ສອງຄືນກ່ອນ ຂ້ອຍບັງເອີນຄລິກເບິ່ງສາລະຄະດີຫນຶ່ງທີ່ເຕັ້ນຂຶ້ນມາຢູ່ຫນ້າ
Home ຂອງ YouTube ເຫັນຫົວຂໍ້ເລື່ອງ
ເມືອງແມ່ຫມ້າຍ ຄວາມຍາວ 23 ນາທີ. ບໍ່ຫນ້າເຊື່ອວ່າເລື່ອງແນວນີ້ເກີດມີຢູ່ໃນໂລກ.
ຜູ້ຍິງຖືວ່າເປັນເພດທີ່ມັກຈະຖືກເອົາປຽບທາງສັງຄົມ
ແລະ ເສດຖະກິດ, ເຮົາຈຶ່ງຕ້ອງໄດ້ປູກຈິດສໍານຶກເລື່ອງການສ້າງຄວາມເຂັ້ມແຂງ ແລະ
ເຄົາລົບສິດທິຂອງເພດຍິງຢູ່ເລື້ອຍໆ. ຍິ່ງໄປກວ່ານັ້ນ, ຄອບຄົວທີ່ມີແມ່ຍິງ ເປັນຫົວຫນ້າ
ຍ້ອນການຢ່າຮ້າງ ຫລື ຜົວຕາຍປະ ກໍ່ຍິ່ງມີທ່າອ່ຽງວ່າຈະຕົກຢູ່ໃນຄວາມທຸກຍາກລໍາບາກ ຫລາຍກວ່າ
ຖ້າທຽບກັບຄອບຄົວທີ່ສົມບູນ ແລະ ມີຜົວເມຍຊ່ວຍກັນຫາຢູ່ຫາກິນ. ແຕ່ກໍ່ຫນ້າຕົກໃຈທີ່ສຸດ
ເມື່ອໄດ້ຮັບຮູ້ວ່າ ແມ່ຍິງຫມ້າຍ (ທີ່ຜົວຕາຍປະ) ໃນປະເທດແຖບອາຊີຕາໃຕ້ (ເຊັ່ນ ອິນເດຍ)
ຍິ່ງພົບກັບຄວາມຫຍຸ້ງຍາກໄປກວ່າທີ່ຄິດ.
ມື້ນີ້ຈະມາເລົ່າໃຫ້ຟັງໃນສິ່ງທີ່ຂ້ອຍຫາກະຮຽນຮູ້ມາ ແລະ
ຍັງຄົງຄິດບໍ່ຕົກວ່າມັນຈະແກ້ໄຂໄດ້ຄືແນວໃດ.
ແມ່ຍິງໃນອິນເດຍ,
ແມ່ຍິງເມື່ອແຕ່ງງານແລ້ວ ຖືເປັນຊັບສົມບັດຂອງຜົວ. ແລະ ເມື່ອຜົວຕາຍ
ແມ່ຍິງຄົນນັ້ນຈະກາຍເປັນໂຊກຮ້າຍຂອງສັງຄົມ ແລະ ບໍ່ມີໃຜຢາກໃຫ້ມີຄວາມສຸກ.
ໃນສາລະຄະດີບອກວ່າ: ແມ່ຍິງທີ່ຜົວຕາຍ ມີທາງເລືອກຢູ່ 3 ທາງ: 1.
ໂດດເຂົ້າກອງໄຟໄປພ້ອມຜົວ, 2. ແຕ່ງງານກັບນ້ອງຊາຍ ຫລື ອ້າຍຂອງຜົວ, ຫລື 3. ຖືກຂັບໄລ່ອອກຈາກເຮືອນບໍ່ຢາກໃຫ້ໄດ້ສົມບັດ.
