Wednesday, May 30, 2018

ເມື່ອເຮົາເລີ່ມເປັນຜູ້ໃຫຍ່ແມ່ກໍ່ນັບມື້ແກ່ຊະລາ (Grown up me and aging mom)


ພວກເຮົາຄົງບໍ່ປະຕິເສດວ່າ ແມ່ທີ່ໃຫ້ກຳເນີດ ແລະ ລ້ຽງດູເຮົາມາແຕ່ນ້ອຍຮອດໃຫຍ່ນັ້ນ ມີບຸນຄຸນຖ້ວມຫົວຊໍ່າໃດ ແລະ ໄດ້ຮັບການເທີດທູນບູຊາແນວໃດຈາກພວກເຮົາ ທັງກາຍ ວາຈາ ແລະ ໃຈ. ແຕ່ມື້ນີ້ ຊິມາຊວນລົມ ເລື່ອງເລັກໆນ້ອຍໆກ່ຽວກັບຜູ້ຍິງທີ່ເຮົາຮ້ອງວ່າ ແມ່.


ທາມໄລນຂອງພໍ່ແມ່ ແລະ ເຮົາ
ໂດຍທົ່ວໄປແລ້ວ ແມ່ຍິງລາວສະໄຫມກ່ອນສ້າງຄອບຄົວຕອນອາຍຸກ່ອນ 25 ປີ, ເມື່ອລູກໃຫຍ່ເປັນສາວອາຍຸ 25 ແມ່ກໍ່ໄດ້ 50 ປີ (ໄລ່ເອງເດີ້ ອາຍຸຂອງໃຜຂອງລາວເນາະ!). ສຳລັບເຮົາ, ເປັນລູກຄົນທີ່ສາມ ແລະ ແມ່ໃຫ້ກຳເນີດເຮົາຕອນເພິ່ນອາຍຸ 33 ປີ, ສະນັ້ນຕອນນີ້ເພິ່ນ ອາຍຸໄດ້ 70 ປີແລ້ວ. ດ້ວຍຄວາມເປັນໂສດ ແລະ ຫຍຸ້ງກັບວຽກ, ຂ້ອຍບໍ່ເຄີຍຈື່ວັນເກີດຂອງແມ່ໄດ້ເລີຍ ຈົນສາມປີໃຫ້ຫລັງໄດ້ແລ່ນຫນັງສືເດີນທາງໃຫ້ເພິ່ນ ຂຽນປະຫວັດເພິ່ນໃນປະຫວັດສະຫມັກວຽກ ຫລື ປະກັນຕ່າງໆ ຈຶ່ງມາພໍ້ວ່າ ອັນຢູ່ໃນບັດປະຈຳໂຕ ແລະ ສຳມະໂນຄົວນັ້ນ ບໍ່ແມ່ນວັນເກີດແທ້ຂອງເພິ່ນ ເພາະໃນສະໄຫມກ່ອນບໍ່ມີການບັນທຶກຄັກແນ່. ບາງຄັ້ງກໍ່ຄິດຢາກຮ້າຍໂຕເອງວ່າ ເຮົາຈື່ວັນເກີດຫມູ່ສະນິດ ແຟນ ແລະ ຄົນທີ່ເຮົາແອບມັກ, ມີຂອງຂວັນ ແລະ ໂທໄປອວຍພອນກັນກາງເດິກ ແຕ່ເປັນຫຍັງຈຶ່ງບໍ່ເຄີຍສົນໃຈວັນເກີດຂອງຜູ້ຍິງຄົນນີ້ ແລະ ກັບເປັນເພີ່ນເອງທີ່ຈື່ວັນເກີດຂອງເຮົາ ເພາະເຊື່ອແນ່ວ່າ ມັນເປັນມື້ຫນຶ່ງທີ່ເຈັບທີ່ສຸດໃນຊີວິດຂອງເພີ່ນ ເພື່ອໃຫ້ກຳເນີດເຮົາ.
