Tuesday, September 12, 2017

ການຊ່ວຍເຫລືອທາງສັງຄົມ: ຖອດຖອນບົດຮຽນຈາກປະເທດໃກ້ຄຽງ (social assistance: learning from neighboring countries)


ການຊ່ວຍເຫລືອທາງສັງຄົມ ຫລື social assistance ຖືເປັນຮູບແບບຫນຶ່ງຂອງການສະຫນອງການປົກປ້ອງທາງສັງຄົມ (social protection) ແກ່ຄົນທຸກຍາກ ແລະ ຜູ້ບອບບາງທາງສັງຄົມ ເພື່ອເພີ່ມລາຍຮັບ ແລະ ປັບປຸງມາດຖານການດຳລົງຊີວິດຂອງພວກເຂົາໃຫ້ດີຂຶ້ນ. ການຊ່ວຍເຫລືອທາງສັງຄົມ ແຕກຕ່າງຈາກການປະກັນສັງຄົມ (social security), ມັນເປັນຮູບແບບທີ່ຜູ້ໄດ້ຮັບປະໂຫຍດບໍ່ຕ້ອງປະກອບສ່ວນຫຍັງ ແຕ່ແມ່ນລັດເປັນຜູ້ຈ່າຍ. 


ປະເພດຂອງການຊ່ວຍເຫລືອທາງສັງຄົມ

ການຊ່ວຍເຫລືອແບບນີ້ສາມາດເປັນໄດ້ທັງໃນຮູບເງິນ ຫລື ບໍ່ແມ່ນເງິນ. ການຊ່ວຍເຫລືອໃນຮູບເງິນ ແມ່ນການສະຫນັບສະຫນູນໂດຍກົງດ້ານລາຍໄດ້ແກ່ຜູ້ຮັບປະໂຫຍດ. ໃນຂະນະທີ່ ການຊ່ວຍເຫລືອໃນຮູບທີ່ບໍ່ແມ່ນເງິນ ຫມາຍເຖິງ ການສະຫນອງສິນຄ້າທີ່ເປັນວັດຖຸ (ເຊັ່ນ ອາຫານ) ຫລື ການເຂົ້າເຖິງການບໍລິການພື້ນຖານ (ເຊັ່ນ ສາທາລະນະສຸກ ແລະ ການສຶກສາ) GoL-ILOOctober 2015.

ການຊ່ວຍເຫລືອໃນຮູບເງິນ ແລະ ບໍ່ແມ່ນການເງິນ
ການຊ່ວຍເຫລືອໃນຮູບເງິນ ເລີ່ມກາຍມາເປັນທີ່ນິຍົມຫລາຍຂຶ້ນ ຍ້ອນສາຍເຫດຫລາຍຢ່າງ ເຊັ່ນ ມັນງ່າຍແກ່ການຄຸ້ມຄອງ ແລະ ບໍ່ສິ້ນເປືອງຕົ້ນທຶນບໍລິຫານ; ບໍ່ຕ້ອງການສາງເກັບມ້ຽນ ຫລື ລະບົບພະລາທິການທີ່ຊັບຊ້ອນ (ບໍ່ຄືການເກັບມ້ຽນອາຫານ); ໃນເວລາສຸກເສີນກໍ່ສາມາດຂະຫຍາຍຂອບເຂດການຊ່ວຍເຫລືອໄດ້ທັນທີ; ແລະ ຮູບການນີ້ກໍ່ເປັນທີ່ນິຍົມຂອງຜູ້ຮັບປະໂຫຍດ ຍ້ອນມັນສາມາດໂອນຜ່ານທະນາຄານ ແລະ ຫ້ອງການໄປສະນີໄດ້ ໂດຍທີ່ພວກເຂົາບໍ່ຈຳເປັນຕ້ອງມາຢືນລຽນແຖວຖ້າຮັບ ເຊິ່ງເປັນການຫລຸດຜ່ອນຄວາມອັບອາຍ ແລະ ເພີ່ມກຽດໃຫ້ແກ່ພວກເຂົາ. ການຊ່ວຍເຫລືອໃນຮູບເງິນ ຍັງສົ່ງຜົນກະທົບທາງບວກແກ່ຜູ້ທີ່ບໍ່ໄດ້ຮັບປະໂຫຍດ ໃນຮູບຂອງການກະຕຸ້ນເສດຖະກິດ ແລະ ຕະຫລາດແຮງງານໃນທ້ອງຖິ່ນ ຜ່ານການໃຊ້ຈ່າຍ ຫລື ການໃຊ້ແຮງງານຂອງຜູ້ຮັບປະໂຫຍດ. ເຮົາສາມາດສະຫນອງການຊ່ວຍເຫລືອໃນຮູບເງິນໄດ້ ທັງແບບມີເງື່ອນໄຂ (ເຊັ່ນ ຮຽກຮ້ອງໃຫ້ຜູ້ໄດ້ຮັບປະໂຫຍດໃຫ້ໄປໃຊ້ບໍລິການດ້ານສາທາລະນະສຸກ ຫລື ການສຶກສາ) ຫລື ບໍ່ມີເງື່ອນໄຂ.

