ຫ່າງຫາຍຈາກການຂຽນບລັອກໄປຫລາຍເດືອນຍ້ອນວຽກງານຮັດໂຕ
ມື້ນີ້ມີເວລາຫນ້ອຍຫນຶ່ງມາລົມກ່ຽວກັບປະກົດການທີ່ເກີດຂຶ້ນໃນບ້ານເຮົາ ກໍຄື ສະພາບຂາດແຄນແຮງງານເຮັດວຽກ.
1.
ລາວເຮົາເປັນປະເທດທີ່ມີອັດຕາການເກີດສູງກວ່າຫມູ່ທຽບໃສ່ບັນດາປະເທດໃກ້ຄຽງ
ຄື ເດັກ 2.5 ຄົນ ຕໍ່ໍແມ່ຍິງ 1 ຄົນ. ເຮັດໃຫ້ອັດຕາການຂະຫຍາຍຕົວຂອງພົນລະເມືອງເຮົາ ຢູ່ໃນລະດັບ
1.4 ເປີເຊັນຕໍ່ປີ (ເບິ່ງຕາຕະລາງ 1). ສິ່ງດັ່ງກ່າວ ເປັນຜົນດີໃຫ້ກັບປະເທດ ເພາະຈະມີແຮງງານຫນຸ່ມຈໍານວນຫລາຍເພື່ອອອກແຮງງານສ້າງສາພັດທະນາປະເທດຊາດ.
ຕາຕະລາງ 1: ບາງຕົວຊີ້ວັດສໍາຄັນກ່ຽວກັບປະຊາກອນໃນລາວ
ແລະປະເທດໃກ້ຄຽງ
|
Fertility rate 2021 |
Population growth 2022 |
Death rate crude 2021 |
Birthrate crude 2021 |
Birth per woman |
% per year |
Per 1,000 ppl |
Per 1,000 ppl |
|
Lao
PDR |
2.5 |
1.4 |
7 |
22 |
Cambodia |
2.3 |
1.1 |
7 |
19 |
Myanmar |
2.2 |
0.7 |
10 |
17 |
Vietnam |
1.9 |
0.7 |
8 |
15 |
Thailand |
1.3 |
0.1 |
7 |
9 |
China |
1.2 |
-0.0 |
7 |
8 |
Source: https://data.worldbank.org/indicator/SP.DYN.TFRT.IN?locations=LA-TH-KH-VN-MM-CN&name_desc=true
2.
ເມື່ອເບິ່ງຕົວເລກການເຕີບໂຕພົນລະເມືອງ
ແລະ ອັດຕາການເກີດຂອງປະເທດໃກ້ຄຽງແລ້ວ ເຫັນວ່າ ພວກເຂົາພວມຢູ່ໃນພາວະວິຕົກກັງວົນ
ກ່ຽວກັບຈໍານວນຄົນຊະລາທີ່ເພີ່ມຂຶ້ນ ຄົນມີລູກຫນ້ອຍລົງ ແລະ ຂາດແຄນແຮງງານ. ລະດັບຄວາມຂາດແຄນແຮງງານແມ່ນສູງຊໍ່າໃດນັ້ນ
ເຮົາສາມາດເບິ່ງໄດ້ຈາກຄ່າຈ້າງງານໃນແຕ່ລະປະເທດ (ເບິ່ງຕາຕະລາງ 2). ໃກ້ບ້ານເຮົາ ຄື ຫວຽດນາມ,
ໄທ ແລະ ສປ ຈີນ, ຄ່າຈ້າງງານໃນປະເທດເພີ່ນແມ່ນແພງຫລາຍ ຖ້າທຽບໃສ່ຄ່າຈ້າງງານຂັ້ນຕໍ່າຂອງບ້ານເຮົາ.
ນັນ ເປັນປັດໄຈສໍາຄັນອັນຫນຶ່ງທີ່ເຮັດໃຫ້ເກີດການເຄື່ອນຍ້າຍຂອງແຮງງານລາວໄປຕ່າງປະເທດ.