ຫລາຍສິ່ງທີ່ມາພ້ອມກັບອາຍຸຂອງແມ່ ແມ່ນສຸຂະພາບຮ່າງກາຍທີ່ຊະລາພາບ ຫນ້າຕາກໍ່ຫ່ຽວຍານ ຫູຕາຟ່າຟາງ ຍ່າງໄປໃສມາໃສກະຊ້າ ມີນໍ້າຫນັກໂຕທີ່ເພີ່ມຂຶ້ນ ເຮັດໃຫ້ປວດແຂ່ງປວດຂາ ມີໂລກປະຈຳໂຕຈຳນວນຫນຶ່ງທີ່ຕ້ອງໄດ້ໄປຫາຫມໍເປັນປະຈໍາ ແລະ ມັກຈົ່ມ (ຮະຮະ). ສະນັ້ນ ເວລາຄົນໄວ 30-40 ໄປພໍ້ກັນ ຈຶ່ງມັກເລີ່ມໄດ້ຍິນເລື່ອງສຸຂະພາບຂອງພໍ່ແມ່ ແລະ ການປິ່ນປົວຮັກສາ ບາງຄົນກໍ່ສູນເສຍ (ເຮົາເສຍພໍ່ໄປຕອນທີ່ຕົນເອງອາຍຸໄດ້ພຽງ 26 ປີ). ຊີວິດກະແປກ ທີ່ເຮັດໃຫ້ຊ່ວງອາຍຸນີ້ເປັນຊ່ວງຂ້າມຜ່ານຂອງຊີວິດ ບາງຄົນທັງຕ້ອງ 1. ເບິ່ງຄອບຄົວໂຕເອງ (ຖ້າສ້າງຄອບຄົວ) ຫລື ຄົນຮັກ, 2. ວຸ້ນວາຍກັບວຽກງານ ແລະ 3. ຍັງຕ້ອງໄດ້ແບ່ງເວລາມາເບິ່ງແຍງພໍ່ແມ່. ແນ່ນອນ ການຈັດລຽງບຸລິມະສິດ ລະຫວ່າງສາມຢ່າງນີ້ ບໍ່ແມ່ນເລື່ອງງ່າຍ ແລະ ສ່ວນຫລາຍເລື່ອງການເບິ່ງພໍ່ແມ່ສຳຫລັບຫລາຍຄົນກາຍເປັນບູລິມະສິດສຸດທ້າຍ ດ້ວຍຫລາຍໆເຫດຜົນ. ສຳລັບພໍ່ແມ່ເດ້ ຄິດແນວໃດ? ເທົ່າທີ່ສຳຜັດໄດ້ ແມ່ນພວກເພິ່ນກະຕ້ອງດູແລໂຕເອງ ເອົາເວລາເທົ່າທີ່ລູກມີໃຫ້ ຊື່ນຊົມກັບຜົນສຳເລັດໃນວຽກງານຂອງລູກ ແລະ ເປັນສຸກເມື່ອໄດ້ເຫັນລູກມີຊີວິດຄອບຄົວທີ່ສົມບູນ. ຫລາຍຄັ້ງທີ່ພໍ່ແມ່ເຮົາບໍ່ສະບາຍ ແລະ ໄປຊື້ຢາມາກິນເອງ, ຫນ້ອຍຄັ້ງທີ່ຈະຂໍໃຫ້ພາໄປໂຮງຫມໍ ເພາະເຫັນວ່າລູກຄາວຽກ ບໍ່ມີເວລາ ຫລື ບໍ່ມີເງິນ.