ຖ້າວ່າການຊ່ວຍເຫລືອໃນຮູບເງິນຫາກມີຂໍ້ໄດ້ປຽບຫລາຍຢ່າງ, ເປັນຫຍັງການຊ່ວຍເຫລືອໃນຮູບທີ່ບໍ່ແມ່ນເງິນຍັງຄົງເປັນທີ່ນິຍົມຢູ່?. ເຖິງວ່າຈະມີຫລັກຖານຢັ້ງຢືນຢ່າງຫນັກແຫນ້ນໃນລະດັບສາກົນກໍ່ຕາມ, ຜູ້ຕັດສິນບັນຫາຫລາຍທ່ານໃນປະເທດທີ່ມີລາຍຮັບປານກາງ ແລະ ຕໍ່າ ກໍ່ຍັງມີຄວາມຮູ້ສຶກມີອັກຄະຕິຕໍ່ກັບການຊ່ວຍເຫລືອໃນຮູບເງິນຢູ່. ຜູ້ຄັດຄ້ານອ້າງວ່າ ຄົນທຸກອາດບໍ່ມີຄວາມຮັບຜິດຊອບ ເມື່ອໄດ້ເງິນແລ້ວອາດຈະບໍ່ໃຊ້ເງິນດັ່ງກ່າວໄປຕາມຈຸດປະສົງທີ່ຄາດໄວ້. ພວກເຂົາຍົກໃຫ້ເຫັນວ່າ ເງິນຊ່ວຍເຫລືອອາດຖືກນຳໄປຊື້ສິ່ງຂອງທີ່ຟຸມເຟືອຍ ແລະ ບໍ່ຈຳເປັນ ເຊັ່ນ ເຫລົ້າ ແລະ ຢາສູບ, ມັນອາດບໍ່ກະຕຸ້ນໃຫ້ຄົນຊອກວຽກເຮັດ ແລະ ສ້າງໃຫ້ເກີດນິດໄສເອື່ອຍອີງ. ຜູ້ທີ່ສະຫນັບສະຫນູນການຊ່ວຍເຫລືອໃນຮູບບໍ່ແມ່ນເງິນ ໃຫ້ເຫດຜົນວ່າ ການຊ່ວຍເຫລືອແບບນີ້ຊ່ວຍຮັບປະກັນວ່າ ມັນຈະຖືກນຳໄປໃຊ້ຕາມຈຸດປະສົງທີ່ວາງໄວ້, ຍົກຕົວຢ່າງ ການສະຫນອງອາຫານເສີມແກ່ເດັກໃນຄອບຄົວທຸກຍາກ ເປັນວິທີທີ່ດີກວ່າ ເພື່ອປັບປຸງຜົນໄດ້ຮັບທາງໂພຊະນາການ ເມື່ອທຽບກັບການຊ່ວຍເຫລືອໃນຮູບເງິນ. ນອກນັ້ນ, ການຊ່ວຍເຫລືອໃນຮູບທີ່ບໍ່ແມ່ນເງິນຍັງດີກວ່າເພາະເປັນການຄັດເລືອກຜູ້ຮັບປະໂຫຍດໄປໃນໂຕ ຍ້ອນຜູ້ທີ່ມີຖານະດີກວ່າອາດຈະບໍ່ສົນໃຈມາວົນນຳຂັ້ນຕອນຕ່າງໆເພື່ອຮັບເອົາການຊ່ວຍເຫລືອໃນຮູບສິນຄ້າ ຫລື ການບໍລິການໃດຫນຶ່ງ ເມື່ອທຽບກັບການໄປຮັບຊ່ວຍເຫລືອໃນຮູບເງິນ (ທີ່ມີຄ່າ ແລະ ມີລັກສະນະຄ່ອງຕົວກວ່າ). ບໍ່ພຽງເທົ່ານັ້ນ, ຖ້າກຸ່ມເປົ້າຫມາຍທີ່ເຮົາຢາກໃຫ້ໄດ້ຮັບປະໂຫຍດບໍ່ແມ່ນຜູ້ມີອຳນາດຕັດສິນໃຈໃນຄົວເຮືອນ ເຊັ່ນ ເດັກ, ແມ່ຍິງ ແລະ ຄົນພິການ, ການຊ່ວຍເຫລືອໃນຮູບທີ່ບໍ່ແມ່ນເງິນ ຈະເປັນວິທີທີ່ດີກວ່າ ເພື່ອຮັບປະກັນວ່າສິນຄ້າ ແລະ ການບໍລິການນັ້ນໆໄປຮອດໄປເຖິງຜູ້ໄດ້ຮັບປະໂຫຍດແທ້. ສຸດທ້າຍນີ້, ການຊ່ວຍເຫລືອໃນຮູບບໍ່ແມ່ນເງິນ ຍັງເຮັດວຽກໄດ້ດີກວ່າ ການຊ່ວຍເຫລືອໃນຮູບເງິນ ໂດຍສະເພາະໃນສະຖານະການສຸກເສີນ, ເມື່ອຕະຫລາດຖືກບິດເບືອນ ເຊັ່ນ ໃນໄລຍະເກີດເຫດ ຫລື ພາຍຫລັງໄພພິບັດທາງທໍາມະຊາດ ຫລື ວິກິດການດ້ານອາຫານ.

