ຕອນຍັງນ້ອຍ ຈື່ໄດ້ວ່າ
ປີຫນຶ່ງໄດ້ເຄື່ອງນຸ່ງໃຫມ່ສະເພາະຕອນບຸນປີໃຫມ່ລາວ,
ເຄື່ອງງາມແດ່ແມ່ນພີ່ນ້ອງຜູ້ມີຖານະດີ (ເຄື່ອງເພິ່ນບໍ່ນຸ່ງແລ້ວ) ເພິ່ນເອົາໃຫ້,
ມີເທື່ອຫນຶ່ງບໍ່ຍອມໄປບຸນປີໃຫມ່ໂຮງຮຽນ ຍ້ອນພໍ່ແມ່ ບໍ່ຊື້ສົ້ງຍີນໂຕໃຫມ່ໃຫ້. ດຽວນີ້,
ເຄື່ອງເຕັມຕູ້ ສິ້ນຢ່າງດຽວມີປະມານ 30 ກວ່າຜືນ ເສື້ອໂສ້ງ ນຸ່ງເປັນປີກະຍັງບໍ່ໄຂວ່,
ບາງໂຕນຸ່ງບໍ່ຮອດສາມເທື່ອຊໍ້າ. ຊື້ມາເຮັດຫຍັງຫລາຍແທ້? ມີແລ້ວມີຄວາມສຸກຫລາຍຂຶ້ນຫວະ?
ເບິ່ງຄືຮັ່ງຂຶ້ນຫວະ? ຖ້າເອົາເງິນທີ່ຊື້ຂອງພວກນີ້ໄປທ້ອນ ຄືຊິໄດ້ຫລາຍແລ້ວ.
ບໍລິໂພກນິຍົມແມ່ນຫຍັງ?
ເປັນລັດທິຫນຶ່ງ (ຮະຮະ)
ທີ່ນິຍົມບໍລິໂພກເກີນຄວາມຕ້ອງການທີ່ຈຳເປັນໃນຊີວິດ ແລະ ເກີນຖານະລາຍໄດ້ ຫລື
ຄວາມສາມາດໃນການຜະລິດ ຫລື ຫາມາໄດ້ຂອງຕົນເອງ. ລັກສະນະຕົ້ນຕໍຂອງການລັດທິນີ້ ແມ່ນ
ມີທັດສະນະມັກຊົມໃຊ້ຫລາຍກວ່າຜະລິດ (ຖືວ່າ ການໄດ້ຊົມໃຊ້ແມ່ນຄວາມສຸກ),
ມີພຶດຕິກຳອວດຮັ່ງອວດມີ (ຖືວ່າ ຜູ້ທີ່ໄດ້ຄອບຄອງວັດຖຸແມ່ນຄົນຮັ່ງມີ) ແລະ
ລະບົບເຮັດໃຫ້ທຸກຢ່າງກາຍເປັນສິນຄ້າ (ບໍ່ເວັ້ນແມ່ນແຕ່ວັດທະນະທຳ ການເຮັດບຸນ
ກໍ່ມີລັກສະນະສຳເລັດຮູບທີ່ຈ່າຍເງິນຊື້). ເປັນລັດທິບູຊາຄວາມສຳເລັດຮູບ:
ໄດ້ມາຢ່າງງ່າຍໆ, ໄວໆ, ບໍ່ຕ້ອງເຮັດຫຍັງເອງ ແລະ ໃຊ້ເງິນຊື້.
ແນວຄິດບໍລິໂພກນິຍົມ
ແມ່ນເກີດຂຶ້ນບົນພື້ນຖານຄວາມເຊື່ອທີ່ວ່າ ເພື່ອໃຫ້ເຮົາມີຄວາມສຸກຫລາຍຂຶ້ນ,
ມີຊີວິດດີຂຶ້ນ
ແລະ ເປັນຄົນທີ່ມີຄວາມສຳເລັດກວ່າເກົ່າ ພວກເຮົາຈະຕ້ອງມີວັດຖຸ-ເຄື່ອງຂອງຫລາຍຂຶ້ນ.