ຖານະດ້ານການເງິນຂອງແມ່
ໃນປະເທດທີ່ຈະເລີນ ແລະ ມີລະບົບສະຫວັດດິການສັງຄົມທີ່ດີ ບ່ອນທີ່ຄົນຊະລາມີເງິນເດືອນກິນ ແລະ ມີເງິນບໍານານທີ່ຂ້ອນຂ້າງກຸ້ມກິນ, ເຮົາອາດຈະບໍ່ເປັນຫ່ວງເລື່ອງການເງິນຂອງພວກແມ່ໆພໍປານໃດ. ແຕ່ໃນສັງຄົມບ້ານເຮົາ ບ່ອນທີ່ແມ່ຍິງສ່ວນຫລາຍເປັນແມ່ເຮືອນ ລ້ຽງລູກເຮັດວຽກເຮືອນ ຫາເງິນຈາກອາຊີບບາງຢ່າງ ແລະ ໃຫ້ຜົວເປັນໂຕຫລັກໃນການຫາເງິນເຂົ້າຄອບຄົວ. ສິ່ງທີ່ຂ້ອຍເຫັນຕອນຍັງນ້ອຍແມ່ນ ແມ່ເຮັດວຽກຫນັກ ທັງວຽກເຮືອນ ຫາເງິນຊ່ວຍຜົວ ແລະ ຂາດສິດໃນການຕັດສິນໃຈ ເພາະຕ້ອງແລ້ວແຕ່ຜົວ, ຄວາມມ່ວນຊື່ນລື່ນເລີງເພື່ອນຝູງຫມູ່ຄູ່ຫວະ ບໍ່ຕ້ອງຖາມຫາ ເພາະຊີວິດຂອງລາວ 24 ຊົ່ວໂມງ ແມ່ນລູກກັບຜົວ. ແມ່ອາດຈະໄຄຂຶ້ນເມື່ອລູກໃຫຍ່ພໍຊ່ວຍວຽກເຮືອນໄດ້ ແຕ່ກະຍັງຕ້ອງຫາເງິນສົ່ງເສຍໃຫ້ລູກຮຽນຈົນຈົບ, ແມ່ຂ້ອຍຕ້ອງໄປເຮັດວຽກຢູ່ບ້ານເກີດ ເພື່ອສົ່ງໃຫ້ຂ້ອຍຮຽນຈົບປີສຸດທ້າຍຢູ່ ມຊ. ບາດຈົບແລ້ວຄິດວ່າຊິສະບາຍ ແມ່ບາງຄົນກໍ່ຕ້ອງດິ້ນລົນຕໍ່ເພື່ອໃຫ້ລູກມີວຽກເຮັດງານທຳທີ່ດີ ມີຄອບຄົວທີ່ດີ ແລະ ມີຄວາມສຸກ. ຖ້າລາວໂຊກດີ ມີວຽກເຮັດ ມີບໍານານກິນ ແລະ ຜົວກະຍັງຢູ່ນຳກັນຈົນແກ່ເຖົ້າ ກະດີໄປ, ແຕ່ໂຊກບໍ່ດີຄືແມ່ຂ້ອຍ ທີ່ຜົວຕາຍປະ (ຫລື ບາງກໍລະນີຢ່າຮ້າງ) ກໍ່ຕ້ອງໄດ້ໃຊ້ຊີວິດລໍາພັງ ຖ້າຫາກລູກສ້າງຄອບຄົວ ແລະ ຍ້າຍອອກໄປບ່ອນອື່ນ. ຖາມວ່າແມ່ທີ່ມີແບບແຜນຊີວິດແນວນີ້ ເອົາເງິນມາແຕ່ໃສໃຊ້ຈ່າຍໃນເມື່ອຕົນເອງແກ່ຊະລາ ແລະ ບໍ່ມີແຮງເຮັດວຽກຄືແຕ່ເກົ່າ, ແນ່ນອນລະ ແມ່ນຕ້ອງມາຈາກລູກຫລານ (ຖ້າບໍ່ມີມູນມັງສະຂະຫຍາ). ການມີເງິນຂອງແມ່ນັ້ນ ກະບໍ່ຈະແຈ້ງດອກ, ຖ້າເພີ່ນຢູ່ນຳເຮົາ ເຮົາເປັນຄົນອອກຄ່າໃຊ້ຈ່າຍໃນເຮືອນທຸກຢ່າງ ເພິ່ນອາດບໍ່ຕ້ອງກັງວົນຫຍັງ. ກະແມ່ນຢູ່ວ່າ ຜູ້ເຖົ້າຢູ່ຊົນນະບົດບ່ອນທີ່ບໍ່ຕ້ອງໄປໃສມາໃສ ຫລື ເຂົ້າສັງຄົມ, ເງິນເກືອບວ່າບໍ່ຈຳເປັນຕ້ອງໃຊ້. ແຕ່ຖ້າຢູ່ໃນເມືອງໃຜໆຈະໄປໃສກະຕ້ອງມີເງິນ, ເຮົາເອົາເງິນໃຫ້ແມ່ເລື້ອຍປານໃດ ເພື່ອໃຊ້ຈ່າຍສ່ວນຕົວ? ປົກກະຕິບໍ່? ເຮົາເອງກະຍັງບໍ່ແນ່ໃຈ. ຢ່າງໃດກໍ່ຕາມ, ແມ່ຂອງເຮົາອາດບໍ່ແມ່ນຄົນທີ່ໂຊກຮ້າຍທີ່ສຸດກະເປັນໄດ້. ເວລາໄປຕະຫລາດກັບແມ່ ຂ້ອຍມັກຊື້ເຄື່ອງນຳຜູ້ເຖົ້າ (ຜັກຊຸບເກັບມາແຕ່ນາ, ປິ້ງກ້ວຍ, ຕົ້ມສາລີ....) ແມ່ບອກວ່າ ຊື້ເຮັດຫຍັງ ຢູ່ເຮືອນເຮົາກະຍັງຢູ່, ຂ້ອຍບອກແມ່ວ່າ ເຮົາຢາກຊ່ວຍລາວ ເພື່ອໄວ້ຖ້າໂຊກຮ້າຍ ເຮົາຕາຍປະແມ່ ແລະ ແມ່ຕ້ອງມາຂາຍແບບນີ້ ເຮົາກະຢາກໃຫ້ມີຄົນມາຊື້ຊ່ອຍເຈົ້າ, ... ຫມາຍຄວາມແນວນັ້ນແທ້ໆ!