ຄົນທີ່ເປັນຫມ້າຍ ຖືກຫ້າມບໍ່ໃຫ້ກິນ ຊິ້ນ, ຜັກທຽມ ຫລື ອື່ນໆທີ່ມີໂປຣຕີນ
ເພາະເຊື່ອວ່າຈະໃຫ້ເຮັດໃຫ້ເກີດຄວາມຕ້ອງການທາງເພດ, ພວກເຂົາຕ້ອງແຖຫົວ, ນຸ່ງຜ້າຂາວ,
ບໍ່ໃຫ້ເຂົ້າຮ່ວມງານມຸງຄົນ, ແລະ ບໍ່ມີໃຜຮັບເຂົ້າເຮັດວຽກ. ແມ່ຫມ້າຍ ບໍ່ມີການສຶກສາ,
ບໍ່ມີວຽກ ແລະ ບໍ່ມີລາຍໄດ້ ສ່ວນໃຫຍ່ຕ້ອງເປັນຂໍທານ.
ເມືອງຫນຶ່ງທາງພາກເຫນືອຂອງອິນເດຍ
ຊື່ Vrindavan ຫລື ອຸດຕະຣະປະເທດ
ເຊິ່ງຖືກຂະຫນານນາມວ່າເປັນ ເມືອງແມ່ຫມ້າຍ ຫລື City of Widows ຍ້ອນແມ່ຫມ້າຍຈໍານວນຫລາຍທີ່ຖືກຈຳແນກພາກັນຍ້າຍມາຢູ່ໃນເມືອງນີ້
ປະຈຸບັນກວມ 1 ສ່ວນ 3 ຂອງພົນລະເມືອງທັງຫມົດຂອງເມືອງ. ເລົ່າກັນວ່າ ອຸດຕະຣະປະເທດ ເປັນ
ບ່ອນເກີດຂອງພຣະກິດສະນະ ຈຶ່ງມີວັດຈຳຫນວນຫລວງຫລາຍ (ພັນປາຍກວ່າແຫ່ງ). ແມ່ຫມ້າຍ
ພາກັນມາຂໍຢູ່ອາໄສນໍາວັດ ແຕ່ລະມື້ກໍ່ພາກັນຊອກວຽກເຮັດ ເລາະຂໍທານ ແລະ ອື່ນໆ
ເພື່ອຫາລ້ຽງຊີບ. ຫນຶ່ງໃນນັ້ນແມ່ນການໄປສວດມົນສັນລະເສີນພຣະກິຣິດສະນະໃນວັດ ແລະ
ຈະໄດ້ຮັບຫລຽນ ເພື່ອໄປແລກກັບເຂົ້າ ແລະ ອາຫານ. ໃນເມືອງນີ້ ຈຶ່ງມີອົງການເພື່ອສິດທິມະນຸດ
ກຳເນີນກິດຈະກຳສ້າງລາຍໄດ້ ແກ້ໄຂຊີວິດການເປັນຢູ່ ແລະ ກິດຈະກຳປະຊາສົງເຄາະຕ່າງໆເພື່ອແມ່ຫມ້າຍ,
ແຕ່ຈະເຮັດແນວໃດໃນເມືອສັງຄົມ ຫລື ແມ່ນແຕ່ຜູ້ເປັນລູກເຕົ້າຂອງແມ່ຫມ້າຍກະຍັງດູຖູກ
ລັງກຽດ ແລະ ບໍ່ເບິ່ງແຍງພວກເຂົາ.
ເຖິງຈະມີຫນ່ວຍງານຂອງອົງການສະຫະປະຊາຊາດເພື່ອສິດທິແມ່ຍິງ ເຂົ້າໄປເຮັດວຽກທັງພາກປະຕິບັດ
ແລະ ເບື້ອງນະໂຍບາຍ ແລະ ກົດຫມາຍຕ່າງໆ ແຕ່ເບິ່ງຄືວ່າ
ຄວາມຄືບຫນ້າເປັນໄປຢ່າງເຊື່ອງຊ້າຫລາຍ.