ຮ້ອງວ່າ
ການບໍລິໂພກດ້ວຍຕັນຫາ.
ໃນສັງຄົມບໍລິໂພກນິຍົມຈະມີຄວາມຫລາກຫລາຍຂອງສິນຄ້າ
ແລະ ການບໍລິການມາໃຫ້ຄົນເລືອກຊື້. ຄົນຈະຕື່ນເຕັ້ນ ສະຫນຸກສະຫນານ ເມື່ອມີຂອງໃຫມ່ອອກມາລໍ້
ໃຫ້ຄວາມຮູ້ສຶກເປັນສຸກຢູ່ເລື້ອຍໆ, ເປັນການໃຫ້ຄວາມສຸກທາງວັດຖຸ (ບໍ່ແມ່ນ
ຄວາມສຸກພາຍໃນ) ແລະ ຂະນະດຽວກັນ ກໍ່ໃຫ້ອໍານາດ ແລະ ສະຖານະແກ່ຄົນທີ່ຊົມໃຊ້ມັນ (ເຊັ່ນ
ລົດ, ເຮືອນຫລັງໃຫຍ່, ມືຖື ແລະ ອື່ນໆ)
ເຄື່ອງມືໃນການສ້າງແນວຄິດບໍລິໂພກນິຍົມ
ສື່ກາງທີ່ເພາະບົ່ມ ແຊກຊຶມ
ປ້ອນຂໍ້ມູນທາງຈິດໃຈໃຫ້ພວກເຮົາກາຍເປັນພວກບໍລິໂພກນິຍົມ ແມ່ນສິ່ງຕ່າງໆທີ່ເຮົາຈະຕ້ອງໄດ້ພົບພໍ້ໃນຊີວິດປະຈຳວັນ
ຕັ້່ງແຕ່ນອນຕື່ນ, ລະຫວ່າງທາງໄປການ, ຮອດບ່ອນເຮັດວຽກ, ທາງກັບບ້ານ, ນັ່ງເບິ່ງໂທລະທັດ
ຈົນຮອດຕອນເຂົ້ານອນ.
-
ການໂຄສະນາທາງກົງ:
ຜ່ານສື່ຕ່າງໆ
(ຫນັງສືພິມ, ວາລະສານ, ວິທະຍຸ, ໂທລະທັດ, ອິນເຕີເນັດ, ປ້າຍໂຄສະນາ ແລະ ອື່ນໆ)
ໂດຍອາດຈະເອົາຄົນດັງ, ດາລາ ຫລື ນັກຮ້ອງ ມາເປັນຕົວແທນ, ເພື່ອໃຫ້ທຸກຄົນຢາກມີ ຢາກໃຊ້
ຄືກັນກັບຄົນດັງເຫລົ່ານັ້ນ. ນອກຈາກນັ້ນ, ຄົນໃກ້ຕົວ (ຫມູ່, ເພື່ອນຮ່ວມງານ, ຄອບຄົວ)
ກໍ່ແມ່ນສື່ກາງການຂາຍທີ່ແນບນຽນ ທີ່ມາບອກເຮົາວ່າສິນຄ້ານັ້ນນີ້ດີ ແລະ
ເຮົາຄວນຈະຊື້ມາບໍລິໂພກ--ສັງເກດງ່າຍໆໃນເຟສບຸກຂອງພວກເຮົາ.