ຫລັງຈາກສັງເກດຫລາຍຄັ້ງ ຈຶ່ງເຂົ້າໃຈວ່າ ການຂາດອິດສະຫລະພາບທາງການເງິນ ເຮັດໃຫ້ແມ່ຍິງຈໍາກັດໂຕເອງຢູ່ໃນກອບໃດຫນຶ່ງ ແລະ ບໍ່ຮູ້ວ່າການສ້າງຄວາມສຸກໃຫ້ໂຕເອງ ດ້ວຍໂຕເອງແມ່ນແນວໃດ. ຈື່ໄດ້ຊ່ວງຕົ້ນໆ ທີ່ຂ້ອຍເລີ່ມແຍກເງິນຄ່າໃຊ້ຈ່າຍໃນເຮືອນກັບເງິນໃຫ້ແມ່ ແລະ ບອກວ່ານີ້ເປັນເງິນຂອງແມ່ ແລະ ແມ່ຈະເອົາໄປໃຊ້ຫຍັງກະໄດ້, ເພິ່ນຍັງບໍ່ຮູ້ຈະເຮັດແນວໃດກັບມັນ. ຫລັງໆມາເລີ່ມເກັ່ງຂຶ້ນ ເພິ່ນໄປຕະຫລາດເອງ ແລະ ຊື້ (ຊ້ອບປິ້ງ) ຂອງທີ່ຕົນເອງມັກ, ຖາມວ່າເປັນຫຍັງຈັ່ງຊື້ອັນນີ້ ລາວຕອບວ່າ ຂ້ອຍມັກເດ້, ຮະຮະຮະ ອັນນີ້ແຫລະ ທີ່ຢາກໄດ້ຍິນ. ເວລາເຮັດອາຫານ ເພິ່ນກະແບ່ງໄວ້ສອງພູດ ບອກວ່າ ອັນນີ້ໄປວັດເດີ້ ຫ້າມກິນ. ເວລາຕື່ນບໍ່ທັນໄປວັດມື້ວັນສິນ ກໍ່ມີອາການຫງຸດຫງິດໃສ່ລູກ ຮະຮະ ຄືກັບເດັກນ້ອຍໄປບໍ່ທັນງານປາຕີ້ຈັງໃດຈັ່ງຊັ້ນແຫລະ! ມີຫລາຍຢ່າງທີ່ປ່ຽນໄປ ແລະ ເຮົາກະຂ້ອນຂ້າງພໍໃຈກັບສິ່ງທີ່ເກີດຂຶ້ນ.