ຕາຕະລາງ
2: ຄ່າຈ້າງງານຂັ້ນຕໍ່າໃນລາວ ແລະ ປະເທດໃກ້ຄຽງ
|
Year |
US$ per month |
US$ per day* |
Lao
PDR |
2021 |
116 |
5.8 |
Cambodia |
2021 |
192 |
9.6 |
Myanmar |
Mid-2020 |
|
3.07 |
Vietnam |
2021 |
132 to 181 |
6.6 to 9.05 |
Thailand |
2021 |
|
10.3 to 10.77 |
China** |
2024 |
275 to 370 |
13.75 to 18.5 |
Source: https://www.aseanbriefing.com/news/minimum-wages-in-asean-for-2021/
Note: * Daily rates for some countries calculated as monthly minimum wage divided by 20. ** China related data source: https://www.china-briefing.com/doing-business-guide/china/human-resources-and-payroll/minimum-wage
3.
ຄ່າຄອງຊີບທີ່ສູງຂຶ້ນ
(ເງິນເຟີ້ ແລະ ຄ່າເງິນກີບອ່ອນ) ເປັນປັດໄຈຊຸກຍູ້ຄົນຫນຸ່ມໃຫ້ອອກໄປເຮັດວຽກຢູ່ຕ່າງປະເທດຫລາຍຂຶ້ນ.
ແນ່ນອນ ປະເທດທີ່ຄົນລາວ ສື່ສານໄດ້ດີທີ່ສຸດແມ່ນປະເທດໄທ. ນອກຈາກປັດໄຈຊຸກໃຫ້ອອກຈາກປະເທດແລ້ວ,
ກໍຍັງມີປັດໄຈດຶງຢູ່ປະເທດປາຍທາງນໍາອີກ ເຊັ່ນ ນະໂຍບາຍຂອງໄທ: ໄລຍະທີ 1
ແມ່ນລຶບລ້າງແຮງງານເຖື່ອນ, ໄລຍະທີ 2 ແມ່ນນໍາເຂົ້າແຮງງານຢ່າງຖຶກກົດຫມາຍ ແລະ ໄລຍະທີ 3
ແມ່ນເປີດນໍາເຂົ້າແຮງງານລະບົບໂຄຕ້າແລະໃຫ້ການຝຶກອົບຮົມສີມືແຮງງານ. ດຽວນີ້
ເຂົາເຈົ້າຢູ່ໃນໄລຍະທີ 2. ໄລຍະມໍ່ໆມານີ້ ຈຶ່ງເຫັນໄດ້ວ່າ ຄວາມຕ້ອງການຫນັງສືເດີນທາງຂອງໄວຫນຸ່ມເຮົາເພີ່ມຂຶ້ນຫລາຍໃນໄລຍະຫລັງວິກິດການໂຄວິດ
ນັ້ນອາດເປັນຍ້ອນເງື່ອນໄຂການເຮັດວຽກຢູ່ໄທທີ່ເຄັ່ງຄັດກວ່າເກົ່າ.