-
ການໂຄສະນາແຝງ:
ເຊັ່ນໃນລະຄອນ
ຫລື ຮູບເງົາ. ວ່າກັນວ່າໃນຮູບເງົາເລື່ອງ ເຈມສບອນ ຕອນ ທູມໍໂລເນເວີດາຍ ທີ່ສາຍໃນປີ 1997,
ມີການວາງສິນຄ້າໂຄສະນາໄວ້ຫລາຍຢ່າງຕະຫລອດເລື່ອງ ຄື ບັດເຄຣດິດ Visa, ບໍລິສັດລົດເຊົ່າ Avis, ລົດຈັກ-ລົດໃຫຍ່ BMW, ເຫລົ້າໂວດກ້າ Smirnoff, ເບຍ Heineken, ໂມງ Omega,
ໂທລະສັບມືຖື
Ericson, ເຄື່ອງສຳອາງ L’Oréal. ກະໄປລອງຊອກເບິ່ງຄືນ
ວ່າເຫັນຜະລິດຕະພັນພວກນີ້ແທ້ບໍ່.
ບໍລິໂພກນິຍົມສົ່ງຜົນກະທົບຫຍັງຕໍ່ພວກເຮົາ?
ນອກຈາກການເພີ່ມຂຶ້ນຢ່າງໄວວາຂອງປະຊາກອນໂລກ
ທີ່ເຮັດໃຫ້ຄວາມຕ້ອງການບໍລິໂພກເພີ່ມຂຶ້ນແລ້ວ, ວັດທະນະທຳບໍລິໂພກນິຍົມ (ການບໍລິໂພກເກີນຄວາມຈໍາເປັນ)
ກໍ່ເປັນອີກສາຍເຫດຫນຶ່ງທີ່ເຮັດໃຫ້ຊັບພະຍາກອນທີ່ມີຢູ່ຢ່າງຈຳກັດຂອງໂລກເຮົາ
ຫມົດໄປຢ່າງໄວວາ ແລະ ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ
ຊີວິດການເປັນຢູ່ຂອງພວກເຮົາໃນປະຈຸບັນ. ແຕ່ໃນຫົວຂໍ້ນີ້
ພວກເຮົາຈະບໍ່ລົມກັນໃນເລື່ອງນີ້, ມີແຕ່ສຸມໃສ່ອັນທີ່ກ່ຽວກັບການດຳລົງຊີວິດຂອງໄທເຮົາເຈົ້າຂ້ອຍ
ທີ່ໃກ້ຕົວ ເຫັນໄດ້ແຈ້ງ ແລະ ສາມາດນໍາໄປປັບໃຊ້ໄດ້ຫລາຍກວ່າ J
ຜົນກະທົບຕໍ່ບຸກຄົນ ແລະ ຄອບຄົວ
ໃນໂລກນີ້ ມະນຸດທຸກຄົນທັງມີລາຍໄດ້ ຫລື ບໍ່ມີລາຍໄດ້
ກໍ່ຕ້ອງການບໍລິໂພກຄວາມຈຳເປັນພື້ນຖານ (ອາຫານ, ເຄື່ອງນຸ່ງ, ຢາປົວພະຍາດ, ທີ່ພັກອາໄສ),
ດັ່ງນັ້ນ ຄົນທີ່ມີລາຍໄດ້ຈຶ່ງຕ້ອງຫາມາລ້ຽງຜູ້ບໍ່ມີລາຍໄດ້. ໃນທາງເສດຖະສາດຕາມທິດສະດີການຊົມໃຊ້ຂອງເຄນສ
(ຂໍໂທດເດີ້ ຜູ້ຂຽນເປັນນັກເສດຖະສາດ), ການໃຊ້ຈ່າຍເພື່ອການບໍລິໂພກ ຈະເພີ່ມຂຶ້ນ ຫລື
ຫລຸດລົງນັ້ນ ຂຶ້ນຢູ່ກັບລາຍໄດ້--ຫມາຍຄວາມວ່າ ຄົນທີ່ມີລາຍໄດ້ສູງ ຍິ່ງມີອຳນາດຊື້ ແລະ
ທ່າອ່ຽງໃນການໃຊ້ຈ່າຍເພື່ອການບໍລິໂພກສູງ. ໃນຂະນະດຽວກັນ
ການບໍລິໂພກກໍ່ມີການພົວພັນລວງປີ້ນກັບການອອມ--ຫມາຍວ່າ ຍິ່ງບໍລິໂພກຫລາຍ
ກໍ່ຍິ່ງອອມຫນ້ອຍລົງ. ສະຫລຸບກໍ່ຄື ບໍລິໂພກນິຍົມ
ເຮັດໃຫ້ຄວາມສາມາດໃນການອອມຂອງພວກເຮົາຫລຸດລົງ ແລະ ນຳໄປສູ່ການເປັນຫນີ້.