ການຊ່ວຍເຫລືອທາງສັງຄົມໃນປະເທດໃກ້ຄຽງ
ການຊ່ວຍເຫລືອທາງສັງຄົມຖືກນຳມາໃຊ້ເປັນເຄື່ອງມືອັນຫນຶ່ງ ເພື່ອບັນລຸເປົ້າຫມາຍທາງດ້ານເສດຖະກິດ ແລະ ສັງຄົມໃນຫລາຍປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້. ໂດຍທົ່ວໄປແລ້ວ, ມີການນໍາໃຊ້ການຊ່ວຍເຫລືອທັງໃນຮູບເງິນ ແລະ ບໍ່ແມ່ນເງິນ. ສ່ວນຫລາຍແລ້ວ ແມ່ນການຊ່ວຍເຫລືອແບບມີເງື່ອນໄຂ ແລະ ພົວພັນກັບການແກ້ໄຂຄວາມບໍ່ຫມັ້ນຄົງ ແລະ ຄວາມສ່ຽງທີ່ກຸ່ມຜູ້ມີຄວາມບອບບາງທາງສັງຄົມພວມປະເຊີນຢູ່ ກຸ່ມຄົນດັ່ງກ່າວຕົ້ນຕໍແມ່ນ ແມ່ມານ, ເດັກນ້ອຍ, ຄົນພິການ ແລະ ຄົນຊະລາ. ສາມປະເທດທີ່ເຮົາຈະຍົກຂຶ້ນມາເວົ້າແມ່ນ ຟິລິບປິນ, ໄທ ແລະ ຫວຽດນາມ.