4. ຕົວເລກຂອງແຮງງານເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດແມ່ນຍັງບໍ່ທັນຈະແຈ້ງ ແລະ ຕົວເລກທີ່ລາຍງານທາງການ ກໍ່ເບີ່ງຄືວ່າຍັງຕໍ່າກວ່າຄວາມເປັນຈິງ ແຕ່ຢ່າງໃດກໍ່ຕາມ ທ່າອ່ຽງນີ້ ສະແດງຜົນກະທົບອອກຢ່າງຈະແຈ້ງໃນຕະຫລາດແຮງງານຂອງພວກເຮົາ ນັ້ນກໍ່ຄື ແຮງງານຫາຍາກຂຶ້ນ ແລະ ການເຂົ້າ-ອອກຂອງພະນັກງານມີຄວາມຖີ່ຫລາຍກວ່າເກົ່າ ແນ່ນອນສົ່ງຜົນກະທົບໂດຍກົງຕໍ່ການດໍາເນີນງານຂອງຫົວຫນ່ວຍທຸລະກິດ. ເຈົ້າຂອງບ້ານພັກ ຫລື ຮ້ານອາຫານບາງບ່ອນ ຫັນມາເຮັດວຽກເອົາເອງ ຫລື ໃຊ້ແຮງງານຄອບຄົວຫລາຍຂຶ້ນ ແທນທີ່ຈະຈ້າງແຮງງານນອກ ທີ່ຄ່າຈ້າງແພງ ແລະ ບໍ່ມີຄວາມແນ່ນອນ. ຫົວຫນ່ວຍທີ່ເຂັ້ມແຮງງານ ກໍ່ຫາວິທີປັບປ່ຽນໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີຫລາຍຂຶ້ນ ເພື່ອປະຢັດຕົ້ນທຶນ. ຫົວຫນ່ວຍທີ່ບໍ່ສາມາດປັບໂຕໄດ້ ກໍ່ຍອມຂຶ້ນຄ່າແຮງງານ ແລະ ສະຫນອງນະໂຍບາຍເພີ່ມເຕີມເພື່ອຮັກສາແຮງງານເອົາໄວ້. ໃນລະດັບຄົວເຮືອນ ມີການຢຸດເຊົາ ຫລື ຫລຸດຂະຫນາດຂອງວຽກທີ່ໃຊ້ແຮງງານຫລາຍລົງ ຫລື ປ່ຽນມາເຮັດວຽກທີ່ໃຊ້ແຮງງານຫນ້ອຍກວ່າ ເຊັ່ນ ຫລຸດການປູກກາເຟ ມາລົງທຶນໃສ່ແຕ່ມັນຕົ້ນ.
-ຊ
ເອກະສານນະໂຍບາຍພົນລະເມືອງແຫ່ງຊາດລາວ ລະບຸວ່າ ໃນໄລຍະ 2005-2015 ປະຊາກອນລາວເຮົາເພີ່ມຂຶ້ນ 112,000 ຄົນຕໍ່ປີ ແລະ ຄາດວ່າຈະເພີ່ມຂຶ້ນໃນອັດຕາຫລຸດລົງ ຄື 70,000 ຄົນ ຕໍ່ປີ ໃນໄລຍະ 2040-2045. ຫມາຍຄວາມວ່າ ອີກ 10-20 ປີຂ້າຫນ້າ ພວກເຮົາຍັງຈະເຫັນປະຊາກອນລາວເພີ່ມຂຶ້ນຢູ່ ແລະ ຄົນຊະລາກໍ່ຈະຫລາຍຂຶ້ນ ເພາະຄົນເຮົາອາຍຸຍືນຂຶ້ນກວ່າເກົ່າ ແລະ ເດັກເກີດຫນ້ອຍລົງ.
ເຊິ່ງສະພາບດັ່ງກ່າວ ເຮັດໃຫ້ອົດເປັນຫ່ວງບໍ່ໄດ້ວ່າ ເສດຖະກິດບ້ານເຮົາຈະເປັນແນວໃດ
ທັງໃນເບື້ອງຂອງຫົວຫນ່ວຍທຸລະກິດພາຍໃນທີ່ຕ້ອງການແຮງງານ ແລະ ເສດຖະກິດຄອບຄົວທີ່ມີຈໍານວນແຮງງານຫລຸດລົງ.
