ຢາກຂຽນບົດຄວາມນີ້ ຍ້ອນເຫັນປະເດັນທີ່ຍົກຂຶ້ນໃນປື້ມຂາຍດີຫົວຫນຶ່ງ ທີ່ ກ່າວເຖິງຫຸ່ນຍົນ
ແລະ ບົດບາດຂອງມັນທີ່ນັບມື້ເພີ່ມຂຶ້ນໃນສັງຄົມມະນຸດເຮົາ ທັງໃນພາກກະສິກໍາ, ອຸດສາຫະກໍາ,
ການບໍລິການ ແລະ ການດໍາລົງຊີວິດປະຈໍາວັນ. ນອກນັ້ນ ກໍ່ມີຫລາຍເລື່ອງທີ່ຫນ້າສົນໃຈ. ແຕ່ມື້ນີ້
ຊິມາຊວນລົມເລື່ອງການນໍາໃຊ້ ຫຸ່ນຍົນ ເຂົ້າໃນຂະບວນການຜະລິດໃນໂຮງງານອຸດສາຫະກຳ ເພື່ອເພີ່ມປະສິດທິພາບ ແລະ ຫລຸດຕົ້ນທຶນການຜະລິດ,
ເຮັດໃຫ້ໂຮງຈັກໂຮງງານຫລາຍບ່ອນ ປ່ຽນຈາກລະບົບການຜະລິດແບບການເຂັ້ມງານ
(Labour-intensive) ເປັນເຂັ້ມທຶນ (Capital-intensive).
ຫຸ່ນຍົນ: ທີ່ມາ
ແລະ ຂໍ້ໄດ້ປຽບຂອງມັນ
ຄໍາວ່າ ໂຣບ໊ອດ (Robot) ຖືກນໍາໃຊ້ຄັ້ງທຳອິດ
ໂດຍນັກຂຽນ ຊື່ ຄາເຣລ ຊາເພັກ ໃນນິຍາຍເລື່ອງ Rossum’s Universal Robots ໃນປີ 1920, ໃນເລື່ອງນັ້ນ Robot ທີ່ແປວ່າ ມະນຸດທຽມ ໄດ້ມາຈາກການປະສົມສອງຄໍາສັບ
Rabota (ວຽກພາກບັງຄັບ)
ແລະ Robotnik (ຂ້າທາດຕິດຫນີ້ທີ່ດິນ).
ແຕ່ເມື່ອເວົ້າເຖິງການຜະລິດຫຸ່ນຍົນຂຶ້ນມາໃຊ້ຕົວຈິງນັ້ນ, ຫລັກໆແມ່ນເກີດມາຄວາມຈຳເປັນຂອງປະເທດພັດທະນາແລ້ວ
ເຊັ່ນ ຍີ່ປຸ່ນ ແລະ ຈີນ ທີ່ເລີ່ມຂາດແຄນແຮງງານ ເຊິ່ງເປັນທີ່ມາຂອງຕົ້ນທຶນການຜະລິດທີ່ສູງ
ແລະ ຜູ້ຜະລິດຂາດຄວາມອາດສາມາດໃນການແຂ່ງຂັນ ຈຶ່ງຜະລິດຫຸ່ນຍົນຂຶ້ນມາໃຊ້ເອງ, ເຊິ່ງຕໍ່ມາກໍ່ເປັນການຜະລິດຫຸ່ນຍົນເພື່ອຂາຍໃຫ້ປະເທດອື່ນ.