ໃນຟິລິບປິນ, ແຜນງານທີ່ເປັນຂົວຕໍ່ສຳລັບຄອບຄົວຟິລິບປິນ (ຫລື Pantawid Pamilyang Pilipino Programme) ແມ່ນໂຄງການຊ່ວຍເຫລືອໃນຮູບເງິນ ເຊິ່ງໃນປີ 2014 ໂຄງການນີ້ໄດ້ໃຫ້ບໍລິການແກ່ຜູ້ຮັບປະໂຫຍດຈຳນວນ 4.46 ລ້ານຄອບຄົວ ແລະ ມີງົບປະມານລວມ 62.6 ຕື້ ເປໂຊ (0.5% ຂອງຈີດີພີ). ການຊ່ວຍເຫລືອໃນຮູບເງິນດັ່ງກ່າວ ເປັນການຊ່ວຍເຫລືອແບບມີເງື່ອນໄຂ ຍົກຕົວຢ່າງ ຜູ້ໄດ້ຮັບປະໂຫຍດທີ່ເປັນແມ່ມານຕ້ອງເຂົ້າຮັບການກວດສຸຂະພາບກ່ອນ ແລະ ຫລັງຄອດ; ການເກີດລູກຕ້ອງໄປຮັບບໍລິການຢູ່ສະຖານສາທາລະນະສຸກ ຫລື ມີຜູ້ຊ່ວຍຄອດທີ່ເປັນມືອາຊີບຢູ່ນຳ; ເດັກອາຍຸ 0-5 ປີ ຈະຕ້ອງໄດ້ຮັບຢາວັກແຊັງ ແລະ ກວດສຸຂະພາບເປັນປົກກະຕິ; ເດັກນັກຮຽນປະຖົມຕ້ອງໄດ້ຮັບຢາຖ່າຍພະຍາດປີລະສອງຄັ້ງ; ເດັກນ້ອຍອາຍຸລະຫວ່າງ 3 ຫາ 5 ປີ ຈະຕ້ອງຢູ່ບ່ອນລ້ຽງເດັກ ຫລື ເຂົ້າໂຮງຮຽນອານຸບານ ແລະ ຮັກສາອັດຕາການໄປຮຽນ 85%; ແລະ ເດັກອາຍຸລະຫວ່າງ 6 ຫາ 18 ປີ ຕ້ອງເຂົ້າໂຮງຮຽນ ແລະ ຮັກສາອັດຕາການໄປຮຽນ 85% ເຊັ່ນກັນ.

  • -       ແຜນງານທີ່ເປັນຂົວຕໍ່ນີ້ ຖືກຮັບຮູ້ວ່າໄດ້ປັບປຸງການເຂົ້າເຖິງການບໍລິການສາທາລະນະສຸກໃຫ້ແກ່ເດັກ, ເຮັດໃຫ້ພວກເຂົາຢູ່ໃນໂຮງຮຽນ, ແລະ ຫລຸດຜ່ອນບັນຫາແຮງງານເດັກ. ການປະເມີນຜົນກະທົບຂອງແຜນງານນີ້ ສະແດງໃຫ້ເຫັນວ່າ ການຊ່ວຍເຫລືອໃນຮູບເງິນດັ່ງກ່າວ ບໍ່ໄດ້ສ້າງໃຫ້ເກີດການເອື່ອຍອີງ ຫລື ເປັນສິ່ງດຶງດູດທີ່ຜິດປົກກະຕິແຕ່ຢ່າງໃດ. ຍົກຕົວຢ່າງ ຜູ້ໃຫຍ່ໃນຄອບຄົວນັ້ນໆ ກໍ່ຍັງຄົງຊອກວຽກເຮັດຢ່າງຫ້າວຫັນ.
  • -       ໃນແງ່ທັດສະນະຄະຕິຂອງຜູ້ຮັບປະໂຫຍດ, ພໍ່-ແມ່ເດັກໃນແຜນງານນີ້ແມ່ນມີທັດສະນະອັນດີຕໍ່ກັບອະນາຄົດຂອງລູກພວກເຂົາ. ໃນບັນດາຄອບຄົວທີ່ຢູ່ໃກ້ເສັ້ນຄວາມທຸກຍາກ, ເຮົາເຫັນວ່າ ຄອບຄົວຜູ້ໄດ້ຮັບປະໂຫຍດ ມີລະດັບຄວາມທຸກຍາກ (ຕາມການປະເມີນຕົນເອງ) ຕໍ່າກວ່າ ຄວາມທຸກຍາກຂອງຄອບຄົວຜູ້ບໍ່ໄດ້ຮັບປະໂຫຍດເຖິງ 7%Schelzig2015.
ໃນປະເທດໄທ, ລັດຖະບານກໍ່ໄດ້ເລີ່ມນໍາໃຊ້ການຊ່ວຍເຫລືອໃນຮູບເງິນແບບບໍ່ມີເງື່ອນໄຂ, ລວມມີ ການໃຫ້ເງິນຊ່ວຍເຫລືອແກ່ຄອບຄົວຂອງເດັກອາຍຸຕໍ່າກວ່າ 12 ເດືອນ ເຊິ່ງແຜນງານດັ່ງກ່າວໄດ້ເລີ່ມດຳເນີນການໃນປີ 2015. ການຊ່ວຍເຫລືອປະກອບມີ ເງິນຈຳນວນ 600 ບາດ ຫລື 19 ໂດລາ ແກ່ຄອບຄົວທີ່ມີລາຍໄດ້ຫນ້ອຍກວ່າ 3,000 ບາດ ຫລື 89 ໂດລາ ຕໍ່ ເດືອນ. ການໃຫ້ເງິນຊ່ວຍເຫລືອເດັກດັ່ງກ່າວ ຄາດວ່າຈະຊ່ວຍເດັກເກີດໃຫມ່ໄດ້ 135,768 ຄົນ ທົ່ວປະເທດ ໃນສົກປີ 2015/16 ນີ້Sricharatchanya2016
  • -       ນອກຈາກເງິນຊ່ວຍເຫລືອເດັກແລ້ວ, ເພື່ອເປັນເຄື່ອງມືໃນການແຈກຢາຍລາຍໄດ້ຄືນໃຫມ່ແກ່ຄົນທຸກຍາກ ແລະ ກະຕຸ້ນເສດຖະກິດ, ລັດຖະບານໄທໃນປີ 2016 ຍັງໄດ້ອະນຸມັດ ການແຈກເງິນຄັ້ງດຽວແບບບໍ່ມີເງື່ອນໄຂ ໃຫ້ແກ່ຄອບຄົວທີ່ມີລາຍໄດ້ຕໍ່ານຳອີກ. ຄົນທີ່ຫາເງິນໄດ້ຫນ້ອຍກວ່າ 30,000 ບາດ ຫລື 846 ໂດລາ ຕໍ່ປີ ຈະໄດ້ຮັບການຊ່ວຍເຫລືອເປັນເງິນ 3,000 ບາດ ຫລື 86 ໂດລາ, ໃນຂະນະທີ່ຜູ້ທີ່ຫາເງິນໄດ້ລະຫວ່າງ 30,000 ຫາ 100,000 ບາດ (846 ຫາ 2,821 ໂດລາ) ຕໍ່ປີ ຈະໄດ້ຮັບເງິນຊ່ວຍເຫລືອ 1,500 ບາດ (42ໂດລາ). ການຊ່ວຍເຫລືອດັ່ງກ່າວແມ່ນຈັດສັນໃຫ້ 5.8 ລ້ານຄົນ, ເຊິ່ງບໍ່ລວມເອົາຊາວນາທີ່ໄດ້ຮັບເງິນອຸດຫນຸນຈາກລັດຖະບານໃນວົງເງິນ 1.5 ຕື້ໂດລາ ທີ່ໄດ້ຮັບການອະນຸມັດໄປແລ້ວຫວ່າງມໍ່ໆມານີ້ Press2016.

