ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດ, ຈໍານວນປະຊາກອນທີ່ອາໄສຢູ່ໃນເມືອງ (ຄົນເມືອງ) ໃນປະເທດດ້ອຍພັດທະນາໃນທົ່ວໂລກຈະເພີ່ມຂຶ້ນເປັນ 5,000 ລ້ານຄົນ ໃນປີ 2050 ໃນຂະນະທີ່ ຈໍານວນຄົນຊົນນະບົດຈະຄ່ອຍໆຫລຸດລົງຈົນຫນ້ອຍກວ່າ 3,000 ລ້ານຄົນ. ແນວໂນ້ມການເພີ່ມຂຶ້ນຂອງຄົນເມືອງ ຢູ່ບ້ານເຮົາກໍ່ມີລັກສະນະດຽວກັນ, ເຫັນວ່າ ຈຳນວນຄົນເມືອງເພີ່ມຂຶ້ນ ຈາກ 17% ໃນປີ 1995 ມາເປັນ 32.9% ໃນປີ 2015 ເຊິ່ງເປັນໄປໃນທິດດຽວກັນກັບການເພີ່ມຂຶ້ນຂອງປະຊາກອນລວມ.
ການກຳນົດຄວາມເປັນຕົວເມືອງ
ອີງຕາມສູນສະຖິຕິແຫ່ງຊາດ,
ບ້ານທີ່ເປັນບ້ານຕົວເມືອງແມ່ນຕ້ອງປະກອບມີ 3 ໃນ 5 ເງື່ອນໄຂ ຄື ບ້ານຕັ້ງຢູ່ເຂດເທດສະບານເມືອງ
ຫລື ແຂວງ; ຫລາຍກວ່າ 70% ຂອງຄົວເຮືອນແມ່ນີໄຟຟ້າໃຊ້; ຫລາຍກວ່າ 70%
ຂອງຄົວເຮືອນມີນໍ້າປະປາໃຊ້; ບ້ານມີເສັ້ນທາງເຂົ້າເຖິງ ສາມາດທຽວໄດ້ຕະຫລອດປີ ແລະ ບ້ານມີຕະຫລາດຊື້-ຂາຍຕະຫລອດວັນ.
ສ່ວນບ້ານທີ່ບໍ່ໄດ້ຕາມເງື່ອນໄຂທີ່ກ່າວມາ ແມ່ນຖືກຈັດຢູ່ໃນປະເພດບ້ານຊົນນະບົດ. ສະນັ້ນ,
ຄົນທີ່ອາໄສຢູ່ໃນບ້ານທີ່ມີຄົບ 3 ເງື່ອນໄຂ ຫລື ຫລາຍກວ່ານັ້ນ ຈຶ່ງຖືວ່າເປັນ ຄົນເມືອງ
ໃນກໍລະນີຂອງບ້ານເຮົາ.
ການເພີ່ມຂຶ້ນຂອງຈຳນວນຄົນເມືອງ
ການເພີ່ມຂຶ້ນຂອງຈຳນວນຄົນເມືອງ ບອກຄວາມຫມາຍ ໄດ້ 2 ຢ່າງ ຄື:
(1) ມີການເຄື່ອນຍ້າຍຂອງຄົນຈາກຊົນນະບົດມາສູ່ຕົວເມືອງເພີ່ມຂຶ້ນ ແລະ (2)
ການພັດທະນາຕົວເມືອງມີຄວາມຄືບຫນ້າຫລາຍຂຶ້ນ ເຮັດໃຫ້ຄົນທີ່ອາໄສຢູ່ເຂດນັ້ນກາຍເປັນຄົນເມືອງ.
ຄວາມຫນ້າແຫນ້ນຂອງປະຊາກອນ ຖືເປັນຕົວຊີ້ວັດຫນຶ່ງຂອງການຫັນເປັນຕົວເມືອງ,
ເມື່ອປຽບທຽບຕົວເລກທີ່ໄດ້ຈາກການສຳຫລວດພົນລະເມືອງໃນປີ 2005 ແລະ 2015 ແລ້ວ ເຫັນວ່າ
ບາງແຂວງມີຄວາມຫນາແຫນ້ນຂອງພົນລະເມືອງທີ່ເພີ່ມຂຶ້ນ ເຊັ່ນ ແຂວງໄຊສົມບູນ, ບໍ່ແກ້ວ,
ສາລະວັນ, ສະຫວັນນະເຂດ ແລະ ພົ້ນເດັ່ນກວ່າຫມູ່ ແມ່ນ ນະຄອນຫລວງວຽງຈັນ. ຍ້ອນຫຍັງໃນນະຄອນຫລວງວຽງຈັນ
ຈຶ່ງມີຄົນອາໄສຢູ່ຢ່າງຫນາແຫນ້ນ ແລະ ແຕກໂຕນກັບແຂວງອື່ນໆຫລາຍແທ້?
ເມືອງທີ່ເປັນຕົວເມືອງໃນປະຈຸບັນ
ປະເທດເຮົາມີທັງຫມົດ
148 ເມືອງທົ່ວປະເທດ, ໃນນັ້ນ ມີ 18 ຕົວເມືອງ ທີ່ມີປະຊາກອນຢ່າງຫນ້ອຍ 50%
ເປັນຄົນເມືອງ ສ່ວນ 130 ເມືອງທີ່ເຫລືອ ແມ່ນມີຄົນຊົນນະບົດເປັນສ່ວນໃຫຍ່. ການເປັນຕົວເມືອງ
ບໍ່ພຽງແຕ່ສະແດງເຖິງຄວາມສະດວກສະບາຍຂອງປະຊາຊົນໃນການເຂົ້າເຖິງສິ່ງອຳນວຍຄວາມສະດວກ ແລະ
ການບໍລິການພື້ນຖານ (ເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ ແລະ ສຸກສາລາ)
ແຕ່ຍັງຫມາຍເຖິງ ໂອກາດໃນການປະກອບກິດຈະການ ແລະ ການມີວຽກເຮັດງານທໍາພາຍໃນເມືອງເຫລົ່ານີ້ນໍາອີກ.