ແຕ່ລະມື້ແມ່ເຮັດຫຍັງ ແລະ ມີຄວາມສຸກບໍ່
ເປັນຜູ້ເຖົ້າເຝົ້າເຮືອນ, ໃຫ້ຕາຍແມະ! ທີ່ຈິງແລ້ວຂະເຈົ້າບໍ່ເຄີຍຢູ່ລ້າໆເລີຍ. ຜູ້ເຖົ້ານອນຫນ້ອຍ ຈຶ່ງຕື່ນແຕ່ເຊົ້າ ຫນຶ້ງເຂົ້າ ໄປວັດ ໃສ່ບາດ ຫ້າງເຂົ້າເຊົ້້າ ບາງເທື່ອກະກິນພ້ອມລູກກ່ອນຂະເຈົ້າຊິໄປການ. ຄິດເອົາ ຖ້າຂະເຈົ້າຢູ່ຄົນດຽວ ມັນຊິເຫງົາຂະຫນາດໃດ ຕື່ນມາແລ້ວບໍ່ເຫັນໃຜ? ເມື່ອລູກອອກບ້ານແລ້ວ ນາງກໍ່ເລີ່ມເຮັດວຽກເຮືອນ ເຮັດສວນທີ່ນາງມັກ ແລະ ຍ່າງໄປລົມຄົນຂ້າງບ້ານ. ສວຍໆແດ່ກະໂທຖາມວ່າຊິເຮັດຫຍັງກິນເປັນເຂົ້າແລງ. ຂໍ້ດີຂອງການມີໂທລະສັບກັບຄື ນາງໄດ້ໂທໄປຫາໃຜກະໄດ້ທີ່ຢາກລົມ (ແມ່ເຮົາຍັງບໍ່ຍອມໃຊ້ອິນເຕີເນັດຫລິ້ນເຟສບຸກ ແລະ ເພີ່ນກະຫລິ້ນໄພ່ບໍ່ເປັນ). ເຮົາບອກໄດ້ຢ່າງຫນຶ່ງ ວ່າ ຖ້າປ່ອຍໃຫ້ແມ່ຢູ່ຄົນດຽວ ເວລາກັບຮອດເຮືອນ ເຈົ້າຕ້ອງໄດ້ຖາມເບິ່ງນາງວ່າ ຕອນສວຍນີ້ ກິນເຂົ້າກັບຫຍັງ ເພາະຫລາຍຄັ້ງທີ່ ນາງບໍ່ກິນເຂົ້າສວຍເລີຍ (ດ້ວຍເຫດຜົນຫລາຍໆຢ່າງ).
ກັບຄຳສຸພາສິດທີ່ວ່າ ນັ່ງຢູ່ນອນກິນ ຂ້ອຍບໍ່ເຄີຍເຊື່ອວ່ານັ້ນແມ່ນຄວາມສຸກ, ຈຶ່ງບໍ່ເຄີຍຫ້າມບໍ່ໃຫ້ແມ່ເຮັດວຽກເຮືອນ ແຕ່ກະບອກວ່າ ຖ້າເມື່ອຍກະເຊົາ ດຽວລູກກັບມາລະຊິມາເຮັດເອງ. ມັນແມ່ນຄວາມຈິງ ເພາະຖ້າບໍ່ໃຫ້ເພີ່ນອອກກຳລັງກາຍເລີຍ ມັນບໍ່ດີຕໍ່ສຸຂະພາບ. ເວົ້່າແນວນີ້ ບໍ່ໍແມ່ນໃຫ້ແມ່ມາເຮັດວຽກເປັນຄົນໃຊ້ ແຕ່ການເຮັດວຽກເຮືອນຂອງເພິ່ນ ຫລື ເອົາລູກເອົາຫລານ ຄວນຢູ່ໃນປະລິມານທີ່ເຫມາະສົມ ແລະ ສະຫມັກໃຈ ທີ່ບໍ່ເປັນການທຳຮ້າຍສຸຂະພາບຂອງເພິ່ນ.
ຖາມວ່າເພິ່ນມີຄວາມສຸກບໍ່? ກະຕອບບໍ່ໄດ້ 100% ເຮົາຕ້ອງໄດ້ສັງເກດເອງ ແລະ ຜູ້ເຖົ້າ ສັງເກດບໍ່ຍາກ ເພາະຂະເຈົ້າຈະກັບໄປມີນິດໃສຄືເດັກນ້ອຍໃນບາງຄັ້ງ. ເຊິ່ງທຸກມື້ນີ້ ສິ່ງທີ່ເຮັດແມ່ນ ສັງເກດວ່າເຮັດຫຍັງແລ້ວມີຄວາມສຸກ ກະເຮັດແນວນັ້ນໃຫ້ເພິ່ນ. ແລະ ເຈົ້າຈະບໍ່ຮູ້ເລີຍວ່າຕ້ອງເຮັດຫຍັງ ຖ້າເຈົ້າບໍ່ໄດ້ຢູ່ໃກ້ແມ່, ບໍ່ໄດ້ລົມແມ່, ບໍ່ໄດ້ສັງເກດແມ່... ການຖາມເພິ່ນຕົງໆ ມັກຈະບໍ່ໄດ້ຄຳຕອບທີ່ແທ້ຈິງດ໊ອກ.