ບໍລິໂພກນິຍົມ
(ຜ່ານການໂຄສະນາຊວນເຊື່ອ) ຍັງຕີຂອບໃຫ້ຄົນເຮົາ ເຂົ້າໃຈບາງຢ່າງຜິດ--ມຸ່ງແຕ່ບໍລິໂພກຈົນບໍ່ຄິດເຫັນອັນອື່ນທີ່ຈໍາເປັນກວ່າ.
ຍົກຕົວຢ່າງ: ການສະແດງຄວາມຮັກຂອງພໍ່-ແມ່ຕໍ່ລຸກ. ໂດຍທົ່ວໄປແລ້ວ, ລູກນ້ອຍຕ້ອງການດື່ມນົມແມ່
ແລະ ການໂອບກອດ. ແຕ່ໃນປະຈຸບັນ, ຄວາມຮັກນັ້ນ ຖືກແທນດ້ວຍ ການຊື້ນົມຜົງມາຊົງໃຫ້ດື່ມ,
ປ່ອຍຄົນອື່ນໃຫ້ລ້ຽງລູກໂຕເອງ ແລະ ຊື້ສິ່ງຂອງ ຫລື ຂອງຫລິ້ນໃຫ້ແທນ (ກະຮູ້ວ່າ ຊິມີຄົນຍົກບັນຫາ
ບໍ່ມີເວລາ ຫລື ນໍ້ານົມບໍ່ມີຂຶ້ນມາ, ແຕ່ກະເອົາໄວ້ເປັນກໍລະນີຍົກເວັ້ນຊະເນາະ,
ສ່ວນໃຫຍ່ແມ່ນແນວນັ້ນອີ່ຫລີ).
ສິ່ງທີ່ເຮົາຊື້ມາໃຊ້ຍ້ອນອິດທິພົນຂອງແນວຄິດບໍລິໂພກນິຍົມ,
ມັນບໍ່ແມ່ນສິ່ງທີ່ເຮົາຈໍາເປັນຕ້ອງມີ ເພື່ອເອົາມາປັບປຸງຄຸນນະພາບຊີວິດຂອງເຮົາໃຫ້ດີຂຶ້ນ
ຫລື ຢູ່ດີກິນດີຂຶ້ນ, ພຽງແຕ່ສະຫນອງຕັນຫາຂອງເຮົາຊື່ໆ.
ແນວຄິດບໍລິໂພກນິຍົມ
ຍັງຈຳກັດທາງເລືອກໃນການດຳລົງຊີວິດຂອງເຮົານຳອີກ, ໂດຍການບອກເຮົາວ່າ ຖ້າຢາກມີຄວາມສຸກ
ຢາກປະສົບຜົນສຳເລັດ ຕ້ອງເຮັດແນວນັ້ນ ໃຊ້ອັນນີ້ (ເຊັ່ນ: ຢູ່ເມືອງລາວ ດື່ມເບຍລາວ).
ເຊິ່ງມັນບໍ່ໄດ້ປະປ່ອຍໃຫ້ເຮົາເປັນຄົນເລືອກເອງ ທັ້ງທີ່ຈິງ
ເຮົາມີທາງເລືອກຫລາຍກວ່ານັ້ນ.