ຕົວເມືອງ ແລະ ການມີວຽກເຮັດງານທຳ
ຜົນການສຳຫລວດພົນລະເມືອງປີ 2015
ໃຫ້ຮູ້ວ່າມີປະຊາຊົນທີ່ມີອາຍຸ 10 ປີຂຶ້ນໄປມີ 5,131,036 ຄົນ ໃນນັ້ນ ຢູ່ໃນກຳລັງແຮງງານ
ຈຳນວນ 3,547,852 ຄົນ ເຊິ່ງ 1,122,583 ຄົນ ອາໄສຢູ່ຕົວເມືອງ 2,157,005 ຄົນ
ຢູ່ຊົນນະບົດມີເສັ້ນທາງ ແລະ ອີກ 268,264 ຄົນ ອາໄສຢູ່ຊົນນະບົດບໍ່ມີເສັ້ນທາງ.
ທີ່ຫນ້າສົນໃຈແມ່ນ ອັດຕາການຫວ່າງງານ ໃນຕົວເມືອງ ແມ່ນ 3.7% ຂອງກຳລັງແຮງງານໃນຕົວເມືອງ
ເຊິ່ງສູງກວ່າຢູ່ຊົນນະບົດທີ່ມີເສັ້ນທາງ ແລະ ບໍ່ມີເສັ້ນທາງ ຄື 1.4% ແລະ 1% ຕາມລຳດັບ.
ເປັນຫຍັງຈຶ່ງເປັນແນວນັ້ນ?
ນອກຈາກ ອັດຕາການຫວ່າງງານທີ່ສູງກວ່າແລ້ວ,
ປະເພດຂອງການຈ້າງງານຍັງມີລັກສະນະທີ່ແຕກຕ່າງກັນນຳອີກ. ໃນຊົນນະບົດ ແຮງງານຈະເຮັດວຽກໃນ
2 ຮູບແບບ ຄື ເຮັດວຽກໃຫ້ຕົນເອງ ແລະ ເຮັດວຽກໃຫ້ຄອບຄົວບໍ່ໄດ້ຄ່າຈ້າງ
ເຊິ່ງຄາດວ່າຈະແມ່ນຂະແຫນງກະສິກໍາເປັນສ່ວນໃຫຍ່. ແຕ່ໃນຕົວເມືອງ
ສັດສ່ວນຜູ້ເຮັດວຽກນໍາລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ແລະ ເປັນນາຍຈ້າງ
ຈະມີສັດສ່ວນຫລາຍກວ່າໃນຊົນນະບົດ.
ເປັນຫຍັງຈຶ່ງມີອັດຕາການຫວ່າງງານໃນຕົວເມືອງສູງ
ອີງຕາມທິດສະດີເສດຖະສາດ,
ຊ່ອງຫວ່າງດ້ານຄ່າຈ້າງງານລະຫວ່າງຕົວເມືອງ ແລະ ຊົນນະບົດ ເປັນສາຍເຫດຕົ້ນຕໍໃຫ້ເກີດຄວາມຄາດຫວັງກ່ຽວກັບລາຍໄດ້ທີ່ສູງກວ່າ
ເຮັດໃຊ້ຄົນຊົນນະບົດ ພາກັນຍົກຍ້າຍເຂົ້າມາໃນຕົວເມືອງ,
ເມື່ອອັດຕາການຍົກຍ້າຍເຂົ້າມາໃນຕົວເມືອງ ສູງກວ່າອັດຕາການສ້າງວຽກເຮັດງານທຳໃນຕົວເມືອງ
ຈຶ່ງເຮັດໃຫ້ເກີດການຫວ່າງງານ. ແລະ ເມື່ອແບ່ງການຈ້າງງານໃນຕົວເມືອງອອກເປັນສອງພາກສ່ວນ
ຄື ການຈ້າງງານໃນລະບົບ ແລະ ການຈ້າງງານນອກລະບົບ, ເຮົາຈະພົບວ່າ ຄົນທີ່ຍົກຍ້າຍຈາກຊົນນະບົດມາຢູ່ໃນຕົວເມືອງສ່ວນໃຫຍ່ແລ້ວເຮັດວຽກໃນເສດຖະກິດນອກລະບົບ
ແລະ ໂອກາດໃນການປ່ຽນໄປເຮັດວຽກໃນລະບົບກໍ່ມີຫນ້ອຍ. ນີ້ແມ່ນວົງຈອນທີ່ມີທາງແກ້ບໍ່?
ຈະຫລຸດຜ່ອນຊ່ອງຫວ່າງຄວາມແຕກໂຕນ ແລະ ການຍົກຍ້າຍຈາກຊົນນະບົດໄດ້ຄືແນວໃດ?
ບົດຄວາມນີ້ຂຽນຂຶ້ນ
ເພື່ອເປັນຄວາມຮູ້ ແລະ ແລກປ່ຽນທາງດ້ານວິຊາການ, ກະລຸນາເຄົາລົບສິດທິທາງປັນຍາ ແລະ ໃຫ້ຄວາມເຫັນຢ່າງສ້າງສັນດ້ວຍ