ຢູ່ຫວຽດນາມ, ການຊ່ວຍເຫລືອທາງສັງຄົມແມ່ນສຸມໃສ່ໃຫ້ເງິນແກ່ກຸ່ມຄົນທີ່ມີຄວາມບອບບາງທາງສັງຄົມຜູ້ທີ່ບໍ່ສາມາດຫາລາຍໄດ້ພຽງພໍເພື່ອລ້ຽງຊີບ, ເຊັ່ນ ຄົນຊະລາທີ່ບໍ່ມີຄອບຄົວເບິ່ງແຍງ, ຄົນພິການ ແລະ ຜູ້ບໍ່ມີເງື່ອນໄຂເຮັດວຽກ, ກຳພ້າທີ່ຍັງເປັນເດັກ ຫລື ຢູ່ໃນໄວຫນຸ່ມ, ແລະ ຄົນທຸກທີ່ຕ້ອງລ້ຽງລູກຜູ້ດຽວ (ບໍ່ມີຜົວ ຫຼື ເມຍຢູ່ນຳ).
  • -       ມາດຕະການດ້ານການຊ່ວຍເຫລືອສັງຄົມໃນຫວຽດນາມ ໄດ້ຮັບການຄາດຄະເນວ່າ ສາມາດຫລຸດຜ່ອນອັດຕາຄວາມທຸກຍາກໄດ້ພຽງ 1.9 ເປີເຊັນ, ເຊິ່ງສະທ້ອນໃຫ້ເຫັນເຖິງການໃຊ້ຈ່າຍພາກລັດເຂົ້າໃນການຊ່ວຍເຫລືອສັງຄົມທີ່ມີລະດັບຕໍ່າ ແລະ ຈຶ່ງສົ່ງຜົນໃຫ້ມີອັດຕາການປົກຫຸ້ມທີ່ຕໍ່າ ແລະ ມີມູນຄ່າການຊ່ວຍເຫລືອຂະຫນາດນ້ອຍ (12 ໂດລາ ຕໍ່ ເດືອນ).
  • -       ສິ່ງທ້າທາຍທີ່ຄຽງຄູ່ກັບເລື່ອງລາຍຈ່າຍພາກລັດແມ່ນ ບັນຫາກ່ຽວກັບລະບົບການເຮັດວຽກ ເຊັ່ນ ພະນັກງານພາກສະຫນາມຕ້ອງຮັບວຽກຫນັກ, ພະນັກງານລັດຢູ່ທ້ອງຖິ່ນຈຳຕ້ອງເຮັດທັງວຽກປະຊາສຳພັນ ແລະ ເບີກຈ່າຍເງິນ, ປະຊາຊົນເອງກໍ່ຕ້ອງກະກຽມເອກະສານຫລາຍຢ່າງເພື່ອຢັ້ງຢືນວ່າຕົນມີເງື່ອນໄຂ-ມາດຖານທີ່ຈະໄດ້ຮັບການຊ່ວຍເຫລືອ, ລະບົບການຕຳຫນິສົ່ງຂ່າວແມ່ນຍັງບໍ່ທັນເຂັ້ມແຂງ, ລະບົບຂໍ້ມູນເພື່ອການບໍລິຫານ (MIS) ແມ່ນຍັງມີລັກສະນະງ່າຍດາຍ ແລະ ບໍ່ມີການຫມູນໃຊ້ເຕັກໂນໂລຊີໃຫມ່, ການທົດສອບເພື່ອຫາຜູ້ຮັບປະໂຫຍດ (Proxy Mean Test) ກໍ່ມີຄວາມຜິດພາດສູງ, ແລະ ກົນໄກໃນການປະເມີນຄວາມພິການກໍ່ຍັງບໍ່ດີເທົ່າທີ່ຄວນ. ສະນັ້ນ, ສິ່ງສຳຄັນສຳລັບຫວຽດນາມໃນເວລານີ້ ແມ່ນການຊອກຫາບັນດາທາງເລືອກຕ່າງໆເພື່ອປະຕິຮູບລະບົບການຊ່ວຍເຫລືອທາງສັງຄົມລະດັບຊາດKiddet al.2016.