ປະຈຸບັນ ຜູ້ຜະລິດຫຸ່ນຍົນລາຍໃຫຍ່ໃນໂລກ ມີ 5 ປະເທດ ຄື: ຍີ່ປຸ່ນ, ຈີນ, ອາເມລິກາ,
ເກົາຫລີໃຕ້ ແລະ ເຢຍລະມັນ. ຍີ່ປຸ່ນ, ອາເມລິກາ ແລະ ເຢຍລະມັນ
ຈະເນັ້ນຜະລິດຫຸ່ນຍົນອຸດສາຫະກຳ ແລະ ການແພດຊັ້ນສູງ, ສ່ວນເກົາຫລີ ແລະ ຈີນ
ແມ່ນເນັ້ນໃສ່ ຫຸ່ນຍົນຜູ້ບໍລິໂພກທີ່ລາຄາຖືກກວ່າ. ເມື່ອເບິ່ງໃນແງ່ຂອງສ່ວນແບ່ງຕະຫລາດ,
ຍີ່ປຸ່ນມີຍອດຂາຍສູງສຸດ. ແຕ່ເມື່ອເບິ່ງການເຕີບໂຕແລ້ວ, ຍອດຂາຍຫຸ່ນຍົນຂອງຈີນ
ເພີ່ມຂຶ້ນຫລາຍກວ່າຫມູ່ ຄື 25%ຕໍ່ປີ.
ເຕັກໂນໂລຊີທີ່ພັດທະນາຢ່າງໄວວາ ເຮັດໃຫ້ຕົ້ນທຶນການຜະລິດ ແລະ
ລາຄາຫຸ່ນຍົນຖືກລົງຢ່າງໄວວາ. ເຮົາຂໍຍົກຕົວຢ່າງ ກໍລະນີຂອງບໍລິສັດ Foxconn, ບໍລິສັດໄຕ້ຫວັນທີ່ຜະລິດໂທລະສັບ ແລະ
ອຸປະກອນອື່ນໆໃຫ້ Apple, Microsoft ແລະ Sumsung ແລະ ມີຄົນງານປະມານ
1 ລ້ານຄົນ. ຍ້ອນຄ່າຈ້າງງານທີ່ແພງຂຶ້ນ ແລະ ສະພາບທີ່ແຮງງານຕ້ອງເຮັດວຽກຫນັກ,
ບໍລິສັດຈຶ່ງມີນະໂຍບາຍນໍາໃຊ້ຫຸ່ນຍົນມາເຮັດວຽກຄູ່ກັບຄົນງານ ໂດຍໃຊ້ຫຸ່ນຍົນມາເຮັດວຽກຊໍ້າຊາກ
ເຊັ່ນ ທາສີ ເຊື່ອມແຜງວົງຈອນໄຟຟ້າ ແລະ ປະກອບຊິ້ນສ່ວນ. ຜ່ານມາ Foxconn ໄດ້ເພີ່ມຈໍານວນຫຸ່ນຍົນເຂົ້າໃນການຜະລິດຢ່າງໄວວາ
ຈາກ 10,000 ໂຕ ໃນທ້າຍປີ 2011 ເປັນ 300,000 ໂຕ ໃນທ້າຍປີ 2012 ເຮັດໃຫ້ອັດຕາສ່ວນຫຸ່ນຍົນຕໍ່ແຮງງານຫລຸດລົງ
ຈາກ 1 ຕໍ່ 120 ຄົນ ມາເປັນ 1 ຕໍ່ 4 ຄົນ. ປະຈຸບັນລາຄາຫຸ່ນຍົນຢູ່ທີ່ໂຕລະ 25,000 ໂດລາ,
ແຕ່ບໍ່ດົນກໍ່ມີບໍລິສັດຜະລິດຫຸ່ນຍົນຂອງໄຕ້ຫວັນ ສະເຫນີຈະຂາຍຫຸ່ນສະເປ໊ກດຽວກັນໃນລາຄາພຽງໂຕລະ
10,000 ໂດລາ. ມາຮອດນີ້ ຜູ້ອ່ານຄົງຈະເດົາອອກ ວ່າທ່າອ່ຽງຂອງນັກລົງທຶນ ແລະ
ຜູ້ປະກອບການ ໃນການນຳໃຊ້ຫຸ່ນຍົນເຂົ້າໃນຂະບວນການຜະລິດຈະເປັນແນວໃດໃນອະນາຄົດ.