- ເພື່ອຮັບມືກັບສະພາບດັ່ງກ່າວ ເຫັນວ່າ ຫົວຫນ່ວຍທຸລະກິດ ເລີ່ມເຫັນການປັບໂຕຫຍັງແດ່ແລ້ວຕໍ່ສະພາບແຮງງານທີ່ຂາດແຄນ? ພາກສ່ວນບໍລິການ
ເຊັ່ນ ຮ້ານອາຫານ ອາດຈະນໍາໃຊ້ລະບົບເສີບດ້ວຍຕົວເອງຫລາຍຂຶ້ນ ເຊັ່ນ ບຸບເຟ່ຜັກໃນຮ້ານເຟີ
ຫລື ລະບົບໂຮງອາຫານທີ່ລູກຄ້າຕ້ອງຍົກຖ້ວຍ-ຈານອາຫານຈາກຮ້ານມານັ່ງກິນເອງ; ໃນວຽກກໍ່ສ້າງ
ແທນທີ່ຈະໃຊ້ກໍາມະກອນ ຄົນ ແລະ ເທປູນຄືແຕ່ກ່ອນ ຫລາຍບ່ອນກໍ່ຫັນມາໃຊ້ຄອນກີດສໍາເລັດຮູບ
ຫລື ບໍລິສັດປູນມາຖອກໃຫ້ເລີຍ. ໃນດ້ານທຸລະກິດກະສິກໍາແມ່ນຍັງບໍ່ເຫັນຫລາຍ ແລະ
ຫນ້າເປັນຫ່ວງຢູ່ ເພາະພູມສັນຖານບ້ານເຮົາເປັນພູສູງ ຕ້ອງອາໄສແຮງງານຄົນເປັນຫລັກ
ຕົວຢ່າງຫມາກກາເຟ: ໃນບ່ອນທີ່ຮາບພຽງອາດຈະໃຊ້ເຄື່ອງຈັກມາເກັບຫມາກກາເຟຄືປະເທດອື່ນ
ແຕ່ບ້ານເຮົາແມ່ນຕ້ອງໃຊ້ແຮງງານຄົນເກັບຢ່າງດຽວ.
- ທາງດ້ານສະຖິຕິ,
ມີການລາຍງານຈາກລັດຖະບານວ່າ ນັບແຕ່ປີ 2016 - ຕົ້ນປີ 2024 ນີ້ ,
ໄດ້ມີການຈັດສົ່ງຈຳນວນແຮງງານລາວ
488,962 ຄົນ ໄປເຮັດວຽກຢູ່ 4
ປະເທດຜ່ານລະບົບທາງການ ຄື ໄທ, ຍີ່ປຸ່ນ, ເກົາຫລີ ແລະ ມາເລເຊຍ ໃນນັ້ນ ໄປປະເທດໄທ 482,396 ຄົນ; ປະເທດຍີປຸ່ນ 1,793 ຄົນ; ປະເທດເກົາຫລີ 4,304 ຄົນ ແລະ ປະເທດມາເລເຊຍ 469 ຄົນ. ຈໍານວນນີ້
ຍັງບໍ່ທັນນັບຜູ້ທີ່ເດີນທາງໄປຊອກວຽກດ້ວຍຕົນເອງ.
- ແຮງງານລາວທີ່ໄປຕ່າງປະເທດ
ແຕ່ລະປີແມ່ນໄດ້ຝາກເງິນກັບມາໃຫ້ຄອບຄົວຢູ່ລາວເປັນຈໍານວນຫລວງຫລາຍ. ເທົ່າທີ່ທາງທະນາຄານກາງສາມາດເກັບກໍາໄດ້
ໃນລະຫວ່າງ 2016-2020 ແມ່ນ ປະມານ 50-100 ລ້ານໂດລາຕໍ່ປີ. ຕົວຈິງແມ່ນອາດຈະຫລາຍກວ່ານັ້ນ.
ໃນຄວາມຈິງແລ້ວ
ການໄປເຮັດວຽກຢູ່ຕ່າງປະເທດຂອງແຮງງານມີຄວາມຫມາຍຫລາຍກວ່າການສົ່ງເງິນກັບບ້ານ.