ການຊ່ວຍເຫລືອທາງສັງຄົມໃນບ້ານເຮົາ
ເມື່ອສົມທຽບກັບປະເທດເພື່ອນບ້ານແລ້ວ, ການສະຫນອງການຊ່ວຍເຫລືອທາງສັງຄົມແກ່ຄົນທຸກຍາກ ແລະ ຜູ້ມີຄວາມບອບບາງທາງສັງຄົມ ຍັງບໍ່ທັນແຜ່ຫລາຍໃນ ສປປ ລາວ. ການສະຫນອງທີ່ມີໃນປະຈຸບັນ ສ່ວນໃຫຍ່ແມ່ນການຊ່ວຍເຫລືອທີ່ບໍ່ແມ່ນເງິນ ເຊັ່ນ ການເຂົ້າເຖິງການບໍລິການສາທາລະນະສຸກໂດຍຜ່ານກອງທຶນສຸຂະພາບຜູ້ທຸກຍາກ (Health Equity Fund); ການເຂົ້າໂຮງຮຽນບໍ່ເສຍຄ່າ (ລັດຈ່າຍເງິນຄ່າບໍລິຫານໂຮງຮຽນເພື່ອລຶບລ້າງຄ່າເທີມ) ແລະ ທຶນການສຶກສາແກ່ນັກຮຽນມັດທະຍົມທີ່ມາຈາກຄອບຄົວທຸກຍາກ; ອາຫານໃນໂຮງຮຽນສຳລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມໃນເມືອງທີ່ດ້ອຍໂອກາດ, ແລະ ການບັນເທົາທຸກໄລຍະສັ້ນແກ່ຜູ້ປະສົບເຄາະຈາກໄພທຳມະຊາດ. ຢ່າງໃດກໍ່ຕາມ, ການຊ່ວຍເຫລືອໃນປະຈຸບັນແມ່ນຍັງມີຂະຫນາດຈຳກັດ; ປະລິມານເງິນຊ່ວຍເຫລືອບໍລິຫານໂຮງຮຽນຍັງບໍ່ພຽງພໍໃຫ້ລຶບລ້າງພາລະຄ່າເທີມຂອງພໍ່-ແມ່ນັກຮຽນໄດ້ເທື່ອ; ຈຳນວນທຶນການສຶກສາທີ່ສະຫນອງໃຫ້ແກ່ນັກຮຽນທຸກຍາກຍັງມີຫນ້ອຍ; ແລະ ອາຫານໃນໂຮງຮຽນກໍ່ມີໃຫ້ສະເພາະນັກຮຽນປະຖົມ ແລະ ມັດທະຍົມຢູ່ບາງເມືອງເທົ່ານັ້ນ.


