພູມໃຈຫລາຍທີ່ໄດ້ມາ: ຜືນມັດຫມີ່ ປະສົມກັບ ມຸກ ຕີນກັບ ຈົກດອກດ້ວຍ ໄຫມມ້ອນພື້ນເມືອງຍ້ອມສີທໍາມະຊາດ
ແລະ ທີ່ສໍາຄັນ ຂ້ອຍໄດ້ເຫັນຫນ້າຜູ້ຕໍ່າ ແລະ ຮູ້ຈັກລາວເປັນການສ່ວນຕົວນໍາອີກ.
ສໍາລັບຂ້ອຍແລ້ວ, ແມ່ຍິງທີ່ຕໍ່າຫູກເປັນ ແມ່ນຄົນທີ່ມີຄວາມພຽນເປັນເລີດ,
ແມ່ຍິງທີີ່ສາມາດຈົກດອກ ແລະ ເຮັດເຂົາເປັນ ແມ່ນນັກສິນລະປິນທີ່ຍິ່ງໃຫຍ່ ແລະ
ແມ່ຍິງທີ່ຊໍານານໃນການຍ້ອມສີທໍາມະຊາດ ແມ່ນນັກເຄມີສາດທີ່ຊານສະຫລາດຫລາຍ.
4.
ຄຸນຄ່າຂອງສິ້ນສໍາລັບຂ້ອຍໃນເວລານີ້
ເມື່ອໄດ້ມາເຮັດວຽກຕິດພັນກັບທຸລະກິດການຕໍ່າ
ແລະ ພົບທັງແມ່ຫູກ-ລູກຫູກ ແລະ ຜູ້ຊົມໃຊ້,
ຂ້ອຍຮູ້ສຶກຮັກແພງອຸດສາຫະກຳການຜະລິດແບບນີ້ເປັນທີ່ສຸດ. ເມື່ອໄດ້ຮູ້ເຖິງຕົ້ນທຶນ ແລະ
ຄ່າແຮງງານທີ່ເຂົາເຈົ້າທຸ້ມເທຜະລິດມັນແລ້ວ, ຮຸ້ສຶກວ່າ ມະຫັດສະຈັນຫລາຍ.
ບໍ່ພຽງແຕ່ເປັນເຄື່ອງນຸ່ງຫົ່ມ, ມັນເປັນມູນມໍລະດົກໃຫ້ລູກຫລານໄດ້ (ຄືກັບ
ທີ່ແມ່ເກັບໄວ້ໃຫ້ຂ້ອຍ). ວາງແຜນໄວ້ວ່າ ສີ້ນແຕ່ລະຜືນທີ່ຂ້ອຍມີ ຈະຖຶກບັນທຶກລາຍລະອຽດ. ເພື່ອວ່າ
ຄົນທີ່ໄດ້ຮັບມັນໄປ ຈະຮູ້ຈັກຖະນຸຖະຫນອມມັນ ຄືກັບທີ່ຂ້ອຍເປັນຢູ່ຕອນນີ້.
ເຖິງທຸລະກິດຜະລິດສິ້ນຈະບໍ່ຄ່ອຍດີປານໃດໃນໄລຍະນີ້ ແລະ ມີຜູ້ຕໍ່າຫລາຍຄົນ
ຫັນໄປເຮັດອາຊີບອື່ນ ຍ້ອນມັນບໍ່ກຸ້ມທຶນ, ແຕ່ຂ້ອຍກໍ່ຍັງຫວັງວ່າ ຜູ້ຄ້າ ແລະ ຜູ້ບໍລິໂພກ
ຈະຍັງນິຍົມຊົມຊອບ ງານຝີມືຂອງພວກເພີ່ນ ແລະ ຊ່ວຍສົ່ງເສີມໃຫ້ຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້ໄປໄດ້.
ເປັນກໍາລັງໃຈໃຫ້.ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