ນອກຈາກນັ້ນ, ການເລືອກຈ້າງງານລະຫວ່າງມະນຸດ ກັບ ຫຸ່ນຍົນ
ກໍ່ມີເຫດມີຜົນໃນທາງເສດຖະສາດນໍາອີກ. ການໃຊ້ຫຸ່ນຍົນ ຖືກນັບເຂົ້າໃນ ລາຍຈ່າຍທີ່ເປັນເງິນລົງທຶນ
(Capital expenditure) ເຊັ່ນດຽວກັນກັບການຊື້ເຄື່ອງຈັກ
ແລະ ອຸປະກອນ, ສ່ວນການຈ້າງແຮງງານ ແມ່ນ ລາຍຈ່າຍດໍາເນີນງານ (Operational
expenditure) ເຊິ່ງມີ
ເງິນເດືອນ ແລະ ສະຫວັດດິການຕ່າງໆຂອງລູກຈ້າງ. ເມື່ອຕົ້ນທຶນການຈ້າງງານນັບມື້ນັບແພງຂຶ້ນ ແຕ່ລາຄາຫຸ່ນຍົນພັດນັບມື້ຖືກລົງ
ແລະ ມີຕົ້ນທຶນບໍາລຸງຮັກສາທີ່ຕໍ່າ, ກະບໍ່ແປກທີ່ນາຍຈ້າງເອງຈະຫັນມາສົນໃຈລົງທຶນຊື້ຫຸ່ນຍົນ
ຫລາຍກວ່າການຈ້າງແຮງງານ ໂດຍສະເພາະແຮງງານບໍ່ມີສີມື.
ການນໍາໃຊ້ຫຸ່ນຍົນແທນການຈ້າງງານຄົນໃນຂົງເຂດອາຊຽນ
2-3 ປີຜ່ານມານີ້
ໄດ້ມີການຍົກປະເດັນການໃຊ້ຫຸ່ນຍົນແທນແຮງງານຄົນຂຶ້ນມາສົນທະນາຫລາຍ ທັງໃນຫນ້າຫນັງສືພິມ
ແລະ ບົດຄວາມວິຊາການ. ມັງກອນ 2018, ຫນັງສືພິມ The ASEAN
Post ຕີພິມຫົວຂໍ້ What
are the effects of automation on the ASEAN workforce? ເຊິ່ງ ອ້າງອີງເຖິງຂໍ້ມູນຂອງອົງການແຮງງານສາກົນ ວ່າ ລູກຈ້າງກິນເງິນເດືອນປະມານເຄິ່ງຫນຶ່ງ
(137 ລ້ານຄົນ) ຢູ່ປະເທດ ກຳປູເຈຍ, ອິນໂດເນເຊຍ, ຫວຽດນາມ, ຟິລິບປິນ ແລະ ໄທ
ຈະບໍ່ມີວຽກເຮັດໃນໄລຍະ 20 ປີຂ້າງຫນ້າ ຍ້ອນການເຂົ້າມາທົດແທນຂອງເຕັກໂນໂລຊີ ແລະ
ຫຸ່ນຍົນ. ທະນາຄານໂລກເອງກໍ່ເປັນຫ່ວງວ່າ
ປະເທດກຳລັງພັດທະນາພວມພົບສິ່ງທ້າທາຍຍ້ອນບອບບາງຕໍ່ກັບການຫັນເປັນຫຸ່ນຍົນ
ເພາະປະເທດເຫລົ່ານີ້ ມີແຮງງານດິບ (ບໍ່ມີສີມື) ເປັນຈໍານວນຫລາຍ.
ອົງການແຮງງານສາກົນໄດ້ຄິດໄລ່ສັດສ່ວນຂອງແຮງງານເບ້ຍມື້ (ກໍາມະກອນ) ທີ່ມີຄວາມສ່ຽງຖືກປ່ຽນແທນໂດຍເຄື່ອງຈັກໃນປະເທດໃກ້ຄຽງກັບລາວ
ຄື: 70% ຂອງແຮງງານເບ້ຍມື້ໃນຫວຽດນາມ, 57% ໃນກຳປູເຈຍ, 56% ໃນອິນໂດເນເຊຍ, 49%
ໃນຟິລິບປິນ ແລະ 44% ໃນປະເທດໄທ.