ການປຶກສາຫາລືລະດັບຊາດບົນພື້ນຖານການປະເມີນ (ABND) ກ່ຽວກັບການປົກປ້ອງທາງສັງຄົມໃນ ສປປ ລາວ ທີ່ຫາກໍ່ສຳເລັດຫວ່າງມໍ່ໆມານີ້GoL-ILOOctober 2015ແນະນຳວ່າ ບັນດາການຊ່ວຍເຫລືອທີ່ບໍ່ແມ່ນເງິນທີ່ມີຢູ່ (ເຊັ່ນ ເງິນບໍລິຫານໂຮງຮຽນ, ທຶນການສຶກສາ, ອາຫານໃນໂຮງຮຽນ ແລະ ກອງທຶນປະກັນສັງຄົມແຫ່ງຊາດ ເຊິ່ງລວມມີ ກອງທຶນບໍານານ) ຄວນໄດ້ຮັບການປະເມີນ ຫລື ສຶກສາຢ່າງເຫມາະສົມ ກ່ອນທີ່ລັດຖະບານຈະຕັດສິນໃຈວ່າຈະຂະຫຍາຍ ແລະ ປັບປຸງການສະຫນອງການຊ່ວຍເຫລືອທາງສັງຄົມໄປໃນຮູບແບບໃດ. ເອກະສານ ABND ຍັງເນັ້ນຫນັກຕື່ມວ່າ ການຊ່ວຍເຫລືອທາງສັງຄົມໃນຮູບເງິນແກ່ເດັກ ແລະ ຄົນຊະລາອາດເປັນຫົນທາງທີ່ດີອັນຫນຶ່ງໃນການຫລຸດຜ່ອນຄວາມທຸກຍາກ, ສ້າງຄວາມສາມາດຂອງທຶນມະນຸດ ແລະ ສ້າງຄວາມເຂັ້ມແຂງແກ່ການເຕີບໂຕທາງເສດຖະກິດແບບມີສ່ວນຮ່ວມ. ແຕ່ບົດລາຍງານດັ່ງກ່າວຍັງເຕືອນວ່າ ຈະຕ້ອງໄດ້ສຶກສາຜົນກະທົບຢ່າງຮອບຄອບກ່ອນຈະຕັດສິນໃຈຈັດຕັ້ງປະຕິບັດແຜນງານໃດຫນຶ່ງ. 
ສຳລັບການຊ່ວຍເຫລືອທາງການເງິນແກ່ເດັກ, ທ່າມກາງສະພາບຫຍຸ້ງຍາກດ້ານງົບປະມານຂອງລັດຖະບານ ແລະ ຍັງຂາດ ປະສົບການໃນການສະຫນອງການຊ່ວຍເຫລືອທາງສັງຄົມ, ການໃຫ້ເງິນຊ່ວຍເຫລືອລ້າແກ່ເດັກທຸກຄົນໃນປະເທດນັ້ນ ອາດບໍ່ແມ່ນທາງເລືອກໃນໄລຍະເລີ່ມຕົ້ນສຳລັບ ສປປ ລາວ. ທາງເລືອກທີ່ເຫມາະສົມ ແລະ ຫນ້າດຶງດູດກວ່າອາດແມ່ນການປະສົມປະສານລະຫວ່າງການຊ່ວຍເຫລືອທາງສັງຄົມໃນຮູບເງິນທີ່ແນໃສ່ຄົນທຸກຍາກ ແລະ ເປັນແບບມີເງື່ອນໄຂທີ່ເຊື່ອມຕໍ່ໃສ່ກັບການເຂົ້າເຖິງການບໍລິການທາງສັງຄົມ ເຊັ່ນ ການສຶກສາ ແລະ ສາທາລະນະສຸກ.