ແນວຄິດນີ້
ຍັງສົ່ງຜົນກະທົບຕໍ່ທັດສະນະໃນການເບິ່ງໂລກ ແລະ ການກະທໍາຂອງພວກເຮົາ,
ໂດຍສະເພາະແມ່ນການເລັ່ງເປົ້າຫມາຍໄປຫາວັດຖຸ ຫລາຍກວ່າ ໄປຫາຄົນ (ມະນຸດ),
ກະຕຸ້ນໃຫ້ເຮົາມີຄວາມຕ້ອງການຢາກຊື້, ກະຕຸ້ນໃຫ້ຄົນພາກັນຜະລິດ ແລະ ຂຸດຄົ້ນ
ເອົາຊັບພະຍາກອນຫາຍາກອອກມາໃຊ້ຫລາຍຂຶ້ນ.
ທ່າອ່ຽງການບໍລິໂພກນິຍົມໃນ ສປປ ລາວ
ຍ້ອນອັດຕາການເຕີບໂຕທາງເສດຖະກິດທີ່ສູງ, ລາຍໄດ້ຕໍ່ຫົວຄົນທີ່ເພີ່ມຂຶ້ນ,
ກຸ່ມຄົນຊົນຊັ້ນກາງມີຈຳນວນເພີ່ມຂຶ້ນ ແລະ ຈຳນວນປະຊາກອນໃນໄວອອກແຮງງານກໍ່ມີຫລາຍ
ເຮັດໃຫ້ຄວາມສາມາດຊື້ຂອງຄົນລາວມີຫລາຍຂຶ້ນ ເຊິ່ງເປັນທີ່ຫນ້າສົນໃຈຂອງນັກລົງທຶນ ແລະ
ຜູ້ຜະລິດຕ່າງປະເທດ ຢາກມາເຈາະຕະຫລາດລາວ. ນອກຈາກນັ້ນ,
ການເປີດເສລີທາງການຄ້າໃນຂົງເຂດອາຊຽນ ເຊິ່ງເຮັດໃຫ້ຂົງເຂດນີ້ກາຍເປັນຕະຫລາດດຽວ
ຖານການຜະລິດດຽວ, ເຮັດໃຫ້ລາວ ກາຍເປັນຕະຫລາດຂາຍສິນຄ້າທີ່ຮອງຮັບຜະລິດຕະພັນຈາກບັນດາປະເທດອາຊຽນອື່ນ
ຍ້ອນການຜະລິດພາຍໃນຂອງເຮົາມີຫນ້ອຍ. ແນ່ນອນ ບໍລິສັດຕ່າງປະເທດ ແລະ ພາຍໃນ ຕ່າງກໍ່ພາກັນສໍາຫລວດຕະຫລາດ
ສຶກສາຄວາມຕ້ອງການບໍລິໂພກສິນຄ້າ ແລະ ການບໍລິການຂອງຄົນລາວ ນິດໄສໃຈຄໍ ແລະ
ວັດທະນະທຳຮີດຄອງ ເພື່ອເອົາໄປວາງແຜນການຕະຫລາດ, ສ້າງໂຄສະນາ, ແລະ
ເຮັດທຸກຢ່າງເພື່ອໃຫ້ຄົນລາວຊຶ້ເຄື່ອງຈາກຂະເຈົ້າຫລາຍໆ. ຟັງແລ້ວເປັນຕາຢ້ານບໍ່?
ຈະຫລີກລ່ຽງອິດທິພົນຂອງການບໍລິໂພກນິຍົມໄດ້ແນວໃດ?