ເຖິງຈະມີຄຳເຫັນຈາກທະນາຄານພັດທະນາອາຊີ
ວ່າ "ການພັດທະນາເຕັກໂນໂລຊີເຮັດໃຫ້ການຈ້າງງານເພີ່ມຂຶ້ນ ແລະ
ພວກເຮົາອາດກັງວົນເກີນກວ່າເຫດ ເພາະວຽກທີ່ຖືກສ້າງຂຶ້ນໃນແຕ່ລະປີ
ກໍ່ຫລາຍກວ່າວຽກທີ່ຖືກທໍາລາຍ ຫລື ປ່ຽນແທນໂດຍເຄື່ອງຈັກ". ແຕ່ໂດຍສ່ວນຕົວແລ້ວ
ຜູ້ຂຽນຍັງຄົງກັງວົນຕໍ່ກັບຜົນກະທົບທີ່ຈະເກີດຂຶ້ນ ຕໍ່ແຮງງານດິບຂອງ ສປປ ລາວ
ໃນສະພາບທີ່ການເຊື່ອມໂຍງທາງເສດຖະກິດ ແລະ
ສັງຄົມຂອງບັນດາປະເທດອາຊຽນຍັງຄົງສືບຕໍ່ດຳເນີນໄປຢ່າງບໍ່ຢຸດຢັ້ງ.
ຖ້າຫາກການຄາດການຂອງອົງການແຮງງານສາກົນເປັນຈິງ ກ່ຽວກັບສັດສ່ວນແຮງງານໃນບັນດາປະເທດອາຊຽນ
ທີ່ຈະສູນເສຍວຽກຂອງຕົນໃຫ້ກັບຫຸ່ນຍົນ, ການເຄື່ອນຍ້າຍຂອງແຮງງານພາຍໃນອາຊຽນທັງທີ່ເປັນທາງການ
ແລະ ບໍ່ເປັນທາງການຍັງຄົງຈະດຳເນີນຕໍ່ໄປຢ່າງເສລີ, ສິມືແຮງງານລາວຍັງສືບຕໍ່ດ້ອຍພັດທະນາ, ແລະ ຜູ້ປະກອບການໃນບ້ານເຮົາກໍ່ມີຄວາມອາດສາມາດໃນການເຂົ້າເຖິງເຕັກໂນໂລຊີທັນສະໄຫມ
ແລະ ຫຸ່ນຍົນປະກອບການຜະລິດທີ່ມີລາຄາຖືກກວ່າ, ເຮົາຈະເຫັນໄດ້ວ່າ ອາດມີສະພາບການຈໍານວນຫນຶ່ງ
ເກີດຂຶ້ນໃນຕະຫລາດແຮງງານບ້ານເຮົາ ເຊັ່ນ:
1.
ຫລາຍຕໍາແຫນ່ງງານໃນລາວ
ຈະຖືກປ່ຽນແທນດ້ວຍເຄື່ອງຈັກ (ບໍ່ຕ່າງຫຍັງຈາກປະເທດອື່ນ) ເພາະຄ່າຈ້າງງານເລີ່ມສູງຂຶ້ນ
ແລະ ເຕັກໂນໂລຊີຖືກລົງ. ເຊິ່ງຈຸດນີ້ ເຮົາບໍ່ຕ້ອງສົງໃສວ່າ ລະຫວ່າງຮັກສາແຮງງານໄວ້ ກັບຫລຸດຕົ້ນທຶນລົງໂດຍການໃຊ້ເຄື່ອງຈັກ, ນັກລົງທຶນຊິເລືອກຫຍັງ. ພວກເຮົາຄືຊິໄດ້ເບິ່ງຄືນແລ້ວວ່າ ວຽກທີ່ພວກເຮົາພວມເຮັດໃນປະຈຸບັນນີ້ ຢູ່ໃນກຸ່ມສ່ຽງບໍ່?
2.
ການເຄື່ອນຍ້າຍກັບບ້ານຂອງແຮງງານລາວ
(ໂດຍສະເພາະແຮງງານດິບ) ທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ເນື່ອງຈາກນະໂຍບາຍຫັນເປັນທັນສະໄຫມຂອງພວກເຂົາ.