ໃນເວລາ 24 ຊົ່ວໂມງ 365 ວັນ ເຈົ້າໃຫ້ແມ່ເທົ່າໃດ
ນອກຈາກເງິນ, ການດູແລເອົາໃຈໃສ່ ແລະ ຄວາມເຂົ້າອົກເຂົ້າໃຈແລ້ວ, ສິ່ງຫນຶ່ງທີ່ເຮົາມອບໃຫ້ແມ່ໄດ້ ກະຄື ເວລາ. ເວລາ ອັນທີ່ພວກເຮົາຮ້ອງມັນວ່າ ເປັນເງິນ-ເປັນຄຳ, ເວລາທີ່ພວກເຮົາໃຊ້ໄປກັບສັງຄົມ ງານລ້ຽງງານສັງສັນ ຫນ້າທີ່ວຽກງານ ແລະ ຄອບຄົວຕົນເອງ ຫລື ຄົນຮັກ ຫລືຖ້າເມສເຊສຂອງໃຜບາງຄົນ, ເວລາທີ່ພວກເຮົາບອກວ່າ ໃຊ້ມັນຫາເງິນ ກະເພື່ອ ມາເບິ່ງແຍງຄອບຄົວຫັ້ນແຫລະ. ທີ່ຈິງມັນບໍ່ມີສູດສຳເລັດດອກວ່າຈະແບ່ງເວລາໃຫ້ເພິ່ນຍາມ ແບ່ງມາຈັກຊົ່ວໂມງ ໃຫ້ມາເຮັດຫຍັງ ແລະ ເພື່ອຫຍັງ. ແຕ່ຄວາມຈິງກະຄື ເພີ່ນຕ້ອງການມັນ ແລະ ເຮົາເອງກະຕ້ອງໄດ້ຕັດສິນໃຈໃນລາຍລະອຽດເຫລົ່ານີ້. ທີ່ຈິງແລ້ວ ການມີເວລາໃຫ້ ແລະ ຢູ່ກັບແມ່ຂອງເຮົານັ້ນ, ບໍ່ແມ່ນເພື່ອໃຜ ມັນແມ່ນເພື່ອຕົວເຮົາເອງ. ຄວາມຈິງອັນຫນຶ່ງທີ່ພວກເຮົາຕ້ອງຍອມຮັບໃຫ້ໄດ້ກະຄື ມື້ຫນຶ່ງ ແມ່ຈະຈາກເຮົາ ແລະ ໂລກນີ້ໄປ, ແລະ ຫລາຍຄົນກໍ່ເສຍໃຈທີ່ບໍ່ໄດ້ເຮັດຫຍັງໃຫ້ແມ່ຕອນທີ່ເພີ່ນຍັງມີຊີວິດຢູ່ ບໍ່ໄດ້ໃຊ້ເວລາຮ່ວມກັນ ແລະ ຄວາມເສຍໃຈນັ້ນກໍ່ຈະຕິດໂຕເຮົາໄປຕະຫລອດ (ຄືກັບຂ້ອຍທີ່ເສຍພໍ່ໄປໂດຍບໍ່ໄດ້ເບິ່ງແຍງ). ແມ່ເຄີຍຈົ່ມສະເຫມີວ່າ ຖ້າແມ່ຕາຍຢ່າໄປຮ້ອງໃຫ້ຫາແມ່ຢູ່ປ່າເຮ່ວເດີ້ (ສຽງໄທເມືອງຫລວງ), ເພາະມື້ນັ້ນ ເພິ່ນຈະບໍ່ກັບມາຫາເຮົາອີກແລ້ວ. ຂ້ອຍໃຊ້ເວລາທີ່ເຫລືອຢູ່ ເພື່ອຊອກຮູ້ກ່ຽວກັບແມ່ຂອງຕົນເອງ ສີທີ່ມັກ ອາຫານທີ່ຢາກກິນ ຂອງຫວານທີ່ຊື້ ໂມດເສື້ອທີ່ໃສ່ ລາຍການໂທລະທັດທີ່ຕິດຕາມ, ຫມູ່ທີ່ເພິ່ນມີ, ອື່ນໆກ່ຽວກັບແມ່ ແລະ ເຕີມເຕັມໃນສິ່ງທີ່ເພິ່ນຂາດ (ຖ້າເຮັດໄດ້).

ໂທດເດີ້ ບລ໊ອກເດືອນນີ້ບໍ່ແມ່ນວິຊາການແຕ່ແມ່ນເລື່ອງຂອງແມ່ <3

Popular posts