ສຳລັບຄັງບໍານານທີ່ບໍ່ຮຽກຮ້ອງການປະກອບສ່ວນຈາກຜູ້ຮັບປະໂຫຍດ ຫລື ການໃຫ້ເງິນຊ່ວຍເຫລືອລ້າແກ່ຄົນຊະລາທີ່ບໍ່ໄດ້ຮັບການປົກປ້ອງຈາກລະບົບປະກັນສັງຄົມທີ່ເປັນທາງການ, ມັນອາດຈະເປັນການດີກວ່າຖ້າເຮົາຈະເລີ່ມຕົ້ນດ້ວຍການໃຫ້ເງິນຊ່ວຍເຫລືອສະເພາະແຕ່ຄົນທີ່ບອບບາງທີ່ສຸດໃນສັງຄົມ ກໍ່ຄື ຄົນຊະລາທີ່ທຸກຍາກ ແລະ/ຫລື ບໍ່ມີຄອບຄົວເບິ່ງແຍງ, ຫລັງຈາກນັ້ນຈຶ່ງຄ່ອຍຂະຫຍາຍໄປເຖິງຄົນຊະລາທຸກຄົນຕາມແຜນໄລຍະຍາວ. ນອກຈາກນັ້ນ, ການຊ່ວຍເຫລືອຄົນຊະລາໃນຮູບທີ່ບໍ່ແມ່ນເງິນ ເຊັ່ນ ການຮັກສາສຸຂະພາບ ສາມາດເຮັດໃຫ້ເຂັ້ມແຂງໄດ້ ໂດຍການປັບປຸງກອງທຶນສຸຂະພາບຜູ້ທຸກຍາກ.
ສະຫລຸບແລ້ວ, ປະສົບການຈາກບັນດາປະເທດເພື່ອນບ້ານ ເຊັ່ນ ຟິລິບປິນ, ໄທ ແລະ ຫວຽດນາມ ສາມາດຊ່ວຍໃນການອອກແບບແຜນງານການຊ່ວຍເຫລືອທາງສັງຄົມໃນຮູບເງິນຢູ່ ສປປ ລາວ ໃນອະນາຄົດ. ໂດຍທຳມະຊາດຂອງມັນແລ້ວ, ການໃຫ້ເງິນຊ່ວຍເຫລືອລ້າຈະຊ່ວຍເພີ່ມສະຫວັດດິການໃຫ້ແກ່ຄົນທີ່ມີຄວາມບອບບາງທາງສັງຄົມ. ນອກຈາກຈະເປັນການຊ່ວຍເຫລືອບຸກຄົນໃນຍາມທີ່ເຂົາຕ້ອງການແລ້ວ, ແຜນງານການໃຫ້ເງິນຊ່ວຍເຫລືອລ້າແກ່ເດັກ ຫລື ຄົນຊະລາທີ່ຖືກຂະຫຍາຍອອກໃນວົງກວ້າງນັ້ນ ຈະສາມາດກະຕຸ້ນເສດຖະກິດທ້ອງຖິ່ນ ແລະ ເພີ່ມຜະລິດຕະພາບຂອງແຮງງານໄດ້.  ຢ່າງໃດກໍ່ດີ, ເມື່ອມີການສະຫນອງເງິນຊ່ວຍເຫລືອລ້າໃນສັງຄົມ ຄວາມຕ້ອງການສິນຄ້າ ແລະ ການບໍລິການກໍ່ຈະເພີ່ມຂຶ້ນໄປນຳ, ເຊິ່ງມັນອາດຈະພາໃຫ້ເກີດບັນຫາເງິນເຟີ້ໄດ້ ຖ້າຫາກບໍ່ມີການຕອບສະຫນອງຈາກພາກການຜະລິດ. ຍ້ອນເຫດຜົນນີ້, ການຊ່ວຍເຫລືອທາງສັງຄົມໃນຮູບເງິນ ຈະຕ້ອງດຳເນີນໄປຄຽງຄູ່ກັບບັນດານະໂຍບາຍການເຕີບໂຕທາງເສດຖະກິດ ແລະ ການດຸ່ນດ່ຽງເສດຖະກິດມະຫາພາກ.


ບົດຄວາມນີ້ຂຽນຂຶ້ນ ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ

Popular posts