ຕົວຢ່າງ: ແຜນງານ Thailand 4.0 ຂອງປະເທດປະເທດໄທ ເຊິ່ງເປັນປະເທດທີ່ມີແຮງງານລາວໄປອອກແຮງງານຫລາຍທີ່ສຸດ. ແຕ່ພວກເຂົາກ່ຽວຫຍັງກັບພວກເຮົາ? ແຮງງານເຫລົ່ານີ້ ເປັນອ້າຍ ເອື້ອຍ ນ້ອງ ແລະ ພີ່ນ້ອງຮ່ວມຊາດ ທີ່ຍັງຂາດຄວາມສາມາດແຂ່ງຂັນໃນຕະຫລາດແຮງງານລາວ ຍ້ອນຂາດໂອກາດທາງການສຶກສາ-ອົບຮົມ.
3. ການເຄື່ອນຍ້າຍເຂົ້າມາສະແຫວງຫາໂອກາດໃນການຈ້າງງານຂອງແຮງງານຕ່າງປະເທດ
ໂດຍສະເພາະ ຈາກຫວຽດນາມ ແລະ ຟິລິບປິນ ເຊິ່ງແນ່ນອນວ່າ
ເມື່ອທຽບກັບສີມືແຮງງານຂອງຄົນລາວເຮົາແລ້ວ
ແຮງງານຈາກຕ່າງປະເທດກໍ່ມີຄວາມໄດ້ປຽບຫລາຍກວ່າ.
4. ໃນທາງກັບກັນ
ເບິ່ງຄືວ່າ ຈະເປັນເລື່ອງທີ່ດີສຳລັບ ນາຍຈ້າງ ແລະ ນັກລົງທຶນໃນລາວ ເພາະສາມາດເລືອກໄດ້ທາງດ້ານແຮງງານ
(ລາວ ຫລື ຕ່າງປະເທດ) ທັງປະລິມານ ແລະ ຄຸນນະພາບ. ຜູ້ໃຊ້ການບໍລິການກໍ່ສາມາດເລືອກໃຊ້ບໍລິການໄດ້ຕາມໃຈ ແລະ ຫລາກຫລາຍກວ່າເກົ່າ (ຕົວຢ່າງ ຕັດເລັບ ເສີມສວຍ ສ້ອມແປງ ແລະ ກໍ່ສ້າງ) ດ້ວຍລາຄາທີ່ຖືກລົງ ແລະ ຄຸນນະພາບດີກວ່າ.
ສະຫລຸບແລ້ວ ແຮງງານລາວທີ່ຍາມໃດກໍ່ຍັງພັດທະນາຊ້າ ແລະ ຫລ້າຫລັງ
ກໍາລັງພົບເສິກສອງດ້ານ ທັງຈາກຫຸ່ນຍົນ-ເຄື່ອງຈັກກົນ ແລະ ຈາກແຮງງານຕ່າງປະເທດ. ແນ່ນອນ
ການປັບປຸງສີມືແຮງງານໃຫ້ເທົ່າທຽມກັບແຮງງານປະເທດອື່ນ ຫລື ສາມາດໄລ່ທັນ ແລະ
ເຮັດວຽກຄວບຄູ່ກັບເຄື່ອງຈັກກົນໄດ້ນັ້ນ ຕ້ອງໃຊ້ເວລາ ແລະ
ການທຸ່ມເຫື່ອເທແຮງຢ່າງຫນັກຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຕົວຂອງພວກເຂົາເອງ. ຢ່າງຫນ້ອຍ
ເຮົາກໍ່ຄວນເລີ່ມຄິດໄດ້ແລ້ວວ່າ ຈະຮັບມືກັບສະພາບເຫລົ່ານີ້ແນວໃດ? ເພາະການ update ຫລື ປ່ຽນແທນ ເຄື່ອງຈັກໃຊ້ເວລາພຽງ ສອງສາມຊົ່ວໂມງ ແຕ່ການຍົກລະດັບຄົນ ຫລື ແຮງງານ ໃຊ້ເວລາຫລາຍກວ່ານັ້ນ (ຫລາຍເທົ່າ).
ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