ເຮົາໄດ້ອ່ານປຶ້ມເຫລັ້ມຫນຶ່ງຊື່ Labour Marketsin Low-Income Countries (ລິ້ງ)
ໃນນັ້ນ ບົດທີ 5 ໄດ້ເວົ້າເຖິງ TheImpact of Migrationon Employment Outcomes. ບົດນີ້ໄດ້ສັງລວມຜົນການຄົ້ນຄວ້າຈາກຫລາຍປະເທດທີ່ກໍາລັງພັດທະນາ ແລະ ມີຄົນອອກໄປເຮັດວຽກຕ່າງປະເທດ
ຄືກັບບ້ານເຮົາ. ພໍສະຫລຸບໄດ້ໃຈຄວາມດັ່ງນີ້:
- - ແຮງງານທີ່ໄປເຮັດວຽກຕ່າງປະເທດ ແມ່ນໄດ້ຮຽນຮູ້ທັກສະ ແລະ ແບບແຜນວິທີເຮັດວຽກໃນປະເທດເຈົ້າພາບ ເຮັດໃຫ້ເຂົາກາຍເປັນຄົນມີຄວາມສາມາດ. ດັ່ງນັ້ນ ເວລາກັບມາບ້ານເກີດ ກໍ່ນໍາເອົາທັກສະດັ່ງກ່າວມາໃຊ້ໃຫ້ເກີດປະໂຫຍດໄດ້. ນອກຈາກນັ້ນ, ເຂົາຍັງປ່ຽນທັດສະນະຄະຕິຕໍ່ການສຶກສາຮຽນຮູ້ ອາດສະແດງອອກໂດຍການສົ່ງເສີມລູກຫລານໃຫ້ເຂົ້າເຖິງການສຶກສາ ແລະ ຮຽນວີຊາອາຊີບຫລາຍຂຶ້ນ.
- - ໂມບາຍມັນນີ້ ແລະ ລະບົບໂຊຊຽວມີເດຍ ເບິ່ງຄືວ່າຈະສົ່ງຜົນດີຕໍ່ການໄປເຮັດວຽກຕ່າງປະເທດ. ໃນແງ່ຂອງຕົ້ນທຶນການສົ່ງເງິນກັບບ້ານ ແມ່ນຖືກລົງເມື່ອເຂົາເຈົ້າຫັນມາໃຊ້ໂມບາຍມັນນີ້ ແທນການສົ່ງເງິນສົດ ຫລື ເງິນໂອນ ທີ່ມີຫລາຍຂັ້ນຕອນ. ນອກຈາກນັ້ນ ສື່ສັງຄົມອອນລາຍ ຍັງຊ່ວຍເຮັດໃຫ້ຂໍ້ມູນຂ່າວສານຕະຫລາດແຮງງານ ແຮງງານສາມາດຮັບຮູ້ໄດ້ຄ່າຈ້າງງານ ແລະ ສະຫວັດດິການຢູ່ແຕ່ລະບ່ອນ ແລະ ສາມາດເລືອກບ່ອນທີ່ດີທີ່ສຸດໃຫ້ຕົນເອງໄດ້.
- - ຍັງພົບອີກວ່າ ເງິນທີ່ແຮງງານສົ່ງກັບມາບ້ານ ແມ່ນເຮັດໃຫ້ຄົວເຮືອນມີລາຍໄດ້ທີ່ເພີ່ມຂຶ້ນ ແລະ ລົງທຶນໃສ່ການສຶກສາຫລາຍຂຶ້ນ. ແຕ່ໃນຂະນະດຽວກັນ ຄົວເຮືອນພັດຫລຸດຜ່ອນການເຮັດວຽກໃນຂະແຫນງກະສິກໍາ (ປູກຝັງ ລ້ຽງສັດ) ແລະ ຫັນມາລົງທຶນໃນຂະແຫນງບໍລິການ ແລະ ປຸງແຕ່ງຫລາຍຂຶ້ນ.