ສປຊ
ຫາກໍ່ປະກາດໃນປີ 2010 ໃຫ້ວັນທີ 23 ມິຖຸນາ ຂອງທຸກປີເປັນ ວັນແມ່ຫມ້າຍສາກົນ. ວັນດັ່ງກ່າວ
ແມ່ນຖືກສະເຫນີໂດຍ Raj Loomba
ນັກທຸລະກິດອາເມລິກາເຊື້ອສາຍອິນເດຍ ແລະເປັນຜູ້ກໍ່ຕັ້ງ Loomba
Foundation ທີ່ເຮັດວຽກກ່ຽວກັບການສ້າງຈິດສຳນຶກກ່ຽວກັບບັນຫາຂອງແມ່ຫມ້າຍ
ແລະ ລະດົມທຶນຮອນເພື່ອໃຫ້ການສຶກສາແກ່ເດັກທີ່ເປັນລູກຂອງແມ່ຫມ້າຍທີ່ທຸກຍາກໃນອິນເດຍ
ແລະ ສ້າງຄວາມເຂັ້ມແຂງແກ່ແມ່ຫມ້າຍໃນປະເທດກຳລັງພັດທະນາຢູ່ອາຊີ ແລະ ອາຟລິກກາ.
ນັ້ນກໍ່ຍ້ອນວ່າ ແມ່ຂອງ Raj Loomba ກໍ່ໄດ້ຮັບຜົນກະທົບຈາກການມີສະພາບເປັນແມ່ຫມ້າຍ,
ວັນທີ 23 ມິຖຸນາ ແມ່ນວັນທີ່ພໍ່ຂອງລາວເສຍຊີວິດ ແລະ
ຈາກນັ້ນມາແມ່ຂອງລາວກໍ່ພົບແຕ່ຄວາມຫຍຸ້ງຍາກຈົນເຂົາເຈົ້າອົບພະຍົບອອກຈາກປະເທດ.
ເຖິງເສດຖະກິດຂອງປະເທດອິນເດຍຈະເຕີບໂຕຢ່າງໄວວາ
ການສຶກສາສະເລ່ຍ ດັດສະນີພັດທະນາຊັບພະຍາກອນມະນຸດຈະເພີ່ມຂຶ້ນ ແລະ ແມ່ຍິງທີ່ເປັນໄວຫນຸ່ມສາມາດເຂົ້າເຖິງວຽກເຮັດງານທຳ
ແລະ ມີຄວາມເປັນອິດສະຫລະທາງການເງິນຫລາຍຂຶ້ນ ແຕ່ເມື່ອເອົາປະເພນີເຂົ້າມາກ່ຽວຂ້ອງແລ້ວ
ບັນຫາເລື່ອງສິດທິ ແລະ ຄວາມເຊື່ອບໍ່ດີກ່ຽວກັບແມ່ຫມ້າຍ
ກໍ່ຍັງກົດຫນ່ວງຄຸນນະພາບຂອງການພັດທະນາ ແລະ ຄວາມເທົ່າທຽມກັນໃນການແບ່ງປັນຄວາມຢູ່ດີມີສຸກຂອງເຂົາເຈົ້າຢູ່ດີ.
ຂ້ອຍເປັນຄົນຫນຶ່ງທີ່ເປັນຜູ້ຍິງ
ແລະ ເປັນລູກຂອງແມ່ຫມ້າຍ, ມີຄວາມຫວັງວ່າ ຄວາມເຊື່ອອັນບໍ່ດີໃນສັງຄົມເຂົາເຈົ້າຈະຄ່ອຍຫລຸດນ້ອຍຖອຍລົງເທື່ອລະນ້ອຍ
ແລະ ລູກໆຂອງແມ່ຫມ້າຍອິນເດຍເຫລົ່ານັ້ນ ຈະເອົາຊະນະຄວາມເຊື່ອ ແລະ ຄ່າຂອງສັງຄົມ ແລະ ຫັນມາຮັກແພງ
ຖະຫນຸຖະຫນອມ ແລະ ໃຫ້ຄວາມສຸກແກ່ແມ່ຜູ້ແກ່ຊະລາຂອງເຂົາເຈົ້າໃນບັ້ນປາຍຊີວິດ.
ແດ່ວັນແມ່ຫມ້າຍສາກົນ,
23 ມິຖຸນາ.
ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