ໃນລະດັບສັງຄົມໂດຍລວມ
ເຮົາຕ້ອງໄດ້ສົ່ງເສີມໃຫ້ຄົນມີທາງເລືອກທີ່ແທ້ຈິງໃນການບໍລິໂພກ,
ສະຫນອງທັກສະທີ່ຈຳເປັນໃຫ້ເຂົາສາມາດເລືອກທາງທີ່ຕົນຕ້ອງການ ແລະ
ກະຕຸ້ນໃຫ້ພວກເຂົາໃຊ້ຊີວິດໃນແບບທີ່ເຂົາຕ້ອງການ. ຊີວິດທີ່ມີທັງສິ່ງທີ່ເປັນວັດຖຸ (ອາຫານ,
ນໍ້າດື່ມ, ບ່ອນພັກອາໄສ ແລະ ເງິນ) ແລະ ບໍ່ແມ່ນວັດຖຸ (ທັກສະຊີວິດໃນການຕັດສິນໃຈເລືອກດ້ວຍຕົນເອງ
ແລະ ໃນການໃຊ້ຊີວິດຢ່າງມີຄວາມສຸກ). ເພື່ອເຮັດໄດ້ແນວນັ້ນ ເຮົາຕ້ອງການ
ຊຸມຊົນທີ່ເຂັ້ມແຂງ, ການສຶກສາເພື່ອສົ່ງເສີມແນວຄວາມຄິດກ່ຽວກັບການຢູ່ດີກິນດີ,
ສະຫນອງກາລະໂອກາດຕ່າງໆ ໂດຍປາດສະຈາກແຮງ ຫລື ສິ່ງຊວນເຊື່ອທາງການຄ້າ.
ໃນລະດັບບຸກຄົນ
ມັນເປັນການຍາກສຳລັບທຸກຄົນທີ່ຈະປັບປ່ຽນພຶດຕິກຳການບໍລິໂພກຂອງຕົນເອງໃນມື້ຫນຶ່ງຍາມດຽວ,
ມັນຕ້ອງໄດ້ຄ່ອຍເປັນຄ່ອຍໄປ. ສອງຢ່າງທີ່ສາມາດເຮັດໄດ້ເພື່ອຕົວເອງໃນຕອນນີ້:
1.
ຝຶກແອບຕ້ານການບໍລິໂພກນິຍົມດ້ວຍສະຕິປັນຍາ
-
ຕ້ອງຮູ້ສຶກຕົວຢູ່ສະເຫມີເວລາທີ່ການຊວນເຊື່ອເພື່ອບໍລິໂພກນິຍົມເຂົ້າມາມີອິດທິພົນໃນຊີວິດເຮົາ
ຫລື ພະຍາຍາມຍົ່ວຍວນເຮົາ
-
ພະຍາຍາມປ້ອງກັນຕົວເອງຈາກການຍັດຍຽດໃຫ້ບໍລິໂພກ. ພາຍຫລັງໄດ້ຮັບຂໍ້ມູນຂ່າວສານແລ້ວ,
ຕ້ອງພິຈາລະນາວ່າແຫລ່ງມັນມາຈາກໃສ ແລະ ມີຈຸດປະສົງຫຍັງ, ຈາກນັ້ນ ຈຶ່ງຕັດສິນໃຈວ່າ ຈະເຊື່ອ
ແລະ ຊື້ຜະລິດຕະພັນ ແລະ ການບໍລິການນັ້ນໆ ຫລືບໍ່
2.
ບໍລິໂພກຫນ້ອຍລົງ ແລະ ໃຊ້ຊີວິດໄປກັບຢ່າງອື່ນຫລາຍຂຶ້ນ
-
ຫລຸດປະລິມານການບໍລິໂພກ (ກິນ, ດື່ມ, ຊົມໃຊ້)
-
ຫລຸດຜ່ອນຄວາມສຳຄັນຂອງວັດຖຸນອກກາຍທີ່ບໍ່ຈຳເປັນ
ຊອກຫາຄືນ ສິ່ງສຳຄັນ ແລະ ຕ້ອງການແທ້ໆໃນຊີວິດ ແລະ ສຸມໃສ່ໄຂວ່ຄວ້າມັນ
ບໍ່ໄປຕິດກັບການບໍລິໂພກຢ່າງດຽວຈົນເກີນໄປ ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